ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຄົນໄກບ້ານ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຄົນໄກບ້ານ » ປະສົບກາຫລີ້ນສາວຂອງ....

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໔໘ ກະທູ້
໑໕໘ ໂພສ
ນັກການກະທູ້
ປະສົບການ....... ສະໄຫມແຕ່ກ່ອນຕ່າງຈາກດຽວນີ້ຫລາຍ ໄຟຟ້າກໍ່ບໍ່ມີ ເຄື່ອງສຽງຕ່າງໆ ແມ່ນແຕ່ວິທະຍຸຍັງບໍ່ມີ ຜູ້ບ່າວທີ່ມີຖານະດີແດ່ກໍ່ມີແຄນຄູ່ໃຈໜຶ່ງເຕ້າ ເວລາໄປທ່ຽວສາວ ກໍ່ໄປຕອນກາງຄືນ ບາງທີຜູ້ສາວກໍ່ນອນຫລັບຝັນໄປຫລາຍລອບ ຜູ້ບ່າວກໍ່ໄປປຸກຜູ້ສາວດ້ວຍການເປົ່າແຄນ ແຕ່ກ່ອນຜູ້ສາວຈະນອນສ້ວມກອຍ (ຫ້ອງນອນສຸດທ້າຍຂອງເຮືອນ) ບາງທີຜູ້ສາວກໍ່ຈະມາເຂັນຝ້າຍລໍຜູ້ບ່າວ ເພື່ອກຽມຂອງໄວ້ສົມມາພໍ່ປູ່ແມ່ຍ່າ ເມື່ອຜູ້ສາວໄດ້ຍິນກໍລຸກຂື້ນມາແຕ່ງເນື້ອແຕ່ງຕົວໄຕ້ໄຟ(ກະບອງ) ບາງທີຜູ້ສາວບາງຄົນຫລັບເລິກປຸກບໍ່ຕື່ນນີ້ນາ ກໍ່ມີຫວັງບາງທີເຈີຜູ້ບ່າວທີ່ຂີ້ດື້ແດ່ ເຮືອນກໍ່ແອ້ມໄມ້ເຮ້ຍ ຕ່ຳໆພໍຜູ້ບ່າວຢື້ເຖິງແດ່ເສັດເລີຍ....
ເມື່ອຜູ້ສາວຕື່ນຂື້ນມາຕ້ອນຮັບດ້ວຍນ້ຳດື່ມ ອາຫານການກິນຕາມມີຕາມໄດ້ ກໍ່ລົມກັນໄປສັບເພເຫລະ ຜູ້ບ່າວບາງຄົນກໍ່ເຈົ້າເລ່ ແກ້ງຕິເຮັດໃຫ້ກະບອງມອດ ເມື່ອໄຟມອດທໍ່ນັ້ນແລະຕ່າງຄົນຕ່າງກໍ່ງົມແລ້ວເດີ...ທາງຜູ້ສາວກໍ່ຢ້ານໆ ທັງຢ້ານທັງສັ່ນ.....ຖາມວ່າຢ້ານຫຍັງວ່າຕິ
ຢ້ານຜຼູ້ບ່າວງົມບໍ່ຖືກ ....ເປັນຊັ້ນໄປ
ໃຜມີປະສົບການກໍ່ມາເວົ້າສູ່ກັນຟັງແດ່ເດີ....


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຄີຍເຮັດແບບນີ້!
ແຕ່ກ່ອນແມ່ເວົ້າສູ່ຟັງ ເຖິງຄຳສອນທີ່ແມ່ເຖົ້າບອກຫັ້ນມັນເປັນໄປແບບຕ່າງນີ້!!
`ຢ່າໃຫ້ຜູ່ຊາຍແຕະຕ້ອງແມ່ນກະທັ້ງ ນີ້ວກ້ອຍ!!ເພາະຈະຕັ້ງທ້ອງໄດ້!!
ສາວລາວສໄຫມກ່ອນຄົງຍາກກວ່າສໄຫມນີ້!!


໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕ່າງສະໃໝນີ້ເນາະ....
ໂທຫາກັນຊວນໄປຮ້ານເບຍໜ່ອຍດ່ຽວກະໄດ້ງົມລະ
ບໍ່ຖ້າເຮັດໃຫ້ໄຟດັບຄືແຕ່ກີ້



໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສຍ 20ພັນຫຼື 30ພັນກະເປັນແຕ່ງດອງໃນແລ້ວ ອິອິ

ບໍມີວັນໄດ້ຮັກກັນ

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນສະເພາະບາງຄົນ ເດີ
ອ້າຍ ຄືຊິມັກຂອງຖືກ ແລະ ຂອງງ່າຍ ນໍ

ຮັກແທ້ຄືແມ່

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ 1000lao ຂຽນວ່າ...
ເສຍ 20ພັນຫຼື 30ພັນກະເປັນແຕ່ງດອງໃນແລ້ວ ອິອິ



ສາວບ້ານໃດ ນິ ມາຄືຊິຖືກແທະ ອ້າຍ

ຮັກແທ້ຄືແມ່

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຟັງແລ້ວ ຄຣາດສິກ ດີ ເວີຍ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໗ ກະທູ້
໗໔໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ 1000lao ຂຽນວ່າ...
ເສຍ 20ພັນຫຼື 30ພັນກະເປັນແຕ່ງດອງໃນແລ້ວ ອິອິ


ມີຢູ່ໃສ ທ້າວ ແມັກ

I will not say I failed 1000 times, I will say that I discovered there are 1000 ways that can cause failure_

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ใผซิบ่อเึีึคียอันมุกมอดไฟหั้น เฮากะเึคีย....ตอนนั้นแม่นตอนยู่ในเทัก บันยากาดมืดๆสหลัวสหลัว ใผกะเบี่งงาม...ตาฮัก ...บาดฮอดยามเทักเลีกเปีดไฟขึ้นมา พึบ (ถึงขั้นคึดในใจว่า ใผไปปุกแม่นากขึ้นมาเกาะ)...

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະໄໝແຕ່ກີ້ອ່ານຢູ່ໃນປຶ້ມ..
ຂະເຈົ້າວ່າວິທີການຜະເດັດເສິກ..
ແມ່ນໃຫ້ຍ່າງນຳເຂົ້າຫ້ອງນ້ຳໃສ່ກອນໄວ້ໂລດ..!!


໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປະສົບການເພິ່ນໂຊກໂຊນອີ່ຫຼີ ເຮົາຍັງພົມມະຈັນເຮົາບໍ່ຮູ້

ເຮົາຄົບກັນສອງປີແລ້ວ.. ^_^

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ...
ປະສົບການເພິ່ນໂຊກໂຊນອີ່ຫຼີ ເຮົາຍັງພົມມະຈັນເຮົາບໍ່ຮູ້

ບໍ່ເຊື່ອ ແບບນິຕ້ອງພິສູດ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ poay ຂຽນວ່າ...
ຕ່າງສະໃໝນີ້ເນາະ....
ໂທຫາກັນຊວນໄປຮ້ານເບຍໜ່ອຍດ່ຽວກະໄດ້ງົມລະ
ບໍ່ຖ້າເຮັດໃຫ້ໄຟດັບຄືແຕ່ກີ້


ປະສົບການຫຼາຍເນາະ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ...
ປະສົບການເພິ່ນໂຊກໂຊນອີ່ຫຼີ ເຮົາຍັງພົມມະຈັນເຮົາບໍ່ຮູ້

ບໍ່ເຊື່ອ ແບບນິຕ້ອງພິສູດ



ພິສູດແນວໃດ?

ເຮົາຄົບກັນສອງປີແລ້ວ.. ^_^

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຄີຍ

ຮັກນ້ອງຕອນເມົາ

໑ ກະທູ້
໑໓ ໂພສ
ຂາປະຈຳເວັບບອດ
ຈັກເດ ບໍ່ເຄີຍລົມຈັກເທື່ອ


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ...
ປະສົບການເພິ່ນໂຊກໂຊນອີ່ຫຼີ ເຮົາຍັງພົມມະຈັນເຮົາບໍ່ຮູ້

ບໍ່ເຊື່ອ ແບບນິຕ້ອງພິສູດ



ພິສູດແນວໃດ?

ມາໂລດ 2 ຕໍ່ 2 55555

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ດຽວນີ້ງົມກັນແຈ້ມໆໂລດບໍ່ມີດັບໄຟ

K.Soubandith

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TTXNOTE ຂຽນວ່າ...
ດຽວນີ້ງົມກັນແຈ້ມໆໂລດບໍ່ມີດັບໄຟ


ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮາຮາຮາຮາຮາ ຊູເລີຍ


໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
ຈະດັບໄຟ ຫຼື ໄຕ້ໄຟ ສະໄໜ່ໃດກໍ່ຍັງ ງົມກັນຄືເກົ່າເນາະ ຮ່າໆໆໆ

ຢູ່ຫ່າງໆ ຢ່າງຫ່ວງໆ

໐ ກະທູ້
໗໘໓ ໂພສ
ຊຳນານການເວັບບອດ
ບໍ່ຮູ້ ບໍ່ມີປະສົບການ

ເຊົາເມົາ,ເຊົາເຫຼົ້າເຂົ້າພັນສາ,ແຕ່ເຊົາໂສດຫັນຕິເຊົາແນວໃດກະບໍ່ໄດ້ຈັກເທື່ອ

໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ຮ່າໆໆໆ ມາຟັງເລື່ອງເລົ່າ ແບບເກົ່າໆ ກໍ່ຄັກດີເນາະ, ເຖິງແມ່ນວ່າມັນອາດມີຫຼືບໍ່ມີ ເຮີໆໆໆ

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ

໗ ກະທູ້
໒໓໒ ໂພສ
ນັກການກະທູ້
ຖ້າສັງຄົມປະຈຸບັນເປັນຄືແຕ່ກ່ອນກໍ່ຄົງຈະGOODDDDDDDDDDDDDDDDDDD


໑ ກະທູ້
໔໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ AMG ຂຽນວ່າ...
ຖ້າສັງຄົມປະຈຸບັນເປັນຄືແຕ່ກ່ອນກໍ່ຄົງຈະGOODDDDDDDDDDDDDDDDDDD


ບໍ່ມີໂຮງໝໍ ບໍ່ມີໂຮງຮຽນທີ່ດີ ເເຖມສົງຄາມ ກະລື້ນຍຸກຫີນຄົນປ່າ ບໍພໍເທົ່າໃດເເລວາ


໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ
ບໍ່ເຄີຍ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົງໃສສະໃໝແຕ່ກີ້ຮັກແລ້ວຮັກເລີຍບໍ່ມີຄຳວ່າອົກຫັກ ບໍ່ຄືສະໃໝນີ້ບາງຄົນປ່ຽນແຟນຕະຫຼອດເຫັນໃຜກະມັກໝົດ


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮ່າໆໆໆ ຫາ ສີກ ອອກຈາກວັດ ກະເລີຍບໍ່ມີປະສົບການດ້ານນີ້ ຮ່າໆໆໆ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ້ານຜູ້ບ່າວງົມບໍ່ຖືກ ຫະຫະໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໗ ກະທູ້
໑໕໙ ໂພສ
ນັກການກະທູ້
ດຽວນີ້ຍັງມີຢູ່ບໍ່ແບບນີ້ເນາະ
ຊິເຮັດໄຟກະບອງມອດຕລອດ ຮາຮາຮາຮາຮາຮ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>