ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ໃຜວ່າ ກິນເຜັດບໍ່ມີປະໂຫຍດ

໒໓ ກະທູ້
໑໓໓ ໂພສ
ນັກການກະທູ້
ນັກໂພຊະນາການຢືນຢັນວ່າ ຫມາກເຜັດ ເປັນພືດທີ່ມີປະໂຫຍດຈິງແທ້ ເພາະວ່າ ຄວາມເຜັດຂອງມັນ ມາຈາກສານ ແຄັບໄຊຊິນ ແລະ ແກ່ນຂອງ ມັນກໍ່ມີ ວິຕາມີນເອ, ຊີ, ແຄວຊຽມ ແລະ ທາດເຫລັກອີກດ້ວຍ. ຫມາກເຜັດ ຊຶ່ງມີຖິ່ນກຳເນີດ ໃນ ທະ ວີບ ອາເມລິກາໃຕ້ ຊຶ່ງ ມີຄົນຕ່າງປະເທດນຳເຂົ້າມາໃນຂົງເຂດອາຊີ ມາແຕ່ດົນນານ ແລ້ວ.
ຫມາກເຜັດ ນັບທັງຫມາກເຜັດຂີ້ຫນູ, ເມື່ອກິນແລ້ວເຜັດຫລາຍນັ້ນ ພວກມັນມີປະໂຫຍດ ຫລາຍທີ່ ສຸດ ຊຶ່ງບໍ່ພຽງແຕ່ໃຫ້ຄວາມເຜັດແຕ່ຢ່າງດຽວ, ແຕ່ຍັງ ເພີ່ມສານ ແຫ່ງຄວາມສຸກ “ເອັນໂດຣຟີນ” ໃຫ້ ແກ່ ຜູ້ທີ່ມັກກິນເຜັດ. ນອກນັ້ນຍັງ ບັນເທົາອາການເຈັບປວດ, ໄຂ້ ຫວັດ, ຫລຸດຜ່ອນການມີນ້ຳມູກ. ຂະນະດຽວກັນຍັງສາມາດລະລາຍຂີ້ກະເທີ່ ນຳອີກ. ສຳ ລັບຄົນທີ່ ມີອາການຫອບຫືດ, ກິນຫມາກເຜັດແລ້ວຈະດີຫລາຍ ເພາະຈະເຮັດໃຫ້ຫ ລອດ ລົມຂະຫຍາຍຕົວໄດ້ດີ ແລະ ບໍ່ຫົດ-ເຄັ່ງ. ດັ່ງນັ້ນ, ຜູ້ໃດເປັນພະຍາດຫອບຫືດ, ມີອາການ ພູມ ແພ້ ຕ້ອງ ກິນຫມາກເຜັດເປັນປະຈຳຈະດີຂຶ້ນ.
ຫມາກເຜັດ ຍັງສາມາດຫລຸດຜ່ອນປະລິມານ ຄໍເຣດສະເຕີຣອນ ໄດ້ອີກ ຊຶ່ງຈາກການ ວິໄຈ ຂອງນັກ ວິທະຍາສາດເຫັນວ່າ ຫມາກເຜັດ ສາມາດເພີ່ມອຸນຫະພູມໃນຮ່າງ ກາຍຂອງຄົນເຮົາ, ມີປະໂຫຍດໃນ ການຄວບຄຸມນ້ຳຫນັກ. ເມື່ອກິນຫມາກ ເຜັດ ຈະບໍ່ເຮັດໃຫ້ຄົນເຮົາຮູ້ສຶກ ຢາກເຄື່ອງຫວານ, ຂະນະດຽວກັນກໍຍັງສາມາດ ຫລຸດຜ່ອນຄວາມ ສ່ຽງໃນການ ເກີດ ພະຍາດມະເຮັງອີກດ້ວຍ.



໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາທີ່ມາຈາກໃສນະ?

ກິນເຜັດຫຼາຍເຈັບທ້ອງເດີ
ອາດນັ່ງໃນທອຍເລດດົນ
ແບບນີ້


໒ ກະທູ້
໗໙ ໂພສ
ຂາປະຈຳເວັບບອດ
ຂອບໃຈຫຼາຍສຳລັບຂໍມູນດີໆ
ພາສຸກກິນໝາກເພັດບໍ່ຜ່ານ ອຢ ຕິ໋


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Hukan ຂຽນວ່າ...
ຂອບໃຈຫຼາຍສຳລັບຂໍມູນດີໆ
ພາສຸກກິນໝາກເພັດບໍ່ຜ່ານ ອຢ ຕິ໋


ແມ່ນລະ


໗ ກະທູ້
໒໑໒ ໂພສ
ນັກການກະທູ້
ກິນຫຼາຍກະດີແລ້ວບາດນີ້ນະ

i love laos '' n u ''

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໝາກເຜັດກິນແລ້ວດີ ມີປະໂຍຊ..
ແຕ່ຢ່າກິນຫຼາຍຯ..
ມັນເປືອງນ້ຳເຢັນ..


໒ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີປະໂຫຍດດີ ຢ່າງນ້ອຍກໍ່ເຜັດແນ່ນອນ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈສຳລັບຂໍ້ມູນດີໆ

ມີມາຝາກອີກເດີ້ວ່າ
ມີຜົນການວິໄຈອອກມາແລ້ວ ວ່າການກິນເຜັດບໍ່ໄດ້ເຮັດໃຫ້ເຈັບກະເພາະ ຫຼື ເປັນໂຣກກະເພາະ ແຕ່ຢ່າງໃດ
ກິນເຜັດ ມີແຕ່ປະໂຫຍດ ປ້ອງກັນພະຍາດ ສົ່ງເສີມພູມຄຸມກັນຫຼາຍໆໆໆ ຢ່າງ
ສຳລັບຄົນສຸຂະພາບດີ ເວລາກິນເຜັດແລ້ວ ຈະຮູ້ສຶກອອກຮ້ອນ ຊື່ໆ
ແຕ່ສຳລັບໂຣກກະເພາະອີ່ຫຍັງຫັ້ນ ແມ່ນຜູ້ກ່ຽວມີບັນຫາກ່ຽວກັບກະເພາະມາກ່ອນເອງແລ້ວ ເມື່ອກິນເຜັດເຂົ້າໄປ ຈະເຮັດໃຫ້ໄປແສບຮ້ອນຢູ່ບາດແຜກະເພາອາຫານ ເຮັດໃຫ້ມີອາການເຈັບກະເພາະຂຶ້ນ
ທີ່ວ່າຕ້ານມະເລັງນັ້ນແມ່ນແທ້
ສຳລັບສາວໆ
ການກິນເຜັດສາມາດຕ້ານມະເລັງເຕົ້ານົມໄດ້ເດີ້

I believe in the IMPOSSIBLE

໐ ກະທູ້
໒໗໗ ໂພສ
ນັກການກະທູ້
ຂ້ອຍມັກກິນເຜັດສຸດໆ ຜັດກະເພົາບໍ່ໃຫ້ເວົ້າ ບໍ່ມີໃຜກິນນຳໄດ້


໑ ກະທູ້
໕໗໐ ໂພສ
ຊຳນານການເວັບບອດ


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກິນເຜັດຫຼາຍເຈັບກະເພາະ


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກີນເຜັດຍາມໃດ
1 ເຈັບທ້ອງ
2 ແສບກົ້ນ
3 ນໍ້າໜັກລຸດ ເພາະທຽວເຂົ້າແຕ່ຫ້ອງນໍ້າ
4 ກີນເຜັດລະມັກໜາວຂື້ນມາໂລດ ບໍ່ຮູ້ວ່າເປັນຫັຍງຄືກັນ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kiengkai ຂຽນວ່າ...
ຂ້ອຍມັກກິນເຜັດສຸດໆ ຜັດກະເພົາບໍ່ໃຫ້ເວົ້າ ບໍ່ມີໃຜກິນນຳໄດ້



ແນວດຽວກັນຊັ້ນນ່າ
555

ຖືວ່າເປັນຂ່າວດີສຳລັບນັກກິນເຜັດແລ້ວບໍ່ເຈັບກະເພາະ ອະອະອະ

I believe in the IMPOSSIBLE

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ...
ກີນເຜັດຍາມໃດ
1 ເຈັບທ້ອງ
2 ແສບກົ້ນ
3 ນໍ້າໜັກລຸດ ເພາະທຽວເຂົ້າແຕ່ຫ້ອງນໍ້າ
4 ກີນເຜັດລະມັກໜາວຂື້ນມາໂລດ ບໍ່ຮູ້ວ່າເປັນຫັຍງຄືກັນ




ເຮົາເປັນແຕ່ຂໍ້ 2 ເດີ້ ອະອະອະ

I believe in the IMPOSSIBLE

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກີນເຜັດຫຼາບເຈັບທ້ອງເດີ


໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໄດ້ອ່ານ ມັນຍາວໂພດ ຮາໆໆໆໆໆໆ ຂ້ອຍຕອບໃຫ້ດາວເພິ່ມຂຶ້ນເທົ່ານັ້ນ ເນື້ອຫາບໍ່ສົນ ອັກໆໆໆໆໆໆ


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕູນມັກງ່າຍ ເສຍຕົວໄວເນີ


໕ ກະທູ້
໑໓ ໂພສ
ຂາປະຈຳເວັບບອດ
ເຂົາແຮງມັນເພັດ2

Louk saila

໑໙ ກະທູ້
໑໖໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Hukan ຂຽນວ່າ...
ຂອບໃຈຫຼາຍສຳລັບຂໍມູນດີໆ
ພາສຸກກິນໝາກເພັດບໍ່ຜ່ານ ອຢ ຕິ໋


ບໍມີໃຜແຊງຄວາມໄວເຮົາເປັນເລີດ 555

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ້ແບບນີ້ເອງ ບາດທີຂ້ອຍກິນເຜັດຫລາຍເຂົາເຈົ້າພັດວ່າ ຜູ້ໃດກິນເຜັດຫລາຍຜູ້ນັ້ນກະແດະ ເວົ້າແທ້ໆໄດ໋ນິ ອິອິ


໑໒ ກະທູ້
໙໑ ໂພສ
ນັກການກະທູ້
ຊີກີນໃຫ້ຫຼາຍເລີຍກ່ອນ