ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ຄີມທາດັງໃຫ້ໂມ ລາຄາ 1500 ບາດ ( ບໍ່ມີຜົນຂ້າງຄຽງ)

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທີ່ມາ: https://www.facebook.com/photo.php?fbid=415668145131962&set=o.362113410516054&type=1&theater

ຖ່າຍມາຕາມຮູບຫັ້ນລະ ມີເບີໂທສາວຜູ້ໂຄສະນານັ້ນພ້ອມ ອິອິ

ລາວເວົ້າວ່າ: ເປັນຜະລິດຕະພັນມາຈາກເກົາຫຼີ ໃຊ້ທາໄດ້ດົນປະມານ 1 ເດືອນ, ຖ້າໃຊ້ໄປລະມັນໂມກໍ່ເຊົາໃຊ້ໄດ້, ມີສ່ວນປະກອບຂອງຫອຍທະເລ ຊ່ວຍເສີມສ້າງເນື້ອເຍື່ອດັງໃຫ້ໂມຂຶ້ນວ່າຊັ້ນ. ລອງໂທສອບຖາມເບິ່ງເດີ ອິອິ
1 ຊຸດ ມີ10 ຫຼອດ, 1 ຫຼອດໃຊ້ທາໄດ້ 3 ຄັ້ງ, ແຕ່ລະຄັ້ງໃສ່ປະມານ 1,5 ກຣາມ
ທາປະໄວ້ 30-60 ນາທີ ແລ້ວລອກອອກ ຈະເຫັນຜົນໄດ້ຊັດເຈນວ່າຊັ້ນ ( ຄືຊິແມ່ນທາມື້ລະຄັ້ງ ລະກຸ້ມ 1 ເດືອນ )



໒ ກະທູ້
໒໒໓ ໂພສ
ນັກການກະທູ້
ແມ່ນແທ້ບໍນໍ. ຖ້າຜະລິດຕະພັນນີ້ທາດັງ ແລ້ວດັງໂມ.. ຖ້າສົມມຸດວ່າເອົາໄປທາບ່ອນອື່ນ ບ່ອນນັ້ນກໍ່ຊິໃຫຍ່ແມ່ນບໍ່


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sonesak ຂຽນວ່າ...
ແມ່ນແທ້ບໍນໍ. ຖ້າຜະລິດຕະພັນນີ້ທາດັງ ແລ້ວດັງໂມ.. ຖ້າສົມມຸດວ່າເອົາໄປທາບ່ອນອື່ນ ບ່ອນນັ້ນກໍ່ຊິໃຫຍ່ແມ່ນບໍ່



ຂ້ອຍຍັງບໍ່ທັນໄດ້ຄິດຮອດຫຍັງປານນນັ້ນ

ກໍ່ບໍ່ຮູ້ໃດເນາະ ບາງທີກໍ່ແມ່ນຄວາມເຈົ້າວ່າ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຊື່ອ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂມແທ້ຫວາລະ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແບບນີ້ກະມີ ບໍ່ຢາກເຊື່ອປານໃດ
ແຕ່ກະບໍ່ແນ່


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອກາດເປັນໄປໄດ້ມີ
ແຕ່ຍາກສຸດໆ


໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າ ຈຂກທ ໃຊ້ລະເຫັນຜົນລະບອກແນ່ເດີ້


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ gt701 ຂຽນວ່າ...
ຖ້າ ຈຂກທ ໃຊ້ລະເຫັນຜົນລະບອກແນ່ເດີ້





໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພວກທ່ານລອງຊື້ມາໃຊ້ເບິ່ງ ແລ້ວມາບອກຜົນໄດ້ຮັບແນ່ເດີ ອິອິ

ເກົາຫຼີເຂົາເກັ່ງເລື່ອງຄວາມງາມຢູ່ແລ້ວ ແຮໆ
ສາວນັ້ນບອກວ່າຮັບປະກັນວ່າໂມຂຶ້ນແນ່ນອນ ແຕ່ຈະຫຼາຍ ຫຼື ໜ້ອຍແມ່ນຂຶ້ນກັບສະພາບຜິວໜັງວ່າຊັ້ນ ອິອິ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ gt701 ຂຽນວ່າ...
ຖ້າ ຈຂກທ ໃຊ້ລະເຫັນຜົນລະບອກແນ່ເດີ້


ຍັງບໍ່ມີເງິນຊື້ເທື່ອ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂມແບບຊົ່ວຄາວແມ່ນໃຊ້ ໂຕຕໍ່ ໂຕເຜິ້ງຕອດ ໄຄ່ໝົດໜ້າເລີຍເນາະ ບໍ່ເອົາເດີວິທີແມງຕອດນີ້ ແຮໆ


໒ ກະທູ້
໒໒໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ sonesak ຂຽນວ່າ...
ແມ່ນແທ້ບໍນໍ. ຖ້າຜະລິດຕະພັນນີ້ທາດັງ ແລ້ວດັງໂມ.. ຖ້າສົມມຸດວ່າເອົາໄປທາບ່ອນອື່ນ ບ່ອນນັ້ນກໍ່ຊິໃຫຍ່ແມ່ນບໍ່



ຂ້ອຍຍັງບໍ່ທັນໄດ້ຄິດຮອດຫຍັງປານນນັ້ນ

ກໍ່ບໍ່ຮູ້ໃດເນາະ ບາງທີກໍ່ແມ່ນຄວາມເຈົ້າວ່າ

ຂ້ອຍໄປຖາມລາວຢູ່ facebook ລາວບອກວ່າໃຊ້ໄດ້ສະເພາະດັງວ່າຊັ້ນເດ. ຂ້ອຍບໍ່ຊື້ລະຊັ້ນ ເພາະແຂນຂ້ອຍນ້ອຍ ຂ້ອຍວ່າຊິຊື້ມາທາແຂນ ອິອິອິອິອິ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sonesak ຂຽນວ່າ...
ຂ້ອຍໄປຖາມລາວຢູ່ facebook ລາວບອກວ່າໃຊ້ໄດ້ສະເພາະດັງວ່າຊັ້ນເດ. ຂ້ອຍບໍ່ຊື້ລະຊັ້ນ ເພາະແຂນຂ້ອຍນ້ອຍ ຂ້ອຍວ່າຊິຊື້ມາທາແຂນ ອິອິອິອິອິ


ບໍ່ເຊື່ອດອກວ່າເຈົ້າຊິທາໃສ່ແຂນ


໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
[
ບໍ່ເຊື່ອດອກວ່າເຈົ້າຊິທາໃສ່ແຂນ


ເຫັນດີເຫັນດີ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ gt701 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
[
ບໍ່ເຊື່ອດອກວ່າເຈົ້າຊິທາໃສ່ແຂນ


ເຫັນດີເຫັນດີ


ກໍ່ວ່າຫັ້ນລະ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ໂອກາດເປັນໄປໄດ້ມີ
ແຕ່ຍາກສຸດໆ

ປະມານນັ້ນ ຖ້າມັນໄດ້ແທ້ ບໍ່ມີໂຮງຫມໍສັນຍາກຳດອກ ສ່ວນໃຫຍ່ກະແຫກຕາ ລະກະມີຂໍ້ອ້າງວ່າຕ້ອງອັນນັ້ນອັນນີ້ ບໍ່ຊັ້ນລະບໍ່ໄດ້

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍຊື່ທີ່ຢູ່ຄົນລາວທີ່ໃຊ້ໄດ້ຜົນ ກ່ອນ ແລະ ຫລັງແນ່

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກໍ່ບໍ່ຮູ້ຫຍັງເດີວ່າໃຊ້ແລ້ວຊິເປັນແນວໃດ ຂ້ອຍກໍ່ບໍ່ເຄີຍຮູ້ ບໍ່ເຄີຍເຫັນຈັກເທື່ອ ຫາກໍ່ມາເຫັນນີ້ລະ ແຮະໆ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບຊື່ໆໆ
ບໍ່ກ້າຊື້ມາໃຊ້ດອກ



໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີແນວທາໃຫ້ບໍ່ໂມບໍ ເພາະຕອນນີ້ມັນໂມແລ້ວ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ຖ້າບໍ່ຜ່ານການກວດສອບອົງການອາຫານແລະຍາ ອຍ. ຂອງໄທ ຍ່າສິໄປເຊື່ອເດີ
ເບິ່ງຂ່າວບ້ານເຂົາເຈົ້າ ເຫັນຈັບກັນຫຼາຍແລ້ວເດພວກນຳເຂົ້າຍາຜິດກົດໝາຍ ເອົາມາຂາຍຕາມເວັບໄຊ


໐ ກະທູ້
໒໗໗ ໂພສ
ນັກການກະທູ້
ຂ້ອຍເຫັນກະຊວງການຄ້າ ເຂົາຕິດປະກາດລາຍການເຄື່ອງສຳອາງແຕ່ລະຢີ່ຫໍ້ທີ່ຫ້າມຊາຍຫລືຊົມໃຊ້ ອ້າງສັບພະຄຸນເກີນຈິງ ມີສານທີ່ຫ້າມໃຊ້ໃນເຄື່ອງສຳອາງ
ທ່ານໄປກວດເບີ່ງໄດ້ກ່ອນຈະຊື້ມາຊົມໃຊ້ ເສີຍເງິນຍັງບໍ່ແລ້ວ ຈະເສີຍໃຈອີກ (ໂຄສະນາບາງໂຄສະນາກະຊວນເຊື່ອເກີນຈິງ) ແຕ່ກະດີໃຈນຳຄົນລາວ ຊິໄດ້ມີດັງໂມ ສົມໃຈ ງາມທຸກຫົນແຫ່ງລະບາດນີ້


໐ ກະທູ້
໑໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ sonesak ຂຽນວ່າ...
ແມ່ນແທ້ບໍນໍ. ຖ້າຜະລິດຕະພັນນີ້ທາດັງ ແລ້ວດັງໂມ.. ຖ້າສົມມຸດວ່າເອົາໄປທາບ່ອນອື່ນ ບ່ອນນັ້ນກໍ່ຊິໃຫຍ່ແມ່ນບໍ່


ຂ້ອຍດັງໂມແລ້ວ ແຕ່ຢາກດັງແຫມບ ເຮັດແນວໃດຫວະ


໒ ກະທູ້
໒໒໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ gt701 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
[
ບໍ່ເຊື່ອດອກວ່າເຈົ້າຊິທາໃສ່ແຂນ


ເຫັນດີເຫັນດີ


ກໍ່ຍັງວ່າຊິທາໃສ່ແຂນ ແນວວ່າແຂນນ້ອຍ ບ່ອນອື່ນມັນໃຫຍ່ໝົດລະເດ ລວມເຖິງໃຈພ້ອມ ໃຈກໍ່ໃຫຍ່ ... ຄິດໄປຮອດໃສເດນໍວ່າຊິບໍ່ທາໃສ່ແຂນຫັ້ນນະ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຳນີ້ກະພໍໃຈແລ້ວ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kiengkai ຂຽນວ່າ...
ຂ້ອຍເຫັນກະຊວງການຄ້າ ເຂົາຕິດປະກາດລາຍການເຄື່ອງສຳອາງແຕ່ລະຢີ່ຫໍ້ທີ່ຫ້າມຊາຍຫລືຊົມໃຊ້ ອ້າງສັບພະຄຸນເກີນຈິງ ມີສານທີ່ຫ້າມໃຊ້ໃນເຄື່ອງສຳອາງ
ທ່ານໄປກວດເບີ່ງໄດ້ກ່ອນຈະຊື້ມາຊົມໃຊ້ ເສີຍເງິນຍັງບໍ່ແລ້ວ ຈະເສີຍໃຈອີກ (ໂຄສະນາບາງໂຄສະນາກະຊວນເຊື່ອເກີນຈິງ) ແຕ່ກະດີໃຈນຳຄົນລາວ ຊິໄດ້ມີດັງໂມ ສົມໃຈ ງາມທຸກຫົນແຫ່ງລະບາດນີ້




໘ ກະທູ້
໘໔໑ ໂພສ
ຊຳນານການເວັບບອດ
ຖ້າເປັນໄປໄດ້ແທ້ ກະຄືຊິບໍ່ມີໃຜໄປສັນຍະກຳໃຫ້ຫຍຸ້ງຍາກແລ້ວ... ບໍ່ເຫັນກັບຕາບໍ່ຢາກເຊື່ອ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sonesak ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ gt701 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
[
ບໍ່ເຊື່ອດອກວ່າເຈົ້າຊິທາໃສ່ແຂນ


ເຫັນດີເຫັນດີ


ກໍ່ຍັງວ່າຊິທາໃສ່ແຂນ ແນວວ່າແຂນນ້ອຍ ບ່ອນອື່ນມັນໃຫຍ່ໝົດລະເດ ລວມເຖິງໃຈພ້ອມ ໃຈກໍ່ໃຫຍ່ ... ຄິດໄປຮອດໃສເດນໍວ່າຊິບໍ່ທາໃສ່ແຂນຫັ້ນນະ


ຄິດຮອດບ່ອນເຈົ້າຄິດຫັ້ນລະ


໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ທາແລ້ວແມ່ນໃຫຍ່ຂື້ນອິຫຼີ ,ຍ້ອນວ່າເປັນມະເຮັງຜິວໜັງ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>