ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ຄົນໄກບ້ານ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
1. ແຂວງ ຄຳມ່ວນ ຄຳມ່ວນດິນແດນທຳມະຊາດ ປະຫວັດສາດວິລະຊົນ ຕົ້ນກຳເນີດລຳພະຫຍາມະຫາໄຊ ກິນຊຸບໜໍ່ໄມ້ ແກງໄກ່ໃສ່ສານ ນະມັດສະການພະທາດສີໂຄດຕະບອງ ເປັນເຈົ້າຂອງເຂົ້າໜົມປ່ານ ປະສານປວງປະຊາ ເລັ່ງລັດພັດທະນາ ຊ່ວຍປະຊາໃຫ້ມີສຸກ 2. ແຂວງ ສະຫວັນນະເຂດ ສະຫວັນນະເຂດຜືນແຜ່ນດິນຄຳ ພະທາດອີງຮັງສະຖານບູຮານງາມສະຫງ່າ ສັດໂລກໄດໂນເຊົາຮ້ອຍລ້ານປີ ປະເພນີວັດທະນະທຳລ້ຳເລີດ ກຳເນີດຂັບລຳ 4 ຈັງຫວະ 3. ແຂວງ ສາລະວັນ ໝາກພ້າວນາໄຊ ປີ້ງໄກ່ນາປົ່ງ ເຫຼົ້າຂາວເມືອງຄົງ ລຳວົງສາລະວັນ 4. ນະຄອນຫຼວງວຽງຈັນ ມາວຽງຈັນ ຊົມຂົວມິດຕະພາບ ກາບໄຫ້ວຫໍພຼະແກ້ວ ຊົມສວນປະຕູໄຊ ໄຫ້ວພຼະທາດຫຼວງມິ່ງຂວັນ ຊົມວີວທີວທັດແຄມຂອງ ຫາດຊາຍສີທອງດອນຈັນ ຊີມລົດອາຫານນາໆຊາດ ເທີງຫໍຜາສາດສີ່ສິບຊັ້ນ ພັກຜ່ອນເທີງວິມານສະຫວັນ ໂຮງແຮມດອນຈັນພາເລດ ລືນາມ 5. ແຂວງ ຊຽງຂວາງ ພູກູດມີໄຊ ທົ່ງໄຫຫີນລືນາມ ສາວງາມເມືອງພວນ ເຊີນຊວນທ່ຽວຊົມແຂວງວິລະຊົນ 6. ແຂວງ ໄຊຍະບູລີ ງາມທາດປວກ ເມືອງ ຄອບ ປະນົມນ້ອມພະທາດມັດຄຳ ເມືອງ ເງິນແສນເພີດເພີນພະທາດຊຽງລົມ ເມືອງ ຊຽງຮ່ອນ ອອນຊອນບຸນບັ້ງໄຟ ເມືອງ ປາກລາຍ ງາມເຫຼືອຫຼາຍ ສາວດອກຝ້າຍຈັນເມືອງ ແກ່ນທ້າວ ຫວານນ້ຳໝາກພ້າວ ເມືອງ ບໍ່ແຕນ ແດນພູເຂົາຊ້າງ ເມືອງ ຫົງສາ - ເມືອງ ທົ່ງ ຮວງເຂົ້າກົ່ງເມືອງພຽງ ສຽງຂັບລຳລ່ອງຮຸ່ງ ເມືອງ ໄຊຍະບູລີ 7. ແຂວງ ເຊກອງ ເອກະລັກພູນາງລາວ ແວວວາວຄ່ານ່າຊື່ນໃຈ ທ່ຽວວັງໄງດື່ມເຫົ້ຼາໄຫ ເມືອງ ດາກຈຶງ ຄະນຶງຫາ ສາຍທາລາຕົກຕາດແສກ ແປດພະໄທຢ່າລືມໄປຂໍປັນກອບ ບອກຄວາມສາມັກຄີ ໄປຮູ້ຈັກບຸນປະເພນີບັນດາເຜົ່າ 8. ແຂວງ ບໍ່ແກ້ວ ບໍ່ແກ້ວມະນີລ້ຳຄ່າ ຊົມປ່າດອກງີ້ວບານ ເທດສະການບັນດາເຜົ່າ ຖິ່ນເມືອງເກົ່າສຸວັນນະໂຄມຄຳ ຊົມຖ້ຳນ້ຳຍູ້ ອູ້ສາວລາວຢວນ ຊວນຊົມວັດຈອມເຂົາມະນີລັດ ໄຫວ້ພະທາດສຸວັນນະຜາຄຳ 9. ແຂວງ ບໍລິຄຳໄຊ ຖິ່ນອາໃສສາວເມີ້ຍຜູ້ໂສພາ ຖິ່ນຢູ່ໂຕເສົາຫຼາ ໄມ້ເກດສະໜາຄ່າແພງ ທົ່ງນາແຊງກ້ວາງໃກ ພະບາດໃຫຍ່ໂພນສັນ ຄົນຊ່າລືກ່າວເອີ້ນ ແດນກຸຫຼາບປາກຊັນ 10. ແຂວງ ຜົ້ງສາລີ ຜົ້ງສາລີ ປຽບຄືດັ່ງສະຫວັນສັ່ງ ວິມານດ່ານແດນພູດອຍ ເປັນດິນແດນວິລະຊົນ ຮັກຄອນພົງພັນເຊື້ອ ງາມເຫຼືອຫຼາຍພູຟ້າ ທະເລຫຼວງໝອກໃຫຍ່ ເຊີນຊີມປາພູຟ້າ ດື່ມເຫຼົ້າຂຽວເອ່ວສະຖານທີ່ ເບີ່ງຮີດຄອງປະເພນີ ເອກະລັດຫຼາຍເຜົ່າເຊື້ອ ເປັນຂອງຕ້ອນທ່ານຜູ້ຊົມ! 11. ແຂວງ ຫຼວງນ້ຳທາ ບັ້ນຮົບຫຼວງນ້ຳທາ ພະທາດໃຫຍ່ຊຽງເປງ ຊາບຊື້ງກັບວັດທະນະທຳຫຼາຍເຜົ່າ ເຂົ້າຊອຍແຊບເມືອງສິງ ລີງລາຍແພໄໝມ້ອນ ເມືອງ ຫຼວງນ້ຳທາ ທ່ຽວປ່າສະຫງວນແຫ່ງຊາກນ້ຳຮ່າ ເຂດພັດທະນາເສດຖະກິດພິເສດບໍ່ເຕັນແດນຄຳ ຮ່ວມເຕັ້ນແຊນຳສາວໄຕດຳ ງາມແທ້ລະ ກ໋າ 12. ແຂວງ ຫຼວງພະບາງ ຫຼວງພະບາງເມືອງງາມ ອາຮາມຮຸ່ງເຮືອງ ງາມພູຕັ້ງຢູ່ກາງເມືອງ ເລືອງລືວັດທະນະທຳ ເມືອງນຸ່ງສິ້ນໄໝ ຂວັນໃຈນັກທ່ອງທ່ຽວ ເອາະຫຼາມໃສ່ສະຂ່ານ ງານຊ່ວງເຮືອເດືອນ 9ເມືອງກ້ຽວຄຳຫວານ ຕຳນານເມືອງຂຳທຸ່ມ ວັດເກົ່າແກ່ມາກມີ ຕາດກວາງຊີ ແລະ ຖ້ຳຕີ່ງເປັນເມືອງມໍລະດົກໂລກ. 13. ແຂວງ ວຽງຈັນ ເມືອງເກົ່າໄຜ່ໜາມ ລືນນາມອ່າງນ້ຳງື່ມ ຕຳນານເດີນລາຍງ້າວ ອູ່ເຂົ້າຊາວເມືອງ ຄົນເຮືອງຂັບງື່ມ ດື່ມດຳທຳມະຊາດ ປະຊາລາດສາມັກຄີ 14. ແຂວງ ຫົວພັນ ງົດງານມພູຜາ ນ້ຳມ້າສ່ອງໃສ ວຽງໄຊປະຫວັດສາດ ຜ້າໃໝຊຳໃຕ້ ຫີນຕັ້ງຫົວເມືອງ ຖິ່ນພູສາມເຊົ່າ ຄົກເຂົ້ານ້ຳລິນ ແຜ່ນດິນວິລະຊົນ 15. ແຂວງ ອຸດົມໄຊ ທ່ຽວອຸດົມໄຊ ໄປຊົມທຳມະຊາດ ນ້ຳຕົກຕາດຫົວນ້ຳກັດ ຊົມວັດທະນະທຳຊົນເຜົ່າ ໄຫ້ວພຼະເຈົ້າສິງຄຳ ດື່ມນ້ຳຊາພັນປີ ຂີ່ເຮືອທ່ອງທ່ຽວ ຊົມທຳມະຊາດແຄມຂອງ 16. ແຂວງ ອັດຕະປື ລຳນ້ຳໃສປ່າໄມ້ຂຽວ ທ່ອງທ່ຽວໜອງຟ້າ ຊົມຜາຮຽງຊານໄຊ ໄຫ້ວພະອົງແສນ ພັກແດນສາມັກຄີ 17. ແຂວງ ຈຳປາສັກ ເອກະລັກວັດພູ ກຸຫລາບປາກເຊ ກະເຟປາກຊ່ອງ ນ້ຳຂອງໂຕນຄອນ ສີພັນດອນລືນາມ ແຫລ່ງທີ່ມາ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ມາເປີດສົດຕົວເອງຢ້ານເສຍສົດ 555555555 |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ... ມາເປີດສົດຕົວເອງຢ້ານເສຍສົດ 555555555ຂ້ອຍວ່າອັນເປີດສົດ ນີ້ເຊົາໃຊ້ສາ ແທນທີ່ຊິພິມເນື້ອໃນເລີຍ ພັດໃຫ້ມາອ່ານ "ເປີດສົດ....." ເພາະວ່າຂໍ້ຄວາມທຳອິດແມ່ນຂໍ້ຄວາມທີ່ຜູ້ອ່ານເຫັນກ່ອນໝູ່ . |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເປີດມາເທື່ອໃດກະວ່າແຕ່ສົດ ສົດເນາະ ທີ່ຈິງລະເສັຍສົດແຕ່ນ້ອຍ ຮາາາາາາາາ .................................................................................. ຊອກຫາແຕ່ດົນ ຂອບໃຈ ທີ່ເອົາມາຝາກ
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
""ຕົ້ນກຳເນີດລຳພະຫຍາມະຫາໄຊ ມັນເປັນແນວໃດນໍ ກັບ ກິນຊຸບໜໍ່ໄມ້ ແກງໄກ່ໃສ່ສານ ແມ່ນແກງໃສ່ຫວາຍ ບໍ່ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ພູກູດມີໄຊ ທົ່ງໄຫຫີນລືນາມ ສາວງາມເມືອງພວນ ເຊີນຊວນທ່ຽວຊົມດິນແດນວິລະຊົນ ອ້າຍບ່າວທະຫານຜູ້ກ້າ (ວ່າຊື່ໆ)
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ nipit ຂຽນວ່າ... ""ຕົ້ນກຳເນີດລຳພະຫຍາມະຫາໄຊ ມັນເປັນແນວໃດນໍ ກັບ ກິນຊຸບໜໍ່ໄມ້ ແກງໄກ່ໃສ່ສານ ແມ່ນແກງໃສ່ຫວາຍ ບໍ່ຫວາຍກັບສານມັນຄົນລະອັນກັນນະທ່ານ ທີ່ວ່າ ຕົ້ນກຳເນີດລຳພະຫຍາມະຫາໄຊ ນັ້ນ ເພາະວ່າເມືອງມະຫາໄຊເປັນເມືອງຫນຶ່ງ(อำเภอ)ຫນຶ່ງ ຂອງແຂວງຄຳມ່ວນ ລຳມະຫາໄຊແບບດັ່ງເດີມກົດເບິ່ງໄດ້ເລີຍ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ສະຫວັນນະ ເຂດ ບໍຮູ້ ວ່າ ປານໃດ ເພີ່ນຈິ່ງຈະ ແກ້ ໄຂ ເນາະ????
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຊຽງຂວາງມີໄຊ ໄຫຫີນລືນາມ ສາວງາມເມືອງພວນ ເຊີນຊວນທ່ອງທ່ຽວ ຊົມບໍ່ນ້ຳຮ້ອນ ຖ້ຳພະ, ຖ້ຳປິວ ໜອງຕັ່ງລືຊາ ຕາດຄາ, ຕາດເປີບ ກິນອາຫານດີເລີດ ຂອງຊາວເມືອງພວນ ທີ່ມີກິ່ນຫອມຫວນ ຄືເຂົ້າໄກ່ນ້ອຍ ອາຫານທີ່ແຊບຊ້ອຍ ຄືນົກແອ່ນບິນບົນ ມີແຕ່ຢູ່ຊຽງຂວາງແດນວິລະຊົນ ແຫ່ງດຽວເທົ່ານັ້ນ. ເດີ......
i love laos '' n u ''
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ໃປແວ່ກິນນົກແອ່ນຊຽງຂວາງແດ່ເດີ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ມາດື່ມເຫຼົ້າໄຫແຂວງເຊກອງແດ່ເດີ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ບາງອນກະບໍ່ຢາກຖືກ-*-
ຮັກນ້ອງຕອນເມົາ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຄົນແຕ່ລະແຂວງຄວນຮູ້ຄຳຂວັນແຂວງຕົວເອງໆ ພູກູດມີໄຊ ທົ່ງໄຫຫີນລືນາມ ສາວງາມເມືອງພວນ ເຊີນຊວນທ່ຽວຊົມດິນແດນວິລະຊົນ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ແຂວງນະຄອນຫຼວງຄວນປ່ຽນໄດ້ແລ້ວ ເພາະມັນເຊີຍເຊີຍ ຂົວມິດຕະພາບແຂວງອື່ນເຂົາກະມີ ບາງທີງາມກວ່າອີກ ໂຮງແຮມສະຖານທີ່ພັກເຊົາບໍ່ຄວນເອົາເຂົ້າມາເປັນຄຳຂວັນ ເພາະຈັກນ່ອຍກໍ່ຕົກຍຸກໄປ ມີສິ່ງປຸກສ້າງໃໝ່ໆທີ່ທັນສະໃໝກວ່າຂຶ້ນມາແທນ ພະຍາຍາມຊອກຫາສິ່ງເປັນ ຢູນິກ ຈະດີກວ່າ ຊຶ່ງມີບໍ່ອຶດຢູ່ໃນນະຄອນຫຼວງ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຄຳຂວັນເລົ່ານີ້ ຕາມທີ່ຮູ້ແມ່ນໃຊ້ສຳລັບວຽກງານທ່ອງທ່ຽວ ໃນປີທ່ອງທ່ຽວລາວ 1999 ດຽວນີ້ມີຫລາຍແຂວງໄດ້ປ່ຽນແປງແລ້ວ ຕົວຢ່າງແຂວງສາລະວັນກໍມີ: “ເຂດເຜົ່າສາມແສນ, ແດນວິລະກຳ, ລໍາມະຫາອໍານາດ, ນ້ຳຕົກຕາດໄຫລ ລິນ, ຖິ່ນກາເຟ-ໝາກແໜ່ງ, ແຫ່ລງບໍລິການຊີ້ນໄກ່ໃຫ່ຍ, ສາລະວັນຂີ້ໄຮ້ ຂາຍຊ້າງແລກກະບອງ”. “ໝາກພ້າວນາໄຊ, ປິ້ງໄກ່ນາປົ່ງ,ເຫົ້ລາຂາວເມືອງຄົງ,ລໍາວົງສາລະວັນ”(1999 ທ່ອງທ່ຽວລາວ). “ຫອມດອກຈິກຄິດຮອດບ້ານຫລັງ, ຫອມດອກຮັງຄິດຮອດບ້ານເກົ່າ, ຫອມດອກຄັດເຄົ້າຄືຊິເຖົ້າບໍ່ເປັນ” ອັນນີ້ກໍໃຊ້ ເພາະເປັນສັນຍາລັກຂອງເມືອງ ຫລື ແຂວງ “ສາລະວັນ=ປ່າໄມ້ຮັງ”. |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ແຂວງ ຈຳປາສັກ ເອກະລັກວັດພູ ກຸຫລາບປາກເຊ ກະເຟປາກຊ່ອງ ນ້ຳຂອງໂຕນຄອນ ສີພັນດອນລືນາມ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
welcome city, friendly people, to be Royal with our green world ເຫັນ ບໍລິສັດ ຟ້າໄຊໂຍ ຢູ່ຫ້ວຍຊາຍ ເພີ່ນເຮັດເປັນຄຳຂ້ວນຫ້ວຍຊາຍ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
6. ແຂວງ ໄຊຍະບູລີ ງາມທາດປວກ ເມືອງ ຄອບ ປະນົມນ້ອມພະທາດມັດຄຳ ເມືອງ ເງິນແສນເພີດເພີນພະທາດຊຽງລົມ ເມືອງ ຊຽງຮ່ອນ ອອນຊອນບຸນບັ້ງໄຟ ເມືອງ ປາກລາຍ ງາມເຫຼືອຫຼາຍ ສາວດອກຝ້າຍຈັນເມືອງ ແກ່ນທ້າວ ຫວານນ້ຳໝາກພ້າວ ເມືອງ ບໍ່ແຕນ ແດນພູເຂົາຊ້າງ ເມືອງ ຫົງສາ - ເມືອງ ທົ່ງ ຮວງເຂົ້າກົ່ງເມືອງພຽງ ສຽງຂັບລຳລ່ອງຮຸ່ງ ເມືອງ ໄຊຍະບູລີ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ມາອ່ານ
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເຊີນມາທ່ຽວ ອດຊ ແດ່ເດີ້ ປີ່ນ້ອງງງງງງງງງງງງງ
ຢູ່ເສີຍໆກະງາມ/ຫລໍ່ແລ້ວ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
13. ແຂວງ ວຽງຈັນ ເມືອງເກົ່າໄຜ່ໜາມ ລືນນາມອ່າງນ້ຳງື່ມ ຕຳນານເດີມລາຍງ້າວ ອູ່ເຂົ້າຊາວເມືອງ ຮຸ່ງເຮືອງຂັບງື່ມ ດື່ມດຳທຳມະຊາດ ປະຊາລາດສາມັກຄີ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ມາອ່ານ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຂອບໃຈເດີ ທີ່ເອົາມາໃຫ້ອ່ານນະ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ma lin khaem khong nae der eieiei....
ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ma lin khaem khong nae der eieiei....
ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ແວະມາຈອບ
ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
5. ແຂວງ ຊຽງຂວາງ ພູກູດມີໄຊ ທົ່ງໄຫຫີນລືນາມ ສາວງາມເມືອງພວນ ເຊີນຊວນທ່ຽວຊົມແຂວງວິລະຊົນ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ດີໆໆທີ່ນຳມາໃຫ້ໄດ້ຮູ້ນຳ..
ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ... ມາເປີດສົດຕົວເອງຢ້ານເສຍສົດ 555555555ຂ້ອຍວ່າອັນເປີດສົດ ນີ້ເຊົາໃຊ້ສາ ແທນທີ່ຊິພິມເນື້ອໃນເລີຍ ພັດໃຫ້ມາອ່ານ "ເປີດສົດ....." ເພາະວ່າຂໍ້ຄວາມທຳອິດແມ່ນຂໍ້ຄວາມທີ່ຜູ້ອ່ານເຫັນກ່ອນໝູ່ . ເຫັນດີນຳເດີ້ ທ່ານ ຄວນໃຊ້ຄຳເວົ້າທີ່ສະແດງຄວາມຄິດໃນທາງສ້າງສັນເລີຍດີກວ່າ |