ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ກິດຈະກຳ 10 ຢ່າງເພື່ອສຸຂະພາບທີ່ແຂງແຮງ ແລະ ອາຍຸທີ່ຍືນຍາວ
ມັນເປັນເລື່ອງງ່າຍໆ ທີ່ໃຜກໍ່ສາມາດເຮັດໄດ້ ແຕ່ເຮົາອາດຈະຄິດບໍ່ເຖິງ ຫຼື ບໍ່ໃຫ້ຄວາມສຳຄັນກັບມັນ..
1. ຮັບປະທານອາຫານເຊົ້າທຸກມື້: ເພາະອາຫານເຊົ້າຈະຊ່ວຍໄປກະຕຸ້ນອັດຕາ ເມຕາໂບລິຊຶມ ໃຫ້ເຜົາຜານ ແຄລໍລີ້ ຕະຫຼອດມື້, ໃຜທີ່ເຄີຍຄິດອົດອາຫານເຊົ້າເພື່ອຫຼຸດນ້ຳໜັກແມ່ນຄິດຜິດເດີ້ ເພາະອາຫານເຊົ້າຈະເຮັດໃຫ້ເຮົາບໍ່ຕຸ້ຍ ອີກທັງຍັງຊ່ວຍຮັກສາລະດັບນ້ຳຕານ ໃນເລືອດໃຫ້ຄົງທີ່ອີກດ້ວຍ.
2. ນອນຫຼັບໃຫ້ພຽງພໍ: ຢ່າງໜ້ອຍມື້ລະ 7-8 ຊົ່ວໂມງ ຈະຊ່ວຍໃຫ້ລະບົບພູມຄຸ້ມກັນຂອງເຮົາແຂງແຮງຂຶ້ນ ເຊວຮ່າງກາຍສ້າງໂຕໄດ້ດີຂຶ້ນ, ສະໝອງສົດຊື່ນ ແລະ ຈະຊ່ວຍໃຫ້ນ້ຳໜັກຫຼຸດລົງໄດ້.
3. ອອກກຳລັງກາຍເລື້ອຍໆ: ຢ່າງໜ້ອຍອາທິດລະ 3 ເທື່ອ, ເທື່ອລະ 20 ນາທີ ຈະເຮັດໃຫ້ຫົວໃຈເຮັດວຽກໄດ້ດີຂຶ້ນແລະຍັງຊ່ວຍຫຼຸດອາການ ກະດູກຜຸຍໃນຍາມທີ່ເຮົາມີອາຍຸສູງ..
4. ຮັບປະທານນ້ຳມັນຕັບປາ: ກົດໄຂມັນ ໂອເມກ້າ 3 ໃນນ້ຳມັນຕັບປາ ແມ່ນເປັນສິ່ງທີ່ມີປະໂຫຍດຕໍ່ຫົວໃຈ ແລະຊ່ວຍຫຼຸດ ຄໍເລັດເຕີລໍ ໄດ້ອີກດ້ວຍ ຫຼືອາດຈະຮັບປະທານຊິ້ນປາ ທີ່ມີໄຂມັນ 3 ມື້ຕໍ່ອາທິດເຊັ່ນ: ປາທູ, ປາແຊວມ້ອນ ມັນຈະເຮັດໃຫ້ເຮົາອິ່ມແບບບໍ່ຕຸ້ຍ ^^
5. ນັ່ງສະມາທິ: ຈະຊ່ວຍເຮັດໃຫ້ເຮົາຜ່ອນຄາຍ ຫຼຸດຄວາມດັນເລືອດ, ເວລາສູດອາກາດເຂົ້າເລິກໆຍັງຊ່ວຍໃຫ້ອົກຊີເຂົ້າປອດໄດ້ຢ່າງເຕັມທີ່.
6. ຍິ້ມ: ຄວາມຮູ້ສຶກດີໆຈະມີມາແລະຮ່າງກາຍຂອງເຮົາຍັງຫຼັ່ງສານ ເອັນໂດຟິນ ຊຶ່ງເປັນສານແຫ່ງຄວາມສຸກອອກມາອີກດ້ວຍ ຈະເຮັດໃຫ້ເຮົາຮູ້ສຶກຜ່ອນຄາຍ ແລະ ຄວາມກັງວົນຫຼຸດລົງ.
7. ຖູແຂ້ວທຸກມື້: ຈະຊ່ວຍໃຫ້ຫຼຸດ ແບັດທີເລຍ ໃນຊ່ອງປາກ ສຸຂະພາບຈະດີຂຶ້ນຢ່າງຄາດບໍ່ເຖິງ..
8. ຮັບປະທານອາຫານທີ່ມີສານຕ້ານອານຸມູນອິດສະຫຼະ: ເຊັ່ນຜັກແລະໝາກໄມ້ ແລະຍັງສາມາດຫຼຸດຄວາມສ່ຽງຂອງໂລກມະເລັງໄດ້ອີກດ້ວຍ.
9. ດື່ມເຄື່ອງດື່ມທີ່ມີແອວກໍຮໍມື້ລະຈອກ: ມັນຈະຊ່ວຍໄປກະຕຸ້ນຫົວໃຈໃຫ້ເລືອດໝຸນວຽນໄດ້ດີຂຶ້ນ ຖ້າຈະໃຫ້ດີຄວນເປັນວາຍແດງ.
10. ດື່ມນ້ຳຊາ: ຊ່ວຍຫຼຸດຄວາມສ່ຽງມະເລັງໃນລະບົບທໍ່ອາຫານລວມທັງຫຼຸດຄວາມສ່ຽງທີ່ຈະເປັນໂລກຫົວໃຈອີກດ້ວຍ.
|