ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ຫົກເດືອນ ແລ້ວ !!! ບໍ່ ຮູ້ ໂຕ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະບາຍດີ
ບໍ່ຮູ້ວ່າ ຈະຕັ້ງຊື່ ກະທູ້ ນິ້ ວ່າຈັງໃດ ກະ ເລີຍ ຕັ້ງ ໄປ ຕາມຄວາມຮູ້ ສຶກ ເມືອ່ ໄດ້ ຍິນ ອີ່ ແມ່ ເລົ່າໃຫ້ ຟັງ
ເຂົ້າ ເລືອ່ງເລີຍ ເນາະ ? ຄວາມສົງໃສ ຂອງເຮົາ ກໍ່ຕ້ອງ ເລົ່າ ຍ້ອນ ກັນ ໄປ ສອງ ອາທິດ ກ່ອນ
ຫັລງເລີກ ວຽກ ເຮົາ ກະ ຟ້າວ ຂັບລົດຈັກຈີນ ເກົ່າໆໆ ພະຫະນາຄູ່ຊີບເມືອເຮືອນ ພໍຮອດເຮືອນ ກະໄປປ່ຽນເຄືອ່ງ ມາ ເຮັດເຄືອ່ງຂາຍ ຊວ່ຍ ແມ່
ອີ່ແມ່ນ ຖາມວ່າ ວັນເສົາ ພວກ ລູກບໍໄດ້ ໄປໃສ ເບາະ? ( ເຮົາ ນັ່ງ ມົກຫນໍ່ ໄມ້ ກັນ ນອ້ງ ສາວ ສອງຄົນ)
ພາກັນ ຕອບ ອີ່ ແມ່ນ ວ່າ ບໍ່ ພວກເຮົາ ມີ ມີລາຍ ການເຄືອ່ນ ໄຫວ ຫັຍງ
ອີ່ ແມ່ ກະ ເລີຍວ່າ ຄັນຊັ້ນ ວັນ ໄປ ເພນ ຢູ່ ບ້ານ ໂພນ ເນາະ ບໍ່ໄດ້ ໄປ ດົນ ແລ້ວ ຖື ໂອກາດ ໄປ ແວ່ ຍາມ ວັດ ຫີນສີວ ເລີຍ
ເຮົາ ກະ ຖາມອີ່ ແມ່ ວ່າ ເຈົ້າ ບໍ່ ຊວນ ສາມະຊິພັກ ເຈົ້າ ໄປ ນຳ ບໍ?
ອີ່ ແມ່ນວ່າ ຍັງບໍ່ ທັນ ບອກໃຜ ຢ້ານ ພວກ ລູກຄ່າ ວຽກ ຈຶ່ງຖາມລູກກ່ອນ ມື້ ອື່ນ ຈັງຊິ ຖາມ ໄທ ຕະຫລາດ ວ່າ ມີ ໃຜຢາກໄປນຳ


ມື້ຕໍ່ ມາ ຫັລງ ເລີກ ວຽກ
ແມ່ ມີ ຈັກຄົນ ຊິໄປນຳກັນ ມີ ສາມຄົນ ເປັນ ຫ້າຄົນ ເພາະ ມີ ຄົນ ຫນຶ່ງ ເອົາ ແມ່ກັບ ລູກຊາຍ ໄປນຳ
ແລ້ວ ຂາປະຈຳເຈົ້າ ເດ ສາວ ກ (ນາມ ສົມມຸດ ເນາະ)
ໂອຍ ແມ່ ບໍ່ກ້າ ຊວນ ລາວ ດອກ
ເຮົາ ກະ ຖາມເປັນ ຫັຍງ ບໍ່ ຊວນ ລາວ ນຳ ໄປ ຫລາຍຄົນ ມັນ ຈັ່ງມ່ວນ ຫລື ວ່າ ລາວ ຄ່າ ວຽກເບາະ?
ອີ່ ແມ່ ວ່າ ຄັນ ຮູ້ ມັນ ກະ ໄປຫັ້ນ ແລະ
ເຮົາ ແຮງ ແປກ ໃຈ : ເຈົ້າ ຄືບໍ່ ບອກລາວຊັ້ນ
ອີ່ແມ່ ວ່າ ແມ່ ຢ້ານ ລາວ ເມືອ່ຍ ທາງມັນ ຂ້ອນ ຂ້າງໄກ
ເຮົາ ກະຖາມ ອີ່ : ນ້າສາວ ລາວບໍ່ ສະບາຍບໍ?
ອີ່ແມ່ : ບໍ່ແມ່ນ ບໍ່ສະບາຍ ມັນຫາກໍ່ໄປກວດ
ອ້າວ ແມ່ນ ກວດ ອີ່ ສັງ ເນາະ???
ມື້ ກ່ອນ ແມ່ນ ທ້ວງ ລາວ ວ່າ ເປັນ ຫັຍງ ຄື ມາ ເຊິ້ໆໆໆ ຊ້າໆໆ ຫນັກ ຫນ້າ ຂຶ້ນນັບມື້
ລາວ ຕອບ ອີ່ ແມ່ ວ່າ ( ເອີ ເຮົາ ກະບໍ່ ຮູ້ ຄື ກັນ ຕື່ນ ມາ ແລະ ເປັນ ໂຊ່ ໂລ່ ເຊ່ ເລ່ ຕຸ້ຍຫລາຍ ແລະ ໄປຢາກມາ ຢາກ)
ອີ່ ແມ່ ວ່າ : ເຈົ້າ ຕຸ້ຍ ແນວໃດ ນະ ຄື ມາ ໃຫ່ຍ ແຕ່ ທ້ອງ
ພໍໄດ້ ຍິນ ແນວ ນັ້ນ ລາວ ກໍ່ ໄປ ກວດ ທັນທີ

ຫັລງຈາກນັ້ນ ລາວ ກໍ່ ກັບ ມາ ບອກວ່າ

ເອື້ອຍ ໆໆ ທ່ານ ຫມໍ ມັນ ບອກ ຂອ້ຍ ວ່າ ຂ້ອຍ ຖື ພາ

ແມ່ ເລົ່າ ມາ ຮອດນີ້ ເຮົາ ອຶ້ງ ໄປຫນ້ອຍ 1
ແລ້ວ ຖາມ ອີ່ ແມ່ນ ອອກ ໄປວ່າ ຈັກເດືອນ ແລ້ວ

ແມ່ ຕອບ ຫົກ ເດືອນ ແລ້ວ ລູກ ອັນນີ້ ອຶ້ງ ໄປອີກ

ແລ້ວ ລາວ ບໍ່ ຮູ້ ເບາະ ວ່າ ໂຕ ເອັງຖື ພາ ມາ ຕັ້ງຫົກເດືອນ
ແມ່ : ບໍ່ ຮູ້ ມັນ ຫາ ກະສິ ມາ ຮູ້ ຕອນ ມັນ ໄປ ກວດ ນີ້ ແລະ
ເຮົາ ກັບ ນອ້ງ ກະ ພາ ກັນ ຫົວ : ເຮັດ ປານ ແມ່ນ ຫົວ ສາວ ເນາະ ບໍ່ ເຄີຍ ຖື ພາ ມີ ລູກກະ ໄຄ ອັນນີ້ ລູກໃຫຍ່ ເປັນ ສາວ ຮຽນຈົບ ມ ປາຍ ແລ້ວ
ນ້າສາວ ລາວ ມີ ລູກຈັກຄົນ ແລ້ວ ຊະ ແມ່???

ແມ່ : ສາມຄົນ ລວມ ທັງ ໃນ ທ້ອງ ກະ ເປັນ ສີ່
ຍີ່ງງົງ ລາວ ບໍ່ ແປກ ໃຈ ໂຕ ອງ ເບາະ ບໍ່ ເປັນ ປະ ຈຳເດືອນ ຕັ້ງ ຫົກ ເດືອນ ກະ ຫນ້າ ຈະ ສົງ ໄສ ວ່າ ໂຕ ເອງຖື ພາ
ອີ່ ແມ່ ບອກວ່າ ລາວ ບໍ່ ເປັນ ປະ ຈຳເດືອນ ມາ ສອງ ປີ ຍ້ຳ ສອງ ປີ
ເຮົາ ກະ ຖາມ ຕໍ່ ໄປ ອີກ ລາວ ອາ ຍຸ ຈັກປີ ແລ້ວ
42 ປີ

ສະຫລຸບ ທີ່ ສົງ ໄສ ແລະ ກະ ແປກໃຈ ດັ່ງນີ້
ຜູ້ ຍີງ ລູກສາມ
ອາ ຍຸ42 ປີ
ບໍ່ ເປັນ ປະຈຳເດືອນ ມາ 2 ປີ ແລ້ວ
ຖື ພາ ຫົກ ເດືອນ ຈິງ ຮູ້


ຂອບໃຈທີ່ ອ່ານ
ແລະ ຈະ ຂອບ ໃຈ ຫາກ ຊວ່ຍ ອະ ທິບາຍ ວ່າ ມັນ ເປັນ ໄປ ໄດ້ ແນວ ໃດ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ ແມ່ນ ເລື່ອງ ຫັຍງຂອງ ເຮົາ
ແຕ່ ເປັນ ຜູ້ ຍິງ ມັນ ອົດ ສົງໄສ ບໍ່ ໄດ້ ອີ່ຫລີ່ ແມະ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂຽນຫຍໍ້ໆແດ່...ອ່ານຍາວ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂຫ້....... ຂ້ອຍນຶກວ່າແມ່ນເລື່ອງຫຍັງ ອິອິ


໒ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ອືມ ເວົ້າເຖິງເລື່ອງປະຈຳເດືອນໝູ່ຂ້ອຍຄົນໜຶ່ງອາຍຸມັນໄດ້ 21 ປີແລ້ວ ຍັງບໍ່ເຄີຍລົງປະຈຳເດືອນເທື່ອ ມັນເລົ່າສູ່ຟັງວ່າແມ່ມັນກະເປັນແບບນີ້ຄືກັນ ສົງໃສເປັນນຳກຳມະພັນ...

ໃຜບອກໃຫ້ຂ້ອຍເຂົ້າມາຫວະ

໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ປາດດດດດດດດດດດດດດດດດດດດດດດດດດດດດດດດດດ ຂຽນຍາວຂະໜາດເນາະ ບໍ່ອີ່ຕົນຄົນອ່ານຈັກດີ້ເຈົ້າກະດາຍ ແຕ່ຂ້ອຍກະອ່ານຈົນຈົບ ແຫະໆ ເກືອບເປັນວິນ.
ອັນນີ້ຖ້າຕອບແບບຊາວບ້ານຄືເຮົາມັນກະແມ່ນ ປະຕິຫານ ຖ້າແມ່ນຜູ້ຊ່ຽວຊານເພິ່ນກໍ່ອາດຈະເວົ້າວ່າ ມີຄວາມເປັນໄປໄດ້ ໜຶ່ງໃນແສນ ຫຼື້ ໜຶ່ງໃນລ້ານ ກະວ່າກັນໄປ ເຮົາກະບໍ່ຮູ້.
ແຕ່ກໍ່ດີໃຈກັບນ້າສາວຂອງເຈົ້າເດີທີ່ມີລູກຊ້ຳເຖົ້າ.


໕ ກະທູ້
໑໑໖ ໂພສ
ນັກການກະທູ້
ຮ່າໆໆໆໆໆ


໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ເປັນຫຍັງບໍ່ເລົ່າຕັ້ງແຕ່ຕື່ນນອນຂຶ້ນມາພຸ້ນ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ baiphai ຂຽນວ່າ...
ປາດດດດດດດດດດດດດດດດດດດດດດດດດດດດດດດດດດ ຂຽນຍາວຂະໜາດເນາະ ບໍ່ອີ່ຕົນຄົນອ່ານຈັກດີ້ເຈົ້າກະດາຍ ແຕ່ຂ້ອຍກະອ່ານຈົນຈົບ ແຫະໆ ເກືອບເປັນວິນ.
ອັນນີ້ຖ້າຕອບແບບຊາວບ້ານຄືເຮົາມັນກະແມ່ນ ປະຕິຫານ ຖ້າແມ່ນຜູ້ຊ່ຽວຊານເພິ່ນກໍ່ອາດຈະເວົ້າວ່າ ມີຄວາມເປັນໄປໄດ້ ໜຶ່ງໃນແສນ ຫຼື້ ໜຶ່ງໃນລ້ານ ກະວ່າກັນໄປ ເຮົາກະບໍ່ຮູ້.
ແຕ່ກໍ່ດີໃຈກັບນ້າສາວຂອງເຈົ້າເດີທີ່ມີລູກຊ້ຳເຖົ້າ.



ບາດນີ້ ລູກ ຫລ້າ ກັບ ລູກ ກົກ ອາຍຸ ຫ່າງກັນ ເກືອບ 20 ປີ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ baiphai ຂຽນວ່າ...
ປາດດດດດດດດດດດດດດດດດດດດດດດດດດດດດດດດດດ ຂຽນຍາວຂະໜາດເນາະ ບໍ່ອີ່ຕົນຄົນອ່ານຈັກດີ້ເຈົ້າກະດາຍ ແຕ່ຂ້ອຍກະອ່ານຈົນຈົບ ແຫະໆ ເກືອບເປັນວິນ.
ອັນນີ້ຖ້າຕອບແບບຊາວບ້ານຄືເຮົາມັນກະແມ່ນ ປະຕິຫານ ຖ້າແມ່ນຜູ້ຊ່ຽວຊານເພິ່ນກໍ່ອາດຈະເວົ້າວ່າ ມີຄວາມເປັນໄປໄດ້ ໜຶ່ງໃນແສນ ຫຼື້ ໜຶ່ງໃນລ້ານ ກະວ່າກັນໄປ ເຮົາກະບໍ່ຮູ້.
ແຕ່ກໍ່ດີໃຈກັບນ້າສາວຂອງເຈົ້າເດີທີ່ມີລູກຊ້ຳເຖົ້າ.



ບາດນີ້ ລູກ ຫລ້າ ກັບ ລູກ ກົກ ອາຍຸ ຫ່າງກັນ ເກືອບ 20 ປີ



ມັນກະດີລະເດ ຈຶ່ງມີຜູ້ຊ່ວຍເອົາລູກ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ານຈົບແລ້ວ ແຕ່ບໍ່ຮູ້ຈັກເລີຍໆໆໆ
ເພາະເປັນກະເທີຍໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຍໍ້ໃຫ້ເດີ

ນ້າສາວເຈົ້າຂອງກະທູ້
ແມ່ນຜູ້ ຍິງ ລູກສາມ
ອາ ຍຸ42 ປີ
ບໍ່ ເປັນ ປະຈຳເດືອນ ມາ 2 ປີ ແລ້ວ
ຖື ພາ ຫົກ ເດືອນ


ໝູ່ຍິງຂອງຂ້ອຍມີຜູ້ໜຶ່ງບໍ່ເປັນປະຈຳເດືອນ ແລະ ຄືຈະບໍ່ເປັນຕະຫຼອດຊີວິດ... ລາວໄປກວດຢູ່ໂຮງໝໍ, ໝໍບອກວ່າ: ມົດລູກບໍ່ເຕີບໂຕ, ຂະໜາດຂອງມົດລູກເທົ່າມົດລູກຂອງເດັກຍິງ 8 ປີ. ແຕ່ລາວກໍ່ເອົາຜົວໄປແລ້ວ


໒ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...


ໝູ່ຍິງຂອງຂ້ອຍມີຜູ້ໜຶ່ງບໍ່ເປັນປະຈຳເດືອນ ແລະ ຄືຈະບໍ່ເປັນຕະຫຼອດຊີວິດ... ລາວໄປກວດຢູ່ໂຮງໝໍ, ໝໍບອກວ່າ: ມົດລູກບໍ່ເຕີບໂຕ, ຂະໜາດຂອງມົດລູກເທົ່າມົດລູກຂອງເດັກຍິງ 8 ປີ. ແຕ່ລາວກໍ່ເອົາຜົວໄປແລ້ວ


ຫາກເປັນໃນກໍລະນີນີ້ (ລົງປະຈຳເດືອນ) ຄິດວ່າລາວເອົາຜົວລາວກະສິມີລູກຢູ່ນະສາວພາສຸກ.

ໃຜບອກໃຫ້ຂ້ອຍເຂົ້າມາຫວະ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກໍ່ແປກເນາະໄວສີ່ສິບກ່ວາແລະກໍ່ມີລູກມາແລ້ວສາມຄົນແລ້ວຍັງບໍ່ຮູ້ອາການຖືພາອີກ....

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑ ກະທູ້
໕໗໐ ໂພສ
ຊຳນານການເວັບບອດ
ອາດເປັນອັນຕະລາຍຕໍ່ເດັກນ້ອຍ ເມື່ອແມ່ຖືພາຕອນອາຍຸກາຍສີ່ສິບ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຂຽນຫຍໍ້ໆແດ່...ອ່ານຍາວ

555555

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໐ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ່ານຍາວໂພດບໍ່ເຂົ້າໃຈ


໙ ກະທູ້
໑໔໑ ໂພສ
ນັກການກະທູ້
ໂອ້ຍ ເອົາຄຳວ່າ ອີ່ ອອກໄດ້ບໍ່ ໃຫ້ມີ ແຕ່ຄຳວ່າ ແມ່ ຢ່າງດຽວ
ຢ່າຄຽດໄດ ເວົ້າຫລີ້ນ ມັນຕິດປາກ ຂ້ອຍກະຄືກັນ
ເອີ ມັນກະບໍ່ມີແຕ່ຜູ້ເຈົ້າເຫລົ່າດອກ
ຂ້ອຍໄດ້ຍິນ ແພດຢູ່ໂຮງໝໍເຊດຖາ ກະເປັນກໍ່ລະນີ້ດຽວກັນກັບເຈົ້າເຫລົ່າ
ແລະໂຕລາວເອງທີ່ເປັນແພດເອງນັ້ນລະ
ອາຍຸກະເທົ່າກັນ
ທີ່ບໍ່ຮູ້ ບໍ່ແມ່ນຍ້ອນຫັຍງໃດ
ແມ່ຍິງໃນໄວນັ້ນ ແມ່ນໄກ້ໜົດ ປະຈຳເດືອນແລ້ວ
ແລະບາງຄົນກໍ່ໜົດ ແລ້ວ
ເວລາປະຈຳເດືອນບໍ່ມາກະບໍ່ໄດ້ສົນໃຈ
ຄິດວ່າຕົນເອງໜົດປະຈຳເດືອນ
ມາຮູ້ຕອນທ້ອງໃຫຍ່ ຜິດປົກກະຕິ ແລະເດັກມີອາການໜັງຕີງແລ້ວ ລະ ໄປກວດຈຶ່ງຮູ້
ນັ້ນຄືເຫດຜົນ
ເພິ່ນເອີ້ນ ວ່າລູກຫລົງມາເກີດ
ຊາເພິ່ນເວົ້າ ວ່າ ເດັກນັ້ນ ຈະເປັນຄົນສະຫລາດເດີ້ ແລະ ກໍ່ຂີ້ດື້ສຸດໆເລີຍ


໔ ກະທູ້
໓໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຂຽນຫຍໍ້ໆແດ່...ອ່ານຍາວ

ແມ່ນແລ້ວ ໝັ່ນຍະຫວ່າງເນາະ


໔ ກະທູ້
໓໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຂຽນຫຍໍ້ໆແດ່...ອ່ານຍາວ

ແມ່ນແລ້ວ ໝັ່ນຍະຫວ່າງເນາະ