ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ຝຶກສະມາທິ..ເລື່ອງງ່າຍໆ..ສໍາລັບແມ່ຍິງ

໑໔ ກະທູ້
໑ ໂພສ
ຂາປະຈຳເວັບບອດ






ມີຄົນບອກວ່າ
ແມ່ຍິງນັ້ນ..ດີໃຈກໍ..ຮ້ອງໄຫ້..ເສຍໃຈກໍ..ຮ້ອງໄຫ້


ແມ່ຍິງ..ຢູ່ກັບການຮ້ອງໄຫ້..ມາຕະຫຼອດຊີວິດ
ແຕ່ກະບໍ່ເຄີຍຮູ້ວ່າ..ການຮ້ອງໄຫ້..ມີປະໂຫຍດອີຫຍັງ?

ຖ້າຖາມແມ່ຍິງວ່າ..ຮ້ອງໄຫ້ແລ້ວ..ສະບາຍໃຈບໍ່?
ແມ່ຍິງ..ກໍຈະຕອບວ່າ..ແມ່ນແລ້ວ..ສະບາຍໃຈ

ນັ່ນຫມາຍຄວາມວ່າ..ຫຼັງຈາກການຮ້ອງໄຫ້ນັ້ນ
ແມ່ຍິງກໍຈະຮູ້ສຶກ..ຜ່ອນຄາຍ..ໂລ່ງເບົາ..ຈິດໃຈປອດໂປ່ງ



ການຝຶກສະມາທິ..ຄືການປະຕິບັດທັມ

ສະມາທິ..ຄືຄວາມຕັ້ງໃຈທີ່ໝັ້ນຄົງ (Meditation)
ສະມາທິ..ຄືການຮວບຮວມ..ປະສາດສຳຜັດ (Concentrated on Sense)


ການຝຶກສະມາທິ..ມີວິທີຝຶກໄດ້ຫຼາຍຍ່າງ ເຊ່ນ
ການເພ່ງກະສິນ 10 ຢ່າງ ເຊ່ນ ເພ່ງດິນ..ເພ່ງນ້ຳ..ເພ່ງໄຟ..ເພ່ງອາກາດ
ການພິຈາລະນາຊາກສົບ 10 ຢ່າງ..ແບ່ງຕາມເວລາ..ຕັ້ງແຕ່ຕາຍໃຫມ່ໆ..ຈົນກາຍເປັນກະດູກ
ການພິຈາລະນາອະນຸສະຕິ 10 ຢ່າງ..ຄວາມດີຕ່າງໆ ເຊ່ນ ພະພຸທ..ພະທັມ..ພະສົງ
ແລະອື່ນໆອີກ..ຮວມເປັນ 40 ຢ່າງ..ເອິ້ນວ່າ..ກັມມະຖາມ 40

ຄົນທີ່ຝຶກສະມາທິ..ຈົນມີຄວາມຊຳນານແລ້ວ
ກໍຈະຮູ້ສຶກຜ່ອນຄາຍ..ໂລ່ງເບົາ..ຈິດໃຈປອດໂປ່ງ

ເພາະວ່າ..ຮ່າງກາຍແລະຈິດໃຈ..ໄດ້ລະບາຍຄວາມຄຽດອອກມາ
ຫຼືທີ່ເຮົາເອິ້ນວ່າ..ການປ່ອຍວາງ..ນັ້ນເອງ






ການເລິ່ມຕົ້ນ..ຝຶກສະມາທິ..ເຮັດໄດ້ງ່າຍໆ ດັງນີ້

1. ຫ້າມດື່ມນ້ຳເຍັນ
ເພາະວ່າ..ຮ່າງກາຍຄົນເຮົານັ່ນ.. ມີອຸນຫະພູມຢູ່ທີ່ປະມານ 37 ອົງສາ
ການດື່ມນ້ຳເຍັນ..ທີ່ມີອຸຫະພູມຕ່ຳກວ່າຮ່າງກາຍຫຼາຍໆ.. ເຊ່ນ ນ້ຳຈາກຕູ້ເຍັນ

ນ້ຳເຍັນຈະດູດຄວາມຮ້ອນ..ຈາກອະໄວຍະວະພາຍໃນຂອງເຮົາ
ເຮັດໃຫ້ອະໄວຍະວະພາຍໃນ..ສູນເສີຍຄວາມຮ້ອນ.. ສູນເສີຍພະລັງງານ

ຈະມີຜົນຕ່ອລະບົບພູມຄຸ້ມກັນ (Immune System)
ຊຶ່ງເປັນສາເຫດຂອງໂຣກພູມແພ້..ແລະການເຈັບປ່ວຍ


2. ດື່ມນ້ຳອຸ່ນ..ທັນທີທີ່ຕື່ນນອນ..ໃນຕອນເຊົ້າ
ເພາະວ່າ..ຮ່າງກາຍສູນເສຍນ້ຳ..ໃນຕອນກາງຄືນ
ແລະຮ່າງກາຍຈະຂະຫຍາຍໂຕ..ໃນຕອນເຊົ້າ..ຮ່າງກາຍຕ້ອງການນ້ຳ

ສາມາດພິສູດໄດ້..ໂດຍການວັດຄວາມສູງຂອງເຮົາ
ໃນຕອນເຂົ້າ..ແລະຕອນແລງປຽບທຽບກັນ..ຄວາມສູງໃນຕອນເຊົ້າຈະສູງກວ່າ 1 cm.


3. ຝຶກຮ້ອງໄຫ້..ກ່ອນນອນທຸກຄືນ
ໂດຍການຄິດເຖົງເລື່ອງທີ່ເຮັດໃຫ້ເຮົາເສຍໃຈ..ແລ້ວຮ້ອງໄຫ້ແຄ່ພຽງເບົາໆ
ປະຄອງອາລົມຮ້ອງໄຫ້..ໃຫ້ນ້ຳຕາຄ່ອຍໆໄຫຼ..ໃຫ້ດົນທີ່ສຸດ..ທີ່ຈະເຮັດໄດ້

ການຮ້ອງໄຫ້..ຈະເຮັດໃຫ້ຮ່າງກາຍຂອງເຮົາຫົດຕົວ
ເພື່ອຂັບຂອງເສຍ..ແລະຄວາມຄຽດອອກມາຈາກຮ່າງກາຍ
ນັ້ນເປັນເຫດຜົນທີ່ວ່າ..ຫຼັງຈາກການຮ້ອງໄຫ້..ຮ່າງກາຍຈະຜ່ອນຄາຍ..ໂລ່ງເບົາ


ໃນການຝຶກສະມາທິນັ້ນ..ຄົນທີ່ຝຶກຈົນຊຳນານແລ້ວ
ກໍຈະໂລ່ງເບົາ..ຄືກັບແມ່ຍິງຮ້ອງໄຫ້..ນັ້ນເອງ





໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທີ່ແບ່ງປັນ

ຮັກແທ້ຄືແມ່