ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ຜູ້ເຖົ້າລາວຫາຄວາມມ່ວນຊື່ນແນວໃດ?

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ຫລັງຈາກໄດ້ອ່ານ ໄດອາຣີ ຂອງ KaTan
http://punlao.com/Katan/diary/14981/
ຂ້ອຍເລີຍຢາກຖາມທຸກທ່ານວ່າ:
1. ຜູ້ເຖົ້າສ່ວນຫລາຍ ຫາຄວາມມ່ວນຊື່ນແນວໃດ?
2. ຜູເຖົ້າເວລາຟ້ອນລຳວົງ ສ່ວນຫລາຍແມ່ນ ຍ່າງໄປ ແລະ ຍົກມືຍົກແຂນ ເບິ່ງໃບຫນ້າເພິ່ນກະຄືເສີຍໆ, ເບິ່ງຄືຈັ່ງວ່າ ບໍ່ມ່ວນ ບໍ່ຊື່ນ, ຄືຈັ່ງວ່າ ທຳມະດາ. ທ່ານວ່າ ເພິ່ນກະມ່ວນຊື່ນຢູ່ບໍ, ຫລືວ່າ ຟ້ອນເພື່ອມາລະຍາດ ຊື່ໆ?
3. ເມື່ອເວລາເຫັນຜູ້ເຖົ້າ ໂດຍສະເພາະແມ່ນ ພໍ່ແມ່ ຫລື ລຸງປ້າ ຂອງຕົນເອງ ຮ້ອງເພງ ຄາຣະໂອເກະ ເຈົ້າຮູ້ສຶກແນວໃດ? ຮູ້ສຶກວ່າ ເປັນເຣື່ອງຕລົກບໍ ຫລືວ່າ ດີໃຈທີ່ເຫັນເພິ່ນມ່ວນຊື່ນ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ເຖົ້າສວ່ນຫຼາຍມັກບ້ານນອກຫຼາຍກວ່າໃນເມືອງ ເພາະສະຫງົບດີ

໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພິ່ນກາຍຍາມມ່ວນມາແລ້ວ..
ເພິ່ນຂໍແຕ່ໄດ້ເຫັນໜ້າລູກເຕົ້າກະດີໃຈແລ້ວ..
ກະຄືເຮົາຕອນນີ້ແຫຼະ..
ຖ້າມີເດັກນ້ອຍມາຖາມເຮົາວ່າ..
ອ້າຍຯ ເບຍຂົມກະຂົມ.. ກິນໄປໄດ້ຈັ່ງໃດ.. ເພງກະດັງມືດຯ.. ຄືເຕັ້ນແທ້ເຕັ້ນວ່າແທ້..
ເຮົາກະບໍ່ຈັກຈະຕອບ..

໒ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ໂອ້!, ຂ້ອຍມັກກະທູ້ນີ້ຫລາຍ. ທຸກຄົນຢູ່ໃນໂລກນີ້(ລວມທັງໂຕທ່ານເອງດ້ວຍ) ລ້ວນແຕ່ຫລິກລ້າງບໍ່ໄດ້ ກັບການທີ່ຕົນເອງຕ້ອງໄດ້ຜ່ານໄລຍະເຖົ້າ, ສະນັ້ນ ທຸກທ່ານລອງມາຄິດເບີ່ງດຸວ່າ: ຕົນເອງເມື່ອເຖົ້າແລ້ວຕ້ອງການຫຍັງຫລາຍກ່ວາຫມູ່, ໃຫ້ຈັດລຽງຄວາມຕ້ອງການຈາກອັນດັບທີ່ 1 ຮອດອັນດັບທີ່ 5 ກໍ່ພໍ.
ສຳລັບຂ້າພະເຈົ້າແລ້ວແມ່ນມີດັ່ງນີ້:
1. ອາຍຸຍືນ(ບໍ່ຕາຍໄວ).
2. ກີນອີ່ມນຸ່ງອຸ່ນ.
3. ມີການຮັບຮອງດ້ານການປີ່ນປົວສຸຂະພາບ.
4. ໄດ້ຮັບການດູແລເອົາໃຈໃສ່ຈາກລູກຫລານ ແລະ ສັງຄົມ.
5. ສາມາດເຂົ້າຮ່ວມກິດຈະກຳຕ່າງໆຂອງຄອບຄົວ ແລະ ສັງຄົມ.

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ຄວາມສະຫງົບກັບເຂົ້າວັດຟັງທຳຕິ

ຊົ່ວຢ່າງສ້າງສັນ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ inthongla ຂຽນວ່າ...
ໂອ້!, ຂ້ອຍມັກກະທູ້ນີ້ຫລາຍ. ທຸກຄົນຢູ່ໃນໂລກນີ້(ລວມທັງໂຕທ່ານເອງດ້ວຍ) ລ້ວນແຕ່ຫລິກລ້າງບໍ່ໄດ້ ກັບການທີ່ຕົນເອງຕ້ອງໄດ້ຜ່ານໄລຍະເຖົ້າ, ສະນັ້ນ ທຸກທ່ານລອງມາຄິດເບີ່ງດຸວ່າ: ຕົນເອງເມື່ອເຖົ້າແລ້ວຕ້ອງການຫຍັງຫລາຍກ່ວາຫມູ່, ໃຫ້ຈັດລຽງຄວາມຕ້ອງການຈາກອັນດັບທີ່ 1 ຮອດອັນດັບທີ່ 5 ກໍ່ພໍ.
ສຳລັບຂ້າພະເຈົ້າແລ້ວແມ່ນມີດັ່ງນີ້:
1. ອາຍຸຍືນ(ບໍ່ຕາຍໄວ).
2. ກີນອີ່ມນຸ່ງອຸ່ນ.
3. ມີການຮັບຮອງດ້ານການປີ່ນປົວສຸຂະພາບ.
4. ໄດ້ຮັບການດູແລເອົາໃຈໃສ່ຈາກລູກຫລານ ແລະ ສັງຄົມ.
5. ສາມາດເຂົ້າຮ່ວມກິດຈະກຳຕ່າງໆຂອງຄອບຄົວ ແລະ ສັງຄົມ.

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ຕູ້ ຂພຈ ຫາຄວາມສຸກໂດຍການ ເບິ່ງໝໍລຳເລື່ອງ

I believe in the IMPOSSIBLE

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ເຖົ້າສ່ວນຫຼາຍມັກລຳວົງ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
pou thao muk jai noi.........wao bor kao hu leow kiet

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຈັກໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນກິນແຕ່ເຫລົ້າ ແຕ່ເບຍ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
dai hap kan take care jak look lan kor ja happy

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາແວ່ໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົງໄສຈະມອບດອກໄມ້ໃຫ້ສາວຊຳນ້ອນລະຕິມື້ນີ້ນ່າໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍເຫັນຢູ່ຜູ້ຫນຶ່ງ ກິນແຕ່ເຫລົາ ລະກະຟໂ້ອນໄປລຳໄປ ແຕ່ດຽວນີ້ເພີ່ນກະໄປສະແລ້ວ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ແມ່ຕູ້ນຸ້ນມັກໄປແບບນີ້

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ...
ແມ່ຕູ້ນຸ້ນມັກໄປແບບນີ້

ສາທຸໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ