ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຄົນໄກບ້ານ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຄົນໄກບ້ານ » ຂໍແຈ້ງມາຍັງ ພີ່ນ້ອງຊາວເນັດວ່າ: ເລື່່ອງກຳມະກອນຊາວຫວຽດນາມ ຈົນເສຍຊີວິດແມ່ນບໍ່ມີມູນຄວາມຈິງ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໙ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
ຫຼັງຈາກກະແສຂອງສັງຄົມໄດ້ເລົ່າປາກຕໍ່ປາວ່າ ໃນຄໍ່າຄືນຂອງວັນທີ 21/6/2011 ມີຜູ້ຍິງຄົນໝຶ່ງເຮັດວຽກກັບເດິກ ແລ້ວລົດໜົດນ້ຳມັນ ແຖວເຂດດົງນາທອງ ແລະປາກທ້າງ ນະຄອນຫລວງວຽງຈັນ ວ່າຖືກກຳມະກອນຊາວຫວຽດນາມ ລັດທາງແລ້ວເອົາໄປຂົ່ມຂືນຢ່າງໝ້າອານາດນັ້ນ ແມ່ນເປັນເລື່ອງເສກສັນປັ້ນແຕ່ງ ບໍ່ມີມູນຄວາມຈິງ ເພື່ອຫວັງມ້າງເພທຳລາຍ ຄວາມສຳພັນ ອັນພິເສດ ທີ່ບໍ່ເຄີຍມີປະເທດໃດໆໃນໂລກນີ້ ມີຄືສາຍພົວພັນລາວ ແລະຫວຽດນາມ. ເພາະການເລົ່າປາກຕໍ່ປາກແມ່ນຍຸດທະວິທີທີ່ເຫັນຜົນໄວທີ່ສຸດ. ນີ້ແມ່ນການຢືນຢັນຈາກໂທລະພາບແຫ່ງຊາດ ທີ່ໄປເອົາຂ່າວ ແລະສຳພາດ ຊາວບ້ານໃນເຂດດັ່ງກ່າວ ພ້ອມທັງໄປສອບຖາມຍັງ ໂຮງໜໍທີ່ວ່າຜູ້ຍິງຖືກເຄາະຮ້າຍໄປຮັກສາຕົວນັ້ນ. ຕ່າງກໍ່ເວົ້າສຽງດຽວກັນວ່າ: ບໍ່ມີ
ຈາກ : ໂທລະພາບລາວສະຕ້າ


໗ ກະທູ້
໒໑໒ ໂພສ
ນັກການກະທູ້
ຂອບໃຈທີ່ນຳມາສະເໜີລາຍເຊັນພ້ອມເລີຍ

i love laos '' n u ''

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືບໍ່ອອກມາປະກາດແຕ່ດົນຈົນໃຫ້ເລື່ອງມັນບານປາຍ


໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືວ່າແລະ ປາກຄົນເຮົາໄວກວ່າສື່ອີກ


໖໘ ກະທູ້
໑໙໒ ໂພສ
ນັກການກະທູ້
รู้สึกดีใจที่รู้ว่าข่าวนี้เป็นแค่ข่าวลือไม่ใช่ข่าวจริง.

อยากรู้ความหมายของประโยคที่ว่า. ຄວາມສຳພັນ ອັນພິເສດ ທີ່ບໍ່ເຄີຍມີປະເທດໃດໆໃນໂລກນີ້ ມີຄືສາຍພົວພັນລາວ ແລະຫວຽດນາມ
ຄວາມສຳພັນ ອັນພິເສດ นี้มันหมายความว่าอย่างไรครับ.


ขอบใจหลาย ๆ. สะบายดี


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນໆ


໙ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ napa ຂຽນວ່າ...
รู้สึกดีใจที่รู้ว่าข่าวนี้เป็นแค่ข่าวลือไม่ใช่ข่าวจริง.

อยากรู้ความหมายของประโยคที่ว่า. ຄວາມສຳພັນ ອັນພິເສດ ທີ່ບໍ່ເຄີຍມີປະເທດໃດໆໃນໂລກນີ້ ມີຄືສາຍພົວພັນລາວ ແລະຫວຽດນາມ
ຄວາມສຳພັນ ອັນພິເສດ นี้มันหมายความว่าอย่างไรครับ.


ขอบใจหลาย ๆ. สะบายดี

ຄືຈະແມ່ນເວົ້າເຖີງການຮ່ວມມືໃນການຊ່ວຍເຫຼືອໃນສະໄໝກ່ອນ


໐ ກະທູ້
໙ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ດີໃຈເດທີ່ຂ່າວນີ້ບໍ່ເປັນຈີງຟັງແລ້ວສະຫຍອງ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນເຫັນພີ້ນ້ອງພັນລາວເຮົາເວົ້າກັນຫຼາຍເຕີບເຮົາກໍ່ຄິດວ່າແມ່ນຄວາມຈິງ
ແຕ່ມື້ວ່ານນີ້ມີໂອກາດໄດ້ໄປຫຼິ້ນບ້ານພີ້ນ້ອງຢູ່ໃກ້ໆ ກັບສະຖານທີ່ເກີດເຫດນັ້ນ
ໄດ້ຍິນເພິ່ນເວົ້າວ່າບໍ່ແມ່ນດອກ ເພາະພີ້ນ້ອງຢູ່ໃກ້ໆຫັນ ກໍ່ຍັງບໍ່ຮູ້
ແລ້ວເພິ່ນກໍ່ຖາມວ່າໄດ້ ຍິນມາແຕ່ໃສ ເຮົາບໍ່ຮູ້ຊິວ່າແນວໃດ ກໍ່ຕອບໄປວ່າ
ໄດ້ຍິນເຂົ້າເວົ້າ ເພິ່ນຖາມວ່າເຂົ້າຫັນແມ່ນໃຜ ຈົບ!

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໐ ກະທູ້
໙ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ດີໃຈເດທີ່ຂ່າວນີ້ບໍ່ເປັນຈີງຟັງແລ້ວສະຢອງ


໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໆ ທີ່ບໍ່ແມ່ນຄວາຈີ່ງ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າໃຈຄຳວ່າ ..ປິດຂ່າວ..
ແລ້ວຈະເຂົ້າໃຈ..


໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນແຈ້ງຂ່າວທາງຊ່ອງລາວຢູ່ ມື້ວານນີ້ນະ!!

ໃຜກໍ່ຄິດວ່າມີ 2 ປະເດັນຄື:

1. ຖ້າບໍ່ແມ່ນເລື່ອງຈິງກໍ່ເປັນຂ່າວລືປາກຕໍ່ປາກເພື່ອສ້າງຄວາມແຕກແຍກໃຫ້ອ້າຍນ້ອງ

ແລະ ສ້າງຄວາມບໍ່ສະຫງົບໃຫ້ບ້ານເມືອງ.

2.​ຖ້າເປັນເລື່ອງແທ້ກໍ່ຖືວ່າປິດຂ່າວໄວ້ເພື່ອບໍ່ໃຫ້ເກີດມີສົງຄາມລະຫວ່າງອ້າຍນ້ອງຢູ່ກາງເມືອງ.

ຈະຕິດຕາມຕໍ່ໆໄປ




໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕົກລົງ ເປັນເລື່ອງຈິງ ຫຼື ປິດຂ່າວ ກັນແນ່

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ບໍ່ມີມູນຄວາມຈິງ ຫຼືສ້າງຫາງສຽງປິດຂ່າວກັນແທ້? ຂ້ອຍຮູ້ຈັກຈຳນວນຄົນບໍ່ນ້ອຍຢູ່ເຂດນັ້ນ ແລະ ໝູ່ຂ້ອຍກໍ່ເຄີຍຮູ້ຈັກກັບສາວຜູ້ຕາຍມາກ່ອນ ພໍຜູ້ຕາຍບໍ່ໄດ້ຮັບຄວາມຢຸດຕິທຳ ໝູ່ຂ້ອຍໂຄດໝຶນເລີຍ ບໍ່ຮູ້ວ່າຊິປິດຂ່າວໄປຮອດໃສ ແຕ່ສຳລັບຂ້ອຍໃນຕອນນີ້ ຄຳວ່າອ້າຍນ້ອງລາວຫວຽດນາມ ແມ່ນບໍ່ເຫຼືອຢູ່ໃນໃຈຂ້ອຍແມ້ແຕ່ນ້ອຍ ເຫຼືອແຕ່ຄຳວ່າລາວເທົ່ານັ້ນທີ່ຂ້ອຍເທີດທູນຢູ່ ທ້າຍນີ້ ຂໍໃຫ້ຄວາມຫາຍຍະນະຈົ່ງຕາມລ້າງຜານທຸກຄົນທີ່ສ້າງກະແສປິດຂ່າວຂອງສາວຜູ້ຕາຍໄປນັ້ນ .... ສາທຸ...


໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ເຂົ້າໃຈຄຳວ່າ ..ປິດຂ່າວ..
ແລ້ວຈະເຂົ້າໃຈ..

ຖືກຕ້ອງທີ່ສຸດ ... ຈັບມືແດ່ສ່ຽວ ... ຄົນຢ່າງພວກເຮົາບໍ່ຕ້ອງຍອມເປັນຂີ້ຂ້າຫວຽດໂກງ ຫຼືຫວຽດຂີ້ເຫຍື້ອເປັນເດັດຂາດ


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າເລື່ອງນີ້ແມ່ນມີມູນຄວາມຈິ່ງ ຄວນຈະຫາຫລັກຖານມາອ້າງອິງ,ບໍແມ່ນວ່າສິເວົ້າໄປແບບເລືອນລອຍທົ່ວຖີບທົ່ວແດນ.

ຂ້ອຍເຊື່ອ ໃນຂໍຄວາມຂອງເຈົ້າ ຂອງ ກະທູ້ນີ້ສະບັບນີ້ວ່າມັນບໍມີຄວາມຈິ່ງ ເພາະລາວ ມີຫລັກຖານມາອ້າງອິ່ງ ຈາກ ໂທລະພາບລາວສະຕາຢ່າງດີ ໂທລະພາບຊ່ອງນີ້ຄົນຫລາຍລ້ານຄົນຮູ້ຈັກ.


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງບໍ່ຢາກເຊື່ອວ່າບໍ່ມີຄວາມຈື່ງ............ດຽວໄປສືບເອງກະໄດ້ ໃຜລາຍງານວ່າບໍ່ມີຄວາມຈື່ງແລ້ວລະວັງ ຜີ ຜູ້ ຕາຍໄປຫັກຄໍເດີ້ ຮະຮະຮະ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໐ ກະທູ້
໑໒໑ ໂພສ
ນັກການກະທູ້
ເລື່ອງນີ້ຖ້າເປັນຄວາມຈິງກ່ະບໍ່ສົມຄວນ ໃຫ້ກາຍມາເປົນຂໍ້ຂັດແຍ້ງ ລະຫວ່າງປະເທດ ເປັນເລື່ອງຂອງຄົນຈຳນວນນ້ອຍ ບໍ່ແມ່ນເລື່ອງລະຫວ່າງປະເທດ


໐ ກະທູ້
໑໒໑ ໂພສ
ນັກການກະທູ້
ຄວາມພັນພິເສດລາວ-ຫວຽດ 555555555555555!!!!!!!!!!!!
ຜູ້ໃຫຍ່ມີຄວາມສຳພັນດີ ຜູ້ນ້ອຍມັກດູຖູູກກັນ ໂດຍສະເພາະຄົນຫວຽດ ມັກເວົ້າໃຫ້ຄົນລາວວ່າ:ໂງ່ ບໍ່ມີຫົວຄີດຫຍັງ ຄ່ອຍຖ້າແຕ່ຄົນ
ອື່ນຊ່ວຍເຫລືອ ຖ້າບໍ່ມີຫວຽດບໍ່ຮູ້ວ່າລາວຊິເປັນຈັ່ງໃດລະ.

ປະຫວັດສາດລາວມັກຂຽນໃນແງ່ສັນລະເສີນຫລາຍກວ່າ ແລະປູກຈິດສຳນືກໃຫ້ຄົນຮຸ່ນໃຫມ່ແບບນີ້
ກະເລີຍບໍ່ຮູ້ຈຸດດ້ອຍຕົນເອງ ຄົນຮຸ່ນໃຫມ່ກະເລີຍບໍ່ຮູ້ຈະປ່ຽນແປງຈຸດດ້ອຍຕົນເອງ ແນວໃດ


໐ ກະທູ້
໒໖໒ ໂພສ
ນັກການກະທູ້
ພວກຫວຽດເລາະຊື້ເຫຼັກເສດຫັ້ນ, ຄັນບໍ່ເຫັນຄົນຢູ່ເຮືອນກະລັກເອົາເຄື່ອງຕ່າງໆໄປພ້ອມ. ຊິແກ້ໄຂແນວໃດດີລະ!!! ດຽວນີ້ປະກົດວ່າຫວຽດມາຫາກິນແບບຂີ້ລັກນີ້ຫຼາຽໆ. ເຫັນຈັບຍາມໃດກະມີແຕ່ຄົນລາວ, ບາດຫວຽດຂີ້ລັກບໍ່ເຫັນເປັນຂ່າວ!!!


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີແລ້ວທີບໍ່ແມ່ນຄວາມຈີ່ງ ແນວໃດກາອ້າຍນ້ອງກັນ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Amthone ຂຽນວ່າ...
ພວກຫວຽດເລາະຊື້ເຫຼັກເສດຫັ້ນ, ຄັນບໍ່ເຫັນຄົນຢູ່ເຮືອນກະລັກເອົາເຄື່ອງຕ່າງໆໄປພ້ອມ. ຊິແກ້ໄຂແນວໃດດີລະ!!! ດຽວນີ້ປະກົດວ່າຫວຽດມາຫາກິນແບບຂີ້ລັກນີ້ຫຼາຽໆ. ເຫັນຈັບຍາມໃດກະມີແຕ່ຄົນລາວ, ບາດຫວຽດຂີ້ລັກບໍ່ເຫັນເປັນຂ່າວ!!!


ແມ່ນໆ ເຫັນດີນຳ

ຄິດດີ ເວົ້າດີ ເຮັດດີ

໓ ກະທູ້
໓໓໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Amthone ຂຽນວ່າ...
ພວກຫວຽດເລາະຊື້ເຫຼັກເສດຫັ້ນ, ຄັນບໍ່ເຫັນຄົນຢູ່ເຮືອນກະລັກເອົາເຄື່ອງຕ່າງໆໄປພ້ອມ. ຊິແກ້ໄຂແນວໃດດີລະ!!! ດຽວນີ້ປະກົດວ່າຫວຽດມາຫາກິນແບບຂີ້ລັກນີ້ຫຼາຽໆ. ເຫັນຈັບຍາມໃດກະມີແຕ່ຄົນລາວ, ບາດຫວຽດຂີ້ລັກບໍ່ເຫັນເປັນຂ່າວ!!!


ແມ່ນໆ ເຫັນດີນຳ


ya thieng kun na...
neo dai ka ai nong kun, ya aow leuay noy2 ma pen leunag yai
khuam d bor jam pen tong kho sa na dok hao d leo ka d pai

ຄົນລາວຄົນມີນ້ຳໃຈ

໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນໃຜເປັນຄົນສ້າງຂ່າວລືແບບນີ້ຫວະ...
ເຊືອມເສຍຄວາມສຳພັນລາວ-ຫວຽດໝົດ


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທີ່ນຳມາສະເໜີ


໑໖ ກະທູ້
໑໑໙ ໂພສ
ນັກການກະທູ້
ຖ້າມີຂໍ້ມູນທິ້ພີສູດແລ້ວມັນບໍ່ຈີ່ງ,ກໍຕ້ອງເອົາຜູ້ກໍເຫດຂ່ວາຫຼືມາຫຼີ່ນງານຕາມກົດໝາຍກັນຊິ,
ໂລກນີ້ບໍມີຕົວຄົງຄ່າໄດ້ ເບີ່ງກັນຕໍ່ໄປດີກ່ວາ ວິຈານ ແບບຄັນປາກຊືຯ.

ເປົ້າໝາຍຂອງຊີວິດຄືຄິດຢ່າງດ່ຽວວ່າເຮົາຈະຕ້ອງໄປເຖີງມັນວັນໃດໜື່ງແນ່ນອນແລະບໍ່ເຄີຍລັງແລໃຈສີວວິນາທີ.

໑໖ ກະທູ້
໑໑໙ ໂພສ
ນັກການກະທູ້
ປະຈຸບັນເປັນເລື່ອງພີເສດແທ້ແຕ່ອານາຄົດມັນແມ່ນຄົນລະພີເສດອິກໃຜຊີແນໄດ້.

ເປົ້າໝາຍຂອງຊີວິດຄືຄິດຢ່າງດ່ຽວວ່າເຮົາຈະຕ້ອງໄປເຖີງມັນວັນໃດໜື່ງແນ່ນອນແລະບໍ່ເຄີຍລັງແລໃຈສີວວິນາທີ.

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໃຜຊິເວົ້າຕົວະ ຫຼື ແທ້ ບໍ່ຮູ້
ແຕ່ຄວາມຈິງເປັນສິ່ງທີ່ບໍ່ຕາຍ


໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຖ້າເປັນເລື່ອງຈິງກໍ່ເອົາຫຼັກມາຢັ້ງຢືນແມະ, ຢ່າງໜອ້ຍກໍ່ມີຮູບພາບສົບຜູ້ເສຍຊີວິດຕີ້ຂອ້ຍຈຶ່ງຈະເຊື່ອ ແລະ ເລື່ອງຄະດີເດໄປຮອດໃສ່ແລ້ວ ຂີ້ຕົວະກັນຊື່ໆແຫຼະນາ ໃຜສ້າງເລື່ອງນີ້ຂື້ນມາເປັນສັດຕູທັງສີ້ນເປັນຕາເອົາມາລົງໂທດຢ່າງສະສົມນໍ່ພີນ້ອງເອີຍ.


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>