ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍຄໍາຕອບຂອງຄໍານີ້ແດ່
"ໂອຍ,ຕາຍເປັນຄົນລາວ ກໍ່ຍັງຮຽນພາສາລາວ"
ທ່ານຊິຕອບວ່າແນວໃດຫັນ? ໂດຍສະເພາະແມ່ນທ່ານທີ່ຮຽນພາສາລາວ.

ເລື່ອງມີຢູ່ວ່າ
ມີພະນັກງານຊາວລາວເຮົານີ້ເອງຈາກທະນະຄານແຫ່ງຫນຶ່ງ ລາວຖາມຂ້ອຍວ່າ
- ເຈົ້າຮຽນຫຍັງ?
ຂ້ອຍຕອບຕົວະລາວອອກໄປວ່າ
- ຂ້ອຍຮຽນພາສາລາວ
ລາວກະເລີຍເວົ້າຕໍ່ຂ້ອຍ ອອກໄປວ່າ
- ໂອຍ,ຕາຍ! ເປັນຄົນລາວກະຍັງຮຽນພາສາລາວເນາະ.
ຂ້ອຍກະເລີຍ ອຶ້ງຕໍຄໍາເວົ້າດັ່ງກ່າວ







໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ບໍ່ຮຽນສິຮູ້ຫວະ

K.Soubandith

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຄິດ ບຸກຄົນທີຮຽນພາສາລາວນັ້ນແມ່ນບຸກຄົນທີ່ຮັກຊາດທີ່ສຸດ ເພາະວ່າເຂົ້າເປັນຜູ່ອານຸລັກຄວາມເປັນລາວພາສາລາວເຮົາເອົາໄວ້


໐ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ຂ້ອຍຊິຕອບລາວໄປວ່າ ເພາະວ່າຂ້ອຍເປັນ ຄົນລາວຊອດ ເກົາຫລີ ເຫີໆໆໆໆໆ.


໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ຂ້ອຍຊິຕອບວ່າຂ້ອຍມັກ

M99NOY

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພາະວ່າຂ້ອຍບໍ່ໄດ້ພາສາລາວ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພາະວ່າຂ້ອຍຢາກຮຽນ


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຊິຕອບວ່າກົດໝາຍຂໍ້ໄດຫ້າມໃຫ້ຄົນລາວຮຽນພາສາລາວບໍ

ຄົນຄິດຮອດບ້ານ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຈະຕອບວ່າຂ້ອຍມັກຮຽນເພາະຂ້ອຍແມ່ນຄົນລາວຂ້ອຍຮັກປະເທດລາວ
ພາສາລາວແມ່ນພາສາແມ່ເຮົາຕ້ອງຊ່ວຍກັນອະນຸລັກໄວ້

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂພຈ ຈະຕອບລາວຄົນນັ້ນໄປວ່າ ຄວາມຈິງຂ້ອຍເປັນມະນຸດຕ່າງດາວປອມຕົວມາ


໑ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
ຕອບລາວໄປວ່າຂ້ອຍຮຽນ ພາສາລາວ ບໍ່ໄດ້ຮຽນພາສາເຈົ້າເລົ້າກະແລ້ວກັນ ລະກະບໍ່ແມ່ນພາສາຕິກອີກ

-->-->-->

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
si top pai wa hien Lao language la pen yang police si jap bor???


໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ຖ້າຕອບໃນທາງການສຶກສາຂ້ອຍຈະບອກລາວວ່າ:
ຊັ້ນກ່ອນເຈົ້າຊິມາເຮັດວຽກນີ້ ເຈົ້າຜ່ານການສຶກສາຈັກບ່ອນ! ແລະທີ່ເຈົ້າຮຽນຢູ່ແຕ່ລະມື້ລະວັນທີ່ຜ່ານມານັ້ນ ເປັນພາສາຕ່າງປະເທດໝົດຊັ້ນຫວາ!!!!(ເກັ່ງເນາະ!)
ທີ່ເຈົ້າໄດ້ມານັ່ງເຮັດວຽກຢູ່ນີ້ ເຈົ້າບໍ່ໄດ້ຮຽນພາສາລາວຈັກໂຕເລີຍ...ແມ່ນບໍ່? (ຍ້ອງລາວພ້ອມ: ເກັ່ງຂະໜາດເນາະ!!! ລາອອກຊະເປັນຫຍັງ)

ມີພຽງຮັກແທ້ໃຜແນ່ຊິມາເອົາ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະເລີຍຕອບລາວວ່າ ຂ້ອຍຮຽນພາສາລາວກໍ່ເພາະວ່າ ຂ້ອຍຢາກຮູ້ພາສາລາວໃຫ້ຫລາຍຂື້ນກວ່າເກົ່າ.


໓ ກະທູ້
໖໔໙ ໂພສ
ຊຳນານການເວັບບອດ
ເອົ້າ! ມາຊ່າງວ່າ
ເປັນຄົນລາວລະສິໃຫ້ຮຽນພາສາຫຍັງ...



໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖາມວ່າ ຊັ້ນເຈົ້າບໍ່ເຄີຍຮຽນນະ ວ່າຈັ່ງຊີ້

ຮັກນ້ອງຕອນເມົາ

໕ ກະທູ້
໓໙໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ຂພຈ ຈະຕອບລາວຄົນນັ້ນໄປວ່າ ຄວາມຈິງຂ້ອຍເປັນມະນຸດຕ່າງດາວປອມຕົວມາ




ອິອິ ຕອບຖືກໃຈ

ຮັກນີ້ຂໍໃຫ້ຈິງຈັງໄດ້ບໍ່??

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາລາວຮຽນຫຼາຍສຸດ11ປີ


໐ ກະທູ້
໑໕໕ ໂພສ
ນັກການກະທູ້
ຂ້ອຍສິຕອບວ່າ "ເຂົາກຳລັງຮິດ"

ຂໍມືຄົນໂສດ ໂສດແທ້ໆໄດ໋ ບໍ່ແມ່ນໂສດທຽມ]

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແນວວ່າເປັນຄົນລາວກະຮຽນພາສາລາວ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໐ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ anlee ຂຽນວ່າ...
ຂ້ອຍສິຕອບວ່າ "ເຂົາກຳລັງຮິດ"



ແມ່ນຄວາມເຈົ້າ
ຂ້ອຍກະຊິໄປຮຽນພາສາລາວກ່ອນ ເພາະໄດ້ຍິນ ອຈ ວ່າພາສາລາວແມ່ນ ມີສະຖາບັນຕ່າງໆຕ້ອງການຫລາຍທີ່ສຸດ.


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ຂພຈ ຈະຕອບລາວຄົນນັ້ນໄປວ່າ ຄວາມຈິງຂ້ອຍເປັນມະນຸດຕ່າງດາວປອມຕົວມາ



ມາຈາກດາວອີ່ຫຍັງຫັນ?


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Please add I want to know more lao langguage is important for you.


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າແມ່ນຂ້ອຍຊິຕອບວ່າ
ຂ້ອຍຫາກະມາແຕ່ຮໍລິວູດ

strawberry

໒໕ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ຂ້ອຍສິຕອບວ່າບໍ່ແມ່ນພາສາຂ້ອຍໆຈຶ່ງຮຽນ , ແຕ່ເຮົາເປັນຄົນລາວເຮົາຕ້ອງຮຽນພາສາລາວ(ພາສາປະຈຳຊາດ)


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖາມລາວວ່າມັນແປກສະເບາະ ຄົນລາວຮຽນພາສາລາວ


໐ ກະທູ້
໕໕ ໂພສ
ຂາປະຈຳເວັບບອດ
ເປັນຄົນລາວກາຮຽນພາສາລາວລະເນາະ ຄັນບໍ່ຢາກຮຽນພາສາລາວກະໜີໄປຢູ່ປະເທດອື່ນຈື່ງບໍ່ໄດ້ຮຽນ


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແນ່ນອນທີ່ສຸດ

strawberry

໖ ກະທູ້
໑໔໒ ໂພສ
ນັກການກະທູ້
ພະນັກງານຜູ້ນັ້ນບໍ່ແມ່ນຂ້ອຍຕີ້
ສົງໄສລາວເວົ້າຢອກ ຄົນປະເທດໃດກໍ່ຕ້ອງຮຽນພາສາປະເທດຕົນເອງກ່ອນຫັ້ນລະ ຫຼັກໄວຍາກອນ ຄຳສັບອື່ນໆ
ບໍ່ວ່າປະເທດໄທ ຫວຽດ ກຳປູເຈຍ ຈີນ............ກໍ່ຕ້ອງຮຽນພາສາບ້ານຕົນເອງ ຖ້າບໍ່ຮຽນກະເປັນຄົນກືກໜັງສືແຫຼະ

ໃຜມີແຟນແລ້ວຢ່ານອກໃຈມາລົມສາວພັນລາວ

໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ລາວຄິດໄດ້ແນວໃດທີ່ຖາມເຈົ້າແນວນັ້ນ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>