ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຄົນໄກບ້ານ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຄົນໄກບ້ານ » ຫິມະຕົກທີ່ເດີນພະທາດຫຼວງ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໝູ່ມາຈົ່່ມໃຫ້ຟັງວ່າ:
ມື້ນີ້ ເຮົາຂີ່ລົດກາຍເດີນພະທາດຫຼວງ
ປະຕິໂທ ມັນແມ່ນອິຫຍັງກັນ ຂາວຈູນພູນ ປານຫິມະຕົກ

ແຕ່ບໍ່ແມ່ນຫິມະ ມັນແມ່ນກອງເຈຍ ແລະ ຂີ້ເຫຍື່ອ ທີ່ຖິ້ມຊະຊາຍ ພາຍຫຼັງງານບຸນທາດຫຼວງ

ບໍ່ຮູ້ວ່າ ເປັນຫັຍງເພິ່ນແກ້ບັນຫານີ້ບໍ່ໄດ້ ທັງໆທີ່ທຸກທຸກປີ ກໍ່ມີປັນຫາດຽວນີ້ແຫຼະ

ມັນແມ່ນແທ້ ຫວາ



ບໍມີວັນໄດ້ຮັກກັນ

໐ ກະທູ້
໑໒໑ ໂພສ
ນັກການກະທູ້
ຂ້ອຍກ່ະໄປມາມື້ອສຸດທ້າຍວັນທີ່ 21 ກໍ່ຄຶດຍູ່ວ່າ ຂີ້ເຫຍື່ອມັນຫຼາຍອີຫຼີ ຂ້ອຍຄຶດວ່າທີ່ສຳຄັນຄື ບໍ່ມີຖັງໃສ່ຂີ້ເຫຍື່ອພອພຽງສຳຫຼັບຄົນຫຼາຍປານນັ້ນ ກັບບໍ່ມີການປ່າວປະກາດພຽງພອໃຫ້ຄັນທິ້ງຂີ້ເຫຍື້ອລງໃນຖັງ ແຕ່ຕອນເຊ້າຕື່ນຂຶ້ນມາເບິ່ງຣອບນອກ ກໍ່ເຫ໊ນຂີ້ເຫຍື່ອນ້ອຍລງ ຄືຊຶກຳລັງຈັດການຍູ່


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກຳຈັດໄປໝົດລະເດີ
ມາຫຼີ້ນໂລດ ບໍເຫັນດອກ

ຮັກແທ້ຄືແມ່

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັດການໄວໂຄດຂີ້ເຫຍື້ອນະ ເຮົາເຫັນບາງຄົນຫາກໍ່ໃສ່ບາດແລ້ວ ໄປຊື້ເຂົ້າມານັ່ງກຳລັງສິກິນ ລົດຂີ້ເຫຍື້ອມີບີບແກໄລ່ ລະກະປັດຂີ້ຝຸ່ນໃສ່ອີກ

ມັນຕ້ອງແກ້ທີ່ຄົນບໍ່ແມ່ນມາໄລ່ເກັບແບບນີ້, ເຫັນພວກນ້ອງໆອາສາສະມັກ ມາເກັບແລະແຍກຂີ້ເຫຍື້ອ ໂຄດເມື່ອຍແທນເລີຍ


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ຈັດການໄວໂຄດຂີ້ເຫຍື້ອນະ ເຮົາເຫັນບາງຄົນຫາກໍ່ໃສ່ບາດແລ້ວ ໄປຊື້ເຂົ້າມານັ່ງກຳລັງສິກິນ ລົດຂີ້ເຫຍື້ອມີບີບແກໄລ່ ລະກະປັດຂີ້ຝຸ່ນໃສ່ອີກ

ມັນຕ້ອງແກ້ທີ່ຄົນບໍ່ແມ່ນມາໄລ່ເກັບແບບນີ້, ເຫັນພວກນ້ອງໆອາສາສະມັກ ມາເກັບແລະແຍກຂີ້ເຫຍື້ອ ໂຄດເມື່ອຍແທນເລີຍ




ແມ່ນລະ

ຮັກແທ້ຄືແມ່

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນກະຫຼາຍຫັ້ນລະ ຄົງບໍ່ມີຖັງຂີ້ເຫຍື່ອໃຫ້ຖິ້ມໃສ່ ຊາຂ້ອຍຍ່າງຮອບໆເດີ່ນທາດຫຼວງ ມື້ວັນທີ 20 ຫັ້ນ ບໍ່ປະກົດມີຖັງຂີ້ເຫຍື່ອໃຫ້ເຫັນເລີຍ

ຮູບນີ້ແມ່ນຢູ່ກະໂຕກາງງານບຸນທາດຫຼວງເລີຍ ຖ້າໃຜຍ່າງໄປແຖວນັ້ນໜ້າຈະເຫັນ


໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ໂອ້ໂຫ ປານນັ້ນພຸ້ນຫວາ

"no one is perfect"

໐ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ພີ່ນ້ອງເອີຍ ພາກັນເຮັດງານວິໄຈກ່ຽວກັບລັດແກ້ບັນຫາຂິ້ເຫຍື້ອບໍ່ຕົກຄົງຈະດີເນາະ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາກສວ່ນກ່ຽວຂ້ອງເຂົາກຳຈັດຖີ້ມໝົດລະຕິ ບໍ່ປ່ອຍໄວ້ປະດັບບ້ານເມືອງດອກ


໙ ກະທູ້
໗໑໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Panghane ຂຽນວ່າ...
ພີ່ນ້ອງເອີຍ ພາກັນເຮັດງານວິໄຈກ່ຽວກັບລັດແກ້ບັນຫາຂິ້ເຫຍື້ອບໍ່ຕົກຄົງຈະດີເນາະ


D tua....hae2


໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ບໍ່ແມ່ນຊິແລ້ວປຶບມຽນປັບ ແຕ່ລະປີ, ຫຼັງຈາກທີ່ແລ້ວບຸນທາດຫຼວງມື້ໜຶ່ງ ຫຼືສອງມື້ ຍັງມີຄົນໄປເລາະຊື້ເຄື່ອງທີ່ຂາຍເລກັນອອກຢູ່ທີ່ນັ້ນຢູ່ ສະນັ້ນ ມື້ຕໍ່ມາລົດປັດຂີ້ເຫຍື້ອຍຈຶ່ງຄ່ອຍເຂົ້າໄປເກັບໃນມື້ຕໍ່ມາ ແລະ ເປັນອັນວ່າເສັດສິ້ນໃນມື້ນັ້ນ. ກ່າເປັນແບບນີ້ທຸກປີ


໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ IndoChina ຂຽນວ່າ...
ບໍ່ແມ່ນຊິແລ້ວປຶບມຽນປັບ ແຕ່ລະປີ, ຫຼັງຈາກທີ່ແລ້ວບຸນທາດຫຼວງມື້ໜຶ່ງ ຫຼືສອງມື້ ຍັງມີຄົນໄປເລາະຊື້ເຄື່ອງທີ່ຂາຍເລກັນອອກຢູ່ທີ່ນັ້ນຢູ່ ສະນັ້ນ ມື້ຕໍ່ມາລົດປັດຂີ້ເຫຍື້ອຍຈຶ່ງຄ່ອຍເຂົ້າໄປເກັບໃນມື້ຕໍ່ມາ ແລະ ເປັນອັນວ່າເສັດສິ້ນໃນມື້ນັ້ນ. ກ່າເປັນແບບນີ້ທຸກປີ

ສະແດງວ່າປ່ອຍໄວ້ຈົນແລ້ວງານຄ່ອຍມ້ຽນບາດດຽວ ກະເຫັນຝຮັ່ງໄປບໍ່ງານນີ້

ບໍມີວັນໄດ້ຮັກກັນ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ມັນກະຫຼາຍຫັ້ນລະ ຄົງບໍ່ມີຖັງຂີ້ເຫຍື່ອໃຫ້ຖິ້ມໃສ່ ຊາຂ້ອຍຍ່າງຮອບໆເດີ່ນທາດຫຼວງ ມື້ວັນທີ 20 ຫັ້ນ ບໍ່ປະກົດມີຖັງຂີ້ເຫຍື່ອໃຫ້ເຫັນເລີຍ

ຮູບນີ້ແມ່ນຢູ່ກະໂຕກາງງານບຸນທາດຫຼວງເລີຍ ຖ້າໃຜຍ່າງໄປແຖວນັ້ນໜ້າຈະເຫັນ

ຝຮັ່ງໄປແຖວນີ້ລະບໍ່ຢາກຍ່າງຕໍ່ເລີຍ

ບໍມີວັນໄດ້ຮັກກັນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຊິວ່ານຳເດີ ເປັນນຳບໍ່ມີກວຍຂີ້ເຫຍື້ອຍ ຫຼື ເປັນນຳຄົນຖີ້ມ
ຝລັ່ງບໍ່ຢາກໄປຕໍ່ກໍ່ບໍ່ຮູ້ນຳເຂົາເດີ ຂີ້ເຫຍື້ອກໍ່ຍັງບໍ່ເປື່ອຍເນົ່າຕິ ຂີ້ເຫຍື້ແໃໝ່


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຊິວ່ານຳເດີ ເປັນນຳບໍ່ມີກວຍຂີ້ເຫຍື້ອຍ ຫຼື ເປັນນຳຄົນຖີ້ມ
ຝລັ່ງບໍ່ຢາກໄປຕໍ່ກໍ່ບໍ່ຮູ້ນຳເຂົາເດີ ຂີ້ເຫຍື້ອກໍ່ຍັງບໍ່ເປື່ອຍເນົ່າຕິ ຂີ້ເຫຍື້ອໃໝ່


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນນຳຄົນຢາກຖິ້ມໃສກະຖິ້ມແດ່ ແບບເຂົາເຈົ້າບໍ່ຟັງຄຳສັ່ງສອນຂອງພໍ່ແມ່ແດ່ ເປັນນຳນິໄສແດ່.
ເປັນນຳບໍ່ມີຖັງຂີ້ເຫຍື້ອແດ່ ເລາະທົ່ວບຸນທາດວັນທີ່20 ເຮົານັບໄດ້ບໍ່ຮອດສິບຖັງ.

ຄິດດີ ເວົ້າດີ ເຮັດດີ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະໄດ້ໄປຫຼາຍມື້ຄືກັນ ຊື້ນ້ຳມາກິນ ກິນໝົດແລ້ວຫາຖັງຂີ້ເຫຍື້ອວ່າຊິຖິ້ມໃສ່ກະບໍ່ມີ
ເຫັນຢູ່ສາມຖັງຢູ່ນອກເດີ່ນທາດຫຼວງ ຕໍ່ໜ້າວົງດົນຕີ ແຖວລົດຊິ່ງຫັ້ນນະ ກະໄປຖິ້ມຢູ່ຫັ້ນ
ມື້ຕໍ່ມາໄປອີກ ພາຫຼານໄປຂີ່ລົດຊິ່ງ ໂຕເອງກະມີຂີ້ເຫຍື້ອອີກ ກະເອົາໄປຖິ້ມບ່ອນເກົ່າ
ແຕ່ກະສັງເກດເຫັນວ່າ ຖັງຂີ້ເຫຍື້ອສາມຖັງນັ້ນ ແມ່ນຍັງເຕັມຄືເກົ່າ ແລະ ແມ່ນຂີ້ເຫຍື້ອອັນເກົ່າ
ສະຫຼຸບກະຄື ມັນເຕັມແລ້ວກະບໍ່ມີລົດມາເກັບເອົາໄປຖິ້ມ ເປັນແນວນັ້ນຂີ້ເຫຍື້ອກະເລີຍລົ້ນຖັງ

ເວົ້າພື້ນຮ້ານທີ່ໃຫ້ຊີມກາເຟກະບໍ່ຊອກແນວມາໃຫ້ລູກຄ້າຜູ້ຊິມຖິ້ມຈອກ ຂະເຈົ້າກະບໍ່ຢາກຖືຈອກເປົ່າໄປເລາະລະເນາະ
ກະພາກັນຖິ້ມຊະຊາຍໄປທົ່ວ ເຫັນແລ້ວຈັ່ງແມ່ນບໍ່ງາມເລີຍ
ຫວັງວ່າປີໜ້າທຸກຢ່າງຄືຊິດີກວ່ານີ້

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໒໕ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ຂ້ອຍກະວ່າຄືກັນແຫຼະ ເຮັດແນວໃດນໍຈິ່ງຈະແກ້ໄຂບັນຫານີ້ໄດ້ໃຫ້ໝົດໄປແທ້ໆໆໆໆໆໆໆໆ


໔ ກະທູ້
໕໕ ໂພສ
ຂາປະຈຳເວັບບອດ
ແມ່ນຫັ້ນແຫຼະ ແນວຄົນມັນຫຼາຍ ອີກຢ່າງກະບໍ່ຄ່ອຍພາກັນຖິ້ມເຫຍື້ອໃສ່ຖັງ
ແຕ່ທີ່ບໍ່ພາກັນຖິ້ມໃສ່ຖັງ ເຫດຜົນໜຶ່ງກະຄົງມາຈາກການບໍ່ຄ່ອຍມີການລົນນະລົງ
ປູກຈິດສຳນຶກ ໃຜໆກະມັກງ່າຍ ບໍ່ສົນໃຈສິ່ງແວດລ້ອມ..!

ອາລົມມັນພາໄປ

໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ຄົນລາວມັກສະອາດ ແຕ່ຄ້ານອະນາໄມ

K.Soubandith

໗ ກະທູ້
໗໔໒ ໂພສ
ຊຳນານການເວັບບອດ
ແມ່ນລະ ເລື່ອງຈິດສຳນຶກຂອງຄົນລາວຍັງບໍ່ປານໃດ ຖ້າຢາກແກ້ໄຂບັນຫານີ້ໄດ້ ຕ້ອງເລີ່ມຈາກໂຕເຮົາເອງກ່ອນ

I will not say I failed 1000 times, I will say that I discovered there are 1000 ways that can cause failure_

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສິວ່າຫັຍງແຕ່ເດີ່ນທາງຫລວງ ທາງເສັ້ນປະຕູໄຊແຫ່ງງາມຍັງຖີ້ມໃສ່ ເປີດແວ່ນລົດລະກະຖີ້ມ ຂີ່ລົດໃຫຍ່ແຕ່ບໍ່ມີການສຶກສາ ຄົນລາວເລີ່ມກາຍເປັນນຄົນບໍ່ມີນ້ຳໃຈໄປສາແລ້ວ. ນັບມ້ນັບວັນຈະກາຍເປັນແບບໄທໄປທຸກມື້


໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເລື່ອງແກ້ບັນຫາບຸນທາດຫລວງແມ່ນແກ້ບໍ່ຕົກ ເພາະມາສັງເກດວ່າຄົນທີ່ມັກທີມຂີ້ເຫຍື້ອແມ່ນກຸ່ມຄົນທີ່ບໍ່ມີການສຶກສາ .ສ່ວນຫລາຍົນມາທ່ຽວງານບຸນທາດຫລວງແມ່ນມາຈາກເຂດນອກນັ້ນເອງເປັນບໍ່ເກີດເພາະເຂົາເຈົ້າບໍ່ເຄີຍໃຊ້ກະທັງຂີ້ເຫຍື້ອ ເຖີ່ງແມ່ນວ່າຈະເພີ່ມຖັງຂີ້ເຫຍື່ອຫລາຍປານໃດກໍ່ບໍ່ຊ່ວຍຫັຍງ


໓ ກະທູ້
໙໑ ໂພສ
ຂາປະຈຳເວັບບອດ
ຢູ່ຫຼວງພະບາງກໍ່ຄືກັນ
ຫຼັງຈາກທີ່ແລ້ວບຸນຕ່າງໆແລ້ວກໍ່ຈະເຫັນຂີ້ເຫຍື້ອເຕັມຕາມເດີ່ນທາດຫຼວງເລີຍ.


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮີ ທຸກປີ ເຂົາບໍ່ທັນມຽນຕີ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຝຣັ່ງມັນບໍ່ໄປຍ້ອນບໍ່ຮູ້ເລື້ອງປະເພນີ ລາວ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງ ສີ່ງແວດລ້ອມ ຜູ່ໄດ່ ຜູ່ນື່ງຈະເຮັດ ຄົນດຽວບໍ່ໄດ້ ທຸກໆໆ ຄົນ ຕ້ອງຊ໋ອຍກັນແກ້ ລະກະຈັດການກັບບັນຫາດັ່ງກ່າວ..........

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໘ ກະທູ້
໑໙໐ ໂພສ
ນັກການກະທູ້
ປະເທດລາວມີຂໍ້ດ້ອຍດ້ານການພັດທະນາຫລາຍຢ່າງ ບໍ່ວ່າຈະເປ້ນດ້ານສາທະນຸປະໂພກ ສຳຄັນທີ່ສຸດຄື ຖະຫນົນຫົນທາງ ແມ້ຈະຢູ່ຕົວເມືອງຢ່າງເຊັ່ນ ວຈ ທາງຢ່າງກັນທາງໄປນາບວກຫນອງເກີດຂື້ນກາງຖະຫນົນ ບໍ່ມີການຊ່ອມແປ້ງ ກະຊວງຄົມມະນາຄົມ ກໍເພີກເສີຍບໍ່ເຂົ້າໄປດູແລ ລັດຄວນພັດທະນາດ່ວນເລື່ອງທາງ ມີເພື່ອນໄປທ່ຽວນ້ຳຕົກຕາດ (ຈຳປາສັກ)ທີ່ບ້ານເຮົາເຂົາວ່າທຸກຢ່າງສວຍຫມົດ ນອກຈາກທາງ
ແລ້ວທີ່ເຫ້ນກັບເງີນຄ່າຜ່ານທາງບອກວ່າໄປຊ່ອມແຊມຂົວທາງແຕ່ກໍບໍ່ມີຫຍັງປ່ຽນແປງ
ຈື່ໄດ້ວ່າມີໂຄສະນາເລື່ອງຂອງລາວ(ນານມາແລ້ວ) ຈະມີຜູ້ຊາຍຂີ່ລົດວີໂກມາແລ້ວຈອດທີ່ດ່ານເກັບເງີນ ແລ້ວຖາມຂື້ນວ່າ
ເອີ! ນ້ອງອ້າຍຢາກຖາມວ່າເກັບເງີນເຮັດຫຍັງ? (ຄຳເວົ້າປະມານນີ້ຈື່ບໍ່ໄດ້)
ນ້ອງຄົນນັ້ນ: ກໍເກັບເງີນໄປສ້າງທາງແລະຊ່ອມແປງທາງທີ່ເປ້ແພ ໃຫ້ເເຮົາໃຊ້ຢ່າງສະດວກຕົ່ວລະອ້າຍ(ຄຳເວົ້າປະມານນີ້ ຈື່ບໍ່ໄດ້ຄືກັນ)
(ບໍ່ຫນ້າເຮັດຂື້ນມາລອກປະຊາຊົນເລີຍ)
ສະນັ້ນເຖິງເວລາແລ້ວທີ່ປະເທດເຮົາຄວນພັດທະທາງດ້ານນີ້ຢ່າງຈິງຈັງເສຍທີ່ ອຕມ ຊໍຝາກໃຫ້ກະຊວງຄົມມະນາຄົມ ຜູ້ທີ່ກ່ຽວຂ່ອງເລື່ອງນີ້ໂດຍຕົງໄດ້ພິຈາລະນາ ວ່າສິເອົາຈັ່ງໃດຕໍ່ໄປ ສສິພັດທະນາໄປຫນ້າ ຫລືສິລ້າໄປຫລັງໃຫ້ຄິດເອົາ


໕ ກະທູ້
໑໑໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ມັນກະຫຼາຍຫັ້ນລະ ຄົງບໍ່ມີຖັງຂີ້ເຫຍື່ອໃຫ້ຖິ້ມໃສ່ ຊາຂ້ອຍຍ່າງຮອບໆເດີ່ນທາດຫຼວງ ມື້ວັນທີ 20 ຫັ້ນ ບໍ່ປະກົດມີຖັງຂີ້ເຫຍື່ອໃຫ້ເຫັນເລີຍ

ຮູບນີ້ແມ່ນຢູ່ກະໂຕກາງງານບຸນທາດຫຼວງເລີຍ ຖ້າໃຜຍ່າງໄປແຖວນັ້ນໜ້າຈະເຫັນ

.....(ເວົ້າບໍ່ອອກເລີຍ)


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>