ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຄົນໄກບ້ານ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຄົນໄກບ້ານ » ຖ້າເຈົ້າອ່ານເຈົ້າຈະຕອບເປັນສຽງດຽວກັນກັບທຸກຄົນວ່າ...ແມ່ນອີຫລີ

ໜ້າທີ່ 1 ຈາກທັງໝົດ 4 ໜ້າ <<<1234>>>


໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ຂ້າພະເຈົ້າຖືວ່າເປັນຄົນຫນຶ່ງທີ່ໄດ້ມີໂອກາດໄດ້ເດີນທາງໃນທີ່ຕ່າງໆ ສິ່ງຫນຶ່ງທີ່ຂ້າພະເຈົ້າສັງເກດເຫັນຄືຄວາມຈະເລີນຂອງອາຄານບ້ານເຮືອນ ຫ້າງຮ້ານຕ່າງໆໄດ້ເກີດຂຶ້ນໄປພ້ອມໆກັບຄວາມຈະເລີນພາຍໃຕ້ການຊີ້ນຳນຳພາຂອງພັກ-ລັດທີ່ເຂັ້ມແຂງ ຄຽງຄູ່ໄປກັບຄວາມຈະເລີນນັ້ນ ສິ່ງຫນຶ່ງທີ່ເຮົາເຫັນຄືປ້າຍໂຄສະນາທີ່ໃຫຍ່ໂຕທັນສະໄຫມລວມໄປເຖິງປ້າຍເລັກປ້າຍນ້ອຍແຕ່ສິ່ງທີ່ສັງເກດເຫັນຄືການຂຽນພາສາລາວ(ການສະກົດຄຳ)
ບໍ່ຄ່ອຍຖືກ ອາດເປັນເພາະຄວາມບໍ່ເອົາໃຈໃສ່ໃນເລື່ອງເລັກໆນ້ອຍໆ ແຕ່ໃນຄວາມເປັນຈິງແລ້ວມັນເປັນເລື່ອງໃຫຍ່ເພາະວ່າເດັກທີ່ເກີດໃຫມ່ໃຫຍ່ລຸນຈະເກີດຄວາມສັບສົນໃນການຂຽນພາສາລາວໂດຍບໍ່ຮູ້ວ່າຂຽນແບບໃດຜິດ
ແບບໃດຖືກແທ້ ແລະອີກສື່ຫນຶ່ງທີ່ສຳຄັນສັງເກດເຫັນວ່າໃຊ້ພາສາລາວບໍ່ຄ່ອຍຖືກຄືເພງຄາຣາໂອເກະ(ບາງເພງ) ເພາະວ່າສື່ນີ້ເປັນສື່ທີ່ມີເດັກໃຊ້ບໍລິການໃນສື່ນີ້ຢ່າງກວ້າງຂວາງຈຶ່ງຖືວ່າເປັນເລື່ອງທີ່ຫນ້າເປັນຫ່ວງພໍສົມຄວນເພາະວ່າເດັກນ້ອຍຄືອະນາຄົດຂອງຊາດ ເດັກນ້ອຍກໍປຽບເຫມືອນຜ້າຂາວຖ້າເຮົາເອົາສີໃດໄປແຕ້ມກໍຈະຕິດສີນັ້ນ ຂ້າພະເຈົ້າຂໍຍົກຕົວຢ່າງບາງຕົວຢ່າງດັ່ງນີ້ສະຫລຸບແລ້ວຍັງມີຫລາຍຫນ່ວຍງານທີ່ຍັງມີຈຸດບົກພ່ອງໃນການໃຊ້ພາສາລາວ ດັ່ງນັ້ນຈຶ່ງຢາກຝາກຫນ່ວຍງານທີ່ກ່ຽວຂ້ອງໃຫ້ເຂົ້າມາເບິ່ງແຍງໃນບັນຫາທີ່ເກີດຂຶ້ນດັ່ງກ່າວໃຫ້ບັນເທົາເບົາບາງ ເພາະວ່າຖ້າປ່ອຍປະລະເລີຍພາສາລາວທີ່ບັນພະບູຣຸດເຮົາສ້າງມາແລະເປັນພາສາທີ່ບົ່ງບອກເຖິງຄວາມເປັນຊາດລາວດັ່ງຄຳສຸພາສິດທີ່ວ່າ “ພາສາບອກຊາດ ມາລະຍາດບອກຕະກູນ” ຄົງຈະເຂົ້າຂັ້ນວິກິດແນ່ນອນ
ແລະທ້າຍນີ້ຢາກຝາກທຸກຄົນທຸກພາກສ່ວນໃຫ້ຊ່ວຍກັນຮັກສາແລະຫວງແຫນເອກະລັກຂອງຊາດລາວໂດຍສະເພາະພາສາລາວໃຫ້ສະຖິດສະຖາພອນ
ຢູ່ຄູ່ກັບຊາດລາວເຮົາຊົ່ວນິລັນດອນ

ຈາກມຸມຫນຶ່ງຂອງລ້ານຊ້າງ


໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ແມ່ນອີ່ຫຼີ...!

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໐ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ແມ່ນອີຫຼີ ຂ້ອຍກໍພະຍາຍາມຮຽນຮູ້ນຳໝູ່ຫຼາຍໆຄົນ ບາງເທືອລາວກະພາຂ້ອຍຂຽນຜິດຄືກັນ


໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພງຫຍັງລະນິ ຄືຜິດຫຼາຍແທ້ ຮາໆໆ


໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ pranpa ຂຽນວ່າ...
ແມ່ນອີຫຼີ ຂ້ອຍກໍພະຍາຍາມຮຽນຮູ້ນຳໝູ່ຫຼາຍໆຄົນ ບາງເທືອລາວກະພາຂ້ອຍຂຽນຜິດຄືກັນ



ການຂຽນພາສາລາວຖ້າເຮົາຈັບຫລັກໄດ້ຈະເປັນເລື້ອງງ່າຍ ຈະຂໍແນະນຳເລັກໆນ້ອຍໆດັ່ງນີ້
ການໃສ່ວັນນະຍຸດ. ໄມ້ກັນໄມ້ກົງ ຫລືວ່າສະລະອິອີຕ່າງໆ ໃຫ້ຈຳຫລັກງ່າຍໆຄືຖ້າຄຳໆນັ້ນອອກສຽງໃດໃຫ້ໃສ່ວັນນະຍຸດ. ໄມ້ກັນໄມ້ກົງ ຫລືວ່າສະລະອິອີຕ່າງໆນັ້ນໃຫ້ເຊິ່ງກັບຄຳໆນັ້ນ ຕົວຢ່າງເຊັ່ນ ”ນ້ອງ” ຄຳວ່ານ້ອງ ອ່ານອອກສຽງ ”ນ” ຖ້າຂຽນ ”ນອ້ງ” ຖືວ່າຜິດ ເພາະບ່ໄດ້ອ່ານວ່າ
”ອ້ອງ” ແລະຄຳໆຫນຶ່ງທີ່ຫລາຍໆຄົນສັບສົນໃນການຂຽນພໍສົມຄວນຄືຄຳວ່າ ”ຂວັນ” ຄຳວ່າຂວັນ ອ່ານອອກສຽງ ”ຂວ” ຖ້າຂຽນ ”ຂັວນ” ຖືວ່າຜິດເພາະວ່າ ”ຂວ” ເປັນໂຕຄວບ
ຫມາຍເຫດ: ຖ້າເປັນໂຕຄວບໃຫ້ໃສ່ຫລັງໂຕຈິງ ເຊັ່ນ: ຫງ. ຫວ. ຫຍ. ຂວ. ຄວ. ໆລໆ ຄຳທີ່ກ່າວມານີ້ເວລາໃສ່ໃຫ້ໃສ່ໂຕຫລັງສະເຫມີ (ຫວີ(ຫວີສຳຫລັບຫວີຜົມ). ຫຍ້າ. ຂວັນ. ຄວັນ. ເຫງົາ) ຖ້າຂຽນດັ່ງຕໍ່ໄປນີ້ຖືວ່າຜິດ (ຫີວ(ຫວີສຳຫລັບຫວີຜົມ). ຫ້ຍາ. ຂັວນ. ຄັວນ. ເຫົງາ)


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ ກ ບໍ່ເກັ່ງພາສາລາວປານໃດ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ຂ ກ ບໍ່ເກັ່ງພາສາລາວປານໃດ



ເຈົ້າວ່າເຈົ້າບໍ່ເກັ່ງແຕ່ຂຽນບໍ່ຜິດຈັກຄຳຖືວ່າເກັ່ງແລ້ວ ອິອິ


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນອີຫຼີ ແມ່ນແທ້ໆ ເນາະ

ຮັກແທ້ຄືແມ່

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ຂ ກ ບໍ່ເກັ່ງພາສາລາວປານໃດ



ເຈົ້າວ່າເຈົ້າບໍ່ເກັ່ງແຕ່ຂຽນບໍ່ຜິດຈັກຄຳຖືວ່າເກັ່ງແລ້ວ ອິອິ


ແມ່ນບໍ? ຂອບໃຈ ຂອບໃຈ

ສ່ວນຫລາຍແລ້ວ ຂ ມ ຂຽນຜິດ ສະລະ ໄມ້ເອກ ບາງເທື່ອກໍວາງຜິດເຫມືອນກັນ (ກໍ ຫລື ກໍ່)?

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນອີ່ຫຼີ່ແມະ

ຄິດດີ ເວົ້າດີ ເຮັດດີ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ຂ ກ ບໍ່ເກັ່ງພາສາລາວປານໃດ



ເຈົ້າວ່າເຈົ້າບໍ່ເກັ່ງແຕ່ຂຽນບໍ່ຜິດຈັກຄຳຖືວ່າເກັ່ງແລ້ວ ອິອິ


ແມ່ນບໍ? ຂອບໃຈ ຂອບໃຈ

ສ່ວນຫລາຍແລ້ວ ຂ ມ ຂຽນຜິດ ສະລະ ໄມ້ເອກ ບາງເທື່ອກໍວາງຜິດເຫມືອນກັນ (ກໍ ຫລື ກໍ່)?



ອືມ..ດີແລ້ວທີ່ຍັງມີຄວາມພະຍາຍາມ ສ່ວນ “ກໍ ແລະ ກໍ່“ ໃຊ້ດັ່ງນີ້
ກໍ່ ຄື: ກໍ່ສ້າງ . ກໍ່ການຮ້າຍ. ໆລໆ
ກໍ ຄື: ກໍໄດ້. ບາງເທື່ອກໍວາງຜິດ ໆລໆ ປະມານນີ້ແຫລະ


໑ ກະທູ້
໕໗໐ ໂພສ
ຊຳນານການເວັບບອດ
ແມ່ນຄວາມເຈົ້າເນາະ ຂຽນຜິດເບາະນິ ອິອິອິ


໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ POO2 ຂຽນວ່າ...
ແມ່ນຄວາມເຈົ້າເນາະ ຂຽນຜິດເບາະນິ ອິອິອິ



ອືມ...ເຈົ້າກະເກັ່ງແລ້ວເດຂຽນບໍ່ຜິດຈັກຄຳເລີຍ


໓ ກະທູ້
໓໓໕ ໂພສ
ຊຳນານການເວັບບອດ
ແມ່ນອີ່ຫຼີ

ຄົນລາວຄົນມີນ້ຳໃຈ

໑ ກະທູ້
໕໗໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ POO2 ຂຽນວ່າ...
ແມ່ນຄວາມເຈົ້າເນາະ ຂຽນຜິດເບາະນິ ອິອິອິ



ອືມ...ເຈົ້າກະເກັ່ງແລ້ວເດຂຽນບໍ່ຜິດຈັກຄຳເລີຍ


ຂ້ອຍມັກ ລາຍເຊັນເຈົ້ານະ ງາມດີ ແປກໆ


໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ One2 ຂຽນວ່າ...
ເພງຫຍັງລະນິ ຄືຜິດຫຼາຍແທ້ ຮາໆໆ



ກະເພງລາວນີ້ລະ 5555555555


໐ ກະທູ້
໓໙ ໂພສ
ຂາປະຈຳເວັບບອດ

nEvEr g!vE uP!!!

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ malasocute ຂຽນວ່າ...



thank


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ແມນເຂົາເຈົ້າຂຽນຖືກແລ້ວບໍ່

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໓ ກະທູ້
໙໖ ໂພສ
ຂາປະຈຳເວັບບອດ


໑ ກະທູ້
໒໖໑ ໂພສ
ນັກການກະທູ້
ອືມ..ແມ່ນຄວາມເຈົ້າເວົ້າຫັ້ນລະທ່ານ

ເວົ້າເລື່ອງຂ້າເລື່ອງຕີໜີບໍ່ສູ້ ເວົ້າເລື່ອງກີນເລື່ອງຢູ່ສູ້ບໍ່ໜີ ອິອິອິ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ຂ ກ ບໍ່ເກັ່ງພາສາລາວປານໃດ



ເຈົ້າວ່າເຈົ້າບໍ່ເກັ່ງແຕ່ຂຽນບໍ່ຜິດຈັກຄຳຖືວ່າເກັ່ງແລ້ວ ອິອິ


ແມ່ນບໍ? ຂອບໃຈ ຂອບໃຈ

ສ່ວນຫລາຍແລ້ວ ຂ ມ ຂຽນຜິດ ສະລະ ໄມ້ເອກ ບາງເທື່ອກໍວາງຜິດເຫມືອນກັນ (ກໍ ຫລື ກໍ່)?



ອືມ..ດີແລ້ວທີ່ຍັງມີຄວາມພະຍາຍາມ ສ່ວນ “ກໍ ແລະ ກໍ່“ ໃຊ້ດັ່ງນີ້
ກໍ່ ຄື: ກໍ່ສ້າງ . ກໍ່ການຮ້າຍ. ໆລໆ
ກໍ ຄື: ກໍໄດ້. ບາງເທື່ອກໍວາງຜິດ ໆລໆ ປະມານນີ້ແຫລະ



ໂດຍໆໆໆ ຂອບໃຈທີ່ຊີ້ແນະ (ທີ່ ຫລື ທີ) ສັບສົນອີກແລ້ວ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ຂ ກ ບໍ່ເກັ່ງພາສາລາວປານໃດ



ເຈົ້າວ່າເຈົ້າບໍ່ເກັ່ງແຕ່ຂຽນບໍ່ຜິດຈັກຄຳຖືວ່າເກັ່ງແລ້ວ ອິອິ


ແມ່ນບໍ? ຂອບໃຈ ຂອບໃຈ

ສ່ວນຫລາຍແລ້ວ ຂ ມ ຂຽນຜິດ ສະລະ ໄມ້ເອກ ບາງເທື່ອກໍວາງຜິດເຫມືອນກັນ (ກໍ ຫລື ກໍ່)?



ອືມ..ດີແລ້ວທີ່ຍັງມີຄວາມພະຍາຍາມ ສ່ວນ “ກໍ ແລະ ກໍ່“ ໃຊ້ດັ່ງນີ້
ກໍ່ ຄື: ກໍ່ສ້າງ . ກໍ່ການຮ້າຍ. ໆລໆ
ກໍ ຄື: ກໍໄດ້. ບາງເທື່ອກໍວາງຜິດ ໆລໆ ປະມານນີ້ແຫລະ



ໂດຍໆໆໆ ຂອບໃຈທີ່ຊີ້ແນະ (ທີ່ ຫລື ທີ) ສັບສົນອີກແລ້ວ



ຄວາມຈິງແລ້ວຄຳວ່າ “ທີ່“ ຫລື “ທີ“ ມີຄວາມຫມາຍຊັດເຈນຢູ່ແລ້ວໃນເມື່ອຖາມມາແລ້ວກໍບໍ່ຂັດທີ່ຈະຕອບຢູ່ແລ້ວ ຂໍອະທິບາຍງ່າຍໆດັ່ງນີ້
1. ທີ່ = ສະຖານທີ່ . ເຕັມທີ່. ລຳດັບທີ່ ໆລໆ
2. ທີ = ບາງທີ. ວິທີ. ເວທີ ໆລໆ


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນລາວນີ່ເກັ່ງນ່ະ
ໃຊ້ພາສາໄທ ພິມສະໄຕລ໌ພາສາລາວ(ຄົນໄທອ່ານບໍ່ຮູ້ເລື່ອງ) ກະສື່ສານກັນໄດ້
ໃຊ້ພາສາຝະຫຼັ່ງພິມແບບ ຄາລະໂອເກະ(ອັນນີ້ບາງຄຳຂ້ອຍໄດ້ດູມໍຫາເອົາຍ້ອນຂ້ອຍອ່ານບໍ່ອອກ)
ກະສື່ສານກັນໄດ້ອີກ
ບັດພາສາໄທຫັ້ນຍາກຫຼາຍ ຮຽນຈົນຈົບ ມໍ 6 ແລ້ວບາງຄຳກະຍັງຂຽນໂຕສະກົດບໍ່ຖືກກະມີ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໓ ກະທູ້
໑໖໘ ໂພສ
ນັກການກະທູ້
ກະທູ້ນີ້ ດີ,


໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ wantiya ຂຽນວ່າ...
ຄົນລາວນີ່ເກັ່ງນ່ະ
ໃຊ້ພາສາໄທ ພິມສະໄຕລ໌ພາສາລາວ(ຄົນໄທອ່ານບໍ່ຮູ້ເລື່ອງ) ກະສື່ສານກັນໄດ້
ໃຊ້ພາສາຝະຫຼັ່ງພິມແບບ ຄາລະໂອເກະ(ອັນນີ້ບາງຄຳຂ້ອຍໄດ້ດູມໍຫາເອົາຍ້ອນຂ້ອຍອ່ານບໍ່ອອກ)
ກະສື່ສານກັນໄດ້ອີກ
ບັດພາສາໄທຫັ້ນຍາກຫຼາຍ ຮຽນຈົນຈົບ ມໍ 6 ແລ້ວບາງຄຳກະຍັງຂຽນໂຕສະກົດບໍ່ຖືກກະມີ



ພາສາໄທຖາມວ່າຍາກບໍ່ ຕອບໄດ້ເລີຍວ່າຍາກແຕ່ຖ້າເຮົາທຳຄວາມເຂົ້າໃຈໃຫ້ດີ ແລະຈັບຫລັກໃຫ້ໄດ້ກໍບໍ່ຍາກເລີຍຂ້າພະເຈົ້າຈະບອກເທັກນິກໃນການຈຳຕາມແບບທີ່ຂ້າພະເຈົ້າໃຊ້ເພື່ອວ່າຜູ້ທີ່ສົນໃຈຈະນຳໄປໃຊ້ກໍບໍ່ໄດ້ຫວງລິຂະສິດ ເທັກນິກໃນການຈຳແບບງ່າຍໆດັ່ງນີ້
1.ปาฏิหาริย์ ເວລາທ່ອງໃຫ້ທ່ອງວ່າ ປະ-ຕິ-ຫາ-ຣິ-ຍະ
2.กษัตริย์ ເວລາທ່ອງໃຫ້ທ່ອງວ່າ ກະ-ສັດ-ຕະ-ຣິ-ຍະ
ເທັກນິກນີ້ໄດ້ A ພາສາໄທມາແລ້ວ



໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Ninu ຂຽນວ່າ...
ກະທູ້ນີ້ ດີ,



thank ....*-* ...



໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ wantiya ຂຽນວ່າ...
ບໍ່ແມນເຂົາເຈົ້າຂຽນຖືກແລ້ວບໍ່



ທ່ານຫມາຍເຖິງທີ່ເຂົາຂຽນໃນຄາຣາໂອເກະທີ່ຂ້າພະເຈົ້າເອົາມາລົງນັ້ນຫວ໋າ ຖ້າທ່ານຫມາຍເຖິງຂໍ້ຄວາມນັ້ນສະແດງວ່າທ່ານເຂົ້າໃຈຜິດ ເພາະວ່າທີ່ຂ້າພະເຈົ້ານຳມາລົງນັ້ນແມ່ນຂໍ້ຄວາມທີ່ຂຽນຜິດຫມົດ ແລະຂໍ້ຄວາມທີ່ທ່ານຂຽນມາກໍມີບາງຄຳທີ່ຜິດ (ບໍ່ແມນ=(ແມ່ນ)ເຂົາເຈົ້າຂຽນຖືກແລ້ວບໍ່) ເວລາຂຽນຫ້າມອອກຕາມສຳນຽງອີສານ ຄຳວ່າ“ແມ່ນ“ ອີສານອ່ານເປັນ “ແມນ“



໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ຂ ກ ບໍ່ເກັ່ງພາສາລາວປານໃດ



ເຈົ້າວ່າເຈົ້າບໍ່ເກັ່ງແຕ່ຂຽນບໍ່ຜິດຈັກຄຳຖືວ່າເກັ່ງແລ້ວ ອິອິ


ແມ່ນບໍ? ຂອບໃຈ ຂອບໃຈ

ສ່ວນຫລາຍແລ້ວ ຂ ມ ຂຽນຜິດ ສະລະ ໄມ້ເອກ ບາງເທື່ອກໍວາງຜິດເຫມືອນກັນ (ກໍ ຫລື ກໍ່)?



ໄມ້ເອກເຂົາບໍ່ອ່ານວ່າສະຫລະ ແຕ່ໃຫ້ອ່ານວ່າວັນນະຍຸດ ແລະຄຳວ່າ “ສະຫລະ“ ຖ້າຂຽນ “ສະລະ“ ຖືວ່າຜິດ



ໜ້າທີ່ 1 ຈາກທັງໝົດ 4 ໜ້າ <<<1234>>>