ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » FAO ຊຸກຍູ້ໃຫ້ກິນແມງໄມ້ ຢູ່ລາວ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
<a href="http://img.laoupload.com/"><img src="http://img.laoupload.com/images/90249389944278839511.jpg" border="0" alt="img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!!" /></a><a href="http://img.laoupload.com/"><img src="http://img.laoupload.com/images/88145092807926930620.jpg" border="0" alt="img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!!" /></a>
ຜູ້ຄົນສ່ວນໃຫຍ່ພະຍາຍາມຫາທາງປ້ອງກັນ ບໍ່ໃຫ້ແມງໄມ້ເຂົ້າໄປໃນເຮືອນຄົວຂອງເຂົາເຈົ້າ ແຕ່ພວກແມງໄມ້ຈຳນວນນຶ່ງ ແມ່ນສາມາດກິນໄດ້ ແລະເປັນອາຫານທີ່ມີຄຸນຄ່າສູງຕໍ່ຮ່າງກາຍ ຖ້າພວກເຮົາຫາກບໍ່ຄຶດວ່າ ແມງໄມ້ເຫຼົ່ານີ້ເປັນສັດປະເພດຕໍ່າແລະສົກກະປົກ. ຢູ່ ສປປ ລາວ ນັ້ນ ​ແມ່ນບໍ່ເປັນບັນຫາຫຍັງເລີຍ ​ເພາະວ່າເກືອບທຸກໆຄົນມັກນຳເອົາແມງໄມ້ທີ່​ກິນ​ໄດ້ນັ້ນ ມາກິນເປັນອາຫານຫວ່າງ ແລະໃນປັດຈຸບັນ ທາງອົງການສະຫະປະຊາຊາດ ກໍໄດ້ ຊຸກຍູ້ໃຫ້ຄົນ​ລາວ​ ພາກັນກິນແມງໄມ້ຫຼາຍຂຶ້ນ ຢູ່ໃນລາວ.
ນາງ LARISSA BRUNN ຈາກອົງການອາຫານ ແລະກະເສດຂອງສະຫະ ປະຊາຊາດ ກ່າວວ່າ ການຕໍ່ສູ້ທີ່ວ່ານີ້ ໄດ້ກ້າວ ເຂົ້າໄປສູ່ຂົງເຂດວຽກງານ ທີ່ບໍ່ຄ່ອຍໄດ້ຍິນມາກ່ອນ.

“ພວກເຮົາໄດ້ທຳການສຳຫຼວດ ໃນທົ່ວປະເທດ ຢູ່ລາວ ແລະພົບ​ວ່າ 95% ຂອງພົນລະ ເມືອງລາວ ກິນແມງໄມ້ ຊຶ່ງນີ້ສະແດງໃຫ້ເຫັນວ່າ ແມງໄມ້​ ໄດ້ເປັນພາກສ່ວນນຶ່ງ​ຂອງ ອາຫານ ແລະວັດທະນະທຳລາວ ແບບໃດ? ມັນຄືສ່ວນນຶ່ງ ຂອງໂພຊະນາການ ສຳລັບ ພວກເຂົາເຈົ້າ. ດັ່ງນັ້ນ ມັນຈຶ່ງບໍ່​ແມ່ນວ່າ ພວກເຮົາໄດ້ນຳສະເໜີສິ່ງໃໝ່ໆ ແຕ່ໃນທາງ ກົງກັນຂ້າມແລ້ວ ພວກເຮົາກຳລັງດຳເນີນງານ ກ່ຽວກັບພື້ນຖານ ທາງອາຫານ ທີ່ມີຢູ່ແລ້ວ ໃນລາວນັ້ນ.”

ນາງ ອາລູນ່າ ຖາວອນສຸກ ນັກຮ້ອງດັງຂອງລາວ ຜູ້ເປັນປຣີເຊັນເຕີ ຂອງໂຄງການດັ່ງກ່າວ​ ​ໄດ້​ກ່າວ​ກັບ​ນັກ​ຂ່າວ​​ວ່າ “ຂ້ອຍ​ກໍ​ມັກ​ກິນ​ແມງ​ໄມ້​ເຊັ່ນ​ກັນ ​ເປັນຕົ້ນ​ແມ່ນ​ໂຕ​ຈີ່​ຫຼໍ່, ​ຈີ່ນາຍ,​ຕັກ​ກະ​ແຕນ, ​ຕໍ່ ​ແລະ​ດັກ​ແດ້ມ້ອນ. ​ແຕ່​ຂ້ອຍ​ຄິດ​ວ່າ​ເຮົາ​ຄວນ​ຈະ​ເອົາ​ມາ​ປຸງ​ແຕ່ງ​ໃຫ້​​ເປັນ​ອາຫານ​ພື້ນ​ເມືອງ​ລາວ​ໄປ​ເລີຍ ທີ່​ເໜືອ​ໄປ​ຈາກ​ເປັນ​ຂອງ​ກິນ​ຫຼີ້ນ
ຈາກໜັງສືພິມ ເສດຖະກິດ-ສັງຄົມ

ບໍມີວັນໄດ້ຮັກກັນ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ອ່ານມາຄືກັນ!
ທີ່ຈິງແມງໄມ້ກະມີສານອາຫານ, ນ້ຳມັນແລະອື່ນໆທີ່ມີປະໂຫຍດແກ່ຮ່າງກາຍໄດ້..
ຈຸດຈີ່ໃສ່ແກງໝໍ່ໄມ້ !


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກິນແມງຕໍ່ຂຸມແຊບໆ ກິໂລລະ50.000ກີບ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີວິຕາມິນສູງ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ບາງຄົນກະກິນບໍ່ໄດ້ແມງຕ່າງເຫຼົ່ານີ້ (ຕໍ່, ແຕນ, ດັກແດ້...) ກິນແລ້ວອອກຝືນຄັນທົ່ວໂຕໂລດ

ຊົ່ວຢ່າງສ້າງສັນ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kharm ຂຽນວ່າ...
ບາງຄົນກະກິນບໍ່ໄດ້ແມງຕ່າງເຫຼົ່ານີ້ (ຕໍ່, ແຕນ, ດັກແດ້...) ກິນແລ້ວອອກຝືນຄັນທົ່ວໂຕໂລດ

ແບບວ່າແພ້ ອາຫານແບບນີ້ເນາະ

ບໍມີວັນໄດ້ຮັກກັນ

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Bao1000lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kharm ຂຽນວ່າ...
ບາງຄົນກະກິນບໍ່ໄດ້ແມງຕ່າງເຫຼົ່ານີ້ (ຕໍ່, ແຕນ, ດັກແດ້...) ກິນແລ້ວອອກຝືນຄັນທົ່ວໂຕໂລດ

ແບບວ່າແພ້ ອາຫານແບບນີ້ເນາະ


ຄືຊິແມ່ນແນວນັ້ນແຫຼະ

ຊົ່ວຢ່າງສ້າງສັນ

໕ ກະທູ້
໑໒໓ ໂພສ
ນັກການກະທູ້
ເປັນຕາແຊບເນາະ
ຂອງແກ້ມຊັ້ນເລີດເລີຍໃດຫັ້ນ

ໜຸ່ມຄົນນີ້ ມີດີທີ່ໜ້າຕາ ອິອິ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາມັກກິນ ແຕ່ຮູ້ສຶກວ່າມັນລາຄາແພງ

ອາທິດແລ້ວ ໄປແກ່ງຕັກແຕນຢູ່ທົ່ງນາ ກິນແກ້ມເຫລົ້າ


໑ ກະທູ້
໒໗໖ ໂພສ
ນັກການກະທູ້
ແຊບໆ...


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທອດຕັກແຕນ ແມງຈີນູນ ແມງແຄງ ......ກ ແກ້ມເຫຼົ້າ ...... ເວົ້າມານ້ຳລາຍເຫ່ຍ

ຮັກແທ້ຄືແມ່

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທອດຕັກແຕນ ແມງຈີນູນ ແມງແຄງ ......ກ ແກ້ມເຫຼົ້າ ...... ເວົ້າມານ້ຳລາຍເຫ່ຍ

ຮັກແທ້ຄືແມ່

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກກີນນນນນນນນນນນນນນນນນນນນນນ

ຮັກນ້ອງຕອນເມົາ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມງຈີ່ນູນ, ແມງຈີ່ລໍ, ແມງຈັກຈັ່ນ, ແມງຕັກແຕນ......ເວົ້າລະນ້ຳລາຍໄຫຼ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາບໍ່ເຄີຍໄດ້ກີນຊ້ຳພໍ່ແມ່ບໍາພາກີນ

ບໍມີວັນໄດ້ຮັກກັນ

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ຫຼວງພະບາງຂະເຈົ້າບໍສູ້ຂາຍນະ ອົດໄດ້ກີນ ເລີຍຊ້ຳ

ຮັກນ້ອງຕອນເມົາ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ໄດ້ຍິນວ່າ ປະລິມານໂປຣຕີນຂອງພວກແມງໄມ້ ທຽບໃສ່ຊີ້ນງົວ ໃນບໍລິມາດທີ່ເທົ່າກັນ ແມງໄມ້ສູງກວ່າຫລາຍ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຊບດີຕວະ ກິນຕະຫຼອດ ແກ້ມເຫຼົ້າ ອິອິ

ທ້າວທອງໃສ

໑໙ ກະທູ້
໒໐໒ ໂພສ
ນັກການກະທູ້
ປຸງແຕ່ງໃຫ້ສຸກໆ,,,ເພາະໃນແມງໄມ້ເຫຼົ່ານັ້ນ 70% ມີແມ່ທ້ອງຢູໃນ,,,,


໑ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ກິນຄັກຫູາຍແກ້ມເຫຼົ້າມັກຫຼາຍ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
<a href="http://game.siamha.com/name/escape-from-the-madhouse-2/" title="ເກມຄົນບ້າ" target="_blank">ຄົນບ້າ</a>


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາກະມັກຄືືກັນ ເວົ້າມາລະນ້ຳຍາຍໄຍ

ຄິດດີ ເວົ້າດີ ເຮັດດີ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຈ່ວແມງແຄງ

~Vਕਆpïrєی™~

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມງເມົ່າ , ດ້ວງ , ແມ້ , ຈັກຈັ່ນ , ກະເລນ, ແມງດາ , ... ແຊ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມມມມມມມ ກະຫນ້າຊິຊຸກຍູ້ໃຫ້ຄົນແອຟຣິກກາ ກິນແມງຕັກແຕນ10ລ້ານໂຕທີ່ກຳລັງຂະຫຍາຍພັນໄປເລື້ອຍໆກ່ອນດີກວ່າ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ໄດ້ຍິນວ່າ ປະລິມານໂປຣຕີນຂອງພວກແມງໄມ້ ທຽບໃສ່ຊີ້ນງົວ ໃນບໍລິມາດທີ່ເທົ່າກັນ ແມງໄມ້ສູງກວ່າຫລາຍ

ໄປເມືອງລາວຄັ້ງນີ້ຕ້ອງໄປລອງແລ້ວເຮົາ

ບໍມີວັນໄດ້ຮັກກັນ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຊບເດີ້ ມີແຕ່ແນວແຊບໆ ກິນແກ້ມເບຍ ອິອິ


໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ AmArtGiRL ຂຽນວ່າ...
ແຊບເດີ້ ມີແຕ່ແນວແຊບໆ ກິນແກ້ມເບຍ ອິອິ

ພັດວ່າ ບາງຄົນແກ້ມເຫຼົ້າ ແຕ່ເຈົ້າແກ້ມເບຍ ອິອິ

ບໍມີວັນໄດ້ຮັກກັນ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Bao1000lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ AmArtGiRL ຂຽນວ່າ...
ແຊບເດີ້ ມີແຕ່ແນວແຊບໆ ກິນແກ້ມເບຍ ອິອິ

ພັດວ່າ ບາງຄົນແກ້ມເຫຼົ້າ ແຕ່ເຈົ້າແກ້ມເບຍ ອິອິ

ກິນແກ້ມເບຍແຊບເດີ້ ຂອ້ຍກິນຕະຫຼອດ ທອດຈີ່ຫຼໍ່ຫັ້ນ ສຸດຍອດ


໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ AmArtGiRL ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Bao1000lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ AmArtGiRL ຂຽນວ່າ...
ແຊບເດີ້ ມີແຕ່ແນວແຊບໆ ກິນແກ້ມເບຍ ອິອິ

ພັດວ່າ ບາງຄົນແກ້ມເຫຼົ້າ ແຕ່ເຈົ້າແກ້ມເບຍ ອິອິ

ກິນແກ້ມເບຍແຊບເດີ້ ຂອ້ຍກິນຕະຫຼອດ ທອດຈີ່ຫຼໍ່ຫັ້ນ ສຸດຍອດ

ກິນແບບບໍ່ສົມໜ້າຕາເລີຍ

ບໍມີວັນໄດ້ຮັກກັນ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>