ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໕ ກະທູ້
໓໙໔ ໂພສ
ຊຳນານການເວັບບອດ
3ສັນຍານອັນຕະລາຍຂອງການແພ້ອາຫານ

ຄົນທີ່ບໍ່ເຄີຍແພ້ອາຫານມາກ່ອນໃນຊີວິດ ອາດເຄີຍສົງໄສວ່າອາການແພ້ອາຫານທີ່ແທ້ຈິງມີລັກສະນະແນວໃດ ເພາະຕາມປົກກະຕິແລ້ວການແພ້ອາຫານ ມັກຈະເກີດຂື້ນກັບເດັກນ້ອຍທີ່ມີພູມຕ້ານທານຕ່ຳ, ແຕ່ຢ່າຄິດວ່າຄົນທີ່ແຂງແຮງຈະລອດໂຕສະເໝີໄປ ເພາະທຸກຄົນມີສິດທີ່ຈະແພ້ອາຫານໄດ້ເຊັ່ນກັນ.
ການແພ້ອາຫານ ຫຼື Allergic Reaction ແມ່ນການທີ່ລະບົບພູມຕ້ານທານຂອງຮ່າງກາຍເຮັດປະຕິກິລິຍາກັບສານທຳມະດາຫຼາຍເກີນກວ່າລະດັບປົກກະຕິ,ໂດຍໃຫ້ອາຫານທີ່ເຮັດໃຫ້ເກີດອາການແພ້ເຊີ່ງອາການແພ້ທີ່ມາເປັນອັນດັບໜື່ງນັ້ນໄດ້ແກ່ ແພ້ອາຫານທະເລ,ນຳມາດ້ວຍໄຂ່,ໝາກຖົ່ວ, ຜັກ ແລະໝາກໄມ້ບາງຊະນິດ ທັງນີ້ແມ່ນຂື້ນກັບສະພາບຮ່າງກາຍຂອງແຕ່ລະຄົນ. ສ່ວນສັນຍານອັນຕະລາຍທີ່ບົ່ງບອກວ່າທ່ານກຳລັງແພ້ອາຫານນັ້ນ ສາມາດຈຳແນກອາການອອກເປັນ3 ລັກສະນະອາການດ້ວຍກັນຄື:
ອາການທີ່ເກີດຂື້ນກັບລະບົບອາຫານເຊີ່ງໄດ້ແກ່ ອາການປຸ້ນທ້ອງ,ປວດຮາກ,ຖອກທ້ອງ ຫຼື ອາຫານບໍ່ຍ່ອຍ.

ອາການທີ່ເກີດຂື້ນກັບລະບົບທາງເດີນຫາຍໃຈ ເຊັ່ນ: ອາການຄັດດັງ,ຂີ້ມູກໄຫຼ,ຈາມ ເຊີ່ງອາດເຮັດໃຫ້ທ່ານນິ້ງນອນໃຈ ແຕ່ເມື່ອມີອາການຄັນຄໍ,ຫາຍໃຈລຳບາກ, ແໜ້ນໜ້າເອີກ ແລະຫາຍໃຈຫອບ ຂໍໃຫ້ສັນນິຖານໄວ້ກ່ອນເລີຍວ່າ ທ່ານກຳລັງແພ້ອາຫານແລ້ວ.

ອາການທີ່ເກີດຂື້ນຕາມຜິວໜັງ ເຊີ່ງໄດ້ແກ່ອາການຜົດຜື່ນຄັນ ແລະເກີດລົມພິດຕາມຕົນໂຕ.


ຂອບໃຈ ອາລິນທີ່ຊ່ວຍຂຽນແລະວາລະສານມະຫາຊົນ

ຮັກນີ້ຂໍໃຫ້ຈິງຈັງໄດ້ບໍ່??

໑ ກະທູ້
໑໐໒ ໂພສ
ນັກການກະທູ້
ໂອ້ບໍ່ເຄີຍແພ້ອີ່ຫຍັງ ຊະນະມາຕະຫລອດ ອິອິ ແຕ່ກາຂອບໃຈທີ່ເອາມາບອກມາເລົ່າສູ່ກັນຟັງ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ກ່ອນກໍ່ບໍ່ເຄີຍເປັນ ແຕ່ມາເປັນເອົາຫຼັງຈາກ ການຜ່າຕັດເນື່ອງຈາກກະເພາະອາຫານອັກເສບ ແລະ ຊອດ
ເປັນໂດຍທີ່ບໍ່ຮູ້ໂຕໄດ້ມາກ່ອນ ກໍ່ຄື ແພ້ໝາກເຂືອ ເມືອ່ກິນເຂົ້າໄປ ແລ້ວຈະ ແລ່ນເຂົ້າຫ້ອງນ້ຳທັນທີ່ ແລະຖຽວເຂົ້າໆ ອອກໆ ຫຼາຍສິບຮອບຕໍ່ມື້
ກິນມາແຕ່ນ້ອຍຈົນໃຫ່ຍ ໃຜຈະໄປຄິດວ່າຢູ່ດີໆ ຈະແພ້ ເນາະ
ແຕ່ຕອນນີ້ກໍ່ເລີ່ມກິນໄດ້ເລັກໜ້ອຍ ປະມານ 1ຫາ 2 ໝວ່ຍ ພໍເປັນຍາລະບາຍ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໒໑ ກະທູ້
໔໖໑ ໂພສ
ຊຳນານການເວັບບອດ
ຂອບໃຈເດີ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະເຄີຍ ມາແລ້ວ ຄັ້ງຫນຶ່ງຫຼັງຈາກໄປກິນເຂົ້າຮ່ວມພານຳຫມູ່ທີ່ສຖານທູດ ບໍ່ຮູ້ໄປກິນຫຍັງຜິດ ທັງເຈັບທ້ອງ, ທັງຄວາມຮ້ອນສູງ ເກຶອບ ສີ່ສີບອົວສາ..ກິນຢາຫຍັງກະບໍ່ດີ..
ຈົນວ່າຫມົດແນວຄິດຫມູ່ຄົນຫນຶ່ບອກວ່າເອົາເຫຼົ້າຈັກຈອກລອງເບິ່ງດູ!!
ກິນເຂົ້າໄປ ປະມານ ຈອກນ້ອຍ..ປະມານ ບໍ່ຮອດຫ້ານາທີ ກະ ຮາກອອກມາ!!!
ພໍຮາກອອກໄປແລ້ວ ກະຊ່ວງແລະດີຂື້ນ..
ມາທວນຄຶນຫຼັງຫາພາເຂົ້າຫັ້ນ..ຄົງແມ່ນວ່າ ລາບທີ່ເຂົາເອົາເພັ້ຍໃສ່!!ແລະໂຕພັດຍາມນັ້ນບໍ່ໄດ້ກິນເຫຼົ້າເຂົ້ານຳບໍຫຼືຈັ່ງໃດ!!

ຫຼາບຕາຍໄປ !!


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແພ້ໃຈເຈົ້າຂອງກະທູ້

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໖ ກະທູ້
໓໑໒ ໂພສ
ຊຳນານການເວັບບອດ
ຂອບໃຈສຳຫລັບ ຂໍມູນດີໆ

"ແຮັກ"ຊີວິດດ້ວຍ"ຄວາມຮູ້ສຶກດີ"ເປັນ"ກະແຈ"ອັນຊົງພະລັງ

໕ ກະທູ້
໓໙໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ແພ້ໃຈເຈົ້າຂອງກະທູ້




ຮັກນີ້ຂໍໃຫ້ຈິງຈັງໄດ້ບໍ່??

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກິນໄດ້ທຸກຢ່າງ ບໍ່ເຄີຍແພ້


໑໙ ກະທູ້
໑໖໐ ໂພສ
ນັກການກະທູ້
ຂອບໃຈທີ່ເອົາມາເວົ້າໃຫ້ຮູ້


໑໐ ກະທູ້
໑໕໔ ໂພສ
ນັກການກະທູ້
.................


໕ ກະທູ້
໓໓໖ ໂພສ
ຊຳນານການເວັບບອດ

ຮັກແທ້ມີຢູ່ໃສຫວະ?

໖ ກະທູ້
໔໙ ໂພສ
ຂາປະຈຳເວັບບອດ
ເຈົ້າຂອງກະທູ້ ຫນ້າຣັກໄດ້ໃຈໄປເຕັມໆເລີຍ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈເດີ ເຈົ້າຂອງກາທູ້


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ້ບໍ່ເຄີຍແພ້ອີ່ຫຍັງ ຊະນະມາຕະຫລອດ ອິອິ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແພ້ເຫລົ້າຫມາກໄມ້
ໄດ້ກີ່ນມັນລະເຈັບຫົວໂຄດດດ

ຮັກນ້ອງຕອນເມົາ

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ...
ແພ້ເຫລົ້າຫມາກໄມ້
ໄດ້ກີ່ນມັນລະເຈັບຫົວໂຄດດດ



ຄັນເບຍນີ້ບໍ່ພໍໄດນໍ໋


໗ ກະທູ້
໑໙໐ ໂພສ
ນັກການກະທູ້

THE GUNNER

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາຢ້ານນໍ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫວາ ໝູ່ເຮົາກະແພ້ເບຍ 555 ກິນລະຜື່ນແດງຂຶ້ນເຕັມໂຕເລີຍ
ສົມແນ່ ກິນຫຼາຍໂພດ

I believe in the IMPOSSIBLE

໑ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
ແດກຫະມັນໄປໝົດແລະ ຮູ້ວ່າອັນໃດບໍ່ແຊບແລ້ວແມ່ນແພ້ອາຫານແລະ

-->-->-->

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ton ni phae r harn bor mee ngern zeu.............


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແພ້ຕະຫຼອດ


໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
[color=blue]ແພ້ຄົນໜ້າຮັກນະ..ເຫັນລະບໍ່ໄດ້[/color


໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊອບໃຈເດີ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໙ ກະທູ້
໑໖໒ ໂພສ
ນັກການກະທູ້
ຂອບໃຈໃນຄວາມຫວັງດີ

ບໍມີໃຜແຊງຄວາມໄວເຮົາເປັນເລີດ 555

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໄດ້ອ່ານ ຍາວໂພດ ຮາໆໆໆໆໆ


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ແພ້ຕະຫຼອດ


ສົງໃສແລ້ວງານນີ້

ໂຈນຫ້າຮ້ອຍສອງເທື່ອເປັນພັນ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>