![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() <a href="http://img.laoupload.com/"><img src="http://img.laoupload.com/images/50492068909082974636.jpg" border="0" alt="img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!!" /></a> ລໍາເນົາ ສິງໂຕ ເປັນນັກເຕະຄົນດຽວທີ່ໄດ້ຜ່ານການຫຼິ້ນລະດັບອາຊີບດ້ວຍປະສົບການ ແລະ ຄວາມສາມາດສູງ ລໍາເນົາ ຈຶ່ງເປັນສ່ວນໜຶ່ງຂອງທິມຊາດລາວທີ່ສ້າງປະຫວັດສາດດ້ວຍການເຂົ້າເຖິງຮອບ 4 ທິມສຸດທ້າຍ ໃນຊີເກມໄດ້ສໍາເລັດ ຈາກຜົນງານທີ່ເຫັນໄດ້ຊັດເຈນຈຶ່ງມີຫຼາຍສະໂມສອນຈາກປະເທດໄທ ສົນໃຈຕິດຕໍ່ມາເພື່ອດຶງໄປຮ່ວມທີມ ເຊິ່ງໃນປັດຈຸບັນຍັງຢູ່ໃນຂັ້ນຕອນຕົກລົງຄ່າເມື່ອຍກັນຢູ່ ເພື່ອເປັນການຮັກສາຄວາມສາມາດໄວ້ຢ່າງສະໝ່ຳສະເໝີ ຈຶ່ງໄດ້ຂໍຮັບໃຊ້ຕົ້ນສັງກັດໂຍທາທິການໃນລາວລີກ 1 ລະດູການນີ້. ເພື່ອໃຫ້ຊັດເຈນລໍາເນົາສິງໂຕ ໃຫ້ສໍາພາດວ່າ ຕົນຮູ້ສືກດີໃຈທີ່ກ້າວໄປຫຼີ້ນໃນລະດັບອາຊີບໄດ້ ເຊິ່ງໃນໄລຍະໄປຫຼີ້ນໃຫ້ການໄຟຟ້າພູມມີພາກແຫ່ງປະເທດໄທ ແມ່ນໄດ້ຮັບຄ່າເມື່ອຍ 60.000 ບາດ (ສະກຸນເງິນໄທ) ຜ່ານການແຂ່ງຂັນຊີເກມ ນັກເຕະທິມຊາດລາວຫຼາຍຄົນຖືກທາບທາມຈາກຫຼາຍທີມ ເຊິ່ງປັດຈຸບັນຕົນເອງມີ 6 ທີມເຊັ່ນວ່າ ສະໂມສອນສີສະເກດ ລາຊະປະຊາ ນົນທະບູລີ ໄຟຟ້າບູລີລໍາ ຊ້າຊຽງໃໝ່ ແລະ ທີໂອທີ ໄດ້ຍື່ນຂໍ້ສະເໜີມາໃຫ້ໄປຮ່ວມທິມ ແຕ່ໃນໄລຍະນີ້ຕົນຍັງຕົກລົງຄ່າເມື່ອຍ ເຊິ່ງຕົນສະເໜີໄປ 7-8 ໝື່ນບາດຕໍ່ເດືອນ ບໍ່ລວມຄ່າເບ້ຍລ້ຽງ ແລະ ຄ່າທີ່ພັກ. ໃນໄລຍະໄປຫຼິ້ນໃຫ້ສະໂມສອນການໄຟຟ້າພູມີພາກນັ້ນ ທີ່ໄດ້ຮັບ 60.000 ບາດ ແມ່ນກຸ້ມຕົນເອງທຸກຢ່າງ ບໍ່ວ່າຈະເປັນທີ່ພັກ ແລະ ອາຫານ. ລໍາເນົາ ກ່າວຕື່ມວ່າ ໃນນາມສ່ວນຕົວແມ່ນມີຄວາມດີໃຈທີ່ເພື່ອນຮ່ວມທີມຫຼາຍຄົນໄດ້ຮັບຄວາມສົນໃຈຈາກສະໂມສອນຂອງປະເທດໃກ້ຄຽງ ເພາະເປັນໂອກາດທີ່ຈະກ້າວໄປເປັນລະດັບອາຊີບ ເມື່ອກ້າວໄປລະດັບອາຊີບມີຄວາມແຕກໂຕນກັນຫຼາຍກັບສະໝັກຫຼິ້ນ ບໍ່ວ່າຈະເປັນການຝຶກຊ້ອມລວມໄປເຖິງການແຂ່ງຂັນ ພ້ອມນີ້ຍັງສ້າງໂອກາດໃຫ້ເຮົາໄດ້ຮັບໂອກາດຫຼາຍຢ່າງທີ່ດີໃນອະນາຄົດ. ໃນໄລຍະທີ່ຫຼິ້ນລະດັບອາຊີບໃຫ້ແກ່ສະໂສມອນປະເທດໄທນັ້ນ ຕົນຂໍຮັບໃຊ້ສະໂມສອນໄປກ່ອນ. ຈາກ ສະມາຄົນລາວ |
|
![]() 60.000 ບາດ ບໍ່ເອົາ ຊິເອົາ 80.000 ບາດ ![]() ![]() |
|
![]() ![]() ![]() ![]() ![]()
ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ
|
|
![]() ສຳລັບມູມມອງຂອງຕົນເອງ, ຄ່າຕົວຂອງນັກກິລາ ໂດຍສະເພາະ ແມ່ນກິລາບານເຕາະ ເປັນການສ້າງຄ່ານິຍົມ ທີ່ຟຸ້ມເຟືອຍ, ອັນນີ້ ຢາກຍົກຕົວຢ່າງ ຢູ່ຕ່າງປະເທດ ເພາະວ່າພວກເຂົາຈະໄດ້ຄ່າຕົວແພງຫຼາຍ ເຊິງມັນບໍ່ສົມເຫດສົມຜົນ, ເພາະການປະກອບສ່ວນໃນສັງຄົມ ເລື່ອງການພັດທະນາ ພວກເຂົາບໍ່ໄດ້ເຮັດຫຍັງໃຫ້ຫຼາຍ.... ດັ່ງນັ້ນ ການກຳນົດຄ່າຕົວຂອງນັກກິລາ ຄວນຈະໃຫ້ເໝາະສົມ ກັບສິ່ງທີ່ພວກເຂົາ ໄດ້ປະກອບສ່ວນໃນການພັດທະນາສັງຄົນ.. ຄົນສ່ວນໃຫຍ່ ຈະລືມຕົວເມື່ອຖືກຄອບງຳຈາກແນວຄິດທືນນິຍົມ ແລະ ການຕະຫຼາດ ຂອງຕ່າງປະເທດ, ເຮັດໃຫ້ຄິດໄປວ່າ ການເປັນນັກກິລາ ນັ້ນຕ້ອງໄດ້ຮັບລາຍໄດ້ສູງໆໆ ເກີນຄວາມເໝາະສົມ.... ຢູ່ຕ່າງປະເທດ ບັນດານັກກິລາ ດັງໆ ແມ່ນຈະມີເງື່ອນໄຂຫຼາຍໆ ອັນທີ່ພວກເຂົາຕ້ອງໄດ້ເຮັດ, ເຊັ່ນວ່າ ຕ້ອງເປັນນັກໂຄສະນາໄປໃນຕົວ ແລະ ອື່ນໆ. ທີ່ຈິງແລ້ວ ການສ້າງຄ່ານິຍົມ ຈ່າຍຄ່າຕົວແພງໆ ໃຫ້ນັກກິລາ ເປັນການທີ່ໄຮ້ປະໂຫຍດ, ຄວນມີການຮິນຕ໋ອງໃຫ້ຖີ່ຖ້ວນ, ຂະໜາດ ປະທານປະເທດຍັງໄດ້ແຕ່ ສອງສາມ ລ້ານກີບຕໍ່ເດືອນ... ຮັກແພງ |
|
![]() ກະແມ່ນຫັນລະ ນໍ້ |
|
![]() ມາຈອບເບິ່ງ ![]() |
|
![]() ແຕ່ກີ້ມັນອາດຈະເກັ່ງແຕ່ດຽວນີ້ມັນບໍ່ເກັ່ງແລ້ວ ເຮັດຫຍັງບໍ່ເບິ່ງໂຕເອງເລຍເນາະ ບອກມັນກັບໄປເບິ່ງເທບບັນທຶກທີ່ມັນລົງຫຼິ້ນແຕ່ລະນັດແມ້ ແລ່ນຄືຂີ້ຂາກົ້ນນິ ເລ່ນອືດຊີຕາຍ ທີ່ທີມຊາດລາວມາໄດ້ໄກໃນແຕ່ລະນັດຫັນເບິ່ງດີໆແລ້ວແມ່ນມາຈາກກອງກາງທັ້ງນັ້ນ ອີ່ຕານ້ຳເນົ່ານິບໍ່ມີຍັງເດັ່ນເລຍ ແລ່ນອືດຄືໝູແລ່ນນິ ມີບາງນັດມັນລົງໄປເປັນໂຕຂວາງໝູ່ໃນທິມຊ້ຳ |
|
![]() ^ ^^ ^^ ເພີ່ນຄືຊິເກັບກົດມາດົນ ລະບາຍອອກຈົນຫມົດ.. ມາຈອບເບິ່ງຊື່ໆເດີບໍ່ຂໍມີຄຳເຫັນ ![]() |
|
![]() ![]() ![]()
ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ
![]() |
|
![]() ຖ້າເປັນໄປໄດ້.. ຢາກໃຫ້ລຳເນົາໄດ້ຫຼິ້ນໃນລະດັບທີມທີ່ສາມາດໃຫ້ລຳເນົາເປັນຕົວຈິງໄດ້.. ເພາະຖ້າທີມທີ່ຕິດຕໍ່ມາຕ້ອງການລຳເນົາເປັນພຽງອາໄຫຼ່ສຳຮອງ.. ຂ້ອຍວ່າຢ່າໄປເທາະ.. ຢູ່ໂຍທາກະດີ.. ອີກຢ່າງລຳເນົາກະບໍ່ໄດ້ຢູ່ໂຕຄົນດຽວແລ້ວ.. ແຕ່ຖ້າໄປຫຼິ້ນຢູ່ລີກເພື່ອນບ້ານແລ້ວໄດ້ເປັນຕົວຈິງ.. ກໍຈະດີທັງຕົວລຳເນົາເອງ ແລະ ທີມຊາດລາວ.. ສ່ວນເລື່ອງຄ່າເມື່ອຍນັ້ນ.. ເປັນເລື່ອງທີ່ສົມຄວນທີ່ນັກເຕະຢາກຈະຮຽກຮ້ອງສູງ.. ເພາະອາຊີບນີ້ມັນອາຍຸໃຊ້ງານສັ້ນ.. ສາມສິບປາຍກະໄດ້ເຊົາແລ້ວ.. ສະນັ້ນນັກເຕະຕ້ອງເກັບກ່ຽວຜົນປະໂຫຍດໃຫ້ໄດ້ຫຼາຍທີ່ສຸດ.. ຈັ່ງໃດກໍຂໍໃຫ້ໂຊກດີ.. ລຳເນົາ ສິງໂຕ ນັກເຕະຂວັນໃຈຂອງຄົນລາວ.. |
|
![]() ຂ້ອຍຄິດວ່າ ສົມຄວນວ ເຖິງລຳເນົາ ສິງໂຕ (ບໍ່ສິງໂຕ ນ້ຳເງິນ ) ຈະເປັນນັກເຕະທີ່ມີປະສົບການສນ ທິມຊາດລາວ ແຕ່ທີ່ຜ່ານມາສັງເກດເຫັນ ຟອມການຫຼິ້ນ ບໍ່ດີປານໃດເລີຍ
ຮັກແທ້ຄືແມ່ຂ້າ ຮັກຕໍ່ມາຄືແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ
|
|
![]() ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ຖ້າເປັນໄປໄດ້..ຢາກໃຫ້ລຳເນົາໄດ້ຫຼິ້ນໃນລະດັບທີມທີ່ສາມາດໃຫ້ລຳເນົາເປັນຕົວຈິງໄດ້.. ເພາະຖ້າທີມທີ່ຕິດຕໍ່ມາຕ້ອງການລຳເນົາເປັນພຽງອາໄຫຼ່ສຳຮອງ.. ຂ້ອຍວ່າຢ່າໄປເທາະ.. ຢູ່ໂຍທາກະດີ.. ອີກຢ່າງລຳເນົາກະບໍ່ໄດ້ຢູ່ໂຕຄົນດຽວແລ້ວ.. ແຕ່ຖ້າໄປຫຼິ້ນຢູ່ລີກເພື່ອນບ້ານແລ້ວໄດ້ເປັນຕົວຈິງ.. ກໍຈະດີທັງຕົວລຳເນົາເອງ ແລະ ທີມຊາດລາວ.. ສ່ວນເລື່ອງຄ່າເມື່ອຍນັ້ນ.. ເປັນເລື່ອງທີ່ສົມຄວນທີ່ນັກເຕະຢາກຈະຮຽກຮ້ອງສູງ.. ເພາະອາຊີບນີ້ມັນອາຍຸໃຊ້ງານສັ້ນ.. ສາມສິບປາຍກະໄດ້ເຊົາແລ້ວ.. ສະນັ້ນນັກເຕະຕ້ອງເກັບກ່ຽວຜົນປະໂຫຍດໃຫ້ໄດ້ຫຼາຍທີ່ສຸດ.. ຈັ່ງໃດກໍຂໍໃຫ້ໂຊກດີ.. ລຳເນົາ ສິງໂຕ ນັກເຕະຂວັນໃຈຂອງຄົນລາວ.. ແມ່ນແລ້ວເຫັນດີນຳ ![]() |
|
![]() ມາຈອບເບິ່ງ |
|
![]() ໜ້າຈະໄດ້ຫຼາຍກວ່ານີ້ອີກນໍ ອັນລຳເນົາສີງໂຕນີ້ |
|
![]() ສິງໂຕ ຟອມບໍດີ ກະຍັງຮຽກຮ້ອງເນາະ ![]()
ຮັກແທ້ຄືແມ່
|
|
![]() ຫຼິ້ນໃຫ້ທິມບ້ານເຮົາກະດີແລ້ລະ ![]() ![]() |
|
![]() ຊ່ວງນີ້ຟອມຕົກຫລາຍ... ຢ່າຮຽກຮ້ອງສູງເກີນໄປ...ດ່ຽວຈະບໍ່ໄດ້ຫຍັງເລີຍ |
|
![]() ແກ້ວວິຊຽນ ແກ້ວວິໄລ ເບີ5 ສຸດຍອດ ລຳເນົາ ເປັນນັກເຕະທີ່ເຍີ້ຍິ່ງ ຍັດໂສ ໂອ ຫັງ ໝົດທີມຊຸດ ຊີເກມ ບໍ່ມີໃຜມັກແມ້ແຕ່ ໂຄດສ໌ ເອງ |
|
![]() เข้ามาเบิ่ง |
|
![]() ຢາກເປັນຄືລຳເນົາສີງໂຕເດ
ຮັກແທ້ມີຢູ່ໃສ? ມີຂາຍບໍ່?
|
|
![]() ສະໂມສອນຖ້າໄດ້ລົງທຸນຊື້ນັກເຕະຕ່າງຊາດແລ້ວ ເຂົາເຈົ້າບໍໄດ້ເອົາໄວ້ເປັນໂຕສຳລອງດອກ ຄ່າໂຕໄດ້ຣັບເຕັມ ມີພວກເບ້ຍລ້ຽງຝຶກຊ້ອມອີກ ແຖມບາງເທື່ອບາງທີມມີອັດສີດເວລາເຮັດປະຕູໄດ້ໃນແຕ່ລະນັດ ![]() ![]() ຄຳເພັງກັບກັນລະຍາ ຍູ່ຂອນແກ່ນເອັຟຊີ ເຖີງສິເປັນທີມນ້ອງໃໝ່ແຕ່ໄຜກໍ່ປະມາດບໍໄດ້ຄືກັນ ເພາະວ່າເມືອງນີ້ເປັນເມືອງກີລາ ປະສົບຄວມສຳເຫຼັດໃນເລື່ອງການກີລາສູງ ຖ້າເພີ່ນໂຊຟອມດີເຂົ້າຕາທີມໃຫຍ່ ຄ່າໂຕກໍ່ມີສິດຮັບເປັນແສນພູ້ນຫລ່ະ ເອົາໃຈຊ່ວຍໃຫ້ປີນີ້ ຄຳເພັງກັບກັນລະຍາຊ່ວຍພາທີມຂອນແກ່ນເອັຟຊີຍູ່ລອດໃນໄທຍລີກກ່ອນ |
|
![]() ເປັນຫຍັງ ຕໍເລດ ຈື່ຫນີຈາກ ຫົງແດງ ແນວນີ້ PES ອັບເດດ 2011 ຫົງແດງຂາດ ຕໍເລດ ກະ ຫມົດແນວກີນລະ ຮື........ ![]() ![]() ![]() ![]() |
|
![]() ![]() ![]() |
|
![]() ຊ່ວງນີ້ລຳເນົາກຳລັງດັງ |
|
![]() ອ້າງເຖິງຂໍ້ຄວາມຈາກ soulinthone ຂຽນວ່າ... ແຕ່ກີ້ມັນອາດຈະເກັ່ງແຕ່ດຽວນີ້ມັນບໍ່ເກັ່ງແລ້ວ ເຮັດຫຍັງບໍ່ເບິ່ງໂຕເອງເລຍເນາະ ບອກມັນກັບໄປເບິ່ງເທບບັນທຶກທີ່ມັນລົງຫຼິ້ນແຕ່ລະນັດແມ້ ແລ່ນຄືຂີ້ຂາກົ້ນນິ ເລ່ນອືດຊີຕາຍ ທີ່ທີມຊາດລາວມາໄດ້ໄກໃນແຕ່ລະນັດຫັນເບິ່ງດີໆແລ້ວແມ່ນມາຈາກກອງກາງທັ້ງນັ້ນ ອີ່ຕານ້ຳເນົ່ານິບໍ່ມີຍັງເດັ່ນເລຍ ແລ່ນອືດຄືໝູແລ່ນນິ ມີບາງນັດມັນລົງໄປເປັນໂຕຂວາງໝູ່ໃນທິມຊ້ຳເຫັນດີນຳ |
|
![]() ອ້າງເຖິງຂໍ້ຄວາມຈາກ soulinthone ຂຽນວ່າ... ແຕ່ກີ້ມັນອາດຈະເກັ່ງແຕ່ດຽວນີ້ມັນບໍ່ເກັ່ງແລ້ວ ເຮັດຫຍັງບໍ່ເບິ່ງໂຕເອງເລຍເນາະ ບອກມັນກັບໄປເບິ່ງເທບບັນທຶກທີ່ມັນລົງຫຼິ້ນແຕ່ລະນັດແມ້ ແລ່ນຄືຂີ້ຂາກົ້ນນິ ເລ່ນອືດຊີຕາຍ ທີ່ທີມຊາດລາວມາໄດ້ໄກໃນແຕ່ລະນັດຫັນເບິ່ງດີໆແລ້ວແມ່ນມາຈາກກອງກາງທັ້ງນັ້ນ ອີ່ຕານ້ຳເນົ່ານິບໍ່ມີຍັງເດັ່ນເລຍ ແລ່ນອືດຄືໝູແລ່ນນິ ມີບາງນັດມັນລົງໄປເປັນໂຕຂວາງໝູ່ໃນທິມຊ້ຳເວົ້າໃຫ້ເຂົາເຈົ້າແນວນັ້ນເນາະ ຄືບໍ່ໄປຫຼີ້ນແທນລາວເລີຍ |
|
![]() ເຮົາຮູ້, ເຮົາເຫັນ, ເຮົາເຂົ້າໃຈ ວ່າອັນໃດເປັນອັນໃດ ໃຜບໍ່ຢູ່ໃນສະໜາມບໍ່ຮູ້ດອກ |
|
![]() ເຮົາຮູ້, ເຮົາເຫັນ, ເຮົາເຂົ້າໃຈ ວ່າອັນໃດເປັນອັນໃດ ໃຜບໍ່ຢູ່ໃນສະໜາມບໍ່ຮູ້ດອກ |
|
![]() ![]() ![]() ![]() ![]() ![]() ![]() ![]() ![]() ![]() |
|
![]() ![]() ![]() ![]()
ຢູ່ຫ່າງໆ ຢ່າງຫ່ວງໆ
![]() ![]() ![]() ![]() |