ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ດື່ມນ້ຳຜິດວິທີ ອາດເຮັດໃຫ້ທ່ານເຖົ້າກ່ອນໄວ

໒໓ ກະທູ້
໒໖໓ ໂພສ
ນັກການກະທູ້
ດື່ມນ້ຳຜິດວິທີ ອາດເຮັດໃຫ້ທ່ານເຖົ້າກ່ອນໄວ

ການດື່ມນ້ຳທີ່ຖືກຕ້ອງນັ້ນ ເຮົາຄວນດື່ມນ້ຳໃຫ້ສົມດຸນກັບນ້ຳ ຫນັກຕົວໃນເວລາ 7:00 ໂມງເຊົ້າຄວນດື່ມນ້ຳເພື່ອຂັບຂອງເສຍ (ອາ ໂຈມ) ອອກຈາກຮ່າງກາຍຖ້າຫາກທ່ານບໍ່ດື່ມນ້ຳທ່ານຈະບໍ່ສາມາດຂັບຂອງເສຍອອກມາໄດ້ ດັ່ງນັ້ນ ຈິ່ງມີຜົນເສຍຕາມມາເພາະວ່າ ຂອງ ເສຍດັ່ງກ່າວຈະຖືກດູດກັບໄປທີ່ລຳໄສ້ຄືນໃຫມ່ ຈິ່ງເປັນສາເຫດເຮັດໃຫ້ເກີດຮ່ອງຮອຍເທິງໃບຫນ້າ ແລະ ເກີດໄຂມັນໃນຮ່າງກາຍ.

ເຖິງແມ່ນວ່າທ່ານຈະດື່ມນ້ຳພຽງພໍກັບຮ່າງກາຍທີ່ຕ້ອງການແລ້ວກໍ່ຕາມ ແຕ່ຖ້າທ່ານດື່ມນ້ຳຜິດວິທີທ່ານອາດຈະປ່ວຍໄດ້ ຢ່າດື່ມນ້ຳ ຫລາຍເມື່ອເວລາຫິວແຕ່ໃຫ້ທ່ານຫມັ່ນດື່ມເທື່ອລະຫນ້ອຍໃຫ້ນ້ຳຄ່ອຍໆຊຶມເຂົ້າຮ່າງກາຍຖ້າເຮົາດື່ມຈຳນວນຫລາຍຫມົດບາດດຽວຈະເຮັດ ໃຫ້ໃຕຂອງທ່ານເຮັດວຽກຫນັກໃນການຂັບປັດສະວະອອກ ແລະ ທີ່ສຳຄັນທ່ານຄວນດື່ມນ້ຳກ່ອນຮັບປະທານອາຫານ15 ນາທີໃນລະ ຫວ່າງຮັບປະທານອາຫານ ແລະ ຫລັງຮັບປະທານອາຫານແລ້ວ ໃຫມ່ໆຢ່າຟ້າວດື່ມນ້ຳຫລາຍຈົນເກີນໄປ.

ເມື່ອຕື່ນນອນກ່ອນຖູແຂ້ວໃຫ້ດື່ມນ້ຳປະມານ 2-5 ຈອກຄວນຫລີກເວັ້ນນ້ຳເຢັນ, ນ້ຳອັດລົມແລະເຄື່ອງດື່ມທີ່ມີແອລກໍຮໍທຸກຊະນິດລະ ຫວ່າງຮັບປະທານອາຫານ ແລະ ຫລັງຈາກຮັບປະທານອາຫານແລ້ວໃຫມ່ໆໃຫ້ດື່ມປະມານເຄິ່ງຈອກຫລັງຈາກ 40 ນາທີໄປແລ້ວຈິ່ງດື່ມ ນ້ຳໄດ້ເປັນປົກກະຕິເພື່ອເຮັດໃຫ້ນ້ຳຍ່ອຍໃນກະເພາະອາຫານເຂັ້ມຂຸ້ນພໍທີ່ຈະເຮັດວຽກໄດ້ຢ່າງມີປະສິດທິພາບ.

ການດື່ມນ້ຳຢ່າງຖືກວິທີບໍ່ພຽງແຕ່ຈະຊ່ວຍຫລຸດຄວາມຫິວແຖມຍັງໃຫ້ຄວາມສົດຊື່ນແລະຊ່ວຍຕ້ານພະຍາດຕ່າງໆໄດ້ອີກດ້ວຍ.


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫີ...........ໆ ຫາກໍ່ຮູ້ໄດ໋ນິ!!!


໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ເຫີ...........ໆ ຫາກໍ່ຮູ້ໄດ໋ນິ!!!


ບໍ່ຮູ້ຄືກັນ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູ້ແລ້ວປະຕິບັດ

ຄິດດີ ເວົ້າດີ ເຮັດດີ

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫີ່ ດື່ມຜິດມາຕະຫຼອດໄດນິ


໐ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ໂອຂໍ້ມູນດີໆໆໄດ໋ນີ້


໓ ກະທູ້
໓໓໕ ໂພສ
ຊຳນານການເວັບບອດ
wa.......
khob jai t aow khuam hu dee2 ma long der

ຄົນລາວຄົນມີນ້ຳໃຈ

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ຢ່າດື່ມນ້ຳຊາພາຍຫລັງກະນເຂົ້າອີ່ມ ເພາະລິດຂອງນ້ຳຊາຈະເຮັດໃຫ້ທາດໂປຣຕີນທີ່ມີໃນອາຫານຈະກັບກັນເປັນກ້ອນ ຍາກແກ່ການດູດຊຶມຂອງລຳໄສ້.....


໖ ກະທູ້
໕໒໙ ໂພສ
ຊຳນານການເວັບບອດ

♥ (◕‿◕)♥ MuSiC = LiFE --->> GuiTaR = B --->> CaMeRa = Pp --->> B&Pp = PLaiFuNH --->> 4EVER LUV ♥ (◕‿◕)♥

໐ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ຂອບໃຈຫາກະຮູ້ ໃດ


໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ຂອບໃຈສຳລັບສາລະດີໆ

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໕໓ ກະທູ້
໗໒໙ ໂພສ
ຊຳນານການເວັບບອດ
ຄືໆແມ່ນຄວາມເພິ່ນເວົ້າໄດ໋ນິ!!! ຊິນຳເອົາໄປປະຕິບັດເດີ!!! ແທ໋ງຄິວ

ນົກບໍ່ມີຂົນ, ຄົນບໍ່ມີປັນຍາ.... ບໍ່ອາດບິນຂຶ້ນທີ່ສູງໄດ້
ກອງທຶນເພື່ອການສຶກສາຂອງໄວໜຸ່ມລາວ

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກິກໍ່ດີ ບໍ່ກິນກໍ່ດີ ກິນກໍ່ບໍ່ດີ ບໍ່ກິນກໍ່ບໍ່ດີ (ເອົ໋າງົງໆໆ!!!)

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໙ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ຂອບໃຈສຳລັບຂໍ້ມູນດີໆ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ່ ດື່ມເປັນຍາມອີກເນາະ
ດີໆ ຈິປ່ຽນກ່ອນ ຢ້ານຫນ້າເຖົ້າ ຮ່າໆໆ

ຮັກນ້ອງຕອນເມົາ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈ


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກໍ່ຮູ້ໄດ໋ນິແນະ ແນວນີກະມີເນາະ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ...
ໂອ່ ດື່ມເປັນຍາມອີກເນາະ
ດີໆ ຈິປ່ຽນກ່ອນ ຢ້ານຫນ້າເຖົ້າ ຮ່າໆໆ

ຂ້ອຍຄົງສິປ່ຽນບໍ່ທັນແລ້ວລະ!!!

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໐ ກະທູ້
໑໖໗ ໂພສ
ນັກການກະທູ້
ໂອ້ຢາກດື່ມນ້ຳແບບທີ່ທ່ານແນະນຳນິແຫຼະຈັ່ງຊິນານເຖົ້າ
ແຕ່ຈັ່ງໃດໄດ້
ແຕລະມື້ບໍ່ເຄີຍດື່ມເກີນ2ຈອກຈັກເທື່ອ
ໂອ້ຍໆ ສົມພໍເຖົ້າແຫຼະເຮົາ

ຈຸ໊ອ້າ ຈຸ໊ອ້າ !

໕໓ ກະທູ້
໗໒໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ bigharry ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ...
ໂອ່ ດື່ມເປັນຍາມອີກເນາະ
ດີໆ ຈິປ່ຽນກ່ອນ ຢ້ານຫນ້າເຖົ້າ ຮ່າໆໆ

ຂ້ອຍຄົງສິປ່ຽນບໍ່ທັນແລ້ວລະ!!!




ທັນລະບໍ່!!! ໄປເກົາຫຼີ ໃຫ້ເຂົາໄສຍະກຳໃຫ້... ຮັບຮອງ!!!

ນົກບໍ່ມີຂົນ, ຄົນບໍ່ມີປັນຍາ.... ບໍ່ອາດບິນຂຶ້ນທີ່ສູງໄດ້
ກອງທຶນເພື່ອການສຶກສາຂອງໄວໜຸ່ມລາວ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈເດີ ນາງຫຼ້າ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ! ເຮົາພັດມັກແຕ່ ດື່ມນ້ຳເຢັ້ນ ສົມພໍດອກ ຈຶ່ງເຖົ້າໄວ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ຮູ້ແລ້ວປະຕິບັດ


ຈະໄດ້ບໍ່ລະນິ

ຢູ່ຫ່າງໆ ຢ່າງຫ່ວງໆ

໔ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ໂດຍຂອບໃຈ ສຳລັບສິ່ງດີ222

ຄິດຮອດສະເໝີ

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ສົມພໍເຮົາເຖົ້າໄວ ນິຍ້ອນກິນນ້ຳບໍ່ຖືກວິທີນິຫວາ :)

♡ເເມ່ລູກອ໋ອນ♡



.

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮ່າາາາາາາ ຫາກໍ່ຮູ້


໕ ກະທູ້
໑໓ ໂພສ
ຂາປະຈຳເວັບບອດ
ບໍ່ບອກ ບໍ່ຮູ້ ໄດ໋ນິ!

Louk saila

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂອບໃຈຫຼາຍໆເດີ້