ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ນັ່ງໃຊ້ Computer ດົນເກີນໄປຈະສົ່ງຜົນກະທົບຕໍ່ສຸຂະພາບ ເດີ

໒໓ ກະທູ້
໑໓໓ ໂພສ
ນັກການກະທູ້
ນັກວິ​ໄຈ​ທາງ​ການ​ແພດ ພົບ​ວ່າ ອາການ​ເລືອດ​ແຂງ​ຕົວ​ເປັນ​ກ້ອນ​ຂອງ​ຄົນ​ເຈັບ​ທີ່​ມີ​ອາການ​ໃກ້​ຈະ ​ເສຍ​ຊີວິດ​ລາຍ​ຫນຶ່ງ​ມີ​ສາ​ ເຫດ​ມາ​ ຈາກ​ການ​ທີ່​ໃຊ້​ເວ ລາ​ນັ່ງ ​ເຮັດ​ວຽກຢ່າງ​ຕໍ່​ເນື່ອງ​ກັບ​ຄອມ​ພິວ​ເຕີ​ດົນ​ນາ​ເກີນ​ໄປ ​ໂດຍ​ບໍ່​ໄດ້​ມີ​ການ​ເຄື່ອນ​ເຫນັງ​ຮ່າງກາຍ ຫລື ລຸກ​ອອກ​ໄປ​ ທາງ​ ໃດເລີຍ ທັງ​ນີ້​ກໍ່ເພາະວ່າ ຄອມ​ພິວ​ເຕີ​ ສາມາດ​ ເຮັດ​ໃຫ້​ຄົນ​ຕາຍ​ໄດ້, ​ແຕ່​ກໍ​ບໍ່​ໄດ້​ຫມາຍ​ເຖິງ​ນັກ​ຫລິ້ນ​ເກ​ມ ທີ່​ຕາຍ​ຕໍ່ຫນ້າ​ເຄື່ອງ​ຄອມ​ ພິວ ​ເຕີ​ຫລັງ​ຈາກ​ອົດ​ອາຫານ​ແລະນ້ຳຕໍ່​ເນື່ອງ​ເປັນ​ເວລາ​ຫລາຍ​ວັນ,​ແຕ່​ຫມາຍ​ເຖິງ​ຜູ້​ໃດ​ກໍ​ຕາມ ​ທີ່​ຈະ​ໄດ້​ຮັບ ​ຜົນ​ກະທົບ​ຈາກ​ ການ​ ໃຊ້​​ເວ ລາ​ຫລາຍ​ຊົ່ວ​ໂມງ ຢູ່​ຕໍ່ຫນ້າ​ໂຕະ​ຄອມ​ພິວ​ເຕີ.
ນັກວິ​ໄຈ​ ປະ​ເທດ​ນິວຊີ​ແລນ ພົບ​ເຫັນ​ວ່າການ​ນັ່ງ​ເຮັດ​ວຽກກັບ​ຄອມ​ພິວ​ເຕີ​ເປັນ​ເວລາ ​ຫລາຍ ຊົ່ວ​ໂມງ ອາດ​ຈະ​ເຮັດ​ໃຫ້​ເລືອດ​ແຂງ​ຕົວ ​ເປັນ​ກ້ອນ ຊຶ່ງ​ເປັນ​ອັນຕະ ລາຍ​ແລະ​ ສາ ມາດ ​ເສຍ​ຊິວິດ​ໄດ້ ຊຶ່ງ​ມີ​ລັກສະນະ​ຄ້າຍຄື​ກັນ​ກັບ​ການ​ເກີດ​ອາການ​ທີ່​ເອີ້ນກັນ​ວ່າ DEEP VEIN THROMBOSIS ທີ່​ເກີດ​ຈາກ​ການ​ນັ່ງ​ເຮືອບິນ​ ໃນ​ໄລຍະ​ທາງ​ໄກໆ​ໂດຍ​ ສະ ​ເພາະ ​ຊັ້ນທີ່​ນັ່ງ​ມີ​ລາຄາ​ປະຢັດ​ບາງທີ ເອີ້ນອາການ​ນີ້ ວ່າ ECONOMY CLASS SYSDROME. ຄວາມ​ເປັນ​ຈິງ​ກ່ຽວກັບ​ເລື່ອງ​ນີ້ ຖືກ​ ຄົ້ນພົບ​ໂດຍ ນັກວິ​ໄຈ​ທີ່​ໄດ້​ຂໍ້​ມູນ​ວ່າ ຜູ້​ຊາຍ​ໃນ​ໄວ​ອາຍຸ 32 ປີ ຄົນ​ຫນຶ່ງ ຊຶ່ງ​ໄດ້​ນັ່ງ​ເຮັດ​ວຽກຢູ່​ຕໍ່ຫນ້າ​ຄອມ​ພິວ​ເຕີ​ປະມານ 18 ຊົ່ວ​ໂມງ​ຕໍ່ວັນ ຊຶ່ງ​ມີ​ອາການ​ບໍ່ຮູ້ສຶກ​ຕົວ ​ເນື່ອງ​ຈາກ​ເກີດ​ມີອາການ​ເລືອດ ​ແຂງ​ຕົວ​ເປັນ​ກ້ອນ​ໂດຍ​ກ້ອນ​ເລືອດ​ທີ່​ເກີດ​ຂຶ້ນນີ້ຈະ​ຢູ່​ໃນ​ບໍລິ​ເວນ​ຂາ​ຂອງ​ລາວເອງ ກ່ອນ​ທີ່​ ຈະ ​ແຕກ​ກະຈາຍ ​ແລະ ​ແລ່ນ​ໄປ​ໃສ່​ ປອດ​ທັງ​ສອງ​ເບື້ອງຂອງ​ລາວ​ອີກ​ເທື່ອ​ຫນຶ່ງ ຊຶ່ງ​ອາການ​ນີ້​ເອີ້ນວ່າ DEEP VEIN THROMBOSIS, ທັງ​ນີ້ ຈະ​ເກີດ​ ຂຶ້ນ​ເມື່ອ​ເວລາ​ມີ​ ເລືອດ​ ຂຸ້ນ​ຢູ່​ໃນ​ເສັ້ນ​ເລືອດ​ດຳ ຊຶ່ງ​ມັນ​ຈະ​ຄ່ອຍໆ ປ່ຽນຕົວ​ມັນ​ເອງ​ໄປ​ເປັນ​ກ້ອນ​ເລືອດ.
ຈະ​ສາມາດ​ສັງ​ເກດ​​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ຄື: ຂາຈະ​ເລີ່​ມມີ​ອາການ​ບວມ, ສ່ວນ​ອາການ​ທີ່​ອັນຕະລາຍ​ຈະ​ເກີດ​ຂຶ້ນ ​ເມື່ອ​ມີ​ເລືອດ​ແຕກ ​ອອກ ​ແລະ ​ແລ່ນ​ໄປ​ເຖິງ ​ຫົວ ​ໃຈ ຫລື ອະ​ໄວ​ຍະ​ວະ​ພາຍ​ໃນ​ທີ່​ສຳຄັນ ຂອງ​ຮ່າງກາຍ ຊຶ່ງ​ອາການ​ດັ່ງກ່າວ​ນີ້ບໍ່ສາມາດ​ຄາດ​ຄະ​ເນ​ ຫລື ເດົາ​ເອົາ​ໄດ້.
ມີ​ຂໍ້​ແນະນຳ​ຂອງ​ທາງ​ການ​ແພດ ຊຶ່ງນອກຈາກທີ່​ຈະ​ບໍ່ຄວນ​ນັ່ງ​ເຮັດ​ວຽກ ຫລື ຫລິ້ນຄອມ​ພິວ​ເຕີ​ດົນ​ນານ​ຈົນ​ເກີນ​ໄປ​ແລ້ວ, ຖ້າ​ຫລີກ ​ເວັ້ນ ບໍ່​ໄດ້ ໃນ​ຂະນະ ​ທີ່​ຮູ້​ສຶກ ວ່າ​ນັ່ງ​ດົນ​ນານ​ແລ້ວ ​ໃຫ້​ພະຍາຍາມ ​ເຫນັງ​ຕີງ ​ແລະ ​ເຄື່ອນ​ໄຫວ​ຂໍ້​ຕີນ​ຂໍ້ມື ພ້ອມ​ທັງ​ດື່ມນ້ຳ , ​ແຕ່​ບໍ່ຄວນ​ດື່ມ ​ເຫລົ້າ. ນອກຈາກ​ນີ້, ຜູ້​ທີ່​ໃຊ້​ຄອມ​ພິວ​ເຕີ​ທີ່​ນັ່ງ​ດົນ​ນານ ກໍ​ຄວນ​ຈະ​ລຸກຂຶ້ນ ແລະ ຢຽດຂາ ​ເທື່ອ​ລະ​ຊົ່ວ​ໂມງ. ການ​ນັ່ງ​ເຮັດ​ວຽກດ້ວຍ​ຄອມ ​ພິວ​ເຕີ ຢູ່​ໃນ​ທ່າ​ທາງ​ທີ່​ຖືກຕ້ອງ ຈະ​ເຮັດ​ໃຫ້​ສາມາດ​ຫລຸດຜ່ອນ​ຄວາມ​ສ່ຽງລົງ​ໄດ້, ​ແຕ່​ຊ່ຽວຊານ​ບາງ​ທ່ານ​ຍັງ​ໃຫ້​ຂໍ້​ສັງ​ເກດ​ວ່າ ຜູ້​ທີ່​ນຳ ​ໃຊ້​ຄອມ​ພິວ​ເຕີໂນ​ດບຸກ ຈະ​ມີ​ຄວາມ​ສ່ຽງຕໍ່ອາການ​ຜິດ​ປົກກະຕິ 2​ ​ເທື່ອ​ໂດຍ​ສະ​ເພາະ​ຜູ້​ທີ່​ຕ້ອງ​ ໄດ້​ນັ່ງ​ເຮັດ​ວຽກ ດ້ວຍ​ໂນດ ບູກ​ໃນ​ຊັ້ນທີ່​ນັ່ງ​ ລາຄາ​ປະຢັດ​ຢູ່ເທິງເຮືອບິນ./.



໘ ກະທູ້
໘໔໑ ໂພສ
ຊຳນານການເວັບບອດ
ໂຫຍ!!! ຍາວໂພດ ມາເປີດ ກທ


໑ ກະທູ້
໕໗໐ ໂພສ
ຊຳນານການເວັບບອດ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາທີ່ມາໃສ່ນຳເດີ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວ ເສຍແນ່ໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂຕນ້ອຍຫຼາຍອ່ານຍາກນະ



໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນຕະລາຍ ໄປລະ ຊັ້ນນ່າ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
​ແມ່ນໆ ຕັ້ງ​ແຕ່​ຂ້ອຍຫຼີ້ນພັນ​ລາວ​ມາໜີ້ບອກ​ວ່າ​ເກືອບ​ເຂົ້າ​ມຫຼີ້ນຄູ່​ມື້ ຕອນ​ບໍ່ທັນ​ໄດ້​ເຂົ້າ​ໂຮງຮຽນ​ແຮງ​ຮ້າຍຫຼີ້ນໝົດມື້ໝົດຄືນ​ເລີຍ​ກະ​ມີ ມາດຽວນີ້​ຮູ້ສຶກ​ວ່າ​ຮ່າງກາຍ​ຜິດ​ປົກກະຕິ ບໍ່​ແຂງ​ແຮງ​ຄື​ເກົ່າ​ແລ້ວຮູ້ສຶກ​ເມື່ອຍໆ​ເພຍໆຕະຫຼອດ ທັ້ງໆທີ່​ຜ່ານ​ມາ ກ່ອນ​ທີ່​ຍັງ​ບໍ່ທັນ​ໄດ້ຫຼີ້ນບໍ່​ເຄີຍ​ເປັນ​ຫຍັງ​ເລີຍຕັ້ງ​ແຕ່​ເກີດມາ...ນີ້​ລະ​ຜົນ​ເສຍ...

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ! ສົມພໍເຮົາຈັງຮຸ່ນດີ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໑ ກະທູ້
໕໓໗ ໂພສ
ຊຳນານການເວັບບອດ
ຂ້ອຍແຮ່ງມັກນັ່ງຢູ່ກັບຄອມ ເກືອບໝົດມື້ ໂດຍສະເພາະ ເສົາທິດ ຫຸໆໆ..ລະວັງໄວ້ກ່ອນຊັ້ນນະ


໙ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ບໍ່ກ້າອ່ານຍາວໂພດ
ດີເເຕ່ຂ້ອຍນອນຫຼີ້ນ!


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາແວ່ໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ຂອບໃຈ ຊິບໍ່ໄດ້ນັ່ງດົນອີກແລ້ວບາດນີ້ນະ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
pen t a yarn nc


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ ເປັນຕາຢ້ານເນາະ ຊິໄດ້ເຊົາ ແລ້ວ ຊ້ານ

ຮັກແທ້ຄືແມ່