ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຄົນໄກບ້ານ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຄົນໄກບ້ານ » ຄົນລາວສະໄຫມໃຫມ່ຂຽນພາສາລາວບໍ່ຖືກ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີແຕ່ເຮົາຂຽນkaraoke


໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ...
ດີແຕ່ເຮົາຂຽນkaraoke



ເຂົ້າທ່າ 55555555555


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນລະ ສະໄໝໃດກໍ່ຂຽນບໍ່ຖືກ ຖ້າບໍ່ຮຽນລະອຽດ ແລະ ບໍ່ເອົາໃຈໃສ່ ອິອິອິ


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Amthone ຂຽນວ່າ...
ຍ້ອນການສຶກສາຕົກຕ່ຳ !!!!

ທ່ານກະເວົ້າໂພດຕິ ມັນບໍ່ແມ່ນຍ້ອນການສຶກສາຕົກຕ່ຳ ແຕ່ຍ້ອນຄົນລາວບໍ່ເອົາໃຈໃສ່ ບັນຫາຫຼັກໄວຍະກອນລາວຕ່າງຫາກ ຖ້າເປັນພາສາເວົ້ານິບໍ່ເປັນຫຍັງ
ແຕ່ພາສາຂຽນນິຕິ ເປັນເລື່ອງແນ່ນອນ ເພາະມັນແມ່ນເອກະລັກຂອງຊາດ ມັນແມ່ນໃບໜ້າຂອງຊາດ ຂ້າພະເຈົ້ານິວ່າຮຽນພາສາລາວນິຂີ້ຮ້າຍຫຼາຍ ແຕ່ມາເບິ່ງໄວໜຸ່ມທີ່ຫາກໍ່ຈົບໂຮງຮຽນສາມັນປັດຈຸບັນນິພັດແຮງໜ້າເປັນຫ່ວງນຳເລື່ອງການໃຊ້ພາສາ
[color=red]ຈົ່ງພ້ອມກັນອານຸລັກສິ່ງທີ່ເປັນເອກະລັກຂອງຊາດໄວ້ເຖີດພີ່ນ້ອງ
[/color]

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ການທີ່ເປັນຄົນທີ່ມັກອ່ານຫນັງສືບໍ່ວ່າຈະເປັນຫນັງສືຫຍັງກໍຕາມ (ມີສາລະ) ຈະຊ່ວຍໃຫ້ການຂຽນດີຂຶ້ນ


໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ຂຽນບໍ່ຖືກຍ້ອນເປັນພາສາທ້ອງຖິ່ນແນ່ ຢ້ານຂຽນບໍ່ທັນໝູ່ແນ່ ຂ້ອຍກໍ່ເລີ່ມຈະຂຽນບໍ່ຖືກແນ່ລະດົນໆລະມາຂຽນພາສາລາວເທື່ອໜຶ່ງ


໐ ກະທູ້
໒໖໒ ໂພສ
ນັກການກະທູ້
ຍ້ອນພາສາລາວບໍ່ມີການພັດທະນາ ກະເລີຽ ດ່ອຍພັດທະນາ!!!!! ເອົາແຕ່ຜູ່ຊິເວົ້າ, ເອົາແຕ່ຜູ່ຊິຂຽນ, ຂາດຫຼັກການ, ຂາດການຕີຄວາມໝາຽ.........ຕົວຢ່າງ:
ປ້ອງກັນພະຍາດ=ບໍ່ໃຫ້ເກີດມີພະຍາດ, ປ້ອງກັນນ້ຳຖວ້ມ= ບໍ່ໃຫ້ເກີດມີນ້ຳຖ້ວມ, ປ້ອງກັນສັດຕູ= ບໍ່ໃຫ້ມີສັດຕູເຂົ້າມາ, ເຮັດຮົ້ວນາປ້ອງກັນງົວຄວາຽ= ເຮັດຮົ້ວນາເພື່ອບໍ່ໃຫ້ງົວຄວາຽເຂົ້າກິນຕົ້ນເຂົ້າ, ປ້ອງກັນຄວາມສະຫງົບ=..............


໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Ph3t ຂຽນວ່າ...
ຂຽນບໍ່ຖືກຍ້ອນເປັນພາສາທ້ອງຖິ່ນແນ່ ຢ້ານຂຽນບໍ່ທັນໝູ່ແນ່ ຂ້ອຍກໍ່ເລີ່ມຈະຂຽນບໍ່ຖືກແນ່ລະດົນໆລະມາຂຽນພາສາລາວເທື່ອໜຶ່ງ



ຂ້ອຍກໍບໍ່ຄ່ອຍໄດ້ຂຽນປານໃດ ດົນໆ ຂຽນເທື່ອຫນຶ່ງ ແຕ່ກໍພະພາຍາມຈັບຫລັກການໃຫ້ໄດ້ ຕອນນີ້ກໍເປັນເວລາເກືອບ 4 ປີແລ້ວທີ່ມາສຶກສາທີ່ປະເທດໄທຍ ແຕ່ກໍບໍ່ເຄີຍລືມພາສາລາວ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແຕ່ເຣົາກະຂຽນຜິດຫລາຍໆໆໆໆ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Amthone ຂຽນວ່າ...
ຍ້ອນພາສາລາວບໍ່ມີການພັດທະນາ ກະເລີຽ ດ່ອຍພັດທະນາ!!!!! ເອົາແຕ່ຜູ່ຊິເວົ້າ, ເອົາແຕ່ຜູ່ຊິຂຽນ, ຂາດຫຼັກການ, ຂາດການຕີຄວາມໝາຽ.........ຕົວຢ່າງ:
ປ້ອງກັນພະຍາດ=ບໍ່ໃຫ້ເກີດມີພະຍາດ, ປ້ອງກັນນ້ຳຖວ້ມ= ບໍ່ໃຫ້ເກີດມີນ້ຳຖ້ວມ, ປ້ອງກັນສັດຕູ= ບໍ່ໃຫ້ມີສັດຕູເຂົ້າມາ, ເຮັດຮົ້ວນາປ້ອງກັນງົວຄວາຽ= ເຮັດຮົ້ວນາເພື່ອບໍ່ໃຫ້ງົວຄວາຽເຂົ້າກິນຕົ້ນເຂົ້າ, ປ້ອງກັນຄວາມສະຫງົບ=..............



ຂ້າພະເຈົ້າຂັດຄ້ານກັບປະໂຫຍກທີ່ວ່າ ພາສາລາວບໍ່ມີການພັດທະນາ ທີ່ທ່ານໄດ້ສະເຫນີມານັ້ນ ເພາະວ່າພາສາລາວແມ່ນພາສາທີ່ໄດ້ພັດທະນາມາແລ້ວ ແຕ່ກ່ອນພາສາລາວສະກົດຕາມພາສາບາລີທີ່ມີກາຣັນຕ໌ແລະອັກສອນກໍມີຫລາຍໂຕ ແຕ່ຕອນນີ້ໄດ້ພັດທະນາເຫລືອ 27 ໂຕ ແລະຕັດກາຣັນຕ໌ອອກ ດັ່ງນັ້ນພາສາລາວຈຶ່ງເປັນພາສາທີ່ໄດ້ຮັບການພັດທະນາແລ້ວ ແລະກໍເປັນພາສາທີ່ມີຄວາມແລະສົມບູນໃນຕົວຢູ່ແລ້ວ ແຕ່ວ່າຕົນທີ່ຂຽນບໍ່ໃສ່ໃຈໃນການຂຽນເອງ ແລະປະໂຫຍກທີ່ທ່ານໄດ້ຍົກຕົວຢ່າງມາຂ້າງເທິງນັ້ນມັນຄືຄວາມຫລາກຫລາຍຂອງພາສາ ແລ້ວແຕ່ດຸນພິນິດຂອງຜູ້ຂຽນທີ່ນຳໃຊ້ໃຫ້ເຫມາະສົມກັບປະໂຫຍກນັ້ນ ໆ ເພາະວ່າຖ້າຂຽນບົດຄວາມໃດຫນຶ່ງແລ້ວ ປະໂຫຍກບໍ່ຕໍ່ເນື່ອງກັນ ແນ່ນອນຜູ້ອ່ານກໍຈະບໍ່ເຂົ້າໃຈໃນສິ່ງທີ່ເຮົາຈະສື່ອອກໄປ ດັ່ງນັ້ນການເລືອກປະໂຫຍກກໍຄວນໃຫ້ເຫມາະສົມກັບບົດຄວາມທີ່ເຮົາຂຽນ ບໍ່ແມ່ນວ່າພາສາລາວດ້ອຍພັດທະນາເຫມືອນທີ່ທ່ານໄດ້ສະເຫນີມາ


ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>