ກະທູ້ມາໃໝ່ | ຫມວດ | ກະດານແຫ... » ສຸຂະພາບ ແລະຄວາມງາມ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ແມ່ນໃຜມີສູດເດັດໆກ່ຽວກັບຕຳໝາກຮຸ່ງວ່າມາເຍີ່ງດູ ຕຳໃສ່ຫຍັງມັນຈັ່ງຊິແຊບ(ແສບ....)ໄດ້ໃຈ ຢາກລອງເອົາໄປເຮັດເບິ່ງ. (ຫ້າມເວົ້າວ່າຕຳໃສ່ຄົກ)
ຈົ່ງທຳຕົນດັ່ງຕົ້ນໄມ້ທີ່ຢຽດຕົງແລະເຕີບໂຕ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ໂອ! ກິນທຸກວັນອັນນີ້ນາ. ແຕ່ວ່າບໍຮູ້ສູດມັນນາ ມີຫນ້າທີກິນຢ່າງດຽວ. ກະເຫັນວ່າມີຫລາຍຢ່າງໃດ,ໃນນັ້ນມີ ປາແດກ,ກະປິ,ກະປູ,ກຸ້ງແຫ້ງ,ຫມາກຖົ່ວ,ຫມາກເຂືອ ຄືຊິຊຳນິລະ. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ກະປູນ້ອຍໃສ່ບໍ
ຈົ່ງທຳຕົນດັ່ງຕົ້ນໄມ້ທີ່ຢຽດຕົງແລະເຕີບໂຕ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ໃສ່ກະປິນຳ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ april ຂຽນວ່າ... ໃສ່ກະປິນຳກິນກະປິບໍ່ຢ້ານດຳບໍ່
ຈົ່ງທຳຕົນດັ່ງຕົ້ນໄມ້ທີ່ຢຽດຕົງແລະເຕີບໂຕ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ໂອຍ ຊັ້ນຂພຈ ກະຄືຊິຂຽວລ່ະແຫຼະຄັນກິນກະປິລ່ະດຳນ່ະ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຢ່າລືມໃສ່ກະປູ
<-----ຄົນໃຈດີແຟນຄລັບ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ... ໂອຍ ຊັ້ນຂພຈ ກະຄືຊິຂຽວລ່ະແຫຼະຄັນກິນກະປິລ່ະດຳນ່ະສຳພໍເນາະ 5555
ຈົ່ງທຳຕົນດັ່ງຕົ້ນໄມ້ທີ່ຢຽດຕົງແລະເຕີບໂຕ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ສູດ ຂພຈ ໃສ່ນ້ຳປູຈຳເດີ້ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຫມາກເຜັດຂີ້ຫນູ ກະປິ ນ້ຳປູ ປາແດກ/ພ້ອມໂຕມັນ/ ຫມາກເຂືອເຜາະ ປູນ້ອຍ ຫມາກຂາມອ່ອນ ສຸດຍອດດດດດ ເວົ້າລະນ້ຳລາຍໄຫລ ໄປຊື້ມາກີນກ່ອນ ອິອິ
ຮັກນ້ອງຕອນເມົາ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຕຳໃສ່ໝົດທຸກຢ່າງທີ່ມີຢູ່ໃນຄົວ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ເຮົາມັກຕຳໃສ່ຂຽບໝູນະ
Sin tu amor en mi vida, mi vida no se
como podre yo vivir |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Noukip ຂຽນວ່າ... ຕຳໃສ່ໝົດທຸກຢ່າງທີ່ມີຢູ່ໃນຄົວ5555 ຫມາກພິກ ສະອິ້ວ ນ້ຳມັນຫອຍ ນຳຫວ໋າ ອິອິ ເວົ້າຫລີ້ນເນີ
ຮັກນ້ອງຕອນເມົາ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ສຳລັບໃຜທີ່ມັກຂອງແປກກະລອງຕຳໃສ່ ວ່າຊາບິ, ໂຢ່ເກິດ , ຊອກກະແລັດ , ມາໂຍເນສ , ນົມຂົ້ນຫວານກາໝີ, ນ້ຳຫວານສາລີ ປະສົມຫອຍແຄງ ແລະ ສ່ວນປະສົມແປກໆອື່ນໆ ທີ່ທ່ານຈະຄິດອອກ ແຕ່ຂໍບອກກ່ອນວ່າທີ່ກ່າວມານີ້ຂ້າພະເຈົ້າບໍ່ເຄີຍລອງ
Sin tu amor en mi vida, mi vida no se
como podre yo vivir |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ເວົ້າມາລະຢາກ
ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ 4ne ຂຽນວ່າ... ສຳລັບໃຜທີ່ມັກຂອງແປກກະລອງຕຳໃສ່ ວ່າຊາບິ, ໂຢ່ເກິດ , ຊອກກະແລັດ , ມາໂຍເນສ , ນົມຂົ້ນຫວານກາໝີ, ນ້ຳຫວານສາລີ ປະສົມຫອຍແຄງ ແລະ ສ່ວນປະສົມແປກໆອື່ນໆ ທີ່ທ່ານຈະຄິດອອກ ແຕ່ຂໍບອກກ່ອນວ່າທີ່ກ່າວມານີ້ຂ້າພະເຈົ້າບໍ່ເຄີຍລອງກູດໄອເດີຍ 55555555555555555 ຮັບຮອງ ໃສ່ສະໂລ່ມເລີຍ ແນະນຳໃຫ້ໃສ່ຫມາກຕອດເຂົ້າໄປນຳ
ຮັກນ້ອງຕອນເມົາ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ 4ne ຂຽນວ່າ... ສຳລັບໃຜທີ່ມັກຂອງແປກກະລອງຕຳໃສ່ ວ່າຊາບິ, ໂຢ່ເກິດ , ຊອກກະແລັດ , ມາໂຍເນສ , ນົມຂົ້ນຫວານກາໝີ, ນ້ຳຫວານສາລີ ປະສົມຫອຍແຄງ ແລະ ສ່ວນປະສົມແປກໆອື່ນໆ ທີ່ທ່ານຈະຄິດອອກ ແຕ່ຂໍບອກກ່ອນວ່າທີ່ກ່າວມານີ້ຂ້າພະເຈົ້າບໍ່ເຄີຍລອງເວົ້າປານຊິເຮັດປຸຍຊີວະພາບເນາະເຈົ້າກະດາຍ
ຈົ່ງທຳຕົນດັ່ງຕົ້ນໄມ້ທີ່ຢຽດຕົງແລະເຕີບໂຕ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Alexis ຂຽນວ່າ... ຫມາກເຜັດຂີ້ຫນູກະປິ ນ້ຳປູ ປາແດກ/ພ້ອມໂຕມັນ/ ຫມາກເຂືອເຜາະ ປູນ້ອຍ ຫມາກຂາມອ່ອນ ສຸດຍອດດດດດ ເວົ້າລະນ້ຳລາຍໄຫລ ໄປຊື້ມາກີນກ່ອນ ອິອິ ໝາກເຂືອເຜາະເປັນແນວໃດວະ ສົງໃສຂ້ອຍໂງ່ອີກແລ້ວ
ຈົ່ງທຳຕົນດັ່ງຕົ້ນໄມ້ທີ່ຢຽດຕົງແລະເຕີບໂຕ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ມັນຄວນຈະຢູ່ຫ້ອງສຸຂະພາບຯ ສຸຂະພາບ ແລະຄວາມງາມ ເລື່ອງສຸຂະພາບ, ອາຫານການກິນ, ຄວາມງາມ, ຯລຯ
www.graphicme.com | space for fresh creatives
I like graphic. Graphic's like me. That's GraphicME !...............Ads by Google ມັນພະຍາຍາມເອົາຊະນະສິ່ງທີ່ພະຍາຍາມເອົາຊະນະມັນ ມັນຄືນົກສິບ ...............ສັນຍາກັບຕົວເອງໄວ້ວ່າ ມື້ຫນຶ່ງຈະຢຽບຫົວໂຊກຊະຕາໃຫ້ຫນ້າຫວ້າຍ Punlao Story | uPunlao | laosci blog | N!Xnovel | vientianer | Miss Archi 2010 |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ bakhamnoi ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Alexis ຂຽນວ່າ... ຫມາກເຜັດຂີ້ຫນູກະປິ ນ້ຳປູ ປາແດກ/ພ້ອມໂຕມັນ/ ຫມາກເຂືອເຜາະ ປູນ້ອຍ ຫມາກຂາມອ່ອນ ສຸດຍອດດດດດ ເວົ້າລະນ້ຳລາຍໄຫລ ໄປຊື້ມາກີນກ່ອນ ອິອິ ໝາກເຂືອເຜາະເປັນແນວໃດວະ ສົງໃສຂ້ອຍໂງ່ອີກແລ້ວ ບໍ່ແມ່ນແນວນັ້ນ ຫມາກເຂືອເຜາະສ່ວນຫລາຍຈະບໍ່ພົບເຫັນຢູ່ວຽງ ມັນແມ່ນຫມາກເຂືອ ຄືກັນກັບຫມາກເຂືອໃສ່ເອາະຫລາມ ແຕ່ຫາກຫນ່ວຍນ້ອຍຊ່ຳຫມາກກະທັນ ຢູ່ຫລວງພະບາງມີຫລາຍ ໃສ່ຕຳຫມາກຫຸ່ງໂຄດແຊບເລີຍ
ຮັກນ້ອງຕອນເມົາ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Alexis ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ bakhamnoi ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Alexis ຂຽນວ່າ... ຫມາກເຜັດຂີ້ຫນູກະປິ ນ້ຳປູ ປາແດກ/ພ້ອມໂຕມັນ/ ຫມາກເຂືອເຜາະ ປູນ້ອຍ ຫມາກຂາມອ່ອນ ສຸດຍອດດດດດ ເວົ້າລະນ້ຳລາຍໄຫລ ໄປຊື້ມາກີນກ່ອນ ອິອິ ໝາກເຂືອເຜາະເປັນແນວໃດວະ ສົງໃສຂ້ອຍໂງ່ອີກແລ້ວ ບໍ່ແມ່ນແນວນັ້ນ ຫມາກເຂືອເຜາະສ່ວນຫລາຍຈະບໍ່ພົບເຫັນຢູ່ວຽງ ມັນແມ່ນຫມາກເຂືອ ຄືກັນກັບຫມາກເຂືອໃສ່ເອາະຫລາມ ແຕ່ຫາກຫນ່ວຍນ້ອຍຊ່ຳຫມາກກະທັນ ຢູ່ຫລວງພະບາງມີຫລາຍ ໃສ່ຕຳຫມາກຫຸ່ງໂຄດແຊບເລີຍ ຢູ່ໄກໂພດເນາະ ສົງໃສບໍ່ມີວາດສະໜາໄດ້ກິນດອກຂ້ອຍນິ
ຈົ່ງທຳຕົນດັ່ງຕົ້ນໄມ້ທີ່ຢຽດຕົງແລະເຕີບໂຕ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ລະວັງປະສົມມົ້ວຫລາຍລະສິຟອດອອກປາກບໍ່ຮູ້ໂຕເດີ້ ຫຶໆໆໆ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ bakhamnoi ຂຽນວ່າ... ແມ່ນໃຜມີສູດເດັດໆກ່ຽວກັບຕຳໝາກຮຸ່ງວ່າມາເຍີ່ງດູ ຕຳໃສ່ຫຍັງມັນຈັ່ງຊິແຊບ(ແສບ....)ໄດ້ໃຈ ຢາກລອງເອົາໄປເຮັດເບິ່ງ. (ຫ້າມເວົ້າວ່າຕຳໃສ່ຄົກ)ຈຂກທ ຫລິ້ນດັກໄວ້ກ່ອນວ່າ (ຫ້າມເວົ້າວ່າຕຳໃສ່ຄົກ) ກຳລັງຊິຫລິ້ນມຸກນີ້ພໍດີ ຖ້າຢາກໃຫ້ຕ້ອງຕຳເພັດໆ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ 4ne ຂຽນວ່າ... ສຳລັບໃຜທີ່ມັກຂອງແປກກະລອງຕຳໃສ່ ວ່າຊາບິ, ໂຢ່ເກິດ , ຊອກກະແລັດ , ມາໂຍເນສ , ນົມຂົ້ນຫວານກາໝີ, ນ້ຳຫວານສາລີ ປະສົມຫອຍແຄງ ແລະ ສ່ວນປະສົມແປກໆອື່ນໆ ທີ່ທ່ານຈະຄິດອອກ ແຕ່ຂໍບອກກ່ອນວ່າທີ່ກ່າວມານີ້ຂ້າພະເຈົ້າບໍ່ເຄີຍລອງໂອ່!!!! ແບບນີ້ກະມີນໍ້ກິນແລ້ວຊິບໍ່ງາມຂຶ້ນບາດດຽວເລີຍເບາະນິນ່າ ໂຮງໝໍດ່ວນເລີຍແຫຼະນິນ່າ ເອ່ ຈັກຊິກິນໄດ້ບໍ່ບຸນິນ່າ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ ny0303 ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ bakhamnoi ຂຽນວ່າ... ແມ່ນໃຜມີສູດເດັດໆກ່ຽວກັບຕຳໝາກຮຸ່ງວ່າມາເຍີ່ງດູ ຕຳໃສ່ຫຍັງມັນຈັ່ງຊິແຊບ(ແສບ....)ໄດ້ໃຈ ຢາກລອງເອົາໄປເຮັດເບິ່ງ. (ຫ້າມເວົ້າວ່າຕຳໃສ່ຄົກ)ຈຂກທ ຫລິ້ນດັກໄວ້ກ່ອນວ່າ (ຫ້າມເວົ້າວ່າຕຳໃສ່ຄົກ) ກຳລັງຊິຫລິ້ນມຸກນີ້ພໍດີ ຖ້າຢາກໃຫ້ຕ້ອງຕຳເພັດໆ 55555 ຕຳເພັດໆນີ້ ຈັກມັນຊິ ແຊບ ຫລືວ່າ ຊິແສບນໍ ແລ້ວກະຊິໄດ້ໄປໄວມາຊ້າຫັ້ນນາ
ຈົ່ງທຳຕົນດັ່ງຕົ້ນໄມ້ທີ່ຢຽດຕົງແລະເຕີບໂຕ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ໃສ່ໃບກະທຽມພອ້ມເດີ້ ກິນລະຈັ່ງມີກິ່ນປາກຫອມສົດຊື່ນ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ເຮົາບໍ່ຮູ້ສູດ ຮູ້ແຕ່ກິນຢູ່ບ້ານກາມີນ້ອງຕຳໃຫ້ກິນ ໄປ້າຍກາສັ່ງເອົາ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ທີ່ສຳຄັນ ຕ້ອງແມ່ນ ປາແດກດິບ ເດີ້ ແບບວ່າ ໄດ້ຈີກຕ່ອນນຳຫັ້ນນະ ເວົ້າມາລະນ້ຳລາຍໄຫລ
ທ້າວທອງໃສ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ໃສ່ນ້ຳປາເເດກ ເເຊບສຸດດດດ
〞 ┱3ц┏┓g 〝
Create weath by using wisdom,think ahead,stay one step ahead of others |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ກິນຢ່າງດຽວ
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] |