ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ຜູ້ຊາຍທີ່ມີປັນຫານອນບໍ່ຫຼັບ ອ່ານທາງນີ້ດ່ວນ

໒໓ ກະທູ້
໒໖໓ ໂພສ
ນັກການກະທູ້
ພາວະຄວາມຄຽດຈາກການເຮັດວຽກ ຫລືເລື່ອງບັນຫາເລື່ອງສ່ວນຕົວທີ່ແກ້ໄຂບໍ່ຕົກຈົນເກີດກາຍເປັນຄວາມຄຽດເປັນສາເຫດເຮັດໃຫ້ ທ່ານນອນຫລັບຍາກແຕ່ບັນຫາທຸກຢ່າງຍ່ອມມີທາງອອກ ຖ້າທ່ານເປັນຄົນນອນຫລັບຍາກລອງຮັບປະທານອາຫານທີ່ຈະບອກຕໍ່ໄປນີ້ເບິ່ງ ແລ້ວອາການນອນຍາກຈະຄ່ອຍຫລຸດລົງ.

ເຂົ້າຫນົມປັງທີ່ເຮັດຈາກເຂົ້າ: ຈາກການວິໄຈຂອງອົດສະຕຣາລີ ເມື່ອບໍ່ດົນມານີ້ພົບວ່າ: ອາຫານທີ່ມີລະດັບຄາໂບໄຮເດດສູງດີກວ່າ ອາຫານທີ່ມີລະດັບຄາໂບໄຮເດດຕ່ຳ ເພາະມັນຈະຊ່ວຍເຮັດໃຫ້ຢາກນອນຫລັບໄວຂຶ້ນ.

ຜັກຫອມ: ຜັກຫອມເຖິງແມ່ນວ່າຈະໃຫ້ຄວາມຮູ້ສຶກສົດຊື່ນຫລາຍກໍ່ຕາມ ແຕ່ມັນກໍ່ສາມາດຜ່ອນຄາຍເສັ້ນປະສາດ ແລະ ລະບົບຍ່ອຍ ອາຫານໄດ້ຢ່າງບໍ່ຫນ້າເຊື່ອ ຫລືທ່ານຈະລອງນຳມາປະສົມກັບໂຢເກິດລົດທຳມະຊາດປະສົມນ້ຳຫມາກນາວກໍ່ຈະກາຍເປັນເຄື່ອງດື່ມທີ່ໃຫ້ ຄວາມສົດຊື່ນ ແລະ ກາຍເປັນຢາທີ່ຊ່ວຍໃຫ້ນອນຫລັບງ່າຍຂຶ້ນ ຕ້ອງດື່ມກ່ອນຈະເຂົ້ານອນ.

ກ້ວຍ: ຫມາກກ້ວຍເປັນແຫລ່ງອຸດົມໄປດ້ວຍ ທຣິບໂຕຟານສານເຄມີທີ່ເຮັດໃຫ້ຮູ້ສຶກຢາກນອນ ແລະວິຕາມິນບີ ເຊິ່ງຈະຊ່ວຍຫລັ່ງຮໍ ໂມນເຊໂລໂທມິນທີ່ມີສ່ວນສຳຄັນຕໍ່ການນອນຫລັບແຖມຫມາກກ້ວຍຍັງຍ່ອຍງ່າຍອີກດ້ວຍ.

ຖົ່ວດິນ: ເຫມາະສໍາລັບຄົນທີ່ຕື່ນຂຶ້ນມາຕອນກາງຄືນເລື້ອຍໆເພາະຖົ່ວດິນອຸດົມໄປດ້ວຍແມກນີຊຽມ ແຮ່ທາດທີ່ຂຶ້ນຊື່ວ່າເປັນຢາກ່ອມ ປະສາດເພາະຖົ່ວດິນມີລິດຜ່ອຍຄາຍຈາກການສຶກສາພົບວ່າ: ຖົ່ວດິນມີປະໂຫຍດໃນການຕໍ່ສູ້ກັບໂລກນອນບໍ່ຫລັບແບບທີ 2 ຄືວ່າທ່ານ ຈະນອນຫລັບດີ ແຕ່ຈະມັກຕື່ນຂຶ້ນມາຕອນເດິກ ແຕ່ບໍ່ຄວນກິນຖົ່ວດິນຫລາຍຈະເຮັດໃຫ້ເກີດມີກິ່ນທີ່ບໍ່ປາຖະຫນາທີ່່ຈະຖືກຂັບອອກມາ ທາງປາກ ແລະ ທາງຮູທະວານ.

ຖ້າທ່ານເປັນຄົນຫນຶ່ງທີ່ມີອາ ການນອນຫລັບຍາກລອງຮັບປະທານອາຫານທີ່ແນະນຳມາໄດ້ ມັນອາດຈະຊ່ວຍເຮັດໃຫ້ອາການນອນ ຫລັບຜ່ອນຄາຍເບົາບາງລົງ.



໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈ ເປັນລ້ານເດີ ດີດີດີ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈ.... ບາດເຣົາຫັ້ນວ່າແຕ່ລົ້ມຫົວນອນແລ້ວແມ່ນຫລັບຈົນແຈ້ງ ກະງົງໂຕເອງໄດ໋ຄັນຫາກມີບັນຫາໃຫ້ຄິດນອນແຫ່ງຫລັບດີ ແລ້ວແບບນີ້ມັນເປັນຍ້ອນຫຍັງວະ?


໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈເນີ້


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ poay ຂຽນວ່າ...
ຂອບໃຈເນີ້


ບໍ່ແມ່ນເຈົ້າເປີດຫນັງກາຕູນຢູ່ຄອມພີວເຕີປະໄວ້ວາ! ລູກຢາກເຫັນເອົາແທ້ເອົາວ່າ ເບິ່ງລູກແດ່ເດີທ່ານດຽວລູກເຈົ້າສິຕົກໂຕະຄອມຫັ້ນນາ!


໐ ກະທູ້
໑໗໔ ໂພສ
ນັກການກະທູ້
ຖ້າຜູ້ຍິງນອນບໍ່ຫຼັບ ເອົາວິທີນີ້ໄປໃຊ້ກະໄດ້ຜົນເບາະ



໑ ກະທູ້
໒໗໖ ໂພສ
ນັກການກະທູ້
THx....^^


໗ ກະທູ້
໔໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ຂອບໃຈ ເປັນລ້ານເດີ ດີດີດີ



໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂຂອບໃຈເປັນເທືອ່ທີສອງ


໗ ກະທູ້
໑໙໐ ໂພສ
ນັກການກະທູ້

THE GUNNER

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈຫຼາຍໆໆໆໆ ຢາກນອນລັບດີເດ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈອີກເທື່ອໜື່ງ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈຂອບໃຈ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Monoy ຂຽນວ່າ...
ຖ້າຜູ້ຍິງນອນບໍ່ຫຼັບ ເອົາວິທີນີ້ໄປໃຊ້ກະໄດ້ຜົນເບາະ




໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຂອບໃຈເດີ ລອງຮັບປະທານແລ້ວ ນອນລັບດີຂະໜາດ ຕອນເດິກໆຈົນລືມຕື່ນມາກຸກກິກເມຍ....


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຕຶງຄຽດ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑໒ ກະທູ້
໓໗໕ ໂພສ
ຊຳນານການເວັບບອດ
ຂອບຈາຍຫຼາຍໆເດິ້

ຄົນເຮົາເລືອກເກິດບໍ່ໄດ້....

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈຫຼາຍໆ ແລ້ວຊິລອງເບິ່ງ
ໝາກກ້ວຍ ກັບ ຖົ່ວດິນ ຄືຊິຫາງ່າຍຢູ່