ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ມາເບິ່ງວ່າແປງຖູແຂ້ວຂອງເຮົາມີໂຕຫຍັງແດ່ຢູ່ໃນນັ້ນ!

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທີ່ມາ: http://www.youtube.com/watch?v=6sr_JpkYun0&feature=related

ເບິ່ງວ່າຜົນກະທົບຈາກແປງຖູແຂ້ວ ແລະ ຢາຖູແຂ້ວທີ່ໃຫ້ໃຊ້ທຸກມື້ ມີຜົນຕໍ່ສຸຂະພາບແນວໃດແດ່

ແປງຖູແຂ້ວເມື່ອຢູ່ໃນຄວາມຊຸ່ມຈະເຮັດໃຫ້ເກີດມີເຊື້ອຈຸລິນຊີຫຼາຍຊິນິດທີ່ມີຜົນຕໍ່ສຸຂະພາບ

ສະນັ້ນເຮົາຄວນເອົາແປງຖູແຂ້ວວາງໄວ້ໃນບ່ອນທີ່ອາກາດລະບາຍລ່ວງໄດ້ໃຫ້ແຫ້ງຕອນປະໄວ້

ແປງຖູແຂ້ວໃຊ້ດົນສຸດບໍ່ໃຫ້ເກີນ 3 ເດືອນເພາະເປັນບ່ອນສະສົມຂອງເຊື້ອພະຍາດ

ຫຼັງຈາກຖູແຂ້ວແລ້ວຄວນສະບັດນ້ຳອອກຈາກແປງຖູແຂ້ວ ແລ້ວ ເອົາຜ້າເຊັດນ້ຳອອກຕື່ມຍິ່ງດີ

- ສ່ວນຢາຖູແຂ້ວທົ່ວໄປແມ່ນມີສານເຄມີ, ເມື່ອເຮົາກືນລົງໄປຈະເປັນຜົນກະທົບຕໍ່ກະເພາະ

ຖ້າກືນໃນຈຳນວນຫຼາຍອາດເຮັດໃຫ້ເປັນກະເພາະອັກເສບໄດ້

ສະນັ້ນຫຼັງຈາກຖູແຂ້ວແລ້ວຄວນບ້ວນປາກໃຫ້ດີ ບໍ່ຄວນກືນກິນ

ຢາຖູແຂ້ວມີຫຼາຍຊະນິດ, ບາງຊະນິດແທນທີ່ຈະເຮັດໃຫ້ແຂ້ວຂາວພັດໃຫ້ໃຫ້ແຂ້ວເສຍຕື່ມຊ້ຳ ແຖມເພີ່ມກິ່ນໃຫ້ປາກອີກກໍ່ມີ

ການເລືອກໃຊ້ຢາຖູແຂ້ວກໍ່ເປັນສິ່ງສຳຄັນ, ດີທີ່ສຸດແມ່ນຄວນໃຊ້ຢາຖູແຂ້ວທີ່ເຮັດຈາກທຳມະຊາດ

( ເຄີຍສັງເກດບໍ່ວ່າເວລາເຮົາຖູແຂ້ວແລ້ວໃໝ່ໆ ແລ້ວມາກິນໝາກໄມ້ສົ້ມ ຈະເຮັດໃຫ້ສົ້ມຝາດ ແລະ ບໍ່ມີລົດຊາດ

ນັ້ນຍ້ອນວ່າ: ສານທີ່ຢູ່ໃນຢາຖູແຂ້ວ ເຮັດໃຫ້ຕ່ອມຮັບລົດຊາດໃນລີ້ນເປັນອຳມະພາດຊົ່ວຄາວ )


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົາເຕືອນວ່າຫ້າມກິນຢາຖູແຂ້ວ ແລະ ສະບູ ເພາະຈະມີສານເຮັດໃຫ້ກະເພາະອັກເສບ
ເຊື້ອໂລກທີ່ຢູ່ໃນແປງຖູແຂ້ວຫຼາຍໆ ຈະທຳລາຍສຸຂະພາບ
ຫຼັງຈາກຖູແຂ້ວແລ້ວໃຫ້ບ້ວນປາກຫຼາຍໆໆ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊັ້ນກະບໍ່ຕ້ອງສີແຂ້ວເດີ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ຊັ້ນກະບໍ່ຕ້ອງສີແຂ້ວເດີ


ມີວິທີແກ້ໄຂຢູ່ ຄລິກເບິ່ງເດີ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທີ່ນຳ ສາລະດີໆໆ ມາຝາກ

ແຕ່ລຸ້ນ ພໍ່ແມ່ເຮົາ ເພີ່ນໃຊ້ ເກືອ ສີແຂ້ວ ແລະອີ່ຫັຍງອີກກະບໍ່ຮູ້

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ຂອບໃຈທີ່ນຳ ສາລະດີໆໆ ມາຝາກ

ແຕ່ລຸ້ນ ພໍ່ແມ່ເຮົາ ເພີ່ນໃຊ້ ເກືອ ສີແຂ້ວ ແລະອີ່ຫັຍງອີກກະບໍ່ຮູ້


ເກືອ, ຊາຍ, ອ້ອຍ.... ພື້ນບ້ານປອດໄພດີກວ່າ :)


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ຍິນແມ່ເຖົ້າເວົ້າວ່າສະໄໝແຕ່ກີ້ເພິ່ນໃຊ້ຂີ່ເຖົ່າຖູແຂ້ວ ວ່າຊັ້ນເດະ



໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Bearm2020 ຂຽນວ່າ...
ໄດ້ຍິນແມ່ເຖົ້າເວົ້າວ່າສະໄໝແຕ່ກີ້ເພິ່ນໃຊ້ຂີ່ເຖົ່າຖູແຂ້ວ ວ່າຊັ້ນເດະ


ແມ່ນແລ້ວ ຍິນວ່າຄືກັນ :) ເຄັມຄືເກືອ


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະທູ້ນີ້ມີສະລະທີ່ສຸດ ເທົ່າທີ່ເຈົ້າຂອງກະທູ້ເຄີຍໂຜດ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຢ່າລືມຖູລີ້ນນຳເດີ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ CPM ຂຽນວ່າ...
ກະທູ້ນີ້ມີສະລະທີ່ສຸດ ເທົ່າທີ່ເຈົ້າຂອງກະທູ້ເຄີຍໂຜດ


ປ໋າ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ CPM ຂຽນວ່າ...
ກະທູ້ນີ້ມີສະລະທີ່ສຸດ ເທົ່າທີ່ເຈົ້າຂອງກະທູ້ເຄີຍໂຜດ


ປ໋າ
ວ່າແຕ່ ມີສະຫຼະ ຫຼື ມີສາລະ ຄັນວ່າສະຫຼະ ນະ ມີໝົດທຸກກະທະທູ້ໃດ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Hibari ຂຽນວ່າ...
ຢ່າລືມຖູລີ້ນນຳເດີ

ແມ່ນແລ້ວເຊື້ອແບັດທີເລຍສະສົມຫຼາຍຢູ່ທີ່ລິ້ນນຳ


໓ ກະທູ້
໒໑໓ ໂພສ
ນັກການກະທູ້
ມີປະໂຫຍດດີ
ດົນໆ ມີສາລະເທື່ອຫນຶ່ງ

So much I need to say been lonely since the day
the day you went away......





໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮາໆໆ
ແປກ ມີຄົນມາຍ້ອງວ່າກະທູ້ມີປະໂຫຍດ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ເອົາໄໜຂັດແຂ້ວເປັນປະຈຳແດ່ເດີ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Hibari ຂຽນວ່າ...
ເອົາໄໜຂັດແຂ້ວເປັນປະຈຳແດ່ເດີ

ຈ້າວໆ


໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິລອງເບີ່ງເດີ້!


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ WWWGO ຂຽນວ່າ...
ຊິລອງເບີ່ງເດີ້!




໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tunna ຂຽນວ່າ...

ງົງຫຍັງບັດນີ້


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບເຈີເນີທີ່ເອົາມາຟາກ


໐ ກະທູ້
໕໐ ໂພສ
ຂາປະຈຳເວັບບອດ
ເປັນຕາຍ້ານ
[url=null]null[/url]