ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑໓ ກະທູ້
໒໘໑ ໂພສ
ນັກການກະທູ້
1 : ໝວດທີ່ໃຫ້ພະລັງງານມີຫຍັງແດ່ ?
2 : ໝວດທີ່ເສີມສ້າງຮ່າງກາຍມີຫຍັງແດ່ ?
3 : ໝວດທີ່ປົກປ້ອງຮ່າງກາຍມີຫຍັງແດ່ ?

ຮ່າກວ່າທຸກເທື່ອ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1. ໂປຣຕີນ-ແປ້ງ: ຊີ້ນ-ເຂົ້າ.
2. ຜັກ
3. ໄຂມັນ

ອັນສາມຫມວດນີ້ບໍ່ຄົບຕິເບາະ ຖ້າຈະຄົບແມ່ນ5 ຫມວດ ຍິນວ່າຊັ້ນ


໑໓ ກະທູ້
໒໘໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
1. ໂປຣຕີນ-ແປ້ງ: ຊີ້ນ-ເຂົ້າ.
2. ຜັກ
3. ໄຂມັນ

ອັນສາມຫມວດນີ້ບໍ່ຄົບຕິເບາະ ຖ້າຈະຄົບແມ່ນ5 ຫມວດ ຍິນວ່າຊັ້ນ


ຂອບໃຈສຳລັບຄຳຕອບນໍ 1 ໂປຣຕີນ-ແປ້ງ : ຊີ້ນ-ເຂົ້າ 2 ຜັກ 3 ໄຂມັນ ເພີ່ນກະຖືວ່າຖືກນໍ

ອັນເພີ່ນວ່າ ຖ້າຈະໃຫ້ຄົບແທ້ແມ່ນ 5 ໝວດ ກະເປັນຄຳຕອບທີ່ຖືກນໍ
ແຕ່ວ່າອາຫານເພີ່ນໄດ້ແຍກອອກເປັນ 3 ໝວດ 5 ໝູ່ເນາະ
ແລະຄົນອື່ນໆມີຄວາມຄິດເຫັນທີ່ວ່າຕ່າງແລະສາມາດເພີ້ມເຕີມໄດ້ນໍ...

ຮ່າກວ່າທຸກເທື່ອ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອໍແມ່ນຫວາ ສົງໄສຂ້ອຍລືມ. ທວນຄືນໃຫ້ເບິ່ງແນ່


໑໓ ກະທູ້
໒໘໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອໍແມ່ນຫວາ ສົງໄສຂ້ອຍລືມ. ທວນຄືນໃຫ້ເບິ່ງແນ່


ຈ້າວ
ເອົາເຮົາຈະມາເວົ້າເລື່ອງອາຫານ 3 ໝວດກ່ອນເນາະ
ໝວດທີ່ 1 ໝວດທີ່ໃຫ້ພະລັງງານ ເຊັ່ນ: ເຂົ້າ (ເຂົ້າໜຽວ ແລະ ເຂົ້າຈ້າວ),ເສັ້ນໝີ່,ເຂົ້າຈີ່,ມັນຝຮັ່ງ,ເຜືອກ,ມັນ,ມັນດ້າງ,ມັນຕົ້ນ,ນ້ຳມັນຖົ່ວດິນ
ແກ່ນງາ,ນ້ຳມັນປາ,ນ້ຳມັນໝາກພ້າວ,ນ້ຳຕານ,ນ້ຳອ້ອຍ,ແລະນ້ຳມັນອື່ນໆ.
ໝວດທີ່ 2 ໝວດທີ່ເສີມສ້າງຮ່າງກາຍ ເຊັ່ນ: ຊີ້ນ (ໝູ,ໄກ່,ຄວາຍ ແລະ ອື່ນໆ),ປາ ຫຼື ສັດນ້ຳ (ຫອຍ,ກົບ,ຂຽດ) ໄຂ່,ຕັບ, ແມງໄມ້ທີ່ສາມາດກິນໄດ້,ຖົ່ວຂຽວ,ຖົ່ວເຫຼືອງ,ເຕົ້າຮູ້ ແລະ ອື່ນໆ.
ໝວດທີ່ 3 ໝວດທີປົກປ້ອງຮ່າງກາຍ ເຊັ່ນ: ຜັກຕົ້ມໃຫ້ສຸກ,ກະລໍ່າປີ,ໝາກເຂືອ,ຜັກບົ້ງ,ຜັກກາດ,ຜັກຕຳນິນ,ຍອດໝາກອຶ,ຍອດມັນດ້າງ ແລະ ຜັກໃບຂຽວອື່ນໆ.ໝາກໄມ້ສຸກ (ໝາກອຶ,ໝາກຮຸ່ງ,ໝາກກ້ວຍ,ໝາກມ່ວງ ແລະ ອື່ນໆ)ໝາກໄມ້ ຫຼື ຜັກທີ່ມີສີເຂັ້ມ ເຊັ່ນ: ສີຂຽວ,ສີສົ້ມ,ສີແດງ, ຫຼື ສີເຫຼືອງ ແມ່ນບັນຈຸວິຕາມິນທີ່ແຕກຕ່າງກັນ.

ຮ່າກວ່າທຸກເທື່ອ

໑໓ ກະທູ້
໒໘໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອໍແມ່ນຫວາ ສົງໄສຂ້ອຍລືມ. ທວນຄືນໃຫ້ເບິ່ງແນ່


ທວນຄືນໄປແລ້ວອາຫານ 3 ໝວດເນາະ
ແຕ່ຍັງ 5 ໝູ່ເນາະບໍ່ທັນໄດ້ທວນຄືນເອົາເປັນວ່າຕິດໜີ້ໄວ້ກ່ອນເດີ້ ມື້ນີ້ຂໍອະນຸຍາດໄປວຽກກ່ອນມື້ໜ້າຈະມາທວນຄືນໃໝ່ເນາະ

ຮ່າກວ່າທຸກເທື່ອ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບຍ​ລາວ​ຢູ່​ໝວດ​ໃດ​ ສາວ ຜາ​ສຸກ ຂ້ອຍ​ຕີ​ວ່າ​ຕູ້ຍ​ຂື້ນ​ຕູຍ​ຂື້ນ​ນີ້​ນ່າ


໑໓ ກະທູ້
໒໘໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ເບຍ​ລາວ​ຢູ່​ໝວດ​ໃດ​ ສາວ ຜາ​ສຸກ ຂ້ອຍ​ຕີ​ວ່າ​ຕູ້ຍ​ຂື້ນ​ຕູຍ​ຂື້ນ​ນີ້​ນ່າ



ເອຢູ່ໃນໝວດໄຂມັນບໍ່ຈັກເດນໍຈື່ງເຮັດໃຫ້ເຈົ້າຕຸ້ຍຂື້ນ ອິອິ
ອັນນີ້ນ່າເພິ່ນຍັງວິໃຈບໍ່ທັນໄດ້ເທື່ອເດີ້ວ່າເບຍຢູ່ໃນໝວດໃດຂອງອາຫານ

ຮ່າກວ່າທຸກເທື່ອ