ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ຖ້າຢາກມີສຸຂະພາບແຂງແຮງ ແລະ ອາຍຸໝັ້ນຂວັນຍືນ.

໑໓ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ຂ້ອຍມີຄົນຮູ້ຈັກຫຼາຍຄົນ ອາຍຸປະມານ 50-60 ປີ ເຈັບປ່ວຍຫຼາຍພະຍາດຕ່າງໆກັນໄປ ເຊັ່ນ: ກະເພາະ, ອຳມະພາດ, ມະເຮັງ...
ເວລາຕໍ່ມາອີກບໍ່ດົນພໍທໍ່ໃດກໍ່ໄດ້ຍິນຂ່າວວ່າ: ເສຍຊີວິດແລ້ວ. ບາງຄົນເປັນອຳມະພາດ ເຊິ່ງເຮົາໄປຢ້ຽມຢາມພີ່ນ້ອງໃນໂຮງໝໍກໍ່ເຫັນອີກຫຼາຍໆຄົນ ຊ່າງເປັນຕາອີດູຕົນສົງສານ, ອາຍຸບໍ່ພໍທໍ່ໃດກໍ່ເປັນອຳມະພາດ ຊ່ວຍເຫຼືອຫຍັງຕົວເອງບໍ່ໄດ້ອີກ, ລູກຫຼານຕ້ອງຮັບຜິດຊອບໝົດ, ຖ້າລູກຫຼານໃຈດີໄປກໍ່ດີໄປ ຢ້ານແຕ່ຍາມລູກຫຼານໃຈຮ້າຍມາ ຊິເກີດອາການທໍ້ໃຈສ່ຳໃດ, ເພາະວ່າຄົນເປັນອຳມະພາດ ຍັງໄດ້ແຕ່ຮູ້ສຶກ ແຕ່ເຮັດຫຍັງເວົ້າຫຍັງບໍ່ໄດ້ແລ້ວ, ໂອຊີວິດ...

ຂ້ອຍຮູ້ຈັກກັບອາຈານຄົນໜຶ່ງ ອາຍຸລາວປີນີ້ກໍ່ 65 ປີແລ້ວ, ລາວຍັງເປີດໂຮງຮຽນສອນພາສາອັງກິດເພີ່ມທີ່ເຮືອນລາວອີກ, ເພິ່ນແຂງແຮງດີ, ແຂ້ວຂອງເພິ່ນກໍ່ຍັງດີໆ ບໍ່ມີບັນຫາຫຍັງເລີຍ, ຫຼັງກໍ່ບໍ່ຄົດ, ການເວົ້າຈາ ແລະ ການສອນກໍ່ໄດ້ດີ, ເພິ່ນເປັນຄົນລາວ ທີ່ສອບເສັງໄດ້ທຶນໄປຮຽນຢູ່ອາເມລິກາ, ຍ້ອນເພິ່ນຮຽນດີຮຽນເກັ່ງ, ເພິ່ນຈິ່ງມີຄະແນນດີ ສາມາດຕໍ່ໂທໄດ້ຈົນຈົບ, ເພິ່ນໄດ້ແຕ່ງງານກັບຍິງອາເມລິກາ, ມີລູກຊາຍນຳກັນສອງຄົນ. ຕໍ່ມາໂຊກບໍ່ເຂົ້າຂ້າງ ເມຍເພິ່ນໄດ້ເປັນບ້າ, ເພິ່ນກໍ່ເສຍໃຈຫຼາຍ ຕອນນັ້ນເພິ່ນກໍ່ກິນເຫຼົ້າແຕ່ບໍ່ຫຼາຍ, ຕໍ່ມາເພິ່ນກໍ່ທຽວມາຢາມລາວ ຈິ່ງໄດ້ແຕ່ງງານກັບຍິງຄົນລາວ, ມີລູກຊາຍໜຶ່ງຄົນ.

ເພິ່ນສອນໄວ້ວ່າ: ກ່ອນທີ່ທຸກມື້ນີ້ອາຈານຊິແຂງແຮງໄດ້ສ່ຳນີ້ ແມ່ນຕອນແຕ່ກີ້ອາຈານຍັງໜຸ່ມຍັງນ້ອຍ ແມ່ນມີແຕ່ຍ່າງກັບຍ່າງເດີ! ແຕ່ບ້ານດົງໂດກ ໄປຫາ ຕະຫຼາດເຊົ້າ ບໍ່ໄດ້ມີລົດທຽວເດີ, ມີແຕ່ປ່າ ທາງກໍ່ພໍເປັນຮ່ອມທາງດິນແດງ, ໄປໃສກໍ່ມີແຕ່ຍ່າງ, ລົດຖີບກໍ່ຍັງບໍ່ມີຖີບ, ໄປຫາໝູ່, ໄປຫາພີ່ນ້ອງ, ໄປລົມສາວ ອັນໃດກໍ່ມີແຕ່ຍ່າງກັບຍ່າງໝົດ, ເຫຼົ້າເບຍ ອາຈານກໍ່ບໍ່ກິນ. ຫຼັງຈາກນັ້ນ ໝາກໄມ້ອັນໃດທີ່ຮູ້ວ່າໄດ້ສີດສານຂ້າແມງໄມ້ ຫຼື ສານເລັ່ງໃສ່ຫຼາຍ ອາຈານກໍ່ຈະບໍ່ກິນເດັດຂາດ ເຊັ່ນວ່າ: ໝາກແຕງໂມທີ່ຂາຍຕາມຕະຫຼາດ ອາຈານຈະບໍ່ກິນເດັດຂາດ ຢາກປານໃດກໍ່ບໍ່ກິນ, ຖ້າແມ່ນເພິ່ນປູກເອງຊິກິນຢູ່.

ໝູ່ຂອງເພິ່ນອາຍຸກໍ່ສ່ຳໆກັນກັບເພິ່ນຫັ້ນລະ ແຕ່ວ່າໝູ່ຂອງເພິ່ນບໍ່ເຫຼືອແຂ້ວຈັກເລັ່ມແລ້ວ, ການທີ່ບໍ່ມີແຂ້ວກໍ່ເປັນຜົນຢ່າງຍິ່ງຕໍ່ສຸຂະພາບ ເພາະກິນອາຫານບໍ່ຍ່ອຍດີ ຮ່າງການກໍ່ຈະບໍ່ໄດ້ຮັບສານອາຫານສົມບຸນປານໃດ. ອາຈານເຕືອນອີກວ່າ: ຄົນທີ່ດື່ມວິສກີ້ ລຽນຕິດກັນທຸກໆມື້ຫຼາຍ ຢູ່ໄດ້ບໍ່ເກີນຫ້າປີ ເພາະອາຈານສັງເກດມາແລ້ວ ແລະ ອາຈານຍັງບອກໃຫ້ສັງເກດເບິ່ງໂລດ, ຜູ້ໃດຈະທຸກ ຫຼື ຮັ່ງກໍ່ຕາມ ຖ້າເມົານຳແຕ່ສຸລານາລີຫຼາຍແມ່ນບໍ່ດີເສຍຫຼາຍຢ່າງ.

ໝູ່ເພື່ອນຫຼາຍຄົນຂອງອາຈານຫົວຂວັນວ່າ: ອາຈານຄືບໍ່ໄປຫຼິ້ນສາວແດ່ ຖານະກໍ່ດີປານນັ້ນ, ອັນໃດກໍ່ມີຄົບໝົດ? ອາຈານຕອບວ່າ: ເລື່ອງໄປຫຼິ້ນນັ້ນໄປງ່າຍໆ ແຕ່ບໍ່ໄປ ຍ້ອນວ່າບໍ່ຢາກມີບັນຫາໃນຄອບຄົວ, ຖ້າເກີດມີບັນຫາຂຶ້ນມາແລ້ວຈະແກ້ບັນຫານັ້ນຍາກ, ຄົນໃນຄອບຄົວກໍ່ຈະບໍ່ມີຄວາມສຸກ ແລະ ບໍ່ເຊື່ອໃຈກັນ. ຖ້າມີບັນຫາແລ້ວ ເຈົ້າຈະປ່ຽນເມຍຈັກຄົນກໍ່ໄດ້ ປ່ຽນໄປສ່ຳໃດກໍ່ຄືເກົ່າຫັ້ນລະ ແລ້ວສຸດທ້າຍໄດ້ຫຍັງແດ່? ຄົນໃນສັງຄົມຍ້ອງວ່າດີບໍ່? ຄວາມໝັ້ນຄົງໃນຄອບຄົວມີບໍ?

ອາຈານບອກອີກວ່າ: ຄົນເຮົາຖ້າຢາກຕາຍແມ່ນງ່າຍໆ, ແຕ່ຖ້າຢາກຢູ່ຢ່າງມີສຸຂະພາບດີ ແລະ ອາຍຸໝັ້ນຂວັນຍືນນັ້ນຍາກ.
ຄົນຢູ່ຂ້າງເຮືອນເພິ່ນ ມີລູກຊາຍອາຍຸບໍ່ຮອດ 15 ປີ, ຫາກໍ່ຮຽນມັດທະຍົມ, ຕອນນີ້ເປັນມະເຮັງຕັບ, ຍ້ອນແຕ່ລະມື້ແຕ່ລະວັນໄປເລາະຊອກຫາແຕ່ກິນເຫຼົ້າ-ເບຍ, ອາຈານເປັນຄົນຂ້າງເຮືອນກໍ່ເຕືອນແລ້ວ, ແຕ່ກໍ່ເຫັນວ່າເຂົາທຳທ່າຊັງໃສ່ອາຈານ ເພິ່ນເລີຍບໍ່ເວົ້າຫຍັງອີກ, ຕໍ່ມາເປັນແນວນັ້ນກໍ່ມາເວົ້າກັບອາຈານວ່າ: ແມ່ນຄວາມໃດເນາະ.

ທຸກມື້ນີ້ອາຈານດອງໝາກໄມ້ ສູດ ຫ້າ-ສາມ-ໜຶ່ງ ເຊັ່ນ: ໝາກໄມ້ ຫ້າໂລ, ນ້ຳຕານໜຶ່ງໂລ ແລະ ນ້ຳສາມລິດ, ໝາກໄມ້ກໍ່ຈະມີ: ໝາກຍົມ, ໝາກຍໍ, ໝາກເຟືອງ, ໝາກບ້າ... ໝາກອື່ນໆທີ່ໃຊ້ດອງ ຢ່າງໃດກໍ່ໄດ້, ອິງໃສ່ສູດນັ້ນ ດອງໝາກໄມ້ ຍິ່ງເວລາດົນໄປເທົ່າໃດ ຄຸນນະພາບຂອງໝາກໄມ້ດອງຍິ່ງດີຂຶ້ນເທົ່ານັ້ນ: ວິຕະມິນຊີຫຼາຍ, ສານອາຫານເພີ່ມຂຶ້ນ... ຊ່ວຍຫຼາຍໃນເລື່ອງສຸຂະພາບ ດື່ມມື້ລະນ້ອຍ... ຊ່ວຍດັບກິ່ນປາກ, ເຫືອກ, ແຂ້ວ...

ສຸດທ້າຍຂໍຝາກໄວ້ວ່າ: ຢ່າລືມໝັ່ນອອກກຳລັງກາຍ, ກິນອາຫານທີ່ມີປະໂຫຍດ, ເບິ່ງແຍງຕົວທ່ານເອງ ແລະ ຄົນຮອບຂ້າງທ່ານແດ່ເດີ :)

( ຮັກແພງ )

____________________________________________

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຂອບໃຈຫຼາຍໆເດີ


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ຂອບໃຈ!
ແຕ່ວ່າທຸກມື້ນີ້ວ່າແຕ່ໃກ້ຈະຮອດໂມງເລີກການໝູູ່ພັດໂທຫານັດກັນຮ້ານນັ້ນຮ້ານນີ້ ມື້ໃດກໍ່ເມົາເມືອ! ເສົາອາທິດແຫ່ງບໍ່ເວົ້າດື່ມແຕ່ເຊົ້າຈົນຄ່ຳ ຈັກຊິແກ້ໄຂແນວໃດ ໃຜມີວິທິກະເວົ້າສູ່ຟັງແດ່!


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບັນຫາເມົາສຸລາໃນທຸກງານ ກາຍເປັນຮີດຄອງປະເພນີໄປສາແລ້ວ...
ສຳລັບຂ້ອຍຄິດວ່າ: ຄົນສະຫຼາດຈະບໍ່ເລືອກເມົາແທ້ວ່າ
ປະເພນີລາວນີ້ໃນງານສ່ວນຫຼາຍ ຖ້າໃຜບໍ່ກິນແມ່ນຊູຊີ ຕື້ໃຫ້ກິນຈົນໄດ້ ບາງຄົນມີພະຍາດປະຈຳຕົວຫ້າມບໍ່ໃຫ້ກິນ ຍັງບັງຄັບຊູຊີຢູ່ ( ອັນນີ້ເປັນຂໍ້ເສຍ )
ອາຈານກໍ່ບອກວ່າ: ປະເພນີຕ່າງຊາດ ເຂົາບໍ່ຊູຊີໃຫ້ດື່ມເດີ