ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑໔ ກະທູ້
໑໕໔ ໂພສ
ນັກການກະທູ້


中国国际广播电台


 ໂມ້​ຈືດຳລົງ​ຊີວິດ​ເມື່ອ​ກ່ອນ​ຄ.ສ.ສະຕະວັດ​ທີ 5,ຈີນ​ຍັງ​ແມ່ນ​ປະ​ເທດ​ທີ່​ປະກອບ​ດ້ວຍຫຼາຍ​ເມືອ​ງບໍລິວານ. ​ໃນ​ນັ້ນ ​ເມືອງ​ສູ​ແມ່ນ​ເມືອງ​ໃຫຍ່,​ເມືອງຊົ້ງ​ແມ່ນ​ເມືອງ​ນ້ອຍ.

​ໃນ​ຄາວ​ນັ້ນ ມີ​ຊ່າງ​ຜູ້​ໜຶ່ງ​ທີ່​ມີ​ຊື່​ສຽງ​ຊື່ວ່າ​ກົ່ງ​ຊູ່​ປ່ານ,​ໄດ້​ສ້າງ​ອາວຸດ​ແບບ ​ໃໝ່​ທີ່​ເອີ້ນ​ວ່າ​”ຢູນທີ່”​​ແປ​ວ່າ​ຂັ້ນ​ໄດ​ທີ່​ປີນ​ກຳ​ແພງ​ເມືອງ​ໃຫ້​ ເມືອງ​ສູ,ອາວຸດ​ນີ້​ທັງ​ສູງ​ທັງ​ໃຫຍ່,​ໃຊ້​ມາ​ບຸກ​ໂຈມ​ຕີ​ປະຕູ​​ເມືອງ​ ສັດຕູ,​ໃນ​ຄາວ​ນັ້ນ ສາມາດ​​ເວົ້າ​ໄດ້​ວ່າ​ວ່າ​​ແມ່ນ​ອາວຸດ​ຍຸດ​ໂທ​ປະກອນ. ຫຼັງຈາກ​ຂັ້ນ​ໄດ​ນີ້​ສ້າງ​ສຳ​ເລັດ​ແລ້ວ,​ເມືອງ​ສູ​ກໍ​ກຽມ​ໂຈມ​ຕີ​ເມືອງ​ ຊົ້ງ,​ເພື່ອ​ກວດ​ສອບ​ຜົນ​ຂອງ​ອາວຸດ​ໃໝ່​ດັ່ງກ່າວ.

ຫຼັງຈາກ​ໂມ້​ຈື​ໄດ້​ຍິນ​ຂ່າວ​ນີ້​ແລ້ວ,​ໄດ້​ຍ່າງ 10 ​ເວັນ 10 ຄືນ​ຈຶ່ງ​ຮອດ​ລາຊະ​ທານີ​ເມືອງ​ສູ,​ແລະ​ໄດ້​​ເຂົ້າພົບ​​ກົ່ງ​ຊູ່​ປ່ານ,ຫວັງ​ ໃຫ້​ສະກັດ​ກັ້ນສົງຄາມ​ບັ້ນນີ້. ຫຼັງຈາກ​ໂມ້​ຈື​ພົບ​ກົ່ງ​ຊູ່​ປ່ານ​ແລ້ວ​ເວົ້າວ່າ,”ຢູ່​ພາກ​ເໜືອ​ມີ​ຄົນຜູ້​ ໜຶ່ງຈະ​ຂົ່ມ​ເຫັງ​ຂ້ອຍ,ຂ້ອຍ​ຫວັງ​​ອາ​ໃສ​ກຳລັງ​ຂອງ​ເຈົ້າ​ໄປຂ້າ​ເຂົາ​.” ກົ່ງ​ຊູ່​ປ່ານ​ບໍ່​ຮູ້​ວ່າ​ນີ້​ແມ່ນ​ຍຸດ​ໂທ​ບາຍ,ຟັງ​ແລ້ວ​ບໍ່​ດີ​ໃຈ​ທີ່​ ສຸດ,​ແລະ​ກໍ່​ບໍ່​ໄດ້​ເວົ້າຫຍັງ. ​ໂມ້​ຈື​ເວົ້າຕໍ່​ວ່າ,”ຂ້ອຍ​ຈະ​ຈ່າຍ​ເງິນຫຼາຍ​ໃຫ້​ເຈົ້າ​ເພື່ອ​ເປັນ​ຄ່າ​ຕອບ ​ແທນ.” ກົ່ງ​ຊູ່​ປ່ານ​ຕອບ​ວ່າ,”ຂ້າພະ​ເຈົ້າຢູ່​ໃນສິນກິນ​ໃນ​ທຳ,ບໍ່ຫ່ອນ​ຈະ​ໄປ​ຂ້າ​ ຄົນ​ເພື່ອ​ຫາ​ຄ່າ​ຕອບ​ແທນ.” ​ໂມ້​ຈືຕອບ​ວ່າ,”​ເມືອງ​ສູ​ແມ່ນ​ເມືອງ​ໃຫຍ່,ປະຊາກອນ​ບໍ່ຫຼາຍ​ແຕ່​ມີດິນ​ແດນ​ ກວ້າງ​ໃຫຍ່,​ແຕ່​ວ່າ​ພັດ​ກຽມ​ບຸກໂຈມ​ຕີ​ເມືອງ​ນ້ອຍ​ທີ່​ອ່ອນ​​ແອ,ນີ້​ແມ່ນ​ ສົງຄາມ​ທີ່​ບໍ່​ເປັນ​ທຳ. ​ເຈົ້າ​ເວົ້າ​​ແຕ່​ປາກ​ວ່າ​ບໍ່​ຂ້າ​ຄົນ,​ແຕ່​ຖ້າ​ເກີດ​ສົງຄາມ​ແລ້ວ,ຈະ​ມີ​ ສາມັນ​ຊົນ​ຜູ້​ບໍ່​ມີ​ໂທດ​ຫຍັງຫຼາຍປານ​ໃດຈະ​ຕາຍ​ຍ້ອນ​ອາວຸດ​ແບບ​​ໃໝ່​ຂອງ​ ເຈົ້າ,ອັນ​ນີ້​ແມ່ນ​ບໍ່ຕ່າງ​ຫຍັງ​ກັບ​ເຈົ້າຂ້າ​ຄົນ​ໂດຍກົງ?”

ກົ່ງ​ຊູ່​ປ່ານ​ບໍ່ຮູ້​ວ່າ​ຊິ​ຕອບ​ແນວ​ໃດ,​ເລີຍ​ອ້າງ​ວ່າ,​ແຜນການ​ໂຈມ​ຕີ​ ເມືອງ​ຊົ້ງ​ແມ່ນ​ການ​ຕົກລົງ​ຂອງ​ເຈົ້າຊີວິດ​ເມືອງ​ສູ,ສະນັ້ນ ​ໂມ້​ຈື​ແລະ​ກົ່ງ​ຊູ່​ປ່ານ​ກໍ​​​ໄປ​ເຂົ້າພົບ​ເຈົ້າຊີວິດ​ເມືອງ​ສູ. ຫຼັງຈາກ​ເຫັນ​ເຈົ້າຊີວິດ​ເມືອງ​ສູ​ແລ້ວ,​ໂມ້​ຈືບໍ່​ໄດ້​ເວົ້າ​ເຖິງ​ສົງຄາມ​ ກ່ອນ. ​ເພິ່ນ​ເວົ້າຕໍ່​ເຈົ້າຊີວິດ​ວ່າ,”ຂະ​ນ້ອຍ​ມີ​ບັນຫາ​ໜຶ່ງ​ຢາກ​ຖາມ​ພະ​ບາດສົມ​ ເດັດ.” ​ເຈົ້າຊີວິດ​ເມືອງ​ສູ​ຊົງ​ຖາມ​ວ່າ​ແມ່ນ​ບັນຫາ​ຫຍັງ. ​ໂມ້​ຈື​ເວົ້າວ່າ,”ປັດຈຸບັນ ມີ​ຄົນ​ບໍ່​​ໃຊ້​ລົດ​ທີ່​ສວຍ​ງາມ​ຂອງ​ຕົນ,ພັດ​ຢາກ​ໄປ​ລັກ​ລົດ​ເພຂອງ​ເພື່ອນ​ ບ້ານ,ປະຖິ້ມ​ເສື້ອ​ຜ້າ​ສວຍ​ງາມຫຼູຫຼາ
ຂອງ​ຕົນ​ບໍ່​ເອົາ,ພັດ​ຢາກ​ລັກ​ເສື້ອ​ຜ້າ​ເກົ່າ​ຂອງ​ເພື່ອນ​ບ້ານ,ນີ້​ແມ່ນ​ຄົນ​ແນວ​ໃດ?” ​ເຈົ້າ
ຊີວິດ​ເມືອງ​ສູ​ບໍ່​ຮູ້​ວ່າ​ນີ້​ແມ່ນ​ຍຸດ​ໂທ​ບາຍ,​ເລີຍ​ຕອບ​ວ່າ:”ຄົນ​ນີ້​ ແມ່ນ​ຂີ້ລັກ.” ​ໂມ້​ຈືສວຍ​ໂອກາດ,​ເວົ້າຕໍ່​ວ່າ,”​ເມືອງ​ສູ​ມີ​ດິນ​ແດນ​ກວ້າງ​ໃຫຍ່,​ແຕ່​ ເມືອງ​ຊົ້ງ​ແມ່ນ​​ເມືອງ​ນ້ອຍໆ​ທໍ່​ນັ້ນ,ນີ້​ກໍ​ເໝືອນ​ດັ່ງ​ລົດ​ທີ່​ສວຍ​ງາມ​ ປຽບທຽບ​ລົດ​​ເພ; ​ເມືອງ​ສູ​ແມ່ນ​​ເມືອງ​ທີ່​ຢູ່​ໃນ​ນ້ຳມີ​ປາ​ຢູ່​ໃນ​ນາ​ມີ​ເຂົ້າ,​ແຕ່​ເມືອງ​ ຊົ້ງພັດ​ມີ​ຊັບ​ສິນ​ໜ້ອຍ,ນີ້​ກໍ​​ເໝືອນ​ດັ່ງ​ເສື້ອ​ສວຍ​ງາມ​ປຽບທຽບ​ເສື້ອ​ ເກົ່າ,ສະນັ້ນ ຂະ​ນ້ອຍ​ເຫັນ​ວ່າ,​ເມືອງ​ສູ​ບຸກ​ໂຈມ​ຕີ​ເມືອງ​ຊົ້ງ​ແມ່ນ​ຄື​ກັນ​ກັບ​ ຂີ້ລັກ.”

​ເຈົ້າຊີວິດ​ເມືອງ​ສູ​ບໍ່​ຮູ້​ວ່າ​ຈະ​ຕອບ​ແນວ​ໃດ,​ເລີຍ​​ເວົ້າຢ່າງ​ຈອງຫອງ​ ວ່າ:”​ເຈົ້າ​ເວົ້າດີຫຼາຍ,​ແຕ່​ກົ່ງ​ຊູ່​ປ່ານ​ໄດ້​ຜະລິດ​ຂັ້ນ​ໄດປີນ​ກຳ​ແພງ​ ເມືອງ​ໃຫ້​ພະ​ອົງ​ເຮົາ​ແລ້ວ,ພະ​ອົງ​ເຮົາ​ຈະ​ໂຈ​ມຕີ​ເມືອງ​ຊົ້ງ​ແນ່ນອນ.” ​ໂມ້​ຈື​​ຕອບ​ຢ່າງ​ບໍ່​ຟ້າວ​ບໍ່​ຟັ່ງ​ວ່າ,”ຂັ້ນ​ໄດ​ເມກ​ບໍ່
ມີ​ລິ​ເດດ​ຄື​ພະ​ບາດສົມ​ເດັດ​ຄາດ​ຄຶດນັ້ນດອກ,ຖ້າ​ບໍ່​ເຊື່ອ,ຂະ​ນ້ອຍກັບ​ກົ່ງ​ຊູ່​ປ່ານ​ຈະ​ຈຳ
ລອງ​ສະຖານະ​ການ​ຕໍ່​ສູ້​ກັນ.” ສະນັ້ນ ​ເຈົ້າຊີວິດ​ສູ​ກໍ​ໄດ້​ກຽມ​ເຄື່ອງ​ໃຊ້,ລວມທັງ​ກຳ​ແພງ,​ເຄື່ອງ​ປ້ອງ​ກັນ​ ເມືອງ,ຂັ້ນ​ໄດ​ເມກ​ແລະ​ອາວຸດ​ອື່ນໆ​ສຳລັບ​ບຸກ​ໂຈມ​ຕີ​ເມືອງ. ກົ່ງ​ຊູ່​ປ່ານ​ໄດ້​ຈຳລອງ​ສະຖານະ​ການ​ບຸກ​ໂຈມ​ຕີ​ກຳ​ແພງ​ຂອງ​ເມືອງ​ຊົ້ງ,​ແຕ່ ​ບໍ່​ວ່າ​ເພິ່ນ​ປ່ຽນ​ຍຸດ​ທະວິ​ທີທໍ່​ໃດເທື່ອ,ລ້ວນ​ແຕ່​ຖືກ​ໂມ້​ຈືຕ້ານທານ​ ໄວ້,ອາວຸດ​ບຸກ​ໂຈມ​ຕີ​ເມືອງ​ຂອງ​ກົ່ງ​ຊູ່​ປ່ານ​ໃຊ້​ໝົດ​ແລ້ວ,​ແຕ່​ວິທີ​ປ້ອງ ​ກັນ​ເມືອງ​ຂອງ​ໂມ້​ຈືຍັງ​ມີ​ເຫຼືອ.

ກົ່ງ​ຊູ່​ປ່ານ​ບໍ່​ຍອມ,​ເລີ​ຍ​ເວົ້າຕໍ່​ໂມ້​ຈືວ່າ,”ຂ້ອຍ​ຮູ້​ວິທີ​ຮັບ​ມື​ກັບ​ເຈົ້າ​ແນວ​ໃດ,​ແຕ່​
ຂ້ອຍ​ບໍ່​ເວົ້າ.” ​ໂມ້​ຈື​ເວົ້າວ່າ, ”ຂ້ອຍ​ກໍ​ຮູ້​ວິທີ​ຮັບ​ມື​ກັບ​ເຈົ້າ,ຂ້ອຍ​ກໍບໍ່​ເວົ້າ.” ​ເຈົ້າຊີວິດ
ເມືອງ​ສູ​ຖາມ​ວ່າ​ຍ້ອນ​ຫຍັງ,​ໂມ້​ຈືຕອບ​ວ່າ,”​ເຈຕະນາ​ຂອງ​ກົ່ງ​ຊູ່​ປ່ານ​ ແມ່ນ​ຂ້າ​ຂ້ອຍ. ລາວ​ນຶກ​ວ່າ​ຂ້າ​ຂ້ອຍຕາຍ​ແລ້ວ,ຢູ່​ເມືອງ​ຊົ້ງກໍ​ບໍ່​ມີ​ຄົນ​ປ້ອງກັນ​ການ​ບຸກ ​ໂຈມ​ຕີ​ຂອງ​ເມືອງ​ສູ​​ໄດ້ແລ້ວ. ​ແຕ່​ວ່າ,ຂ້ອຍ​ໄດ້​ສອນ​ວິທີ​ຂອງ​ຂ້ອຍ​ໃຫ້​ລູກສິດ​ແລ້ວ,​ເຖິງ​ວ່າ​ຈະຂ້າ​ຂ້ອຍ ​ກໍ​ຕາມ,ກໍ່​ບໍ່​ສາມາດ​ບຸກ​ເຂົ້າປະຕູ​ເມືອງ​ຊົ້ງ​ໄດ້.”

​ເຈົ້າຊີວິດ​​ເມືອງ​ສູ​ເຫັນ​ວ່າ​ທ່ວງທ່າ​ໃຫຍ່​ໄດ້​ຜ່ານ​ໄປ​ແລ້ວ,ຈຶ່ງຈຳ​ເປັນ​ຕ້ອງເວົ້າ
ວ່າ:”ພະ​ອົງ​ເຮົາ​ຊົງ​ຕົກລົງ​ບໍ່​ບຸກໂຈມ​ຕີ​ເມືອງ​ຊົ້ງ​ແລ້ວ.” ​ເມື່ອ​ເປັນ​ແນວ​ນີ້ ​ໂມ້​ຈື​ໄດ້​ໃຊ້​ສະຕິ​ປັນຍາ​ແລະ​ຄວາມ​ອົງ​ອາດ​ກ້າຫານ​ຂອງ​ຕົນລົບ​ລ້າງ​ໄພພິບັດ​ຂອງ​ເມືອງ​ຊົ້ງ.

ຮັກ mamy & dady

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາລັກເປີດສົດກະທູ້ກ່ອນໝູ່


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ານຈົບ ລະນອນຫຼັບພໍດີ

ຮັກແທ້ຄືແມ່

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າຂອງກະທູ້ໜ້າຮັກຫຼາຍ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ