ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ມີຄວາມຄິດເຫັນກຽວກັບກະຊວງວັດທະນາທຳ ແລະ ກະຊວງສຶກສາລາວເຮົາແນ້ວໄດ?

ໜ້າທີ່ 2 ຈາກທັງໝົດ 3 ໜ້າ <<<123>>>

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊົ່ວຊິອ່ານຈົບ

strawberry

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອົດເອົາຫຍິງນຸ້ຍ ຮິຮິຮິຮິຮິ ຊີ້ແຫຼະຄັນໄດ້ເວົ້າ

໑ ກະທູ້
໑໙໖ ໂພສ
ນັກການກະທູ້
ohh...
u lao khot la bieb mee lai phod..
br hai aow mb pai hh kue c pen pai br dai dork
u tang pa tad ph ka yung br dai ham e yung
vao leuang kan noung kheuang kue kun man nong tam khot la bieb tee vang eok hun dee leo
tae vao song phom khong poo ying ....br hai tod phom na mar na...bien dai br...
song phom br dai kiao yung kub kan hn kery....

Evil ໃຈດຽວຫຼາຍຄວາມຄິດ

໒ ກະທູ້
໕໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Mimirin ຂຽນວ່າ...
ອັນເລື່ອງກົດລະບຽບນິ ມີ່ບໍ່ເປັນບັນຫາປານໃດ ແຕ່ເລື່ອງໂທລະສັບນິກະຢາກໂພດໆແຫລະ ບໍ່ໃຫ້ເອົາມືຖືໄປ ຮຮ... = ='

ທີ່ຮູ້ສຶກເຄືອງໆກັບກະຊວງສຶກສາທີ່ສຸດ ແມ່ນລະບົບການສຶກສານີ້ແຫລະ ຂ້ອນຂ້າງຈະເບື່ອອອອ ລະບົບການສຶກສາທີ່ຈຳກັດ ບໍ່ມີແຍກສາຍໃຫ້ດີ ບໍ່ມີການພັດທະນາສົ່ງເສີມຕາມຄວາມຖະຫນັດ ຄວາມສາມາດແຕ່ລະຄົນ ຊ້ຳຍັງມີວິຊາທີ່ບໍ່ຮູ້ວ່າຊິຮຽນໄປເຮັດຫຍັງ ບໍ່ເຫັນວ່າຈະໄດ້ໃຊ້ໃນເສດສ້ຽວຂອງຊີວິດ ຮູ້ສຶກເສຍເວລາກັບການຮຽນຫລາຍວິຊາໄປລ້າໆ

ຊ້ຳແລ້ວ ບາດໄປຕໍ່ມະຫາໄລ ໄປສາຍອາຊີບແລ້ວ ຍັງຫນີບໍ່ພົ້ນວິຊາທີ່ບໍ່ຮູ້ຈະຮຽນໄປເຮັດຫຍັງອີກ... ໃຜທີ່ຮຽນ ມະຫາໄລ ວິທະຍາໄລ ແລ້ວ ຫນ້າຈະຮູ້ວ່າມີ່ເວົ້າເຖິງວິຊາໃດ... ເຊິ່ງບາງວິຊາ ເນື້ອຫາກະເດີມໆ ຕອນປະຖົມມັດທະຍົມກະຮຽນມາແລ້ວ ບໍ່ຮູ້ວ່າຈະເອົາມາໃຫ້ຮຽນອີກ ເພື່ອ...?

ມີ່ວ່າ ຖ້າຕັດວິຊາທີ່ບໍ່ຈຳເປັນໄປ ລະດັບປະລິນຍາຕີນິ ຫຍໍ້ເປັນ 2-3ປີ ກະຍັງໄດ້ = =' (ສົງໄສເອົາວິຊາອື່ນໆມາໃສ່ໃຫ້ມັນຄົບ 5 ປີ ກະບໍ່ຈັກ - ອັນນີ້ຄວາມເຫັນສ່ວນຕົວເດີ້)

ແລະອື່ນໆອີກຫລາຍຢ່າງ ບໍ່ຢາກບັນຍາຍ...

ຢາກໃຫ້ລະບົບການສຶກສາຢູ່ລາວມັນກ້າວເຖິງລະດັບສາກົນໄວໆ ຢາກໃຫ້ ລຖບ ທຸ້ມເທໃສ່ການສຶກສາຫລາຍກວ່ານີ້

ແຕ່ ຄິດວ່າ ກ່ອນຈະທຸ້ມເທໃສ່ການ ສສ ໄດ້ ຄົງຕ້ອງລົບລ້າງ corrupt... ໃຫ້ໄດ້ກ່ອນ... = ='

+1

^if i know what love is, it's because of you^

໒ ກະທູ້
໕໙ ໂພສ
ຂາປະຈຳເວັບບອດ
ຄຫ ຂ້າງເທີງນີ້ເວົ້າຖືກຕ້ອງຫລາຍ, ກະຊວງສຶກສາ ຄວນຈະມີການປະຕິຮູບການສືກສາໄດ້ແລ້ວ ລະບົບການສຶກສາຢູ່ບ້ານເຮົາຍັງອ່ອນຫລາຍ.

^if i know what love is, it's because of you^

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Noy2711 ຂຽນວ່າ...
ການທີ່ເພິ່ນໃຫ້ຮຽນຫຼາຍວິຊານັ້ນແມ່ນເປັນການດີແລະເປັນການປູພື້ນຖານຂອງຄວາມຮູ້ໃຫ້ແໜ້ນແກ່ນ, ເພື່ອເວລາທີ່ເຈົ້າຈົບມາບັງເອີນເຈົ້າບໍ່ໄດ້ວຽກງານທີ່ກ່ຽວຂ້ອງກັບສິ່ງທີ່ເຈົ້າຮຽນມາຢ່າງໜ້ອຍເຈົ້າກໍ່ຍັງພໍມີຄວາມຮູ້້ພື້ນຖານໃນວິຊາອື່ນເລັກໆນ້ອຍໆພໍ
ຊ່ວຍເຫຼືອຕົນເອງໄດ້ຫຼືເວລາໄປສະໝັກວຽກຖ້າເພິ່ນຖາມຢ່າງອື່ນເລັກໆນ້ອຍໆໃນສິ່ງທີ່ບໍ່ແມ່ນວິຊາເຈົ້າໄດ້ສຶກສາ ຢ່າງນ້ອຍເຈົ້າກໍ່ພໍຈະຕອບໄດ້ບໍ່ຫຼາຍກໍ່ໜ້ອຍເຊິ່ງກໍ່ດີກວ່າແນ່ນອນ ດີກວ່າທີ່ເຈົ້າຈະບອກໄປວ່າບໍ່ໄດ້, ທີ່ເພິ່ນໃຫ້ຮຽນຫຼາຍວິຊາກໍ່ເພາະທຸກໆວິຊາທີ່ຮຽນມານັ້ນລ້ວນແຕ່ສາມາດເອົາມານຳໃຊ້ໃນຊີວິດປະຈຳວັນໄດ້ໝົດທຸກຢ່າງ ຖ້າບໍ່ໄດ້ໃຊ້ທາງກົງກໍ່ຈະໄດ້ໃຊ້ທາງອ້ອມ, ແລ້ວອີກຢ່າງຫຼັກສູດທີ່ເພິ່ນສ້າງມານັ້ນບໍ່ແມ່ນວ່າເພິ່ນຈະຮ່າວໄດ້ຮ່າວຂຽນຮ່າວໄດ້ຮ່າວສ້າງ ກ່ອນທີ່ເພິ່ນຈະເຮັດຂຶ້ນມາໄດ້ໜຶ່ງຫຼັກສູດນັ້ນເຈົ້າວ່າເພິ່ນຕ້ອງໃຊ້ເວລາຄົ້ນຄິດຊອກຫາຂໍ້ມູນຫຼາຍສຳ່ໃດ, ຢ່າໄດ້ເວົ້າໃຫ້ເພິ່ນເປັນອັນຂາດແລະທີ່ເຈົ້າບອກວ່າບົດຮຽນທີ່ເຈົ້າເຄີຍໄດ້ຮຽນມັນຜ່ານມາແລ້ວແຕ່ຄາວຍັງເປັນເດັກນ້ອຍພຸ້ນແລ້ວຈະເອົາມາສອນເຮັດຫຍັງ
ອີກເຈົ້າເຄີຍໄດ້ຍິນຄຳສຸພາສິດລາວທີ່ເພິ່ນກ່າວໄວ້ບໍ່ວ່າ: " ຂອງກິນບໍ່ກິນມັນເນົ່າ ຂອງເກົ່າບໍ່ເລົ່າມັນລືມ " ຖ້າບໍ່ເຊື່ອລອງເບິ່ງແມ້ບົດທ່ອງຂື້ນໃຈທີ່ຕອນຄາວເຈົ້າຍັງເປັນເດັກນ້ອຍເຈົ້ານ່າຈະໄດ້ຮຽນແລະເລົ່າໄດ້ຫຼຽນໄຫຼເພື່ອຂຶ້ນໄປເລົ່າເອົາຄະແນນນຳສາວຄູ ນຳເອື້ອຍຄູ ແລ້ວມາຮອດຕອນນີ້ເຈົ້າລອງມາເລົ່າຄືນເບິ່ງແມ້ຖ້າເຈົ້າຈື່ໄດ້ໜົດຄືຕອນຄາວເຈົ້າຍັງເປັນເດັກນ້ອຍຢູ່ ນີ້ກໍ່ຍ້ອນວ່າເຈົ້າໄດ້ປະຖິ້ມໄປດົນແລ້ວເລີຍເຮັດໃຫ້ລືມແລະທີ່ເຈົ້າບອກວ່າຢາກໃຫ້ຫຼັກສູດຂອງບ້ານເຮົາທຽບເທົ່າສາກົນຂໍ້ນີ້ເຫັນດີນຳ, ແຕ່ການທີ່ເຈົ້າຄິດວ່າຫຼັກສູດປະລິນຍາຕີຫຍໍ້ລົງເປັນ 2-3 ປີກໍ່ໄດ້ຖ້າຕັດວິຊາທີ່ບໍ່ຈຳເປັນອອກ ຂ້ອຍຄິດວ່າທຸກໆວິຊາທີ່ຮຽນລ້ວນແຕ່ສຳຄັນໝົດ, ແລ້ວເຈົ້າຄິດວ່າຖ້າເຈົ້າຮຽນສຳ່ແຕ່ວິຊາທີ່ເຈົ້າຄິດນັ້ນເຈົ້າຈະໄດ້ຄວາມຮູ້ຫຼາຍບໍ? ພໍບໍ? ແລະຄົບຖ້ວນບໍ? ເພາະສະໄໝນີ້ຮູ້ພຽງສິ່ງທີ່ເຮົາຮຽນຢ່າງດຽວຍັງບໍ່
ພໍຈະຕ້ອງຮູ້ສິ່ງອື່ນທີ່ຢູ່ຮອບຕົວເຮົາອີກ, ຄວາມຈິງແລ້ວຫຼັກສູດຂອງສາກົນເຮົາເບິ່ງຄືຈະຮຽນໜ້ອຍປີແຕ່ຄວາມຈິງແລ້ວເຂົາເຈົ້າຮຽນໜັກກວ່າຖ້າທຽບກັບເຮົາຮຽນຫຼາຍປີຫັ້ນຊຳ້ (ຕົວຢ່າງ: ປະລິນຍາຕີຢູ່ຍີ່ປຸ່ນຮຽນແຕ່ສີ່ປີ ບ້ານເຮົາຮຽນຫ້າປີ ແຕ່ຄວາມຈິງແລ້ວເຂົາເຈົ້າຮຽນຫຼາຍວິຊາກວ່າເຮົາອີກແລະຮຽນໜັກກ່ອນເຮົາອີກ ປີໜຶ່ງເຂົາຮຽນສາມເທີມພຸ້ນຈຶ່ງຈົບຫຼັກສູດ ບ້ານເຮົາປີໜຶ່ງຮຽນແຕ່ສອງເທີມກະຍັງຈົ່ມແລ້ວ) ຖ້າບ້ານເຮົາເປັນຄືແບບຢູ່ຍີ່ປຸ່ນນີ້ຂ້ອຍວ່າເຈົ້າກໍ່ຄົງຈະມີແນວໃໝ່ເກີດຂຶ້ນອີກກັບການສຶກສາແບບນີ້, ເຈົ້ານ່າຈະເຄີຍໄດ້ຍິນຄຳວ່າ: " ຮຽນແລ້ວຮຽນອີກ ຮຽນເລື້ອຍໆໄປ " ແລະທີ່ເພິ່ນວ່າ: " ການສຶກສາບໍ່ມີວັນຈົບ ຂຸມຟັງສົບນັ້ນຄືຈຸດຈົບຂອງການສຶກສາ " ແລະການທີ່ບອກວ່າຢາກໃຫ້ພັກລັດເພິ່ນປັບປຸງຫຼັກສູດການສຶກສາໃຫ້ທຽບເທົ່າກັນກັບຕ່າງປະເທດໄດ້ນັ້ນກ່ອນອື່ນຢາກໃຫ້ລອງຫັນມາເບິ່ງໂຕເອງກ່ອນວ່າ
ຖ້າຈະທຽບແນວນັ້ນເປັນຫຍັງຕົນເອງບໍ່ທຽບຕົນໃສ່ກັບຄົນຕ່າງປະເທດທີ່ເຂົ້າຕັ້ງໃຈຮຽນລ່ະ ຢ່າຕິວ່າເປັນນຳລະບົບການສຶກສາຄວາມຈິງແລ້ວມັນເປັນນຳຄົນປະຕິບັດພີ້ຫຼາຍກວ່າແລະອີກຢ່າງເວລາເສັງກໍ່ຢ່າກ່າຍ ພະຍາຍາມຊື່ສັດສຸຈະຫຼິດ, ເສັງບໍ່ໄດ້ກໍ່ຄືເສັງບໍ່ໄດ້ຍອມລົງເທີມຮຽນຄືນ ຢ່າໄປຫາຜູ້ອື່ນຊ່ວຍໃນເລື້ອງຄະແນນ, ເພາະສິ່ງສຳຄັນທີ່ເຈົ້າຈະໄດ້ນຳໃຊ້ແມ່ນຄວາມຮູ້ທີ່ໄດ້ຮຽນມາ.
ອີກຢ່າງກົດລະບຽບເລື່ອງຊົງຜົມ, ການນຸ່ງຖື ແມ່ນຢູ່ວ່າມັນບໍ່ກ່ຽວກັບການຮຳ່ຮຽນເລີຍກໍ່ຈິງແຕ່ສິ່ງນີ້ມັນກໍ່ຂາດບໍ່ໄດ້ເພາະມັນໄດ້ສະແດງແລະບົ່ງບອກເຖິງ ມາລາຍາດການປະພຶດລະບຽບວິໄນໃນການນຸ່ງຖືທີ່ຄວນຈະຮຽບຮ້ອຍ, ເພາະວັດທະນາທຳແລະຮີດຄອງປະເພນີຂອງຊາດລາວຂອງພວກເຮົາເພິ່ນໄດ້ສອນກັນມາຕັ້ງແຕ່ບູຮານນະການແຕ່ປູ່ຍ່າຕານາຍພຸ້ນແລ້ວວ່າຜູ້ຊາຍແລະ
ແມ່ຍິງລາວເຮົາຄວນນຸ່ງຖືແບບໃດ ເຮົາຜູ້ເປັນລູກເປັນຫຼານຄວນນຳເອົາມາເປັນແບບຢ່າງ, ຢ່າຕື່ນນຳສັງຄົມຕາເວັນຕົກຈົນເກີນໄປ
ເພາະເພິ່ນບອກວ່າ: " ຢາກເປັນຄົນທັນທີ່ສະໄໝ ຢ່າທຳລາຍວັດທະນາທຳ "
ທີ່ເວົ້າແບບນີ້ກໍ່ບໍ່ແມ່ນວ່າບໍ່ໃຫ້ໃສ່ບໍ່ໃຫ້ແຕ່ງກາຍຕາມຍຸກຕາມສະໄໝດອກ ຄວາມໝາຍກໍ່ຄື ແຕ່ງໄດ້ແຕ່ການແຕ່ງນັ້ນຕ້ອງມີກາລະເທສະ ຮູ້ສະຖານທີ່ວ່າຄວນແຕ່ງແບບໃດແລະສຸດທ້າຍກໍ່ຄືແຕ່ງໃຫ້ມີຂອບເຂດ ເພາະຖ້າແຕ່ງເກີນຂອບເຂດຜົນດີກໍ່ຄືງາມແຕ່ນອກຈາກນັ້ນອາດຈະນຳຜົນຮ້າຍມາສູ່ໂດຍບໍ່ຮູ້ຕົວກະເປັນໄດ້.

໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ...
ຊົ່ວຊິອ່ານຈົບ

໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໒ ກະທູ້
໑໐ ໂພສ
ຂາປະຈຳເວັບບອດ
ຂ້ອຍວ່າເພິ່ຮເຮັດຖືກຕ້ອງເເລ້ວເເລະ....................ເເຕ່ປາງທີ່ຂ້ອຍກະລຳຄານຢູ່ໃດ໋ ກາກກກກກກກກ......................ກກກກ

໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະງັນ

໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຂ້າພະເຈົ້າຮຽນຢູ່ຈີນ ມີມື້ໜຶ່ງຂ້າພະເຈົ້າໄປຂຶ້ນຫ້ອງຂ້ອນຂ້າງໄວແດ່ ແຕ່ປະກົດວ່າເຫັນນັກຮຽນນັ່ງຮຽນໜັງສືຢູ່ເຕັມກໍ່ເລີຍແປກໃຈວ່າ ເອົ໊າບໍ່ແມ່ນເຮົາເບິ່ງຕາໆລາງຜິດວະກໍ່ເລີຍຈົກເອົາອອກມາເບິ່ງອີກຮອບແຕ່ກ່າເຊື່ອວ່າບໍ່ຜິດແລ້ວຫ້ອງນີ້ລະ ແລ້ວເລີຍເຂົ້າໄປຖາມກັບເພື່ອນຄົນຈີນວ່າ: ຂໍໂທດເດີ ພວກເຈົ້າມີຮຽນຫ້ອງນີ້ບໍ? ເຂົາເຈົ້າຕອບວ່າບໍ່ ພວກຂ້ອຍມານັ່ງຮຽນໜັງສືຕອນເວລາວ່າງຊື່ໆ ພວກເຈົ້າມີຮຽນຫ້ອງນີ້ບໍ? ຂ້ອຍຕອບ: ໂດຍ. ຈາກນັ້ນພວກເຂົາເຈົ້າກໍ່ຍ້າຍໄປນັ່ງຮຽນໜັງສືຢູ່ຫ້ອງໃໝ່. ຈຸດນີ້ເຮັດໃຫ້ຂ້ອຍສັງເກດໃຫ້ເຫັນຄວາມແຕກຕ່າງລະຫວ່າງນັກຮຽນບ້ານເຂົາ ກັບບ້ານເຮົາ. ບ້ານເຂົາແຂ່ງຂັນກັນເລືອງການສຶກສາ ນັກສຶກສາບ້ານເຮົາສ່ວນໃຫຍ່ແຂ່ງກັນເລື່ອງຫຼິ້ນເລື່ອງກິນ ເລື່ອງກັນແຕ່ງເນື້ອແຕ່ງຕົວ ມີຮຽນກ່າບໍ່ໄປຮຽນຫຼືໂຕນຮຽນ, ອວດກັນວັດຖຸສິ່ງຂອງວ່າໃຜດີໃຜເດັ່ນທັ້ງໆທີ່ຫົວນອນປາຍຕີນຕົວເອງບໍ່ເຄີຍຫຼຽວເບິ່ງ ບາງຄົນແມ່ໃຫ້ເອົາເງິນໄປເສຍຄ່າເທີມຍັງລັກເອົາໄປຈ່າຍກິນເບຍຊ້ຳ ບາດສຸດທ້າຍແລ້ວທາງຂັ້ນເທິງເພິ່ນວາງກົດອອກມາເພື່ອຄວບຄຸມນັກສຶກສາໃຫ້ຢູ່ໃນກົດຊ້ຳພັດວ່າມີອະຄະຕິຕໍ່ເພີ່ນຊ້ຳ ຂ້ອຍວ່າເຮັດແນວນີ້ບໍ່ຖືກ. ທາງຂັ້ນເທິງເພີ່ນຮູ້ດີວ່າສະພາບບ້ານເມືອງເຮົາປະຈຸບັນເປັນຄືແນວໃດ? ແລະ ຄວນແກ້ໄຂແນວໃດ? ສະນັ້ນພວກເຮົາຄົນໜຸ່ມນ້ອຍກ່າຢາກໃຫ໊ເຂົ້າໃຈເພິ່ນແດ່.

໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອບໃຈສຳລັບຄວາມຄິດເຫັນໃນອີກແງ1ເດີ້

໑ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ DekLP ຂຽນວ່າ...

ແມນເຈົ້າເວົ້າກາຖືກແຕ່ ບາງເລືອງທີບໍ່ກຽວກັບການຮຽນເດ ເຊັນ ຕ້ອງຕັດຜົມສັນ ຫ້າມເຮັດຊົງນັ້ນຊົງນີ້ ມັນກຽວຫຍັງກັບການຮຽນ??
ກົດຫັນອັນດີກາວາດີ ແຕ່ກົດໄລ້ສາລະກາບໍ່ເຫັນດີນຳ ແລ້ວມີບາງຄົນບອກວ່າ ໂຮງຮຽນລັດແມນເງີນລັດຈາຍຕ້ອງເຮັດຕາມກົດລະບຽບເທົານັ້ນ ແຕ່ຂ້ອຍຮຽນ ຮຮ ເອກກະຊົນກາຍັງມີກົດລະບຽບໄລ້ສາລະຢູ່
ເບີງລາວຫ້າມ ໃຫ້ໃສກາລະວັດ ກາ ຮຮ ຖ້າມແນ່ໃສແລ້ວມັນຈະຮຽນເກັງຂື້ນຫວາ ຂ້ອຍບໍ່ມັກໃສເອົາເສືອອອກນອກຂ້ອຍກາຍັງຮຽນເກັງຈົນໄດ້ເດັນຮ້ອບດ້ານ ຕະຫລອດ ບໍ່ເຫັນຊິກຽວຫຍັງຊ້ຳ

໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໖ ກະທູ້
໗໙ ໂພສ
ຂາປະຈຳເວັບບອດ
ທຸກມື້ນິກະດີແລ້ວພີ່ນອ້ງເອີຍ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
แม่นฯฯฯฯฯ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີຄວາມເຫັນ

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ spngieng ຂຽນວ່າ...
ບໍ່ມີຄວາມເຫັນ

khoud ga thu ni khuen ma pheua?

ເຮົາຄົບກັນສອງປີແລ້ວ.. ^_^

໑໒ ກະທູ້
໑໗໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ tomvt ຂຽນວ່າ...
ເພືອນໆຄິດວ່າກະຊ້ວງສຶກສາແລະກະຊວງວັດທະນາທຳຄວນປັບປຸງຫລື້ບໍ່ຖ້າຄວນແລ້ວຄວນຈະປັບປຸງຫຍັງແນ?

ບໍ່ຕ້ອງໄປບອກໃຫ້ເຂົາເຈົ້າປັບປຸງກໍ່ໄດ້ ກຊ ສຶກສາາາາາາ ປັບປຸງເຈົ້າຫັນກ່ອນເບີ່ງຂຽນໜັງສືຜີດດດດແທ້ຜີດດດດດວ່າາາ ( ຜີດຂັ້ນເທພພພພອີກ )

DoTar !! ( ຄົນລົ້ມຕ້ອງຂ້າມ ຄົນຫຍາມຕ້ອງເອົາຄືນ )

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຶນພ

໘ ກະທູ້
໑໕໘ ໂພສ
ນັກການກະທູ້
ເຮິໆ ກະບໍ່ໄດ້ວ່າມັນບໍ່ຈຳເປັນກັບທຸກຄົນ ແຕ່ມັນບໍ່ຈຳເປັນກັບສາຍວິຊາທີ່ຮຽນ... ມີ່ກະບໍ່ໄດ້ວ່າມັນບໍ່ສຳຄັນ ກະຮູ້ຢູ່ວ່າທຸກວິຊາມັນກະມີຄວາມສຳຄັນ ມີຄົນສ້າງ ມີການຫາຂໍ້ມູນມາຢ່າງຍາກລຳບາກ ຕ້ອງອ້າງອີງນັ້ນນີ້ ຂຽນເອກກະສານກະບໍ່ແມ່ນງ່າຍ ແນ່ນອນວ່າມັນຕ້ອງມີຄວາມຈຳເປັນ ມີຄວາມສຳຄັນກັບສາຍຮຽນດ້ານໃດດ້ານຫນຶ່ງ ແຕ່ສຳລັບສາຍທີ່ບໍ່ກ່ຽວຂ້ອງເດ... ແມ່ນຢູ່ວ່າ "ຮຽນແລ້ວຮຽນອີກ ຮຽນເລື້ອຍໆໄປ" ການຮຽນມັນບໍ່ມີສິ້ນສຸດ ແຕ່ຊິໃຫ້ມາຮຽນທຸກວິຊາໃນໂລກນີ້ມັນກະຄືຊິເປັນໄປບໍ່ໄດ້ (ຫນ້າຈະຄ້າຍກັບສຸພາສິດທີ່ວ່າ "ຄວາມຮູ້ຖ້ວມຫົວ ເອົາຕົວບໍ່ລອດ" ຮຽນທຸກອັນທຸກແນວ ແຕ່ບໍ່ຮູ້ໃຊ້ ບໍ່ຮູ້ເອົາໄປໃຊ້ເຮັດຫຍັງ )

ມີ່ບໍ່ຢາກຍົກຊື່ວິຊາມາ ດ໋ຽວຊິເສຍຫາຍ (ຂະຫນາດເວົ້ານິດດຽວຍັງຜິດແລ້ວນິ) ແຕ່ບາງວິຊາມັນບໍ່ຈຳເປັນກັບສາຍວິຊານັ້ນນ່ະ ອັນວິຊາທີ່ຮຽນມາແລ້ວ ມັນບໍ່ຈຳເປັນ(ກັບສາຍວິຊາທີ່ຮຽນ) ແລ້ວຈະຮຽນອີກເຮັດຫຍັງ? ແມ່ນຢູ່ມັນເປັນຄວາມຮູ້ຮອບຕົວ ແຕ່ຮຽນມາແລ້ວ(ຕັ້ງແຕ່ປະຖົມ-ມັດທະຍົມ) ເຮົາກະຫນ້າຈະມີພື້ນຖານມາແນ່ແລ້ວ ເຖິງມີຄົນມາຖາມກະຫນ້າຈະພໍຕອບໄດ້ຢູ່ແລ້ວ. ມີ່ວ່າ ຖ້າຈະເອົາວິຊາມາຮຽນຄືນ ມັນຄວນຈະເປັນວິຊາທີ່ຈຳເປັນກັບສາຍວິຊາທີ່ຮຽນຫລາຍກວ່າ... ຖ້າແບບນັ້ນຈະບໍ່ຖຽງຈັກຄຳເລີຍ ເຫິໆ

ອີກຢ່າງແມ່ນ ຖ້າຕັດວິຊາອື່ນໆ(ທີ່ບໍ່ຈຳເປັນກັບສາຍຮຽນ)ອອກ ແລ້ວເອົາວິຊາທີ່ລົງເລິກສະເພາະດ້ານ(ທີ່ຈຳເປັນກັບສາຍທີ່ຮຽນຫລາຍກວ່າ)ມາແທນ ມັນຫນ້າຈະດີກວ່ານ່ະ

ກັບການເສັງນີ້ ມີ່ບໍ່ມັກລະບົບການເສັງ "ຕາມປຶ້ມ" ແບບທີ່ວ່າ ທຸກຄຳຕ້ອງຖືກຕ້ອງຕາມປຶ້ມທຸກຕົວພະຍາງ ແບບນັ້ນມັນຫລີກລ້ຽງບໍ່ໄດ້ທີ່ຈະກ່າຍ ຖືກບໍ່? (ຫລືມີໃຜເທບຂະຫນາດທີ່ບໍ່ເບິ່ງປຶ້ມກະຂຽນຄືປຶ້ມໄດ້ທຸກພະຍາງ) ແມ່ນຢູ່ ອາດຈະມີຄົນດຸທ່ອງ ດຸເລົ່າ ແຕ່ແບບນັ້ນມັນຈື່ໄດ້ດົນປານໃດ...? ແຕ່ກະບໍ່ໄດ້ຫມາຍເຖິງອາຈານທຸກຄົນທີ່ໃຊ້ການເສັງຕາມປຶ້ມ ມີອາຈານບາງຄົນທີ່ເສັງແບບເນັ້ນຄວາມເຂົ້າໃຈ ເຊິ່ງວ່າຢາກໃຫ້ເປັນແບບນີ້ຫລາຍກວ່າ ເພາະຖ້າເຂົ້າໃຈ ມັນຈະຈື່ໄດ້ດົນ

ຖ້າຮຽນຫລາຍໆວິຊາ (ທີ່ບໍ່ກ່ຽວຂ້ອງ) ແມ່ນຢູ່ວ່າ ເຮົາຈະຮູ້ຫລາຍດ້ານ ແຕ່ບໍ່ເກັ່ງຈັກດ້ານ
- ຮູ້ຫລາຍ ແຕ່ບໍ່ເກັ່ງ
- ຮູ້ + ເກັ່ງ ສະເພາະດ້ານທີ່ຮຽນມາ
ອັນນີ້ມີ່ກະບໍ່ຮູ້ວ່າອັນໃດຖືກຫລືຜິດ ເອົາໃຫ້ຄົນໄປຄິດເອົາ

*/ ສົງໃສນິດຫນຶ່ງ ບົດທ່ອງຂຶ້ນໃຈມັນມີປະໂຫຍດກັບການໃຊ້ຊີວິດປະຈຳວັນແບບໃດ (ອັນນີ້ສົງໃສຊື່ໆ ບໍ່ຮູ້ແທ້ໆວ່າຕອນຍັງນ້ອຍ ໃຫ້ເລົ່າໄປເຮັດຫຍັງ...)

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Gtalove5566 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ DekLP ຂຽນວ່າ...
ຂ້າພະເຈົ້າຮຽນຢູ່ຈີນ ມີມື້ໜຶ່ງຂ້າພະເຈົ້າໄປຂຶ້ນຫ້ອງຂ້ອນຂ້າງໄວແດ່ ແຕ່ປະກົດວ່າເຫັນນັກຮຽນນັ່ງຮຽນໜັງສືຢູ່ເຕັມກໍ່ເລີຍແປກໃຈວ່າ ເອົ໊າບໍ່ແມ່ນເຮົາເບິ່ງຕາໆລາງຜິດວະກໍ່ເລີຍຈົກເອົາອອກມາເບິ່ງອີກຮອບແຕ່ກ່າເຊື່ອວ່າບໍ່ຜິດແລ້ວຫ້ອງນີ້ລະ ແລ້ວເລີຍເຂົ້າໄປຖາມກັບເພື່ອນຄົນຈີນວ່າ: ຂໍໂທດເດີ ພວກເຈົ້າມີຮຽນຫ້ອງນີ້ບໍ? ເຂົາເຈົ້າຕອບວ່າບໍ່ ພວກຂ້ອຍມານັ່ງຮຽນໜັງສືຕອນເວລາວ່າງຊື່ໆ ພວກເຈົ້າມີຮຽນຫ້ອງນີ້ບໍ? ຂ້ອຍຕອບ: ໂດຍ. ຈາກນັ້ນພວກເຂົາເຈົ້າກໍ່ຍ້າຍໄປນັ່ງຮຽນໜັງສືຢູ່ຫ້ອງໃໝ່. ຈຸດນີ້ເຮັດໃຫ້ຂ້ອຍສັງເກດໃຫ້ເຫັນຄວາມແຕກຕ່າງລະຫວ່າງນັກຮຽນບ້ານເຂົາ ກັບບ້ານເຮົາ. ບ້ານເຂົາແຂ່ງຂັນກັນເລືອງການສຶກສາ ນັກສຶກສາບ້ານເຮົາສ່ວນໃຫຍ່ແຂ່ງກັນເລື່ອງຫຼິ້ນເລື່ອງກິນ ເລື່ອງກັນແຕ່ງເນື້ອແຕ່ງຕົວ ມີຮຽນກ່າບໍ່ໄປຮຽນຫຼືໂຕນຮຽນ, ອວດກັນວັດຖຸສິ່ງຂອງວ່າໃຜດີໃຜເດັ່ນທັ້ງໆທີ່ຫົວນອນປາຍຕີນຕົວເອງບໍ່ເຄີຍຫຼຽວເບິ່ງ ບາງຄົນແມ່ໃຫ້ເອົາເງິນໄປເສຍຄ່າເທີມຍັງລັກເອົາໄປຈ່າຍກິນເບຍຊ້ຳ ບາດສຸດທ້າຍແລ້ວທາງຂັ້ນເທິງເພິ່ນວາງກົດອອກມາເພື່ອຄວບຄຸມນັກສຶກສາໃຫ້ຢູ່ໃນກົດຊ້ຳພັດວ່າມີອະຄະຕິຕໍ່ເພີ່ນຊ້ຳ ຂ້ອຍວ່າເຮັດແນວນີ້ບໍ່ຖືກ. ທາງຂັ້ນເທິງເພີ່ນຮູ້ດີວ່າສະພາບບ້ານເມືອງເຮົາປະຈຸບັນເປັນຄືແນວໃດ? ແລະ ຄວນແກ້ໄຂແນວໃດ? ສະນັ້ນພວກເຮົາຄົນໜຸ່ມນ້ອຍກ່າຢາກໃຫ໊ເຂົ້າໃຈເພິ່ນແດ່.

ແມນເຈົ້າເວົ້າກາຖືກແຕ່ ບາງເລືອງທີບໍ່ກຽວກັບການຮຽນເດ ເຊັນ ຕ້ອງຕັດຜົມສັນ ຫ້າມເຮັດຊົງນັ້ນຊົງນີ້ ມັນກຽວຫຍັງກັບການຮຽນ??
ກົດຫັນອັນດີກາວາດີ ແຕ່ກົດໄລ້ສາລະກາບໍ່ເຫັນດີນຳ ແລ້ວມີບາງຄົນບອກວ່າ ໂຮງຮຽນລັດແມນເງີນລັດຈາຍຕ້ອງເຮັດຕາມກົດລະບຽບເທົານັ້ນ ແຕ່ຂ້ອຍຮຽນ ຮຮ ເອກກະຊົນກາຍັງມີກົດລະບຽບໄລ້ສາລະຢູ່
ເບີງລາວຫ້າມ ໃຫ້ໃສກາລະວັດ ກາ ຮຮ ຖ້າມແນ່ໃສແລ້ວມັນຈະຮຽນເກັງຂື້ນຫວາ ຂ້ອຍບໍ່ມັກໃສເອົາເສືອອອກນອກຂ້ອຍກາຍັງຮຽນເກັງຈົນໄດ້ເດັນຮ້ອບດ້ານ ຕະຫລອດ ບໍ່ເຫັນຊິກຽວຫຍັງຊ້ຳ

ບັນຫາການແຕ່ງກາຍພາຍນອກນັ້ນມັນກໍ່ເປັນສິ່ງໜຶ່ງທີ່ບົ່ງບອກເຖິງອຸປະນິດໄສຂອງຄົນ ທີ່ເຮັດໃຫ້ເຮົາເບິ່ງອອກພາຍໃນສ້ຽວວິນາທີດຽວວ່າ ເປັນນັກຮຽນ ຫຼືນັກເລງ. ການທີ່ຄົນສັງຄົມຫຼຽວເບິ່ງຄົນໆໜຶ່ງທີ່ແຕ່ງຕົວກວນໆ ຄົນໃນສັງຄົມກໍ່ຈະຕີຄາລາວ່າບຸກຄົນນັ້ນເປັນຄົນບໍ່ຊົ່ວຫຼາຍກໍ່ນ້ອຍ ເພາະການແຕ່ງຕົວແມ່ນຂຶ້ນກັບໃຈມັກຂອງຜູ້ກ່ຽວ ສະນັ້ນ, ການສະແດງອອກພາຍນອກສາມາດບົ່ງບອກເຖິງຈິດໃຈຂອງຜູ້ນັ້ນໄດ້ ດ້ວຍເຫດຜົນນີ້ຄົນໃນສັງຄົມກໍ່ຈະລັງກຽດທັນທີ ແລະ ບໍ່ຢາກຄົບຫາ ນັບແຕ່ເຂົາແນມເຫັນວິນາທີທຳອິດ(ເຖິງວ່ານິດໄສຂອງຄົນຜູ້ນັ້ນຈະດີ ແລະ ບໍ່ກົງກັບການແຕ່ງຕົວແບບນັ້ນກໍ່ຕາມ)ນີ້ລະເຂົາວ່າຄົນດີທີ່ບໍ່ມີໃຜຢາກຄົບ, ຄົນດີທີ່ສັງຄົມລັງກຽດ(ມອງຂ້າມ) ຫຼືຄວາມດີທີ່ເປັນບາບ. ຖ້າແຕ່ງຕົວສຸພາບຮຽບຮ້ອຍ ຢ່າງນ້ອຍເປົ້າໝາຍສາຍຕາຂອງສັງຄົມທີ່ແນມເຫັນຍັງຖືວ່າ ໜ້າຈະເປັນຄົນສຸພາບຮຽບຮ້ອຍດີ ແລະ ໜ້າຄົບຫາ. ຈາກນັ້ນ, ເມື່ອເປັນໝູ່ກັນໄປຈຶ່ງຄອຍສັງເກດເລື່ອງນິດໄສ.

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Mimirin ຂຽນວ່າ...
ເຮິໆ ກະບໍ່ໄດ້ວ່າມັນບໍ່ຈຳເປັນກັບທຸກຄົນ ແຕ່ມັນບໍ່ຈຳເປັນກັບສາຍວິຊາທີ່ຮຽນ... ມີ່ກະບໍ່ໄດ້ວ່າມັນບໍ່ສຳຄັນ ກະຮູ້ຢູ່ວ່າທຸກວິຊາມັນກະມີຄວາມສຳຄັນ ມີຄົນສ້າງ ມີການຫາຂໍ້ມູນມາຢ່າງຍາກລຳບາກ ຕ້ອງອ້າງອີງນັ້ນນີ້ ຂຽນເອກກະສານກະບໍ່ແມ່ນງ່າຍ ແນ່ນອນວ່າມັນຕ້ອງມີຄວາມຈຳເປັນ ມີຄວາມສຳຄັນກັບສາຍຮຽນດ້ານໃດດ້ານຫນຶ່ງ ແຕ່ສຳລັບສາຍທີ່ບໍ່ກ່ຽວຂ້ອງເດ... ແມ່ນຢູ່ວ່າ "ຮຽນແລ້ວຮຽນອີກ ຮຽນເລື້ອຍໆໄປ" ການຮຽນມັນບໍ່ມີສິ້ນສຸດ ແຕ່ຊິໃຫ້ມາຮຽນທຸກວິຊາໃນໂລກນີ້ມັນກະຄືຊິເປັນໄປບໍ່ໄດ້ (ຫນ້າຈະຄ້າຍກັບສຸພາສິດທີ່ວ່າ "ຄວາມຮູ້ຖ້ວມຫົວ ເອົາຕົວບໍ່ລອດ" ຮຽນທຸກອັນທຸກແນວ ແຕ່ບໍ່ຮູ້ໃຊ້ ບໍ່ຮູ້ເອົາໄປໃຊ້ເຮັດຫຍັງ )

ມີ່ບໍ່ຢາກຍົກຊື່ວິຊາມາ ດ໋ຽວຊິເສຍຫາຍ (ຂະຫນາດເວົ້ານິດດຽວຍັງຜິດແລ້ວນິ) ແຕ່ບາງວິຊາມັນບໍ່ຈຳເປັນກັບສາຍວິຊານັ້ນນ່ະ ອັນວິຊາທີ່ຮຽນມາແລ້ວ ມັນບໍ່ຈຳເປັນ(ກັບສາຍວິຊາທີ່ຮຽນ) ແລ້ວຈະຮຽນອີກເຮັດຫຍັງ? ແມ່ນຢູ່ມັນເປັນຄວາມຮູ້ຮອບຕົວ ແຕ່ຮຽນມາແລ້ວ(ຕັ້ງແຕ່ປະຖົມ-ມັດທະຍົມ) ເຮົາກະຫນ້າຈະມີພື້ນຖານມາແນ່ແລ້ວ ເຖິງມີຄົນມາຖາມກະຫນ້າຈະພໍຕອບໄດ້ຢູ່ແລ້ວ. ມີ່ວ່າ ຖ້າຈະເອົາວິຊາມາຮຽນຄືນ ມັນຄວນຈະເປັນວິຊາທີ່ຈຳເປັນກັບສາຍວິຊາທີ່ຮຽນຫລາຍກວ່າ... ຖ້າແບບນັ້ນຈະບໍ່ຖຽງຈັກຄຳເລີຍ ເຫິໆ

ອີກຢ່າງແມ່ນ ຖ້າຕັດວິຊາອື່ນໆ(ທີ່ບໍ່ຈຳເປັນກັບສາຍຮຽນ)ອອກ ແລ້ວເອົາວິຊາທີ່ລົງເລິກສະເພາະດ້ານ(ທີ່ຈຳເປັນກັບສາຍທີ່ຮຽນຫລາຍກວ່າ)ມາແທນ ມັນຫນ້າຈະດີກວ່ານ່ະ

ກັບການເສັງນີ້ ມີ່ບໍ່ມັກລະບົບການເສັງ "ຕາມປຶ້ມ" ແບບທີ່ວ່າ ທຸກຄຳຕ້ອງຖືກຕ້ອງຕາມປຶ້ມທຸກຕົວພະຍາງ ແບບນັ້ນມັນຫລີກລ້ຽງບໍ່ໄດ້ທີ່ຈະກ່າຍ ຖືກບໍ່? (ຫລືມີໃຜເທບຂະຫນາດທີ່ບໍ່ເບິ່ງປຶ້ມກະຂຽນຄືປຶ້ມໄດ້ທຸກພະຍາງ) ແມ່ນຢູ່ ອາດຈະມີຄົນດຸທ່ອງ ດຸເລົ່າ ແຕ່ແບບນັ້ນມັນຈື່ໄດ້ດົນປານໃດ...? ແຕ່ກະບໍ່ໄດ້ຫມາຍເຖິງອາຈານທຸກຄົນທີ່ໃຊ້ການເສັງຕາມປຶ້ມ ມີອາຈານບາງຄົນທີ່ເສັງແບບເນັ້ນຄວາມເຂົ້າໃຈ ເຊິ່ງວ່າຢາກໃຫ້ເປັນແບບນີ້ຫລາຍກວ່າ ເພາະຖ້າເຂົ້າໃຈ ມັນຈະຈື່ໄດ້ດົນ

ຖ້າຮຽນຫລາຍໆວິຊາ (ທີ່ບໍ່ກ່ຽວຂ້ອງ) ແມ່ນຢູ່ວ່າ ເຮົາຈະຮູ້ຫລາຍດ້ານ ແຕ່ບໍ່ເກັ່ງຈັກດ້ານ
- ຮູ້ຫລາຍ ແຕ່ບໍ່ເກັ່ງ
- ຮູ້ + ເກັ່ງ ສະເພາະດ້ານທີ່ຮຽນມາ
ອັນນີ້ມີ່ກະບໍ່ຮູ້ວ່າອັນໃດຖືກຫລືຜິດ ເອົາໃຫ້ຄົນໄປຄິດເອົາ

*/ ສົງໃສນິດຫນຶ່ງ ບົດທ່ອງຂຶ້ນໃຈມັນມີປະໂຫຍດກັບການໃຊ້ຊີວິດປະຈຳວັນແບບໃດ (ອັນນີ້ສົງໃສຊື່ໆ ບໍ່ຮູ້ແທ້ໆວ່າຕອນຍັງນ້ອຍ ໃຫ້ເລົ່າໄປເຮັດຫຍັງ...)

ຂ້າພະເຈົ້າມີຫມູ່ຄົນຕ່າງປະເທດທີ່ເລົ່າກ່ຽວກັບການສືກສາຂອງຄົນຕ່າງປະເທດເລື່ອງແຕ່ງກາຍແລະການນູ່ງຖືບາງຮຮກໍນູ່ງເປັນລະບຽບ
ທັງໂຮງສາມັນແລະມາຫາວິທະຍາໄລ ແຕ່ບາງຮຮກໍບໍໄດ້ຍີດຕີດເລືອງນູ່ງຖືເຂົ່າເຈົ້າເນັ້ນວີຊາຮຽນຫລາຍກ່ອນນູ່ງແນວໄດກໍໄດ້ຂໍ
ຢ່າໃຫ້ມັນໂປ້ເປືອຍເກີນໄປກໍພໍລະນະ ແຕ່ມາສົມທຽບການສືກສາເຂົາເຈົ້າແມ່ນຂັ້ນເທບບາດຈົບອອກມານະນະຖ້າຢາກໃຫ້ມັນດີກໍຄວນສືກສາຈາກ
ຫລາຍພາກສວ່ນມາສົມທຽບໃສ່ກັນເອົາແບບຢ່າງທີ່ດີຂອງຕ່າງປະເທດກໍໄດ້ເອົາມາປະຍຸກໃສ່ຂອງບ້ານເຮົາທີດີແລ້ວຄີດວ່າຄືຊີສູດຍອດ
ແລະອິກຢ່າງນັກຮຽນກໍຄວນຕັ້ງໃຈຮຽນສິງບໍແມ່ນເປັນແຕ່ຕີຮຽນເອົາອັນທີ່ມີແລ້ວໃຫ້ມັນໄດ້ສຸດຍອດແລ້ວຈັງປັບປຸງຄືຊີດີ
ນີ້ເປັນຄວາມເຫັນສ່ວນຕົວເດີ ຂໍອາໄພຖ້າຜີດພາດ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ບໍ່ຮູ້ວ່າດຽວນີ້ເປັນແນວໃດ ແຕ່ສະໄໝຂພຈຮຽນແມ່ນນິຍົມການສອນແບບອ່ານໃຫ້ຈົດເອົາ ເຊິ່ງເປັນການເສຍເວລາຫຼາຍ. ບໍ່ປະຕິເສດວ່າ ກະໂຕນັກຮຽນເອງກະມີສ່ວນ ແຕ່ສຳລັບລະບົບການສິດສອນ ບັນຫາທີ່ຢາກໃຫ້ເອົາໃຈໃສ່ມີຄື:
1. ຄວນລົບລ້າງລະບົບອ່ານໃຫ້ຈົດທັງໆທີ່ມີປື້ມແບບຮຽນຢູ່ແລ້ວ(ໄປຮຽນວ້າຊັ້ນ ປານໄປຂຽນທວາຍ) ຄວນອ່ານໃຫ້ຈົດແຕ່ບັນຫາທີ່ສຳຄັນເທົ່ານັ້ນ
2. ປູກຝັງໃຫ້ນັກຮຽນ ຮູ້ຈັກສະຫຼຸບບັນຫາທີ່ສຳຄັນໃນບົດຮຽນ (ສະຫຼຸບບົດຮຽນ), ເນັ້ນໜັກການອະທິບາຍບັນຫາ ແລະ ໃຫ້ຕົວຢ່າງແກ່ນັກຮຽນ
3. ສົ່ງເສີມ ໃຫ້ນັກຮຽນ ນຳໃຊ້ພາກສ່ວນຂອງຈິນຕະນາການເຂົ້າມາຊ່ວຍໃນການຮຽນຮູ້-ເຂົ້າໃຈ (ຖ້າເປັນໄປໄດ້ ຄວນຫຼີກລ້ຽງຄຳຖາມທີ່ບໍ່ສ້າງສັນ ເຊັ່ນວ່າ: ຕອບຕາມປື້ມເທົ່ານັ້ນຈຶ່ງຈະໄດ້ຄະແນນ)
4. ປູກຝັງ ແລະ ສົ່ງເສີມ ໃຫ້ນັກຮຽນ ເຄົາລົບ (ມີຈິດສຳນຶກ) ບໍ່ແມ່ນ ບັງຄັບ ໂດຍຕ້ອງອະທິບາຍດ້ວຍເຫດຜົນທີ່ມີນ້ຳໜັກ.
5. ສຸດທ້າຍ ຄູອາຈານຕ້ອງເປັນແບບຢ່າງໃຫ້ນັກຮຽນ, ຖ້າມີແຕ່ເວົ້າ ແຕ່ປະຕິບັດບໍ່ໄດ້ ແລ້ວໃຜຈະໄປເຄົາລົບ ແມ່ນບໍ່ຫຼະ
ເທົ່ານີ້ກ່ວນສະ ດຽວມັນສິຍາວ.

Sin tu amor en mi vida, mi vida no se
como podre yo vivir

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຫຍັງ ຈຂກທ ຈຶ່ງຢາກຮູ້ກ່ຽວກັບ 2 ກະຊວງນີ້?
ຊ່ວຍຕອບຂໍ້ຂ້ອງໃຈດ່ວນ
ເພາະວ່າມີຕັ້ງຫຼາຍກະຊວງແຕ່ບໍ່ຖາມ ພັດມາຖາມກ່ຽວກັບ 2 ກະຊວງນີ້

໑໓ ກະທູ້
໑໕໙ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ FinalfantasyGang ຂຽນວ່າ...
ຄັນເອົາໄປລະໝອດໄວ້ກະບໍ່ເປັນຫຍັງດອກຄັນຮຽນຢູ່ບືດໜື່ງກະເມັດເສັດບືດໜື່ງຄົນໂທເຂົ້າຢູ່ພໍປານນັ້ນ
ບາງຄົນກະບໍ່ສົນໃຈອາຈານເວົ້າຫຍັງກົດຫຼີ້ນແຕ່ມືຖືພວກເຮົາເຮັດແນວນັ້ນໃຫ້ເພີ່ນເຫັນແຫຼະ
ເພີ່ນຈື່ງອອກກົດໝາຍມາຫັ້ນສ່ວນເລື້ອງສົງຜົມນີ້ເປັນທຸກລຸ້ນເວົ້າທຸກລຸ້ນສຸດທ້າຍກະປ່ຽນແປງຫຍັງບໍ່ໄດ້ຄືເກົາ
ຂ້ອຍຢູ່ວິທະຍາໄລລະຍັງໄດ້ຕັດສັ້ນຄືເກົ່າຢູ່ຊັ້ນລະບໍ່ໃຫ້ເຂົ້າເສັງ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບີ່ງຄວາມຈະເລີນຂອງບ້ານເມືອງເຮົາ

ບໍມີວັນໄດ້ຮັກກັນ

ໜ້າທີ່ 2 ຈາກທັງໝົດ 3 ໜ້າ <<<123>>>