ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຄົນໄກບ້ານ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຄົນໄກບ້ານ » ພົບປີງຕິດຢູ່ໃນຄໍຄົນລາວຫລັງໄປຜ່າຕັດທີ່ປະເທດໄທ

໑໕ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ

ຊື່ແມ່ນນາງຍືດ ມາຈາກແຂວງບໍ່ແກ້ວ ໂດຍທຳອິດແມ່ນລາວມີອາການໄອເປັນເລືອດ ເຂົ້າກວດຢູ່ໂຮງຫມໍຊຽງຂອງແຕ່ບໍ່ເຊົາ ອາການຫນັກຂຶ້ນ ເລີຍໆ ເລີຍ
ສົ່ງຕໍ່ໄປໂຮງຫມໍໍຊຽງຣາຍ ແພດເອັກສເລເບື້ອງຕົນພົບວ່າມີສິ່ງຫນື່ງຕິດຢູ່ໃນຫລອດລົມ ແລະ ເມື່ອແພດໄດໃຊ້ກ້ອງສ່ອງເຂົ້າໄປກໍ່ກັບຕ້ອງອຶ້ງ ເມື່ອພົບວ່າ ເປັນປີງ ແລະ ທີ່ສຳຄັນປີງຕົວນີ້ຍັງມີຊີວິດຢູ່ ແລະ ແພດກໍ່ໄດ້ທຳການຊ່ວຍເຫລືອ ໃຊ້ເວລາກວ່າ 30 ນາທີ ແລະ ນຳປີງອອກມາ
ແລະ ດຽວນີລາວກໍ່ປອດໄພແລ້ວ
ແພດສັນນີຖານວ່າການທີປີງຈະເຂົ້າໄປຢູ່ໄດ້ນັ້ນແມ່ນການດື່ມນ້ຳທີ່ບໍ່ສະອາດ ຕາມແມ່ນ້ຳຕ່າງໆ ທີ່ມີໄຂ່ ຫລື ຕັວອ່ອນຈາກນັ້ນກໍ່ໄປຟ້ກຕົວໃນຫລອລົມຈົນໃຫຍ່,

໐ ກະທູ້
໑໖໕ ໂພສ
ນັກການກະທູ້
ຮູບເບິ່ງບໍ່ໄດ້ຊ້ຳນະ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຕາຢ້ານເນາະ

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ເປັນຕາຢ້ານເນາະ ຂ້ອຍເຄີຍເບິ່ງຂ່າວຊ່ອງ 5 ມື້ວານມື້ກ່ອນນີ້ແຫລະ ເປັນຕາຢ້ານແທ້ໆ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໖ ກະທູ້
໕໒໙ ໂພສ
ຊຳນານການເວັບບອດ
ຂໍສະແດງຄວາມຍິນດີນຳຜູ້ປ່ວຍແລະຄອບຄົວຜູ່ປ່ວຍ ທີ່ປອດໄພ

♥ (◕‿◕)♥ MuSiC = LiFE --->> GuiTaR = B --->> CaMeRa = Pp --->> B&Pp = PLaiFuNH --->> 4EVER LUV ♥ (◕‿◕)♥

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍເປັນຕາຍ້ານເນາະ ເຈັບປີງມາປີ້ງແກ້ມເຫລົ້າກ່ອນນາ....ອິອິ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຕາຢ້ານເນາະ....!
ແຕ່ເຖິງປີງມັນຕະເປັນຕາຢ້ານ ແຕ່ມັນກະເປັນສັດທຳມະດ໊າ ທຳມະດາຊະນິດໜຶ່ງ
ມັກມີທັງປະໂຫຍດແລະໂທດຄືກັນ
ເປັນຫຍັງຄືວ່າປີງເປັນໂຕສູບເລືອດ (ສູບເນື້ອບໍ່ໄດ້ດອກ)
ຍ້ອນແຂ້ວຂອງມັນມີລິດເປັນຢາຕ້ານການກ້າມທີ່ໄດ້ຜົນດີ(ຫຼາຍ)ຊະນິດໜຶ່ງ ເວລາປີງມັນກັດ ເລືອດຈຶ່ງໄຫຼບໍ່ຢຸດ (ເພິ່ນວ່າ)
ສຳລັບຄົນທີ່ເປັນພະຍາດລິ່ມເລືອດ ຫຼື ເລືອດຈັບຕົວເປັນກ້ອນ ເພິ່ນກະໃຊ້ຢາປະເພດພວກຢາຕ້ານການກ້າມ ທີ່ສະກັດໄດ້ຈາກປິງນິແຫຼະ

(ຂອບໃຈຂໍ້ມູນ ອ.ຈ ສີທາ)

I believe in the IMPOSSIBLE

໑໔ ກະທູ້
໒໔໔ ໂພສ
ນັກການກະທູ້
ມັນເຂົ້າໄປຢູ່ໄດ້ແນວໃດເປັນຕາຢ້າແທ້ນໍ

໖ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ຂໍໃຫ້ທຸກຄົນຈົ່ງມີສະຕິລະວັງຕົວໃນການດື່ມນ້ຳຕາມຫ້ວຍໜອງຄອງບຶງ ດູແລສຸຂະພາບຕົວເອງໃຫ້ດີ

ຄົນກ່ຳພ້າແຟນ

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Oh!!!! ອັນຕະລາຍແທ້ປິງໂຕນິນະ!!!

ເອົາມາພີ້ດຸ....ຈະຍ່ຽວໃສ່ນິ!!!

ແຫ່ໆໆໆ

໖ ກະທູ້
໕໒໙ ໂພສ
ຊຳນານການເວັບບອດ

♥ (◕‿◕)♥ MuSiC = LiFE --->> GuiTaR = B --->> CaMeRa = Pp --->> B&Pp = PLaiFuNH --->> 4EVER LUV ♥ (◕‿◕)♥

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ ຍີນ ເລື້ອຍໆທ ເລື່ອງ ແບບ ນີ້ ສ່ວນໄຫຍ່ ແມ່ນເກີດ ຢູ່ ກັບ ຄົນ ຊົນ ນະ ບົດ ເປັນ ສ່ວນ ໄຫຍ່

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາອອກໄດ້ບໍ່?

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເປັນຕາຍ້ານເນາະ

໑໙ ກະທູ້
໒໐໒ ໂພສ
ນັກການກະທູ້
ຂີ້ຕັວະ

໙ ກະທູ້
໓໔໓ ໂພສ
ຊຳນານການເວັບບອດ
ເປັນຕາຢ້ານນນນນນ

ຄົນທີ່ຮັກເຈົ້າຈົນຕາຍມີຢູ່ແທ້ບໍ່ແມ່ນນິຍາຍ ຈື່ໄວ້

໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ບໍ່ກ້າກິນນ້ຳທີ່ບໍ່ສະອາດແຫລບາດນິ

໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ທີ່ຈິງແລ້ວແພດກໍ່ຢັ້ນຢືນບາງຢ່າງບໍ່ຖຶກ,
ສັດຕະກຸນນີ້ມີຫຼາຍຊະນິດຄື: ປີງ,ທາກ ແລະ ທາກແທ້(ທັກແທ້)
ໄດ້ຂ່າວແລ້ວຂ້ອຍເຂົ້າໃຈໂລດວ່າບໍ່ແມ່ນປີງ
ມັນເປັນໂຕ ທັດແທ້,ສັດຊະນິດນີ້ ຕົວນ້ອຍໆ, ນ້ອຍກວ່າໂຕທາກອີກ,ປະມານວ່າສ່ຳເສັ້ນຂົນຂອງໝູ
ຖ້າເຮົາບໍ່ຕັ້ງໃຈເບິ່ງກວດກາຄັກໆ ແມ່ນບໍ່ສາມມາດເຫັນໂຕມັນໄດ້,ມັນອາໃສຢູ່ໃນຫວ້ຍນ້ຳນ້ອຍ,ຕາມພູເຂົາ
ສ່ວນທົ່ງພຽງ ນ້ຳໃຫຍ່ ສັດຊະນິນີ້ບໍ່ຢູ່ເດັດຂາດ,ສັດຊະນິດນີ້ບໍ່ກັດພາຍນອກຄືປີງ
ແລະ ທາກ,ມັນຈະພະຍາຍາມແຝງຕົວຢູ່ຕາມຂີ້ເຫຍື້ອແຄມຫ້ວຍ ເມື່ອສັດ ຫຼື ຄົນເຮົາໄປກວນນ້ຳແຖວມັນຢູ່
ມັນຈະລອຍຕົວຢູ່ຕາມນ້ຳ ແລະ ເວລາເຮົາຕັກນ້ຳ,ດື່ມນ້ຳ ມັນຈະລອຍເຂົາຈັບຢູ່ຮູຄໍ(ບ່ອນອື່ນຈະບໍ່ຢູ່ເດັດຂາດ),ມັນດູດກິນເລືອດອີ່ມແລ້ວບາງຕົວມັນຈະຂຶ້ນມາຢູ່ຮູດັງ ແລະ ອອກມານອນຫຼີ້ນຢູ່ປາກຮູດັງໃຫເເຮົາເຫັນ,ແຕ່ຫາກເຮົາຕິງມັນກໍ່ລິບເຂົ້າໃນຢ່າງໄວວາ,
ການທີ່ຢາກຂ້າຕົວມັນແມ່ນຢາກທີ່ສຸດ
ແຕ່ກໍ່ມີທາງອອກຄືມີໝາກໄມ້ຊະນິດໜຶ່ງທີ່ສາມາດຂ້າມັນໄດ,ເອົາມາອັດຮູດັງແລ້ວສູດລົມເຂົ້າແຮງໆ ມັນກໍ່ຕາຍ
ຫາກມັນເຂົ້າຢູ່ຄໍເຮົາກໍ່ກິນລົງໄປ( ແຕ່ບໍ່ບອກແຈ້ງເພາະຖ້າກິນບໍ່ຖຶກວິທີ ເປັນພິດເບຶ່ອຕາຍທັງຄົນພ້ອມ)

ພັນທະຫົວໃຈ::

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ phantahoijai ຂຽນວ່າ...

ອ໋ອຍໆໆເປັນ ຕາ ຢ້ານ ເນາະ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ