ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ໃຜວ່າ ກິນເຜັດບໍ່ມີປະໂຫຍດ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນັກ​ໂພ​ຊະນາ​ການ​ຢືນຢັນ​ວ່າ ຫມາກເຜັດ ​ເປັນ​ພືດ​ທີ່​ມີ​ປະ​ໂຫຍ​ດຈິງ​ແທ້ ເພາະວ່າ ຄວາມ​ເຜັດ​ຂອງມັນ ​​ມາ​ຈາກ​ສານ ແຄັບ​ໄຊ​ຊິນ ​ແລະ ​ແກ່ນ​ຂອງ ມັນກໍ່ມີ​ ວິຕາມີນ​ເອ, ຊີ, ແຄວຊຽມ ​ແລະ ທາດ​ເຫລັກ​ອີກ​ດ້ວຍ. ຫມາກເຜັດ ຊຶ່ງ​ມີ​ຖິ່ນ​ກຳ​ເນີ​ດ​ໃນ​ທະວີບອາ​ເມ​ລິ​ກາ​ໃຕ້ ຊຶ່ງ ​ມີ​ຄົນ​ຕ່າງປະ​ເທດ​ນຳ​ເຂົ້າມາ​ໃນ​ຂົງ​ເຂດ​ອາຊີ ມາ​ແຕ່​ດົນ​ນານ​ແລ້ວ.
<a href="http://img.laoupload.com/"><img src="http://img.laoupload.com/images/33252187338186681368.jpg" border="0" alt="img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!!" /></a>

ຫມາກເຜັດ​ ນັບ​ທັງ​ຫມາກເຜັດຂີ້ຫນູ, ເມື່ອ​ກິນ​ແລ້ວ​ເຜັດ​ຫລາຍ​ນັ້ນ ພວກມັນ​ມີ​ປະ​ໂຫຍ​ດຫລາຍ​ທີ່​ສຸດ ຊຶ່ງ​ບໍ່ພຽງ​ແຕ່​ໃຫ້​ຄວາມ​ເຜັດ​ແຕ່​ຢ່າງ​ດຽວ, ​ແຕ່​ຍັງ​​ ເພີ່ມ​ສານ ​ແຫ່ງ​ຄວາມສຸກ “ເອັນ​ໂດຣຟີ​ນ”​ໃຫ້ແກ່ຜູ້​ທີ່​ມັກ​ກິນ​ເຜັດ. ນອກ​ນັ້ນຍັງ ບັນ​ເທົາ​ອາການ​ເຈັບ​ປວດ, ​ໄຂ້ຫວັດ, ຫລຸດຜ່ອນ​ການ​ມີນ້ຳມູກ. ຂະນະ​ດຽວກັນ ຍັງ​ສາ ມາດ​ ລະ ລາຍ​ຂີ້ກະ​ເທີ່​ ນຳອີກ. ສຳລັບ​ຄົນທີ່​ ​ມີ​ອາການ​ຫອບ​ຫືດ, ກິນ​ຫມາກເຜັດ​ແລ້ວ​ ຈະ​ດີ​ຫລາຍ ​ເພາະ​ຈະ​ເຮັດ​ໃຫ້​ຫລອດລົມ​ຂະຫຍາຍຕົວ​ໄດ້​ດີ ແລະ ບໍ່ຫົດ-​ເຄັ່ງ. ດັ່ງນັ້ນ, ຜູ້​ໃດ​ເປັນ​ພະຍາດ​ຫອບ​ຫື​ດ, ມີ​ອາການ​ພູມ​ແພ້ ຕ້ອງ​ ກິນ​ຫມາກເຜັດເປັນ​ປະຈຳ​ຈະ​ດີ​ຂຶ້ນ.

ຫມາກເຜັດ ຍັງ​ສາມາດ​ຫລຸດຜ່ອນ​ປະລິມານ ​ຄໍ​ເຣດສະເຕີຣອນ ໄດ້​ອີກ ຊຶ່ງຈາກ​ການ​ວິ​ໄຈ​ຂອງ​ນັກວິ​ທະຍາ​ສາດ​ເຫັນ​ວ່າ ຫມາກເຜັດ ສາມາດ​ເພີ່ມ​ອຸນຫະ ພູມ​ໃນ​ ຮ່າງ ກາຍ​ຂອງ​ຄົນ​ເຮົາ ​, ມີ​ປະ​ໂຫຍ​ດ​ໃນ​ການ​ຄວບ​ຄຸມ​ນ້ຳຫນັກ. ເມື່ອ​ກິນ​ຫມາກເຜັດ ຈະ​ບໍ່​ເຮັດ​ໃຫ້​ຄົນ​ເຮົາ​ຮູ້ສຶກ ​ຢາກ​ເຄື່ອງ​ຫວານ, ຂະນະ​ດຽວກັນ​ກໍ​ຍັງ​ສາມາດ​ ຫລຸດຜ່ອນ​ຄວາມ​ສ່ຽງ​ໃນ​ການ​ເກີດ​ພະຍາດ​ມະ​ເຮັງ​ອີກ​ດ້ວຍ.

ຄັດຈາກຫນັງສືພິມຂ່າວສານປະເທດລາວ


ບໍມີວັນໄດ້ຮັກກັນ

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອື່ມໆໄຄແດ່ ເຮົາເປັນຄົນມັກກິນເຜັດ ອິອິ

ຮັກນ້ອງຕອນເມົາ

໑໒ ກະທູ້
໒໘໘ ໂພສ
ນັກການກະທູ້
ຕອນກິນຫັ້ນຊຽບຢູ່ ແຕ່ ຕອນອອກ ລະ ແສບ.........................

ໝາຂອງຂ້ອຍເດີ ນາງແພ່ງແຜ໋ວ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ koluksaila ຂຽນວ່າ...
ຕອນກິນຫັ້ນຊຽບຢູ່ ແຕ່ ຕອນອອກ ລະ ແສບ.........................

ກະແມ່ນແລະເນາະ

ບໍມີວັນໄດ້ຮັກກັນ

໐ ກະທູ້
໑໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
man laaaaaaaaa


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະແມ່ນແທ້ຫວາ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?