ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍສົນທະນາເລື່ອງພະຍາດປ້າງແດ່ ຜິດພາດປະການໃດ ຂໍອະໄພນຳຫຼາຍໆ

ຫຼາຍໆຄົງຈະເຫັນຄົນເປັນພະຍາດປ້າງເນາະ ທັງເດັກນ້ອຍ, ຜູ້ໃຫຍ່, ຜູ້ເຖົ້າກໍ່ມີ... ເບິ່ງໆໄປແລ້ວອີ່ຕົນເຂົາເຈົ້າ.

ຂ້ອຍໄດ້ພົບເຫັນຄົນເປັນປ້າງໃນແຕ່ລະປີ ແລະ ແຕ່ລະສະຖານທີ່ໆໄປ

ຄົນເປັນປ້າງທີ່ຂ້ອຍພົບເຫັນສ່ວນຫຼາຍແມ່ນຂ້ອຍບໍ່ຮູ້ຈັກ ແລະ ບໍ່ຊະນິດກັບເຂົາປານໃດ ຈິ່ງບໍ່ຮູ້ວ່າ: ຮູບຮ່າງໜ້າຕາກ່ອນເຂົາເຈົ້າເປັນປ້າງເປັນແນວໃດ.

ແຕ່ຄົນເປັນປ້າງແລ້ວ ຮູບຮ່າງໜ້າຕາປ່ຽນໄປຄ້າຍໆຄືກັນໝົດເນາະເຊັ່ນວ່າ: ເຫຼືອງຊີດ, ຮີມສົບອອກສີດຳຄ້ຳ, ແກ້ມໃຫຍ່, ຕານ້ອຍເຂົ້າ, ດັງແໝບເຂົ້າ.

ຂ້ອຍຄິດວ່າພະຍາດນີ້ມັນໄປດູດກິນເລືອດແດງ ແລະ ສະກັດກັ້ນການຈະເລີນເຕີບໂຕຂອງກະດູກ ແລະ ຮ່າງກາຍ.

ຄົນເປັນປ້າງຜູ້ໜຶ່ງເລົ່າໃຫ້ຟັງວ່າ: ເພິ່ນເປັນປ້າງແຕ່ຕອນ 3 ປີ ຮອດ 17 ປີຈິ່ງໄດ້ຜ່າຕັດ ຍ້ອນເສດຖະກິດຄອບຄົວບໍ່ຄ່ອຍດີ. ຕອນນີ້ເພິ່ນຜ່າຕັດມາໄດ້ 4-5 ປີແລ້ວ ແຕ່ຮູບຮ່າງໜ້າຕາຍັງຄືຄົນເປັນປ້າງຢູ່, ຂ້ອຍລະສົນໃຈວ່າ ເປັນຫຍັງໜ້າຕາຮ່າງກາຍຂອງເພິ່ນຜູ້ນັ້ນຄືບໍ່ມີສີສັນຄືຄົນປົກກະຕິທຳມະດາ

໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ພະຍາດປ້າງ ທີ່ນ້ອງສາວກ່າວເຖິງນັ້ນ ພາສາ ສາກົນ ເວົາວ່າແນວໃດ?ຫຼືວ່າພາສາໄທເຂົາວ່າແນວໃດ?

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປ້າງມັນກໍ່ມີຫຼາຍປ້າງ ທັງປ້າງກີນເລືອດແລະບໍ່ກີນເລືອດ ແລະອີກພະຍາດໜຶ່ງທີ່ມັກພົບເຫັນກໍ່ຄືພະຍາດຄໍໜຽງ ແຕ່ດຽວນີ້ສ່ວນຫຼາຍກະບໍ່ຄ່ອຍພົບເຫັນແລ້ວ.

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໙ ກະທູ້
໑໔໑ ໂພສ
ນັກການກະທູ້
ພະຍາດປ້າງ ຫລື ເອີ້ນວ່າ ພະຍາດເລືອດຈາງ ຫລື ພາສາເເພດ ເອີ້ນວ່າ ທາລາຊິເມຍ

ແມ່ນພະຍາດທີ່ເກີດຈາກ ໄຂສັນຫັລງ ທີ່ມີໜ້າທີ່ພະລິດ ເມັດເລືອດແດງ ບໍ່ທຳງານ ຫລື ຜະລິດເລືອດແດງ ໄດ້ໜ້ອຍກົ່ວຄົນ ປົກກະຕິ ຫລື ບາງຄົນບໍ່ຜະລິດເລີຍ
ພະຍາດນີ້ ແມ່ນ ພະຍາດ ທາງ ກຳມະພັນ ໃຜ ເປັນແລ້ວ ທຸກເທົ້າມື້ຕາຍ ຖ້າເປັນຫລາຍ ອາດຕາຍກ່ອນໃຫຍ່
ເປັນຕາຢ້ານບໍ່ ຟັງລະ
ຂພຈ ກໍ່ບໍ່ໄດ້ຮຽນດອກ
ແຕ່ໂຊກຮ້າຍ ລູກ ຂພຈ ພັດເປັນໂລກນີ້ແຕ່ ອາຍຸ 1 ປີ
ຈົນບໍ່ມີຮອດ ເງີນ ຊິຊື້ກິນ ພີ່ນ້ອງເອີ້ຍ
ຈົນທຸກເທົ້າມື້ນີ້ ເພາະວ່າຕ້ອງໃສ່ເລືອດ ທຸກເດືອນແດ້
ກະເລີຍ ເຂົ້າໃຈ ເລື້ອງບາບ ບຸນ ເລີຍ
ຢາກຮູ້ຕໍ່ ຫລັງໄມເດີ້ ຊິບອກວ່າໂລກນີ້ເປັນແນວໃດຕໍ່ ປານ ນາວະນິຍາຍພຸ້ນຕົວະ ຖ້າຂຽນເປັນເລື້ອງກະດາຍ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ somlith ຂຽນວ່າ...

ໂອເອົາໃຈຊ່ວຍເດີສູ້ສູ້ສູ້ສູ້

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ໄດ້ຍິນວ່າ ຢູ່ ແຄນນາດາ ,ອາເມລິກາ ,ຫອງກົງ ແມ່ນປົວຟຣີ ,ຫາທາງຍ້າຍໄປຢູ່ຟຸ້ນ ເພື່ອຮັກສາພະຍາດ

໐ ກະທູ້
໕໓ ໂພສ
ຂາປະຈຳເວັບບອດ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ somlith ຂຽນວ່າ...
ພະຍາດປ້າງ ຫລື ເອີ້ນວ່າ ພະຍາດເລືອດຈາງ ຫລື ພາສາເເພດ ເອີ້ນວ່າ ທາລາຊິເມຍ

ແມ່ນພະຍາດທີ່ເກີດຈາກ ໄຂສັນຫັລງ ທີ່ມີໜ້າທີ່ພະລິດ ເມັດເລືອດແດງ ບໍ່ທຳງານ ຫລື ຜະລິດເລືອດແດງ ໄດ້ໜ້ອຍກົ່ວຄົນ ປົກກະຕິ ຫລື ບາງຄົນບໍ່ຜະລິດເລີຍ
ພະຍາດນີ້ ແມ່ນ ພະຍາດ ທາງ ກຳມະພັນ ໃຜ ເປັນແລ້ວ ທຸກ

ມາເລົ່າສູ່ກັນຟັງແນ່ໂລດ ຂຽນຫຼາຍໆກໍ່ບໍ່ເປັນຫຍັງ ລະບາຍມາໂລດ ຊິຮັບຟັງ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ somlith ຂຽນວ່າ...
ພະຍາດປ້າງ ຫລື ເອີ້ນວ່າ ພະຍາດເລືອດຈາງ ຫລື ພາສາເເພດ ເອີ້ນວ່າ ທາລາຊິເມຍ

ແມ່ນພະຍາດທີ່ເກີດຈາກ ໄຂສັນຫັລງ ທີ່ມີໜ້າທີ່ພະລິດ ເມັດເລືອດແດງ ບໍ່ທຳງານ ຫລື ຜະລິດເລືອດແດງ ໄດ້ໜ້ອຍກົ່ວຄົນ ປົກກະຕິ ຫລື ບາງຄົນບໍ່ຜະລິດເລີຍ
ພະຍາດນີ້ ແມ່ນ ພະຍາດ ທາງ ກຳມະພັນ ໃຜ ເປັນແລ້ວ ທຸກເທົ້າມື້ຕາຍ ຖ້າເປັນຫລາຍ ອາດຕາຍກ່ອນໃຫຍ່
ເປັນຕາຢ້ານບໍ່ ຟັງລະ
ຂພຈ ກໍ່ບໍ່ໄດ້ຮຽນດອກ
ແຕ່ໂຊກຮ້າຍ ລູກ ຂພຈ ພັດເປັນໂລກນີ້ແຕ່ ອາຍຸ 1 ປີ
ຈົນບໍ່ມີຮອດ ເງີນ ຊິຊື້ກິນ ພີ່ນ້ອງເອີ້ຍ
ຈົນທຸກເທົ້າມື້ນີ້ ເພາະວ່າຕ້ອງໃສ່ເລືອດ ທຸກເດືອນແດ້
ກະເລີຍ ເຂົ້າໃຈ ເລື້ອງບາບ ບຸນ ເລີຍ
ຢາກຮູ້ຕໍ່ ຫລັງໄມເດີ້ ຊິບອກວ່າໂລກນີ້ເປັນແນວໃດຕໍ່ ປານ ນາວະນິຍາຍພຸ້ນຕົວະ ຖ້າຂຽນເປັນເລື້ອງກະດາຍ

No.. ໄຂສັນຫຼັງ (spinal cord) ບໍ່ແມ່ນ organ ຜະລິດເມັດເລືອດ
ໄຂກະດູກ (Bone Marrow) ພີ້ນ່າ ມີໜ້າທີ່ຜະລິດເມັດເລືອດ

ແລ້ວປ້າງເປັນຫຍັງຈຶ່ງໃຫຍ່
ກະຍ້ອນວ່າປ້າງ (spleen) ມີໜ້າທີ່ເກັບກິນເມັດເລືອດທີ່ຕາຍແລ້ວ ຄ້າຍໆກັບ ເປັນສຸສານຂອງເມັດເລືອດ. ດັ່ງນັ້ນ ເມື່ອມີການທຳລາຍເມັດເລືອດຫຼາຍ (ເຊັ່ນພວກທີ່ເປັນ thalassemia) ມັນມີການຕາຍຂອງເມັດເລືອດແດງຫຼາຍ ປ້າງເຮັດວຽກໜ້ກຫຼາຍ ຈຶ່ງເຮັດໃຫ້ຂະໜ້າຂອງປ້າງໃຫຍ່ຂຶ້ນໆ. ແລ້ວ ທາລາຊິເມຍກໍ່ເປັນພະຍາດທາງກຳມະພັນ ດັ່ງທີ່ທ່ານວ່າ.

I believe in the IMPOSSIBLE

໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ປ້າງໃຫຍ່ເປັນພຽງSignເທົ່ານັ້ນ ບໍ່ສາມາດເອີ້ນວ່າພະຍາດໄດ້,ສາເຫດທີ່ສາມາດເຮັດໃຫ້ປ້າງໃຫຍ່ໄດ້,ຕິດເຊື້ອພະຍາດ ,ເຊື້ອໄວຮັດຕັບຊະນິດຊໍາເຮື້ອ,ພະຍາດໄປໄມ້ໃນຕັບ,Malaria ຊໍາເຮື້ອ ,ຊີນຟິລິບ, ພະຍາດຕັບເຂັງ ,ຫົວໄຈຂ້າງຂວາລົ້ມເຫຼວ, ພະຍາດກ່ຽວກັບ ເລືອດເຊັ່ນ ມະເຮັງເມັດເລືອດຂາວ , ໄຂກະດູກfibrosis,hypersplenism,SLE,thalassemia.............................

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
^

ແມ່ນບໍ?? ເຮົາບໍ່ໄດ້ຮຽນເລື່ອງອາການສາດເທື່ອ ແຕ່ຖ້້າເວົ້າເລື່ອງ pathology ແລ້ວ ພະຍາດຂ້າງເທິງນັ້ນ *ເຮົາຄິດວ່າ* ແມ່ນກ່ຽວກັບການປ່ຽນແປງຂອງເລືອດ ບໍ່ວ່າທາງກົງຫຼືທາງອ້ອມ.
ເຊັ່ນວ່າ ພະຍາດຫົວໃຈຂ້າງຂົວລົ້ມເຫຼວ ເຮັດໃຫ້ເລືອດໄປຟອກຢູ່ປອດບໍ່ໄດ້ ຫຼື ໄດ້ໜ້ອຍ ເຮັດໃຫ້ເມັດເລືອດມີອາຍຸສັ້ນລົງແລະໄປເກັບທຳລາຍຢູ່ປ້າງ ແລະເມື່ອປ້າງເຮັດວຽກຫຼາຍຂຶ້ນໆ ປ້າງກໍ່ມີຂະໜາດໃຫຍ່ຂຶ້ນ (hyperspleenism).

ແລະເຮົາກໍ່ບໍ່ເຂົ້າໃຈກ່ຽວກັບພະຍາດຕັບ ແລະ ຊີຟິລິສ ກ່ຽວກັບປ້າງ
ຈັ່ງໃດກະຊ່ວຍອະທິບາຍແນ່ ຫຼືຖ້າເຮົາເຂົ້າໃຈຜິດພາດກໍ່ຊີ້ແຈງແນ່ ແຫະໆ

I believe in the IMPOSSIBLE

໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ພະຍາດ ຫົວໃຈຂ້າງຂົວລົ້ມເຫຼວ ແລະພະຍາດຕັບແຂງ ເຮັດໃຫ້ເກີດມີ ປ້າງໃຫຍ່ ແມ່ນຍ້ອນການໄຫຼວຽນຂອງເລືອດບໍ່ສະດວກ ເຮັດໃຫ້ເລືອດຂັງ ,ປ້າງມັນກໍ່ໄຄ່ຂື້ນ,ຮຸນແຮງກວ່ານັ້ນ ພະຍາດດັ່ງກ່າວຍັງເຮັດໃຫ້ ໝາກໄຂ່ຫຼັງ ,ລະບົບທາງເດີນອາຫານ ແລະ ຂາ ກໍມີເລືອດຂັງ,,,,,

໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ເຊື້ອໄວຮັດຕັບຊະນິດຊໍາເຮື້ອ,Malaria ຊໍາເຮື້ອ ,ຊີນຟິລິບ, ແມ່ນສິ່ງທີ່ແປກປອມເຂົ້າມາໃນຮ່າງກາຍ ,ເມື່ອເຂົ້າມາແລ້ວຮ່າງກາຍຂອງຄົນເຮົາມີລະບົບປ້ອງກັນ ເພື່ອຈະກໍາຈັດພະຍາດດັ່ງກ່າວ ໂດຍແມ່ນ mononuclear-phagocyte system ,MPS ເປັນຕົວທີ່ພະຍາຍາມກໍາຈັດສິ່ງແປກປອມເຂົ້າມາ ,ເພື່ອຢາກເອົາຊະນະສັດຕູ mononuclear-phagocyte system ,MPS ໄດ້ມີການເກີດແລະເຕີບໂຕຢ່າງຫຼວງຫຼາຍ ---------》ປ້າງ ,ຕັບ ,ຕອມນໍ້າຢາງເຫຼືອງ ໃຫຍ່

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vvatthana ຂຽນວ່າ...
ເຊື້ອໄວຮັດຕັບຊະນິດຊໍາເຮື້ອ,Malaria ຊໍາເຮື້ອ ,ຊີນຟິລິບ, ແມ່ນສິ່ງທີ່ແປກປອມເຂົ້າມາໃນຮ່າງກາຍ ,ເມື່ອເຂົ້າມາແລ້ວຮ່າງກາຍຂອງຄົນເຮົາມີລະບົບປ້ອງກັນ ເພື່ອຈະກໍາຈັດພະຍາດດັ່ງກ່າວ ໂດຍແມ່ນ mononuclear-phagocyte system ,MPS ເປັນຕົວທີ່ພະຍາຍາມກໍາຈັດສິ່ງແປກປອມເຂົ້າມາ ,ເພື່ອຢາກເອົາຊະນະສັດຕູ mononuclear-phagocyte system ,MPS ໄດ້ມີການເກີດແລະເຕີບໂຕຢ່າງຫຼວງຫຼາຍ ---------》ປ້າງ ,ຕັບ ,ຕອມນໍ້າຢາງເຫຼືອງ ໃຫຍ່

ເຮົາເຂົ້າໃຈສິ່ງທີ່ທ່ານອະທິບາຍ.

I believe in the IMPOSSIBLE

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາຍິ່ງອ່ານຍິ່ງງົງ

໙ ກະທູ້
໑໔໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ somlith ຂຽນວ່າ...
ພະຍາດປ້າງ ຫລື ເອີ້ນວ່າ ພະຍາດເລືອດຈາງ ຫລື ພາສາເເພດ ເອີ້ນວ່າ ທາລາຊິເມຍ

ແມ່ນພະຍາດທີ່ເກີດຈາກ ໄຂສັນຫັລງ ທີ່ມີໜ້າທີ່ພະລິດ ເມັດເລືອດແດງ ບໍ່ທຳງານ ຫລື ຜະລິດເລືອດແດງ ໄດ້ໜ້ອຍກົ່ວຄົນ ປົກກະຕິ ຫລື ບາງຄົນບໍ່ຜະລິດເລີຍ
ພະຍາດນີ້ ແມ່ນ ພະຍາດ ທາງ ກຳມະພັນ ໃຜ ເປັນແລ້ວ ທຸກ

ມາເລົ່າສູ່ກັນຟັງແນ່ໂລດ ຂຽນຫຼາຍໆກໍ່ບໍ່ເປັນຫຍັງ ລະບາຍມາໂລດ ຊິຮັບຟັງ

ຢາກເວົ້າໃຫ້ຟັງຢູ່ ແຕ່ບາງຄົນກະ ຮູ້ແລ້ວ ແຕ່ຕ່າວພາໂລ ຖາມຊື່ໆ
ບາງຄົນຮູ້ລະ ສົມນ້ຳໜ້າກະມີ ທາງທີ່ດີ ເລີຍບໍ່ເວົ້າຫັຍງ ເປັນດີທີສຸດ

໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ອ້າຍເອີຍຢ່າເຂົ້າໃຈຜິດ,ຄວາມເຈັບຄວາມເປັນແມ່ນໜ້າເຫັນໃຈກັນທີ່ສຸດ,ປະເທດເຮົາບໍ່ມີປະກັນສັງຄົມທີ່ຮັບເໝົາທຸກພະຍາດຄືປະເທດອື່ນ ,

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຳລັບຂ້ອຍນະສົງສານ ແລະ ເຫັນໃຈເດີ