ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ເຄັດລັບສູ່ຜິວງາມ : ບົດທີ ( 2 )

໒ ກະທູ້
໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
** ໂຄງສ້າງຜິວ **
ຄວາມຄິດເຫັນສ່ວນຕົວຂອງຜູ້ຂຽນຄິດວ່າໂຄງສ້າງຜິວເປັນຂໍ້ມູນພື້ນຖານທີ່ຈຳເປັນທີ່ທຸກຄົນຈະຕ້ອງຮູ້ ຍັງມີອີກຫຼາຍໆຄົນທີ່ມີຄວາມຄິດວ່າຂໍ້ມູນພື້ນຖານບໍ່ຈຳເປັນຕ້ອງຮູ້ ແຕ່ໃນຄວາມເປັນຈິງການມີພື້ນຖານຄວາມຮູ້ທີ່ແໜ້ນໜາເປັນສິ່ງທີ່ຈຳເປັນທີ່ສຸດບໍ່ວ່າທ່ານຈະເຮັດສິ່ງໃດກໍ່ຕາມ ໃນສ່ວນຂອງການເບິ່ງແຍງຜິວພັນກໍ່ບໍ່ມີຂໍ້ຍົກເວັ້ນ ການທີ່ຈະເບິ່ງແຍງຜິວໄດ້ຢ່າງຖືກຕ້ອງເພື່ອໃຫ້ຜິວມີສຸຂະພາບດີ ແຂງແຮງ ສົມມບູນ ທ່ານຈະຕ້ອງເຂົ້າໃຈກ່ອນວ່າຜິວຂອງຄົນເຮົາມີໂຄງສ້າງແບບໃດ ຜິວມີທຳມະຊາດໃນການເຮັດວຽກແບບໃດ ແລ້ວເຮົາກໍ່ຈະເຂົ້າໃຈໄດ້ງ່າຍຂຶ້ນວ່າເຄື່ອງສຳອາງທີ່ເຮົາທາລົງທີ່ຜິວນັ້ນ ມັນເຮັດວຽກແບບໃດ ມັນບຳລຸງຜິວຂອງເຮົາດ້ວຍວິທີໃດ ທຸກຢ່າງເປັນເລື່ອງຂອງເຫດແລະຜົນ ແລະ ວິທະຍາສາດ.
ຜິວຂອງຄົນເຮົາປະກອບດ້ວຍສອງຊັ້ນຫຼັກໆທີ່ສຳຄັນຄື: ຜິວຊັ້ນນອກ ຜິວຊັ້ນ Epidermis ແລະ ຜິວຊັ້ນໃນ ຜິວຊັ້ນ Dermis ; ເມື່ອກ່າວເຖິງເລື່ອງຂອງຄຣີມບຳລຸງຜິວຜູ້ຂຽນຈະຂໍເວົ້າເຖິງຜິວຊັ້ນນນອກ( Epidermis ) ເປັນຈຸດສຳຄັນ, ຜິວຊັ້ນນອກ( Epidermis ) ເປັນສ່ວນທີ່ສໍາຄັນ ແລະ ໃນຜິວຊັ້ນນີ້ຍັງແບ່ງອອກເປັນ 4 ສ່ວນ, ສ່ວນທີ່ສຳຄັນກໍ່ຄືສ່ວນທີ່ຢູ່ລຸ່ມສຸດ ເອີ້ນວ່າຊັ້ນ Stratum basale ແລະສ່ວນທີ່ຢູ່ເທິງສຸດແມ່ນຊັ້ນ Stratum corneum, ຜິວຊັ້ນ Stratum basale ມັນສຳຄັນຍ້ອນວ່າມັນເປັນຊັ້ນທີ່ຍັງມີຊີວິດ ໂດຍມັນຈະໃຊ້ສານອາຫານ ແລະ ອອກຊີເຈັນທີ່ຜ່ານມາທາງເສັ້ນເລືອດຝອຍທີ່ຢູ່ລຸ່ມຜິວທີ່ຢູ່ໃນຊັ້ນໜັງແທ້ໃນການທີ່ຈະສ້າງພະລັງງານໃຫ້ກັບເຊລ໌ເພື່ອໃຫ້ເຊລ໌ໄດ້ມີການແບ່ງຕົວໄປເປັນເຊລ໌ຜິວໃໝ່ ເຊລ໌ຜິວໃໝ່ຈະກຳເນີດຈາກຊັ້ນນີ້ ແລະຖືກດັນຂຶ້ນໄປເລື້ອຍໆເພື່ອທົດແທນເຊລ໌ຜິວເກົ່າທີ່ຕາຍໄປແລ້ວ ເຊິ່ງມັນຈະລອກອອກເປັນປະຈຳທຸກວັນ ສາເຫດທີ່ເຊລ໌ຜິວມັນຕາຍກໍ່ເພາະວ່າ ໃນເວລາທີ່ມັນຖືກດັນອອກໄປເລື້ອຍໆມັນກໍ່ຈະໄກອອກຈາກເສັ້ນເລືອດຝອຍທີ່ຊ່ວຍໃຫ້ສາອາຫານ ແລະ ອອກຊີເຈນ ເພື່ອທີ່ຈະເປັນພະລັງງານໃຫ້ກັບເຊລ໌ ດັ່ງນັ້ນເຊລ໌ມັນກໍ່ຈະເລີ່ມຂາດສານອາຫານ ໃນທີ່ສຸດກໍ່ເຊື່ອມສະພາບແລ້ວກໍ່ຕາຍໄປ. ແລ້ວມັນກໍ່ຈະທັບຖົມກັນໄປເລື້ອຍໆເປັນແຜ່ນຟີມບາງໆທີ່ມີໜ້າທີ່ໃນການປ້ອງກັນຜິວ, ມາຮອດນີ້ທ່ານຄົງຈະຮູ້ແລ້ວວ່າ ກ່ອນທີ່ຈະມີຜິວສຸຂະພາບດີເຮົາຕ້ອງບຳລຸງຜິວຊັ້ນນອກໃຫ້ມີສຸຂະພາບດີຢູ່ສະເໝີ ໂດຍສະເພາະຜິວຊັ້ນນອກສຸດ ຄຶຜິວຊັ້ນ Stratum corneum ທີ່ມີໜ້າທີ່ປ້ອງກັນຜິວພາຍໃນຈາກການລົບກວນພາຍນອກ. ເມື່ອໃດກໍ່ຕາມທີ່ແຜ່ນຟີມບາງໆນີ້ເກີດຄວາມເສຍຫາຍນັ້ນກໍ່ໝາຍຄວາມວ່າຄວາມຊຸ່ມຂອງຜິວໄດ້ລະເຫີຍອອກໄປ ຜິວເກັບຄວາມຊຸ່ມບໍ່ໄດ້ອີກແລ້ວ ໃນເວລາດຽວກັນປັດໃຈລົບຕ່າງໆຈາກພາຍນອກ ບໍ່ວ່າຈະເປັນເຊື້ອໂລກຕ່າງໆ ສິ່ງສົກກະປົກ ສານກໍ່ການລະຄາຍຜິວ ມັນກໍ່ຈະຊຶມເຂົ້າສູ່ຜິວຂອງເຮົາໄດ້ງ່າຍຂຶ້ນຜິວຂອງເຮົາກໍ່ຈະມີບັນຫາຕ່າງໆຕາມມາ. ອີກເລື່ອງກ່ຽວກັບຜິວຊັ້ນນອກທີ່ທຸກຄົນຄວນຮູ້ກໍ່ຄື ວົງຈອນຊີວິດຂອງຜິວ, ຜິວຂອງເຮົານັບແຕ່ເກີດເປັນເຊລ໌ຜິວໃໝ່ເລື່ອນໄປແທນເຊລ໌ຜິວເກົ່າຈົນເຖິງວັນທີ່ມັນຈະກາຍເປັນເຊລ໌ເສື່ອມສະພາບ ແລະ ຫຼຸດອອກໄປນັ້ນ ໃຊເວລາປະມານ 28 - 42 ວັນ, ດັ່ງທີ່ໄດ້ບອກໄປແລ້ວວ່າເຊລ໌ຜິວຊັ້ນເທິງສຸດປະກອບໄປດ້ວຍເຊລ໌ຜິວທີ່ຕາຍແລ້ວ ບໍ່ມີຄຣີມບຳລຸງຊະນິດທີ່ຈະສາມາດເຮັດໃຫ້ຜິວທີ່ຕາຍແລ້ວກັບມາມີຊີວິດໃໝ່ໄດ້ ດັ່ງນັ້ນຄຣີມບຳລຸງຊະນິດໃດກໍ່ຕາມທີ່ທາລົງຜິວຂອງເຮົາໜ້າທີ່ສຳຄັນຂອງມັນກໍ່ຄືເຄືອບຜິວເພື່ອເພີ່ມຄວາມຊຸ່ມໃຫ້ຜິວ ເສີມຄວາມແຂງແຮງໃຫ້ກັບແຜ່ນຟີມທີ່ປ້ອງກັນຜິວຂອງເຮົາມັນຈະໄດ້ປ້ອງກັນເຊລ໌ຜິວທີ່ສ້າງຂຶ້ນມາໃໝ່ໃຫ້ແຂງແຮງ ສົມບູນ ເມື່ອເຖິງເວລາທີ່ຖືກດັນຂຶ້ນມັນກໍ່ຈະກາຍເປັນຜິວທີ່ລຽບນຽນ ດັ່ງຖ້າເຮົາຈະຄາດຫວັງກັບຄຣີມບຳລຸງທີ່ເຮົາໃຊ້ຕອນນີ້ຕ້ອງຕິດຕາມຜົນຢ່າງຕ່ຳ 4-6 ອາທິດ, ໃນເລື່ອງຂອງຄວາມຊຸ່ມຂອງຜິວອາດຈະເຫັນຜົນໄດ້ໃນອາທິດທຳອິດນັ້ນເປັນເລື່ອງປົກກະຕິ ແຕ່ໃນດ້ານຂອງຮ່ອງຮອຍ ຈຸດດ່າງດຳ ແລະ ບັນຫາອື່ນໆ ຈະຕ້ອງຕິດຕາມຜົນໃນໄລຍະຍາວ.
ຕໍ່ໄປເຮົາຈະເວົ້າກ່ຽວກັບຜິວຊັ້ນໃນ ຜິວຊັ້ນ Dermis , ຜິວຊັ້ນນີ້ກໍ່ມີຄວາມສຳຄັນ ເພາະວ່າມັນເປັນຈຸດກຳເນີດຂອງບັນຫາຜິວຫຼາຍໆຢ່າງເປັນຕົ້ນແມ່ນຮອຍຫ່ຽວ, ຜິວຊັ້ນໃນເປັນຊັ້ນທີ່ກວ້າງທີ່ສຸດ ແລະ ເປັນຊັ້ນທີ່ໜາທີ່ສຸດຂອງຜິວເຮົາໂດຍຈະປະກອບໄດ້ວຍເສັ້ນໃຍຄອລລາເຈັນທີ່ປຽບເໝືອນໂຄງສ້າງຄ້ຳຢັນຂອງຜິວ, ມີເສັ້ນໃຍອີລາສ໌ຕິນ ມີໜ້າທີ່ເກາະເສັ້ນໃຍຄອລລາເຈັນໃຫ້ປະສານກັນເພື່ອໃຫ້ຜິວມີຄວາມໜາແໜ້ນແລະຕຶງ, ມີໄຟໂບບລາສ ຄືຕົວທີ່ໃຫ້ກຳເນີດເສັ້ນໃຍຄອລລາເຈັນ, ມີໄຮຢາຣູໂລນິກເອຊິດ, ຖ້າອາຍຸເຮົາເພີ່ມຂຶ້ນ ແລະ ການຖືກລົບກວນຈາກພາຍນອກ ສິ່ງທີ່ອັນຕະລາຍຕໍ່ຜິວທີ່ສຸດກໍ່ຄືລັງສີຍູວີເອ ( UV A ) ລັງສີຕົວນີ້ຈະເຮັດຂະບວນການສ້າງຄອລລາເຈັນຢຸດຊະງັກ ແລະ ມັນຍັງສົ່ງຜົນໃຫ້ຄອລລາເຈັນເຊື່ອມ ເມື່ອເປັນເຊັ່ນນັ້ນແລ້ວຈະເຮັດໃຫ້ຄອລລາເຈັນສ້າງບໍ່ທັນເກີດເປັນຊ່ອງວ່າງໃນຊັ້ນຄອລລາເຈັນເຮັດໃຫ້ຜິວຍຸບລົງເປັນຮ່ອງຮອຍນັ້ນເອງ, ທ່ານອາດຈະມີຄຳຖາມວ່າເມື່ອມັນບໍ່ສ້າງເປັນຫຍັງເຮົາບໍ່ທາຄຮີມທີ່ມີສ່ວນປະສົມຂອງຄອລລາເຈັນ ແລະ ສານອື່ນໆທີ່ມີໃນຊັ້ນຜິວແທນລະ. ຂໍບອກວ່າເປັນໄປບໍ່ໄດ້ເຖິງວ່າຄຣີມບຳລຸງຈະມີໂມເລກຸນນ້ອຍປານໃດກໍ່ຕາມມັນຈະບໍ່ສາມາດຊຶມຜ່ານຊັ້ນຜິວຂອງເຮົາລົງໄປໄດ້ເພາະວ່າຜິວຊັ້ນເທິງສຸດຂອງເຮົາມັນມີຄວາມພິເສດ ມັນປ້ອງກັນຜິວເຮົາຈາກສິ່ງລົບກວນຕ່າງໆຈາກພາຍນອກ. ແຕ່ກໍ່ຍັງມີວິທີສຳລັບການແກ້ບັນຫານີ້ກໍ່ຄື ການນຳໃຊ້ສານບາງກຸ່ມທີ່ຊ່ວຍໃນການກະຕຸ້ນການສ້າງຄອລລາເຈັນ ເປັນຕົ້ນແມ່ນ Vitamin A ແລະ Vitamin C ສານເຫຼົ່ານີ້ຈະຊ່ວຍໃນການສົ່ງສັນລະຫວ່າງເຊລ໌ຜິວໃຫ້ມີການສ້າງເຊລ໌ໃໝ່ຂຶ້ນມາ. ແຕ່ຜົນທີ່ໄດ້ຈະຄາດຫວັງໃຫ້ຜິວກັບມາລຽບນຽນຄືເກົ່າເປັນໄປບໍ່ໄດ້ ມັນຈະຊ່ວຍປັບສະພາບຜິວເຮົາໄດ້ໃນລະດັບໜຶ່ງເທົ່ານັ້ນ ຫຼືອາດຈະມີທາງເລືອກອື່ນອີກເຊັ່ນການຜ່າຕັດດຶງໜ້າ, ການສີດສານຟິລເລີ້ ເຖິງວ່າມັນຈະໃຫ້ເປັນທີ່ໜ້າພໍໃຈ ແຕ່ມັນກໍ່ບໍ່ຖາວອນ ມີຜົນຂ້າງຄຽງຂຶ້ນຢູ່ກັບທ່ານໝໍວ່າຈະບອກທ່ານຫຼືບໍ່ ແລະ ມີຄ່າໃຊ້ຈ່າຍທີ່ສູງສົມຄວນ. ເມື່ອມັນເກີດຂຶ້ນແລ້ວເຮົາກໍ່ຕ້ອງຍອມຮັບມັນເພາະບໍ່ມີໃຜທີ່ຈະສາມາດເອົາຊະນະສັງຂານຂອງຕົວເອງໄດ້. ດ້ວຍເຫດນັ້ນແລ້ວເພື່ອເປັນການປ້ອງກັນບັນຫາຕ່າງໆທີ່ຈະເກີດກັບຜິວໃນອະນາຄົດເຮົາຕ້ອງປ້ອງກັນ ແລະ ເບິ່ງແຍງຜິວພັນຂອງຕົວເອງຕັ້ງແຕ່ມື້ນີ້ ເພື່ອຍືດເວລາຂອງບັນຫາບໍ່ໃຫ້ເກີດກັບເຮົາໃຫ້ຊ້າລົງ. ຕ້ອງໃຊ້ເຄື່ອງສຳອາງທີ່ເໝາະສົມກັບສະພາບ ແລະ ປະເພດຂອງຜິວ, ດັ່ງນັ້ນໃນບົດຕໍ່ໄປເຮົາຈະໄດ້ເວົ້າກ່ຽວກັບສະພາບ ແລະ ປະເພດຂອງຜິວ ແລະ ການເລືອກໃຊ້ Skin care ໃຫ້ເໝາະສົມກັບສະພາບຜິວຂອງຕົວທ່ານເອງ.
** ຂໍຂອບໃຈທີ່ທ່ານເສຍສະຫຼະເວລາໃນການອ່ານຂໍ້ຄວາມນີ້ **