ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ເລົ່າເລື່ອງກ້ອນເບົ້າໃນມົດລູກສູ່ຟັງ (ຜູ້ຍິງຄວນອ່ານ).

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍພົບໝູ່ໃໝ່ຄົນໜຶ່ງ ລາວເລົ່າໃຫ້ຟັງວ່າລາວເຄີຍເປັນກ້ອນເບົ້າໃນມົດລູກ

ຕອນນັ້ນປະຈຳເດືອນຂອງເພ່ິນຈະມາບໍ່ປົກກະຕິ ແລະ ເພິ່ນກໍ່ບໍ່ໄດ້ສົນໃຈ

ຈົນວ່າປະຈຳເດືອນຂອງເພິ່ນບໍ່ມາຮອດ 1 ປີ 6 ເດືອນ, ເພິ່ນຕັດສິນໃຈໄປກວດຢູ່ໂຮງໝໍ

ໃນຂະນະນັ້ນຮູບຮ່າງ ໜ້າຕາຂອງເພິ່ນເຫຼືອງຈືດ, ຮີບສົບກ່ຳ

ແຕ່ວ່າທ້ອງໃຫຍ່ໆ ເມື່ອເອົາມືຄຳຈະແຂງແກ່ນທີ່ສຸດຄືມີໝາກຫີນຢູ່ໃນ

ທ້ອງໃຫຍ່ຄືຄົນຖືພາ, ຄືຄົນອ້ວນ ແຕ່ເພິ່ນບໍ່ໄດ້ກິນຫຼາຍ

ເປັນຄົນທີ່ບໍ່ມັກຖ່າຍ ເຖິງຈະກິນສົ້ມຫຼາຍປານໃດກໍ່ຕາມ

ເພິ່ນກິນຢາຂັບຖ່າຍໃຫ້ຖ່າຍອອກ ແຕ່ກໍ່ຖ່າຍບໍ່ໄດ້

ເພິ່ນຈະເປັນຄົນອ່ອນເພຍ ເມື່ອຍໄວ ຢາກນອນຕະຫຼອດ

ເພິ່ນຕັດສິນໃຈໄປໂຮງໝໍ

ທ່ານໝໍສ່ອງໄຟ X-ray ເບິ່ງແລ້ວບອກວ່າ: ພົບເຫັນກ້ອນເບົ້າໃຫຍ່ສ່ຳກຳປັ້ນ

ແຕ່ກ້ອນເບົ້ານັ້ນຍັງບໍ່ທັນແຂງຕົວເທື່ອ ສາມາດສັກຢາໄລ່ໃຫ້ມັນອອກໄດ້

ຢານັ້ນລາຄາປະມານ 250.000 ກີບ

ແຕ່ວ່າຢາສັກ ເພື່ອໄລກ້ອນເບົ້ານັ້ນໃຫ້ອອກຢູ່ໂຮງໝໍຕອນນີ້ໄດ້ໝົດແລ້ວ

ເອົາເບີໄວ້ໃຫ້ທ່ານໝໍເດີ ຖ້າຢາມາຮອດ ແລ້ວຊິໂທບອກ

ເພິ່ນໄດ້ລໍຖ້າໃຫ້ໝໍໂທຫາ ຫຼາຍວັນຜ່ານໄປ ຈິດໃຈເລີ່ມຮ້ອນຮົນ

ເພິ່ນວ່າ: ບໍ່ໄຫວແລ້ວຊິໄປຊອກຊື້ຢາໄລ່ເລືອດມາໄລ່ລອງເບິ່ງ

ເພິ່ນຕັດສິນໃຈໄປຊື້ຢາໄລ່ເລືອດລາຄາປະມານ 80.000 ກີບ

ເພິ່ນກິນຢາໄລ່ເລືອດໝົດ ມື້ທີ່ 3 ຕອນຄ່ຳ

ເພິ່ນໄດ້ນອນພັກຜ່ອນຢູ່ເທິງຊັ້ນ 2 ຂອງຕຽງ 2 ຊັ້ນ ໃນຫໍພັກໂຮງຮຽນ (ມື້ນັ້ນບໍ່ນອນເສື່ອ)

ເພິ່ນນອນຝັນວ່າກຳລັງຍ່ຽວ, ຫຼັງຈາກຮູ້ສຶກຕົວ ເພິ່ນໄດ້ຮູ້ວ່າ:

ນອນຟູມເລືອດຢູ່, ເລືອດສີແດງກ່ຳທີ່ສຸດ ເກືອບເປັນສີດຳ

ເລືອດໄຫຼລົງຮອດ ຕຽງລຸ່ມ ແລ້ວຊອດໄຫຼລົງພື້ນຫ້ອງ

ໝູ່ເພື່ອນພາກັນຕົກໃຈ ເພິ່ນເອງກໍ່ຕົກໃຈ

ຫຼັງຈາກນັ້ນເພິ່ນກໍ່ຫອບເອົາເຄື່ອງບ່ອນນອນໄປຊັກລ້າງ ພ້ອມທັງລ້າງຫ້ອງນອນຢ່າງໃຫຍ່

ຫຼັງຈາກ 1 ປີ 6 ເດືອນ, ປະຈຳເດືອນຂອງລາວໄດ້ມາອີກຄັ້ງໜຶ່ງ

ແຕ່ມາຫຼາຍຜິດປົກກະຕິ ປານຖອກນ້ຳ ໃນມື້ນັ້ນ

ມື້ຕໍ່ມາກໍ່ເລືອດລົງທຳມະດາ ຈົນຮອດ ປະມານ 1 ອາທິດກວ່າ

ປະຈຳເດືອນຢຸດ, ເພິ່ນໄດ້ໄປຫາໝໍ ກວດເບິ່ງກ້ອນເບົ້າ

ຫຼັງຈາກໝໍກວດ ແລ້ວບອກວ່າ:

ບໍ່ພົບເຫັນກ້ອນເບົ້າໃດໆຢູ່ໃນມົດລູກເຈົ້າແລ້ວ ແລະ ມົດລູກເຈົ້າ ເປັນປົກກະຕິດີ

ຫຼັງຈາກນັ້ນມາ ປະຈຳເດືອນຂອງເພິ່ນມາປົກກະຕິທຸກໆເດືອນ

ສຸຂະພາບແຂງແຮງດີ, ຖ່າຍປົກກະຕິ, ກິນອາຫານປົກກະຕິ, ໜ້າຕາຜິວພັນສົດໃສ

____________________________________________________________________________

ຫຼັງຈາກຂ້ອຍຟັງລາວເລົ່າແລ້ວ ຮູ້ສຶກດີໃຈນຳລາວຫຼາຍ ທີ່ລາວສາມາດແກ້ໄຂບັນຫາດ້ວຍຕົວເອງໄດ້

ຂ້ອຍຍົກຍ້ອງຊົມເຊີຍລາວ



໑໑ ກະທູ້
໑໕໖ ໂພສ
ນັກການກະທູ້
ຢ່າຮຽນແບບເພາະ ເລືອກອອກຫຼາຍເປັນອັນຕະລາຍແກ່ຊີວິດ ,,ຄວາມຈິງແລ້ວຖ້າໂຮງໝໍດັງກ່າວ ບໍ່ມີຢ່າ ,ລາວກໍສາມາດໄປໂຮງໝໍໃໝ່ ນັ້ນກໍ່ເປັນ ວິທີແກ້ໄຂອັນໜຶ່ງ ,,


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ o0o0 ຂຽນວ່າ...
ຢ່າຮຽນແບບເພາະ ເລືອກອອກຫຼາຍເປັນອັນຕະລາຍແກ່ຊີວິດ ,,ຄວາມຈິງແລ້ວຖ້າໂຮງໝໍດັງກ່າວ ບໍ່ມີຢ່າ ,ລາວກໍສາມາດໄປໂຮງໝໍໃໝ່ ນັ້ນກໍ່ເປັນ ວິທີແກ້ໄຂອັນໜຶ່ງ ,,


ບໍ່ອອກຫຼາຍດອກ ອອກເທົ່າທີ່ມີສະສົມມາ 1 ປີ ກັບ 6 ເດືອນຫັ້ນລະ
ແຕ່ຖ້າອອກຫຼາຍຜິດປົກກະຕິແທ້ ກໍ່ໄດ້ໄປຫາໝໍ ແນວເຈົ້າວ່າຫັ້ນລະເນາະ