ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ລະວັງການບໍລິໂພກເຫຼົ້າປອມ

໑໑ ກະທູ້
໑໔໕ ໂພສ
ນັກການກະທູ້
ໄລຍະຜ່ານມາກໍເຄີຍມີຫາງສຽງຂອງສັງຄົມທີ່ເວົ້າເຖິງບັນຫາຂອງການບໍລິໂພກເຫຼົ້າປອມມາແລ້ວ ຍ້ອນສາເຫດດັ່ງກ່າວໜ່ວຍງານທີ່ກ່ຽວຂ້ອງ ຈຶ່ງມີການ ຕິດຕາມກວດກາຢ່າງເຂັ້ມງວດ.

ຕໍ່ບັນຫາດັ່ງກ່າວ ທ່ານ ໜູ​ໝັ້ນ ໂພທິສານ ຫົວໜ້າໜ່ວຍງານເຈົ້າໜ້າທີ່ກວດກາການຄ້າພະແນກອຸດສາຫະກຳ-ການຄ້ານະຄອນຫຼວງວຽງຈັນ ໄດ້ແຈ້ງຕໍ່ສື່ ມວນຊົນໃນວັນທີ 25 ກຸມພາ 2010 ໃຫ້ຊາບວ່າ: ເມື່ອທ້າຍປີ 2009 ທີ່ຜ່ານມານີ້ ທາງເຈົ້າໜ້າທີ່ກ່ຽວຂ້ອງໄດ້ລົງຕິດຕາມກວດກາພົບ ເຫັນສິນຄ້າປະ ເພດເຫຼົ້າທີ່ຕ້ອງສົງໃສ່ທີ່ຮ້ານຈຳໜ່າຍຈຶ່ງໄດ້ນຳເອົາເຫຼົ້າຈຳນວນດັ່ງກ່າວສົ່ງໃຫ້ທາງກະຊວງສາທາລະນະສຸກ ກົມອາຫານ ແລະ ຢາ ເພື່ອກວດສອບ.

ຜ່ານການກວດກາພົບວ່າ ເຫຼົ້າ JOHNIE WALKER BLACK LABEL ຂະໜາດບັນຈຸ 1 ລິດ ພົບສານເມຕາໂນນ ສູງກ່ວາມາດຕະຖານ ແລະ ເປັນສານອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ ອີກທັງຄວາມເຂັ້ມຂຸ້ນ (ອົງສາຂອງເຫຼົ້າ) ດັ່ງກ່າວທີ່ບັນຈຸທາດເຫຼົ້າມີພຽງ 33,73 Vol% ແຕ່ວ່າຢູ່ເທິງ ສະຫຼາກພັດລະບຸວ່າ 43 Vol% ແລະ ພົບ JOHNIE WALKER GOLD LABEL ຂະໜາດບັນຈຸ 750 ມີລິລິດ ຜົນການວິໄຈເຫັນວ່າ (ອົງສາ ຂອງເຫຼົ້າ) ມີທາດເຫຼົ້າພຽງແຕ່ 29,06 Vol% ແຕ່ວ່າຢູ່ເທິງສະຫຼາກພັດລະບຸວ່າ 40 Vol%.

ຈາກເງື່ອນໄຂຄືດັ່ງກ່າວຈຶ່ງໄດ້ແຈ້ງມາຍັງຜູ້ບໍລິໂພກຈົ່ງລະມັດລະວັງ ກ່ອນຊື້ຄວນກວດກາເບິ່ງ ແລະ ຈັບຝາອັດໃຫ້ລະອຽດວ່າມີຈຸດສົງໃສ ຫຼື ບໍ່ ເພາະ ຮູບລັກສະນະລວມທັງສີສັນແມ່ນປົກກະຕິດີຄືກັບຂອງຈິງ ແລະ ບໍ່ຄວນຊື້ໃນຮ້ານຈຳໜ່າຍທີ່ບໍ່ໄດ້ມາດຕະຖານ ຫຼື ບໍ່ໄດ້ຮັບການອະນຸຍາດຈຳໜ່າຍສິນຄ້າ ເຫຼົ່ານີ້ ທັງນີ້ກໍເພື່ອເປັນການປົກປ້ອງຜູ້ບໍລິໂພກ ແລະ ຜູ້ຈຳໜ່າຍທີ່ຖືກຕ້ອງ ພ້ອມນີ້ກໍຮຽກຮ້ອງມາຍັງທຸກພາກສ່ວນຈົ່ງຊ່ວຍກັນເປັນເຈົ້າການ ຖ້າພົບເຫັນ ກໍລະນີສົງໃສ່ກໍແຈ້ງຍັງໜ່ວຍງານທີ່ກ່ຽວຂ້ອງໃຫ້ຊາບທັນທີ ເພື່ອໃຊ້ມາດຕະການຕາມລະບຽບກົດໝາຍບ້ານເມືອງຢ່າງເຄັ່ງຄັດ.

from:http://www.vientianemai.net/news.php?col=1&id=1015


໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ເຫຼົ້າປອມ ເຄືຍໄດ້ຍິນຢູ່ເປັນຕາຢ້ານເໜາະ

M99NOY

໒໕ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ເປັນຕາຢ້ານເນາະເຫຼົ້າປອມ ກີນແລ້ວເສຍສຸຂະພາບ ຫຼື ອາດຕິດພະຍາດຮ້າຍແຮງຫຼາຍກວ່າເຫຼົ້າຈິງ


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າມີຕາມງານດອງ ບໍ່ກິນກະບໍ່ໄດ້ ດຽວເຈັ້າຂອງງານຈະວ່າລັງກຽດ


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈ ຈຂກທ


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາຢ້ານເນາະ ບໍ່ວ່າເຫຼົ້າຂາວກະຊິມີຂອງປອມ

strawberry

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບຍປອມບໍ່ມີລະກະແລ້ວ ອິອິ

ຮັກນ້ອງຕອນເມົາ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄຄແຕ່ ວວ ກິນແຕ່ເບຍ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑ ກະທູ້
໒໙໐໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ...
ຕາຢ້ານເນາະ ບໍ່ວ່າເຫຼົ້າຂາວກະຊິມີຂອງປອມ



ລະວັງໄວ້ກະດີເດີ້ນຸ້ຍ ເພິ່ນກະຜ່ອນໆລົງແດ່



໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫຼົ້າປອມ


໐ ກະທູ້
໘໐ ໂພສ
ຂາປະຈຳເວັບບອດ
bor son doc 555555555


໐ ກະທູ້
໘໐ ໂພສ
ຂາປະຈຳເວັບບອດ
mee hai kin ka kin


໑ ກະທູ້
໒໙໒ ໂພສ
ນັກການກະທູ້
ໂຫ ເປັນຕາຢ້ານແທ້ ແຕ່ເຮົາບໍ່ເຄີຍກິນເຫຼົ້າ ອິອິ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຈັບເບິ່ງກົ້ນຂວດເຫລົ້າຫັ້ນສຳລັບ Jwalker

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນຂາຍກະເຫັນແກ່ໄດ້

~Vਕਆpïrєی™~