ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກດື່ມ ກາເຟ ດຳ (ບໍ່ໃສ່ ຄຣີມ ທຽມ ແລະນ້ຳຕານ)
ມື້ລະບ່ວງ ຕອນເຊົ້າ ຈະມີຜົນດີ ຫຼື ເສຍແນວໃດ
ເຮົາບໍ່ເຄີຍດື່ມ ບໍ່ເຄີຍກິນ ແຕ່ມີ ໝູ່ ບອກວ່າຊວ່ຍຫຼຸດນ້ຳໜັກ ຫາກ ກິນ ທຸກເຊົ້າ ແລະ ເຮັດໃຫ້ ບໍ່ຢາກເຂົ້າ ກິນອາຫານທ່ຽງ
ໜ້ອຍລົງ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໙ ກະທູ້
໑໖໒ ໂພສ
ນັກການກະທູ້
ເປີດ

ບໍມີໃຜແຊງຄວາມໄວເຮົາເປັນເລີດ 555

໑໙ ກະທູ້
໑໖໒ ໂພສ
ນັກການກະທູ້
ໝູ່ຂ້ອຍກະກີນກາເຟທຸກໆມືຕອນເຊົ້າ ຄືບໍເຫັນຈ່ອຍຈັກເທືອ. ເລົາມັກກີນເປັນອາຊີບລະ

ບໍມີໃຜແຊງຄວາມໄວເຮົາເປັນເລີດ 555

໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
ຂ້ອຍກິນກາເຟແລ້ວນອນບໍ່ຫຼັບ ຜູ້ອື່ນແທ້ບໍ່ຮູ້ນຳ

ຢູ່ຫ່າງໆ ຢ່າງຫ່ວງໆ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Kongphachanh ຂຽນວ່າ...
ຂ້ອຍກິນກາເຟແລ້ວນອນບໍ່ຫຼັບ ຜູ້ອື່ນແທ້ບໍ່ຮູ້ນຳ



ບໍ່ຫລັບຄືກັນ ຮູ້ສຶກວ່າ ທ່ຽວໄປຫ້ອງນ້ຳຫຼາຍຖ້ຽວ ຫົວໃຈເຕັ້ນແຮງກວ່າ ຕອນບໍ່ກິນ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຈັກເດີ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັກແຕ່ງາດຳ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າທ່ານຢາກໃຫ້ນ້ຳໝັກຢູ່ປົກກະຕິທ່ານກະພະຍາຍາມກີນອາຫານໃຫ້ຄົບໝວດ ພັກຜ່ອນໃຫ້ພຽງພໍ ກີນນ້ຳຫຼາຍໆ(ເຮັດໃຫ້ຜິວງາມ) ແລະກະໝັ່ນອອກກຳລັງກາຍຢ່າງສະໝ່ຳສະເໝີ ແລ້ວທ່ານຈະໄດ້ດັ່ງໃຈປາຖະໜາ ຄືຂ້າພະເຈົ້າຍັງມັກອອກກຳລັງກາຍ(ຝຶກ Kung Fu)ເປັນປະຈຳ. ຖ້າທ່ານເຮັດຄືຂ້າພະເຈົ້າບອກ ຫຼັງຈາກຈະເຮັດໃຫ້ຜິວຂອງທ່ານໃສມີນ້ຳມີນວນແລ້ວ ທ່ານຍັງໄຮ້ພະຍາດມາບຽດບຽນອີກ ຂ້າພະເຈົ້າກ້າຮັບປະກັນໃຫ້ເລີຍ ເພາະເຄີຍເຮັດມາໄດ້ 7 - 8 ປີມາແລ້ວ ຜິວໃສປິ້ງປານທ່ານຍິງເລີຍ ( ດຽວມື້ໜ້າສິເອົາວິທີເຮັດໜ້າໃສໄຮ້ສິວຟ້າມາບອກ ມື້ນີ້ມີເວລາຈຳກັດ ແຮ່ໆໆໄປໂຮງຮຽນກ່ອນ ບ່າຍໆ ສວບໆ ).

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໒໕ ກະທູ້
໒໘໓ ໂພສ
ຊຳນານການເວັບບອດ
ຖ້າເປັນຖົ່ວດຳນີ໋ອາດຮູ້ຈັກຢູ່


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຮູ້ວ່າສະມາຊິກພັນລາວມັກກິນກາເຟດຳຈັກຄົນ?


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍບໍ່ມັກ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ຖ້າທ່ານຢາກໃຫ້ນ້ຳໝັກຢູ່ປົກກະຕິທ່ານກະພະຍາຍາມກີນອາຫານໃຫ້ຄົບໝວດ ພັກຜ່ອນໃຫ້ພຽງພໍ ກີນນ້ຳຫຼາຍໆ(ເຮັດໃຫ້ຜິວງາມ) ແລະກະໝັ່ນອອກກຳລັງກາຍຢ່າງສະໝ່ຳສະເໝີ ແລ້ວທ່ານຈະໄດ້ດັ່ງໃຈປາຖະໜາ ຄືຂ້າພະເຈົ້າຍັງມັກອອກກຳລັງກາຍ(ຝຶກ Kung Fu)ເປັນປະຈຳ. ຖ້າທ່ານເຮັດຄືຂ້າພະເຈົ້າບອກ ຫຼັງຈາກຈະເຮັດໃຫ້ຜິວຂອງທ່ານໃສມີນ້ຳມີນວນແລ້ວ ທ່ານຍັງໄຮ້ພະຍາດມາບຽດບຽນອີກ ຂ້າພະເຈົ້າກ້າຮັບປະກັນໃຫ້ເລີຍ ເພາະເຄີຍເຮັດມາໄດ້ 7 - 8 ປີມາແລ້ວ ຜິວໃສປິ້ງປານທ່ານຍິງເລີຍ ( ດຽວມື້ໜ້າສິເອົາວິທີເຮັດໜ້າໃສໄຮ້ສິວຟ້າມາບອກ ມື້ນີ້ມີເວລາຈຳກັດ ແຮ່ໆໆໄປໂຮງຮຽນກ່ອນ ບ່າຍໆ ສວບໆ ).



ກະຍ້ອນວ່າ ພະຍາດຄ້ານອອກກຳລັງນີ້ແລະ
ມື້ໃດໃຈດີ ກະສິດອັບກ່ອນນອນ ແລະ ຫຼີ້ ໂຢຄະ ພ້ອມ ບາດມື້ຄ້ານ ອາບນ້ຳແລ້ວກະ ບໍ່ໄຫ້ວພະສວດມົນ ນອນເລີຍ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ whereismyaim ຂຽນວ່າ...
ມັກແຕ່ງາດຳ



ເຕົ້າຮູ້ປະສົມງາ ດຳ ແຊບໆໆໆໆ
ແລະນົມປະສົມງາດຳໆໆໆໆ

ທີເດັດ ລະແມ່ນ ຊຸບໜໍ່ໄມ້ ໃສ່ ເມັດງາ ຂົ້ວ ແຊບໆໆໆໆໆໆໆໆໆໆໆໆໆໆໆ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ crazyguy ຂຽນວ່າ...
ຖ້າເປັນຖົ່ວດຳນີ໋ອາດຮູ້ຈັກຢູ່





ຖົ່ວດຳ ຕົ້ມ ໃສ່ນ້ຳຕານ ກະທິສົດ ມີແຄນຊ້ຽມ ສູງໂປຕີນອີກ
ແຊບໆໆໆໆ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ຂ້ອຍບໍ່ມັກ



ບໍມັກຄືກັນ ມັນຂົ່ມ ຕິດປາກຕິດຄໍເລີຍ
ເວລາຫາຍໃຈຍັງໄດ້ກິ່ນ ຂົ່ມໆໆ ຂຶ້ນມາ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໒ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ຜົນດີຂອງກາເຟ ຂໍ້ທີ່11 ກ່ຽວກັບກະທູ້ ເອົາມາຈາກ www.coffeemade.com
ຖ້າກິນກາເຟໃນປະລິມານຫນ້ອຍເປັນປະຈຳ ຈະເຮັດໃຫ້ນ້ຳຍ່ອຍໃນກະເພາະໄຫລວຽນດີຂຶ້ນ ຖ້າກິນກາເຟປະລິມານຫນ້ອຍຫລັງຈາກກິນເຂົ້າແລ້ວ ຄາເຟອິນໃນກາເຟຈະຊ່ວຍໃຫ້ນ້ຳຍ່ອຍໃນກະເພາະແລະໃນຕັບອ່ອນເພີ່ມຂຶ້ນ ໄຂມັນກໍ່ຈະຖືກລະລາຍ

ແຕ່ຂ້ອຍກິນແລ້ວນອນບໍ່ໄດ້ ຕາມັນຄ້າງຢູ່ເບິດມື້ ຊິກິນສະເພາະເວລາຮຽນຫລາຍ


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເມື່ອທ່ານເປັນຫວັດ ຕອນເຊົ້າມາວຽກນັ້ນໄຫ້ທ່ານ ດື່ມ ຊາກ່ອນ ສາມ ຫາ ສີ່ ຈອກ ຈາກນັ້ນໄຫ້ ຢຸດ ໄປ ຫ້ານາ ທີ ແລ້ວ ດື່ມ ກາຟ ກຳໃສ່ປຸກໆໆ ຈອກໜຶ່ງ ຈາກນັ້ນ ທ່ານຈະຮູ້ສຶກປວດເບົາ ຫລັງ ຈາກໄປ ເບົາມາແລ້ວ ອາການຫວັດ ຂອງທ່ານ ຈະຫາຍໄປ ຍ້ອນ ສານໃນກາເຟ ມັນຂັບ ໄວລັດ ຫວັດອອກໄປ ກັບປັດສະວະຂອງທ່ານ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ຫາກດື່ມ ກາເຟ ດຳ (ບໍ່ໃສ່ ຄຣີມ ທຽມ ແລະນ້ຳຕານ)
ມື້ລະບ່ວງ ຕອນເຊົ້າ ຈະມີຜົນດີ ຫຼື ເສຍແນວໃດ
ເຮົາບໍ່ເຄີຍດື່ມ ບໍ່ເຄີຍກິນ ແຕ່ມີ ໝູ່ ບອກວ່າຊວ່ຍຫຼຸດນ້ຳໜັກ ຫາກ ກິນ ທຸກເຊົ້າ ແລະ ເຮັດໃຫ້ ບໍ່ຢາກເຂົ້າ ກິນອາຫານທ່ຽງ
ໜ້ອຍລົງ



ເຮົາຂໍຕອບຕາມຄວາມເຂົ້າໃຈເດີ້
-----------------------------------------
ຄືທີ່ຮູ້ວ່າ ໃນກາເຟນັ້ນ ມີສານ ຄາເຟອິນ. ສານຄາເຟອິນນີ້ ມີລິດກະຕຸ້ນລະບົບປະສາດສ່ວນກາງ ເຮັດໃຫ້ຮ່າງກາຍມີຄວາມຕື່ນຕົວ ແລະຫຼຸດຜ່ອນຄວາມເມື່ອຍລ້າແລະອາການງ່ວງໄດ້.
ແຕ່ວ່າ ເນື່ອງຈາກຄາເຟອິນ ຈະໄປກະຕຸ້ນການເພີ່ມປະລິມານຕົວຮັບສະເພາະຕໍ່ຄາເຟອິນຢູ່ສະໝອງໃຫ້ເພີ່ມຂຶ້ນ

ໝາຍຄວາມວ່າ ມັນຈະເຮັດໃຫ້ລິດຂອງຄາເຟອິນ ທີ່ບໍລິໂພກຄັ້ງຕໍ່ໄປນັ້ນຫຼຸດລົງ.

ແຕ່ບໍ່ໄດ້ໝາຍຄວາມວ່າ ຄາເຟອິນຈະມີແຕ່ຢູ່ໃນກາເຟ ມັນມີຢູ່ໃນ ແປັບຊີ້, ຊາ, ເຄື່ອງດື່ມຊູກຳລັງຕ່າງໆ

ສະຫຼຸບກະຄື:
- ຄາເຟອິນ ມີລິດເຮັດໃຫ້ຮ່າງກາຍມີຄວາມຕື່ນຕົວ, ຈຶ່ງເຮັດໃຫ້ບໍ່ຢາກນອນ
- ບາງຄົນທີ່ກິນກາເຟແລ້ວບໍ່ຢາກນອນ ຊ້າພັດງ້ວງ ອາດເປັນຍ້ອນປະລິມານຕົວຮັບຕໍ່ກາເຟອິນໃນສະໝອງເພີ່ມຂຶ້ນ ການອອກລິດຈຶ່ງອ່ອນລົງ
ໃນທາງກັບກັນກໍ່ໝາຍຄວາມວ່າ ເຮົາຕ້ອງກິນກາເຟຫຼາຍກວ່າເກົ່າ ຈຶ່ງຈະອອກລິດໄດ້ຄືເກົ່າ.

ຄຳຖາມທີ່ວ່າເປັນຫຍັງກິນກາເຟແລ້ວຈຶ່ງຈ່ອຍ
ຍ້ອນສານອານຸພັນຂອງຄາເຟອິນ ກໍ່ຄື "paraxanthine"
"Paraxanthine" ອອກລິດໃນການສະຫຼາຍໄຂມັນ

ແລະເປັນຫຍັງຕ້ອງເປັນກາເຟດຳ

ເອົາສັ້ນໆ ກະຄື ຍ້ອນວ່າກາເຟທີ່ "ໃສ່ນົມ ໃສ່ນ້ຳຕານ ໃສ່ຄຼີມ" ມັນຈະເຮັດໃຫ້ໄຂມັນເພີ່ມຂຶ້ນ

I believe in the IMPOSSIBLE