ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ໃຜມີວິທີແກ້ໂລກຂາດຊັບ ຫລື ຊັບຈາງບໍ່

໒໘ ກະທູ້
໗໘ ໂພສ
ນັກການກະທູ້
ໃຜມີວິທີດີໆບອກແດ່ ຫາເງີນໄດ້ມາທໍ່ໃດກະບໍ່ພໍໃຊ້ (ໝາຍເຫດ ໃຊ້ໜີ້ 555)
ເລື້ອງນີ້ເປັນບັນຫານ້ອຍສຳລັບຄົນມີເງີນ ແຕ່ເປັນບັນຫາໃຫ່ຍ
ສຳລັບຄົນບໍ່ມີເງີນ ນີ້ແມ່ນເວົ້າຫລີ້ນ ຕາງອີ່ຫລີ
ເພາະຂ້ອຍເຮັດວຽກ ຫລາຍຢ່າງ ແລະ ກະຫາເງີນມາແຕ່ດົນແລ້ວ
ແຕ່ກະບໍ່ເຄີຍຄິດວ່າ ຕົນເອງມີເງີນຈັກເທື່ອ ພີ່ນ້ອງເອີຍ
ທັ້ງໆທີ່ຂ້ອຍກະບໍ່ໄດ້ຄ້ານ ບໍ່ໄດ້ຕິວຽກ ຂ້ອຍຮັບເຮັດວຽກຫລາຍຢ່າງ
ກະຍັງບໍ່ມີເງີນ ຮື ຄິດແລ້ວເປັນຕາເສົ້າໃຈ


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທາງແກ້ກະມີແຕ່ພະຍາຍາມຈ່າຍໜ້ອຍລົງອິອິອິ

ຄົນຄິດຮອດບ້ານ

໒ ກະທູ້
໔໖໕ ໂພສ
ຊຳນານການເວັບບອດ
ເຮິເຮິ....ອຸກໃຈຢູ່ຄືກັນ....


໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ພະຍາຍາມຈ່າຍແຕ່ສິ່ງທີ່ຈຳເປັນ

"no one is perfect"

໓ ກະທູ້
໒໐໑ ໂພສ
ນັກການກະທູ້
ມີນັ້ນກໍຄືວ່າເຈົ້າຕ້ອງເປັນຄົນດຸໝັ່ນຂຶ້ນກ່າວນີ້


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜມີບອກແດ່ກະດີ
ເປັນຄືກັນອັນຊັບຈາງນິ

strawberry

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ມາແລ້ວກະຈ່າຍໄປ ບໍ່ມີຮອດຄ້າງຖົງເລີຍ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ຊື້ແຕ່ຂອງທີ່ຈຳເປັນກ່ອນຈະຊື້ຫຍັງຄຶດກ່ອນວ່າຄັນບໍ່ຊື້ອັນນີ້ມື້ນີ້ລະຊິຕາຍບໍ່
ລະດົນໄປມັນກະຊິບໍ່ຢາກໄດ້ເອງ
ລະກະແບ່ງເງີນໄວ້ແດ່ຕັ້ງໃຫ້ໂຕເອງວ່າຈະຈ່າຍຈັກເປີເຊັນໃຊ້ຈັກເປີເຊັນ

ຂ້ອຍ ແຮງ ບໍ່ແຄສື່


໗ ກະທູ້
໑໕໘ ໂພສ
ນັກການກະທູ້
ຂ້ອຍວ່າເປັນນຳເງິນທີ່ເຈົ້າໃດ້ມາມັນໜ້ອຍຫຼືວ່າເຈົ້າໃຊ້ຈ່າຍຫຼາຍເກີນໄປ ກະເລີຍເປັນພະຍາດນີ້

ປ.ລ ນຶກວ່າແມ່ນພະຍາດອີ່ຫຍັງສາດອກ ຊັບຈາງ ນິ ອິອິ

EVERYONE IS EMPOWER TO STOP UNSAFE BEHAVIORS

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະແດງວ່າເຈົ້າຕ້ອງດຸຫມັ່ນໃຫ້ຫລາຍກວ່າເກົ່າ
ໃຊ້ຈ່າຍເທົ່າທີ່ຈຳເປັນ
ແຕ່ບໍ່ຕ້ອງໄປຄິດຫຍັງຫລາຍດອກ ຄວາມສຸກມັນບໍ່ໄດ້ຂຶ້ນກັບເງິນທອງ ຢູ່ຢ່າງພໍພຽງກໍພໍແລ້ວ


໖ ກະທູ້
໒໓໗ ໂພສ
ນັກການກະທູ້
kaun bg va to eng jay money keng sum dai la ka hu juk aod aom money

soma

໑ ກະທູ້
໒໑໓ ໂພສ
ນັກການກະທູ້
ພະຍາດນີ້ປົວຍາກອີຫຼີ ... ໝໍກາຊ່ວຍບໍ່ໃດ້
ປ.ລ ຜູ້ຂ້າ ກາເປັນຄືກັນ

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂຮງຊວດຈຳ..ເຫຼົາຕາ..ຊ່ວຍທ່ານໄດ້..


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິໄປກ່ອນ
ແຕ່ຈັກຊິເອົາຫຍັງໄປຈຳ

strawberry

໐ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
Er un nee kA Br hu Kue Kun Phc Mi Bun Ha bp Dw kUn lEry ... Suay nAE Num Nae Dr ...

ຂ້ອຍ ຫຼື ເຈົ້າ ທີ່ບໍ່ດີ




໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂພຈ ເປັນຄົນ 1 ທີ່ເກັບເງິນບໍ່ຢູ່ຄືກັນ ...ມື້ 1 ຂພຈ ເລີຍຄິດອອກວ່າ ທີ່ເງິນເຮາມັກອກຈາກກະເປົ໋າກະຍ້ອນວ່າມນເຂ້າກະເປົ໋ານິແລະ
ແຕ່ນັ້ນມາ ຂພຈ ກະບໍ່ພົກເງິນໄວ້ໃນກະເປົ໋າອີກເລີຍ(ຍາມລົດຢາງແປກະບົດເອົາ ເພາະວ່າປີ1ແປເທື່ອ1)

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໖ ກະທູ້
໑໐໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ຂພຈ ເປັນຄົນ 1 ທີ່ເກັບເງິນບໍ່ຢູ່ຄືກັນ ...ມື້ 1 ຂພຈ ເລີຍຄິດອອກວ່າ ທີ່ເງິນເຮາມັກອກຈາກກະເປົ໋າກະຍ້ອນວ່າມນເຂ້າກະເປົ໋ານິແລະ
ແຕ່ນັ້ນມາ ຂພຈ ກະບໍ່ພົກເງິນໄວ້ໃນກະເປົ໋າອີກເລີຍ(ຍາມລົດຢາງແປກະບົດເອົາ ເພາະວ່າປີ1ແປເທື່ອ1)

ເອົາແບບບໍ່ຕ້ອງຕິດກະເປົ໋າຈັກກີບເລີຍແມ່ນບໍ່


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
໑.ຢ່າພົກເງີນຫຼາຍເກີນຄວາມຈຳເປັນ(ເອົາແຕ່ທີ່ພໍໃຊ້) ເພາະເມື່ອເງິນຢູ່ໃນມືເຮົາແລ້ວ
ຈະສັງເກດເຫັນວ່າເຮົາຈະສາມາດຈ່າຍຢ່າງຄ່ອງມືແລະໝົດໂດຍທີ່ບໍ່ຮູ້ຕົວ.
໒.ຈັດສັນລາຍໄດ້ຢ່າງເປັນສ່ວນໆ: ສ່ວນເກັບອອມ,ສ່ວນທີ່ໄວ້ໃຊ້ໃນຍາມຈຳເປັນ,
ທີ່ເຫຼືອແມ່ນໃຊ້ຈ່າຍເພື່ອຄວາມສຸກຂອງເຮົາ...(ໃນສ່ວນເກັບອອມແມ່ນເເຕະບໍ່ໄດ້ເດັດຂາດ,
ສ່ວນທີ່ໄວ້ໃຊ້ໃນຍາມຈຳເປັນ ຖ້າຫາກບໍ່ໄດ້ໃຊ້ໃນເດືອນນັ້ນກໍ່ໃຫ້ເຂົ້າໄປຢູ່ໃນບ້ວງຂອງການອອມ
ຫຼື ອາດໃຊ້ຈ່າຍຕາມຄວາມພໍໃຈຂອງເຮົາ).
໓.ການຊື້ເຄື່ອງ ໃຫ້ແລເຖິງຄວາມຈຳເປັນແລະປະໂຫຍດໃນການໃຊ້ສອຍ ບາງຄົນຊື້ເຄື່ອງແພງ
ແຕ່ມານຳໃຊ້ຕົວຈິງພຽງສອງສາມຄັ້ງກໍ່ບໍ່ໄດ້ໃຊ້ເລີຍແລ້ວກໍ່ມີ, ອັນໃດທີ່ມີແລ້ວຍັງໃຊ້ໄດ້ກໍ່ໃຊ້ໄປກ່ອນ
ລາງວັນສຳລັບຜູ້ທີ່ປະຕິບັດໄດ້ແມ່ນ:ຍອດເງິນໃນບັນຊີຂອງເຮົາທີ່ເພີ່ມຂື້ນໃນແຕ່ລະເດືອນ.
ເທົ່າທີ່ປະຕິບັດມາເຖິງວ່າອາດຈະບໍ່ລວຍ ແຕ່ເຮົາກໍ່ມີເງີນໃຊ້ບໍ່ຂາດມື.ທີ່ສຳຄັນບໍ່ເປັນໜີ້ໃຜ ແລະ
ມີເງີນເກັບເປັນກ້ອນເປັນກຳ.

~Vਕਆpïrєی™~

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ...
ຊິໄປກ່ອນ
ແຕ່ຈັກຊິເອົາຫຍັງໄປຈຳ


ອີ່ຫຍັງພໍລະດົມທຶນໄດ້..ຈັດໄປເລີຍນຸ້ຍ..


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ...
ຊິໄປກ່ອນ
ແຕ່ຈັກຊິເອົາຫຍັງໄປຈຳ


ອີ່ຫຍັງພໍລະດົມທຶນໄດ້..ຈັດໄປເລີຍນຸ້ຍ..


ຊອກລັກມາກ່ອນ

strawberry

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫມັ່ນຫາເອົາເດີໆໆໆລວຍແນ່ໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີວິທີແກ້.......ຖາມອາຈານທ່ານນີ່ແມ໋ Link

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໒ ກະທູ້
໑໓໓ ໂພສ
ນັກການກະທູ້
ຊັບຈາງເອົາເກືອໃສ່ໃຫ້ຫຼາຍໆ...ເຄັມໂລດແລ້ວບາດນີ້...ຮາໆໆ
ຄວາມຈິງແລ້ວຄົນສ່ວນຫຼາຍກໍ່ຊັບຈາງຄືກັນນັ້ນແລ້ວ...ຂ້າພະເຈົ້າກໍ່ຄືກັນ...ຈາງຫຼາຍໆ...


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນຶກວ່າ ມີ ແຕ່ ເຮົາ ເປັນ ຜູ້ດຽວ ເສຍອີກ ເນາະ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວລາກົດເງິນຈາກ ເອທີເອັມ ແນະໃຫ້ກົດເທື່ອລະນ້ອຍ ເອົາເທົ່າທີ່ໃຊ້ຈ່າຍປະຈຳວັນ ຫ້າມ ກົດມາເພື່ອເດັດຂາດ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປປຸ້ນທະນາຄານຫັ້ນເດ ເລື່ອງສ່ຳນີ້ຍັງຄິດບໍ່ອອກ


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ One2 ຂຽນວ່າ...
ໄປປຸ້ນທະນາຄານຫັ້ນເດ ເລື່ອງສ່ຳນີ້ຍັງຄິດບໍ່ອອກ



ໄດ້ຫຼາຍປານນັ້ນ ຮູ້ບ່ອນຈ່າຍຢູ່ຫວະ?

ທຳອິດໄດ້ເງິນເດືອນ 23 ກີບ ( 1984​) ຈ່າຍກິນກຸ້ມ 10 ວັນນີ້ລະ
ດຽວນີ້ໄດ້ຫຼາຍລ້ານ ກະຍັງພໍຈ່າຍເກືອບບໍ່ກຸ້ມເດືອນຢູ່ຄືເກົ່າ.

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
chitvilay ມາເປັນແຟນຂ້ອຍແມ ຂ້ອຍຊິບໍ່ໃຫ້ເຈົ້າຈ່າຍຈັກກີບ