ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ຜູ້ຊາຍຢ່າເບີ່ງຂ້າມ ຫມາກເລັ່ນ ( ເພິ່ນວ່າມາ)

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປເຫັນ ຫົວຂໍ້ ໃນໜັງສື ພິມ ຊາວຫມຸ່ນ ເລີຍ ເກັບມາ ຝາກ ຕາມເຄີຍ
ສຳລັບຜູ້ຊາຍທີ່ເລີ່ມຢ້ານວ່າຕົນເອງຈະບໍ່ມີ ສະມັດຕະພາບທາງເພດ ຫລື ຫລຸດລົງ
ຫລືວ່າຢ້ານເປັນຫມັນ ນັ້ນ ຫມາກເລັ່ນສາມາດຊ່ວຍ ທ່ານໄດ້
ຫມາກເລັ່ນ ມີສານໄລໂຄປີນສູງເຊີ່ງປະໂຫຍດຈາກສານຊະນິດນີ້ຄືຊ່ວຍ ເຮັດໃຫ້ຕ່ອມລູກຫມາກເຮັດວຽກ ໄດ້ດີ ມີປະສິດທິພາບ
ແລະສະມັດຖະພາບຕ່າງໆເຮັດວຽກເປັນປົກກະຕິ ຢູ່ສະເໝີ ຖ້າຜູ້ຊາຍຮັບປະທານ ຫມາກເລັ່ນຢ່າງໜ້ອຍ 10 ຫນວ່ຍ ຕໍ່ອາທິດ ຫລື
ຫລາຍກວ່ານັ້ນ ຄວາມສ່ຽງທີ່ຈະເປັນພະຍາດມະເຮັງຕ່ອມລູກໝາກຈະໜ້ອຍລົງເຖິງ 45%
ທີ່ສຳຄັນ ຄວນຈະ ຮັບປະທານໝາກເລັ່ນ ແບບ ສົດໆໆ ເຊັ່ນ ພັນ ໜ້ຽງ,ສະປາເກັດຕີ້ ແລະ ອື່ນໆ ເພາະເວລາຫມາກເລັ່ນຖຶກຄວາມຮ້ອນຈະປ່ອຍສານ ໄລໂຄປີນອອກມາ ຫລາຍຂຶ້ນ

ຈົບຂ່າວ


ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນີ້ ກໍ່ບໍ່ ຮູ້ ວ່າ ແມ່ນ ແທ້ ຫລື ບໍ່
ແຕ່ ທີ່ ຮູ້ ກໍ່ຄື ກິນ ແລ້ວ ສາມາດ ຫລຸດ ຄວາມ ຫີວ
ຫລື ວ່າ ກິນ ແລ້ວ ອີ່ມ ນັ້ນ ເອງ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປລ ຄວນ ລ້າງທຳຄວາມສະ ອາດ ກ່ອນ ນຳ ມາ ຮັບປະ ທານ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນຈີນຍັງລ້າງແລ້ວກັດກິນເລີຍ ຮ້າຍກ່ວາກິນໝາກໂປ່ມ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິລອງກິນຫລາຍໆກ່ອນບາດນິ


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ມືແລງຊິຊືມາກິນກ່ອນຊັນນ່າ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າ ຟ້າວ ກິນ ພ້ອມ ກັນ ຫລາຍ ຈັກ ຫນ່ອຍ ມັນ ຊິ ຂາດ ຕະຫລາດ ລາຄາ ຊິແພງ

ໃຫ້ ເຮົາໄປ ຊື້ ມາ ໃສ່ ຕຳຫມາກ ຮຸ່ງກ່ອນ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ຄົນຈີນຍັງລ້າງແລ້ວກັດກິນເລີຍ ຮ້າຍກ່ວາກິນໝາກໂປ່ມ



ຊູໂມ ກໍ່ ກິນ ແບບນີ້ ປະຈຳ
ຊ່ວຍ ລົດຄວາມຫີວ ແລະ ຂັບ ຖ່າຍ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໐ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ກິນຕະຫຼອດ(ແຈ່ວ)ໝາກເລັ່ນນະ...


໐ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ແມ່ນແທ້ ຫວານີ້,ຕອນແລງຊິຊື້ມາກິນເບິ່ງ,ບາງທີຊິໄດ້ຈັກ ສາມດອກ....ອິອິອິ


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ໂອ້........ ໝາກເລັ່ນມີດີກວ່າທີ່ຄິດ ປົກກະຕິກໍ່ມັກກິນຢູ່ແລ້ວແຕ່ບໍ່ຮູ້ວ່າມັນຈະຊ່ວຍເລື່ອງນີ້ໄດ້ ສ່ວນຫລາຍຄິດວ່າມັນຊ່ວຍບຳລຸງຜິວເສີຍໆ ໄດ້ປະໂຫຍດໄປແບບບໍ່ຮູ້ຕົວ ຫ່າໆ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິກິນໝາກເລັ່ນຫຼາຍໆກ່ອນບາດນີ້ນ່າ


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ໂອ ! ຊີໄດ້ກີຫຼາຍໆກ່ອນຊັນນະ 55555 .ແຕ່ຂໍເພີ່ມເຕີມອີກເດີ,ຍັງມີອາຫານອີກຫຼາຍປະເພດເຊັ່ນ: 1, ຜັກກະຫຼ່ຳປີ ມີສານ (Indole-3-Carbinol) ສານຕົວນີ້ຈະຄວບຄຸມການພະລິດສານ ເອສໂຕເຈັນໃນເພດຍີງບໍ່ໃຫ້ຫຼາຍເກີນໄປ ແລະ ຊ່ວຍເຮັດໃຫ້ ຮໍໂມນເທສໂທສເຕີມີປະສີດທີພາບດີ. 2 ໄຂ່ ມີຮໍໂມນເທສສະໂຕໂລນ ຫຼາຍ .3 ນົມ ມີສານ (Anabolic Hormones) ຊ່ວຍສ້າງຮໍໂມນ. 4 ນ້ຳເຜີ້ງ ມີສານ(Boron) ແລະ (Nitric Oxide) ປັບຄວາມສົມດຸນຂອງເລືອດ,ປັບປຸງລະບົບສືບພັນ,5 ຫົວຜັກທຽມມີສານ (Allicin) ໄປປັບປຸງສານ(Cortisol)ເພື່ນບໍ່ໃຫ້ເກີດຄວາມຄຽດແລະໝົດແຮງໄດ້ງ່າຍ .6 ໝາກພີລາ ຫຼື ພາສາໄທ ຮ້ອງວ່າ ອະໂວຄາໂດ ໝາກໄມ້ສະນີດນີ້ມາສານໄປຄວບຄຸມການອຸດຕັນຂອງຂອງເລືອດ,ທີ່ເປັນສາເຫດໜື່ງທີ່ໃຫ້ສະມັດຕະພາບທາງເພດເຊື່ອມ.7 ປາທູນາ ,8 ໝາກອະງຸ່ນ.ແລະ ຊີ້ນກວາງ .
ຂໍ້ມູນດັ່ງກ່າວນີ້ໄດ້ມາຈາກ ເວັບ men.kapook.com/view44664 ອາຫານສະມັດຕະພາບທາງເພດ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດໃຫ້ຜິວງາມ, ກິນງ່າຍດ້ວຍການປຸງໃສ່ນຳອາຫານ ແມ່ນບໍ?


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ stenven ຂຽນວ່າ...
ໂອ ! ຊີໄດ້ກີຫຼາຍໆກ່ອນຊັນນະ 55555 .ແຕ່ຂໍເພີ່ມເຕີມອີກເດີ,ຍັງມີອາຫານອີກຫຼາຍປະເພດເຊັ່ນ: 1, ຜັກກະຫຼ່ຳປີ ມີສານ (Indole-3-Carbinol) ສານຕົວນີ້ຈະຄວບຄຸມການພະລິດສານ ເອສໂຕເຈັນໃນເພດຍີງບໍ່ໃຫ້ຫຼາຍເກີນໄປ ແລະ ຊ່ວຍເຮັດໃຫ້ ຮໍໂມນເທສໂທສເຕີມີປະສີດທີພາບດີ. 2 ໄຂ່ ມີຮໍໂມນເທສສະໂຕໂລນ ຫຼາຍ .3 ນົມ ມີສານ (Anabolic Hormones) ຊ່ວຍສ້າງຮໍໂມນ. 4 ນ້ຳເຜີ້ງ ມີສານ(Boron) ແລະ (Nitric Oxide) ປັບຄວາມສົມດຸນຂອງເລືອດ,ປັບປຸງລະບົບສືບພັນ,5 ຫົວຜັກທຽມມີສານ (Allicin) ໄປປັບປຸງສານ(Cortisol)ເພື່ນບໍ່ໃຫ້ເກີດຄວາມຄຽດແລະໝົດແຮງໄດ້ງ່າຍ .6 ໝາກພີລາ ຫຼື ພາສາໄທ ຮ້ອງວ່າ ອະໂວຄາໂດ ໝາກໄມ້ສະນີດນີ້ມາສານໄປຄວບຄຸມການອຸດຕັນຂອງຂອງເລືອດ,ທີ່ເປັນສາເຫດໜື່ງທີ່ໃຫ້ສະມັດຕະພາບທາງເພດເຊື່ອມ.7 ປາທູນາ ,8 ໝາກອະງຸ່ນ.ແລະ ຊີ້ນກວາງ .
ຂໍ້ມູນດັ່ງກ່າວນີ້ໄດ້ມາຈາກ ເວັບ men.kapook.com/view44664 ອາຫານສະມັດຕະພາບທາງເພດ



555 ອ່ານມາດີໆໆ ມາງົງ ບາດສຸດ ທ້າຍ ທີ່ ວ່າ ຫມາກພິລາ ພາສາໄທ ບໍ່ ແມ່ນ ທັບທິມ ເບາະ???

ຂອບໃຈ ທີ່ ແບ່ງປັນ ຊິ ໄປສັນຫາມາ ກິນ ກ່ອນຊັ້ນ ນະ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ laogalaxy ຂຽນວ່າ...
ກິນຕະຫຼອດ(ແຈ່ວ)ໝາກເລັ່ນນະ...



ຄືກັນ ແຈ່ວຫມາກເລັ່ນ ແຈ່ວ ຫມາກກອກ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ລະວັງ ເປັນພະຍາດຍ້ອນ
ກິນຫມາກເລັ່ນໃສ່ປຸ໋ຍ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ກິນທຸກມື້


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ລະວັງ ເປັນພະຍາດຍ້ອນ
ກິນຫມາກເລັ່ນໃສ່ປຸ໋ຍ


ຂ້ອຍຄຶດຄືເຈົ້າເລີຍ


໑໐ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ