ກະທູ້ມາໃໝ່ | ຫມວດ | ກະດານແຫ... » ສຸຂະພາບ ແລະຄວາມງາມ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ທີ່ມາ: https://www.facebook.com/photo.php?fbid=415668145131962&set=o.362113410516054&type=1&theater ຖ່າຍມາຕາມຮູບຫັ້ນລະ ມີເບີໂທສາວຜູ້ໂຄສະນານັ້ນພ້ອມ ອິອິ ລາວເວົ້າວ່າ: ເປັນຜະລິດຕະພັນມາຈາກເກົາຫຼີ ໃຊ້ທາໄດ້ດົນປະມານ 1 ເດືອນ, ຖ້າໃຊ້ໄປລະມັນໂມກໍ່ເຊົາໃຊ້ໄດ້, ມີສ່ວນປະກອບຂອງຫອຍທະເລ ຊ່ວຍເສີມສ້າງເນື້ອເຍື່ອດັງໃຫ້ໂມຂຶ້ນວ່າຊັ້ນ. ລອງໂທສອບຖາມເບິ່ງເດີ ອິອິ 1 ຊຸດ ມີ10 ຫຼອດ, 1 ຫຼອດໃຊ້ທາໄດ້ 3 ຄັ້ງ, ແຕ່ລະຄັ້ງໃສ່ປະມານ 1,5 ກຣາມ ທາປະໄວ້ 30-60 ນາທີ ແລ້ວລອກອອກ ຈະເຫັນຜົນໄດ້ຊັດເຈນວ່າຊັ້ນ ( ຄືຊິແມ່ນທາມື້ລະຄັ້ງ ລະກຸ້ມ 1 ເດືອນ ) |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ແມ່ນແທ້ບໍນໍ. ຖ້າຜະລິດຕະພັນນີ້ທາດັງ ແລ້ວດັງໂມ.. ຖ້າສົມມຸດວ່າເອົາໄປທາບ່ອນອື່ນ ບ່ອນນັ້ນກໍ່ຊິໃຫຍ່ແມ່ນບໍ່ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ sonesak ຂຽນວ່າ... ແມ່ນແທ້ບໍນໍ. ຖ້າຜະລິດຕະພັນນີ້ທາດັງ ແລ້ວດັງໂມ.. ຖ້າສົມມຸດວ່າເອົາໄປທາບ່ອນອື່ນ ບ່ອນນັ້ນກໍ່ຊິໃຫຍ່ແມ່ນບໍ່ ຂ້ອຍຍັງບໍ່ທັນໄດ້ຄິດຮອດຫຍັງປານນນັ້ນ ກໍ່ບໍ່ຮູ້ໃດເນາະ ບາງທີກໍ່ແມ່ນຄວາມເຈົ້າວ່າ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ບໍ່ເຊື່ອ
ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ໂມແທ້ຫວາລະ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ແບບນີ້ກະມີ ບໍ່ຢາກເຊື່ອປານໃດ ແຕ່ກະບໍ່ແນ່ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ໂອກາດເປັນໄປໄດ້ມີ ແຕ່ຍາກສຸດໆ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຖ້າ ຈຂກທ ໃຊ້ລະເຫັນຜົນລະບອກແນ່ເດີ້ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ພວກທ່ານລອງຊື້ມາໃຊ້ເບິ່ງ ແລ້ວມາບອກຜົນໄດ້ຮັບແນ່ເດີ ອິອິ ເກົາຫຼີເຂົາເກັ່ງເລື່ອງຄວາມງາມຢູ່ແລ້ວ ແຮໆ ສາວນັ້ນບອກວ່າຮັບປະກັນວ່າໂມຂຶ້ນແນ່ນອນ ແຕ່ຈະຫຼາຍ ຫຼື ໜ້ອຍແມ່ນຂຶ້ນກັບສະພາບຜິວໜັງວ່າຊັ້ນ ອິອິ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ໂມແບບຊົ່ວຄາວແມ່ນໃຊ້ ໂຕຕໍ່ ໂຕເຜິ້ງຕອດ ໄຄ່ໝົດໜ້າເລີຍເນາະ ບໍ່ເອົາເດີວິທີແມງຕອດນີ້ ແຮໆ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ sonesak ຂຽນວ່າ... ແມ່ນແທ້ບໍນໍ. ຖ້າຜະລິດຕະພັນນີ້ທາດັງ ແລ້ວດັງໂມ.. ຖ້າສົມມຸດວ່າເອົາໄປທາບ່ອນອື່ນ ບ່ອນນັ້ນກໍ່ຊິໃຫຍ່ແມ່ນບໍ່ ຂ້ອຍຍັງບໍ່ທັນໄດ້ຄິດຮອດຫຍັງປານນນັ້ນ ກໍ່ບໍ່ຮູ້ໃດເນາະ ບາງທີກໍ່ແມ່ນຄວາມເຈົ້າວ່າ ຂ້ອຍໄປຖາມລາວຢູ່ facebook ລາວບອກວ່າໃຊ້ໄດ້ສະເພາະດັງວ່າຊັ້ນເດ. ຂ້ອຍບໍ່ຊື້ລະຊັ້ນ ເພາະແຂນຂ້ອຍນ້ອຍ ຂ້ອຍວ່າຊິຊື້ມາທາແຂນ ອິອິອິອິອິ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ sonesak ຂຽນວ່າ... ຂ້ອຍໄປຖາມລາວຢູ່ facebook ລາວບອກວ່າໃຊ້ໄດ້ສະເພາະດັງວ່າຊັ້ນເດ. ຂ້ອຍບໍ່ຊື້ລະຊັ້ນ ເພາະແຂນຂ້ອຍນ້ອຍ ຂ້ອຍວ່າຊິຊື້ມາທາແຂນ ອິອິອິອິອິບໍ່ເຊື່ອດອກວ່າເຈົ້າຊິທາໃສ່ແຂນ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ gt701 ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... [ບໍ່ເຊື່ອດອກວ່າເຈົ້າຊິທາໃສ່ແຂນ ເຫັນດີເຫັນດີ ກໍ່ວ່າຫັ້ນລະ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ... ໂອກາດເປັນໄປໄດ້ມີ ແຕ່ຍາກສຸດໆ ປະມານນັ້ນ ຖ້າມັນໄດ້ແທ້ ບໍ່ມີໂຮງຫມໍສັນຍາກຳດອກ ສ່ວນໃຫຍ່ກະແຫກຕາ ລະກະມີຂໍ້ອ້າງວ່າຕ້ອງອັນນັ້ນອັນນີ້ ບໍ່ຊັ້ນລະບໍ່ໄດ້
ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຂໍຊື່ທີ່ຢູ່ຄົນລາວທີ່ໃຊ້ໄດ້ຜົນ ກ່ອນ ແລະ ຫລັງແນ່
ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຂ້ອຍກໍ່ບໍ່ຮູ້ຫຍັງເດີວ່າໃຊ້ແລ້ວຊິເປັນແນວໃດ ຂ້ອຍກໍ່ບໍ່ເຄີຍຮູ້ ບໍ່ເຄີຍເຫັນຈັກເທື່ອ ຫາກໍ່ມາເຫັນນີ້ລະ ແຮະໆ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ມາຈອບຊື່ໆໆ ບໍ່ກ້າຊື້ມາໃຊ້ດອກ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ມີແນວທາໃຫ້ບໍ່ໂມບໍ ເພາະຕອນນີ້ມັນໂມແລ້ວ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຖ້າບໍ່ຜ່ານການກວດສອບອົງການອາຫານແລະຍາ ອຍ. ຂອງໄທ ຍ່າສິໄປເຊື່ອເດີ ເບິ່ງຂ່າວບ້ານເຂົາເຈົ້າ ເຫັນຈັບກັນຫຼາຍແລ້ວເດພວກນຳເຂົ້າຍາຜິດກົດໝາຍ ເອົາມາຂາຍຕາມເວັບໄຊ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຂ້ອຍເຫັນກະຊວງການຄ້າ ເຂົາຕິດປະກາດລາຍການເຄື່ອງສຳອາງແຕ່ລະຢີ່ຫໍ້ທີ່ຫ້າມຊາຍຫລືຊົມໃຊ້ ອ້າງສັບພະຄຸນເກີນຈິງ ມີສານທີ່ຫ້າມໃຊ້ໃນເຄື່ອງສຳອາງ ທ່ານໄປກວດເບີ່ງໄດ້ກ່ອນຈະຊື້ມາຊົມໃຊ້ ເສີຍເງິນຍັງບໍ່ແລ້ວ ຈະເສີຍໃຈອີກ (ໂຄສະນາບາງໂຄສະນາກະຊວນເຊື່ອເກີນຈິງ) ແຕ່ກະດີໃຈນຳຄົນລາວ ຊິໄດ້ມີດັງໂມ ສົມໃຈ ງາມທຸກຫົນແຫ່ງລະບາດນີ້ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ sonesak ຂຽນວ່າ... ແມ່ນແທ້ບໍນໍ. ຖ້າຜະລິດຕະພັນນີ້ທາດັງ ແລ້ວດັງໂມ.. ຖ້າສົມມຸດວ່າເອົາໄປທາບ່ອນອື່ນ ບ່ອນນັ້ນກໍ່ຊິໃຫຍ່ແມ່ນບໍ່ ຂ້ອຍດັງໂມແລ້ວ ແຕ່ຢາກດັງແຫມບ ເຮັດແນວໃດຫວະ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ gt701 ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... [ບໍ່ເຊື່ອດອກວ່າເຈົ້າຊິທາໃສ່ແຂນ ເຫັນດີເຫັນດີ ກໍ່ຍັງວ່າຊິທາໃສ່ແຂນ ແນວວ່າແຂນນ້ອຍ ບ່ອນອື່ນມັນໃຫຍ່ໝົດລະເດ ລວມເຖິງໃຈພ້ອມ ໃຈກໍ່ໃຫຍ່ ... ຄິດໄປຮອດໃສເດນໍວ່າຊິບໍ່ທາໃສ່ແຂນຫັ້ນນະ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ສຳນີ້ກະພໍໃຈແລ້ວ
ຮັກແທ້ຄືແມ່ຂ້າ ຮັກຕໍ່ມາຄືແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ kiengkai ຂຽນວ່າ... ຂ້ອຍເຫັນກະຊວງການຄ້າ ເຂົາຕິດປະກາດລາຍການເຄື່ອງສຳອາງແຕ່ລະຢີ່ຫໍ້ທີ່ຫ້າມຊາຍຫລືຊົມໃຊ້ ອ້າງສັບພະຄຸນເກີນຈິງ ມີສານທີ່ຫ້າມໃຊ້ໃນເຄື່ອງສຳອາງທ່ານໄປກວດເບີ່ງໄດ້ກ່ອນຈະຊື້ມາຊົມໃຊ້ ເສີຍເງິນຍັງບໍ່ແລ້ວ ຈະເສີຍໃຈອີກ (ໂຄສະນາບາງໂຄສະນາກະຊວນເຊື່ອເກີນຈິງ) ແຕ່ກະດີໃຈນຳຄົນລາວ ຊິໄດ້ມີດັງໂມ ສົມໃຈ ງາມທຸກຫົນແຫ່ງລະບາດນີ້ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຖ້າເປັນໄປໄດ້ແທ້ ກະຄືຊິບໍ່ມີໃຜໄປສັນຍະກຳໃຫ້ຫຍຸ້ງຍາກແລ້ວ... ບໍ່ເຫັນກັບຕາບໍ່ຢາກເຊື່ອ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ sonesak ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ gt701 ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... [ບໍ່ເຊື່ອດອກວ່າເຈົ້າຊິທາໃສ່ແຂນ ເຫັນດີເຫັນດີ ກໍ່ຍັງວ່າຊິທາໃສ່ແຂນ ແນວວ່າແຂນນ້ອຍ ບ່ອນອື່ນມັນໃຫຍ່ໝົດລະເດ ລວມເຖິງໃຈພ້ອມ ໃຈກໍ່ໃຫຍ່ ... ຄິດໄປຮອດໃສເດນໍວ່າຊິບໍ່ທາໃສ່ແຂນຫັ້ນນະ ຄິດຮອດບ່ອນເຈົ້າຄິດຫັ້ນລະ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ທາແລ້ວແມ່ນໃຫຍ່ຂື້ນອິຫຼີ ,ຍ້ອນວ່າເປັນມະເຮັງຜິວໜັງ |