ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໓໙ ກະທູ້
໔໘໒ ໂພສ
ຊຳນານການເວັບບອດ
ເສັ້ນຜົມສຸຂະພາບດີ ບໍ່ມີບັນຫາເລື່ອງໜັງຫົວ ບໍ່ຕ້ອງກັງວົນກັບການສະຜົມຫຼາຍ ແຕ່ສຳຄັນ
ຄົນທີ່ມີບັນຫາ ຕ້ອງພິຖີພິຖັນ ຄົນທີ່ໜັງຫົວມັນ ຄວນສະຜົມຕະຫຼອດ ຫຼື ທຸກມື້ ເພາະການປ່ອຍໃຫ້ໜັງຫົວ
ມັນຫຼາຍໆ ຈະເກີດການສະສົມໂຕຂອງແບັດທີເຣຍ ມີຜົນໃຫ້ເຊວຮາກຜົມອ່ອນແອ ແລະ ເສັ້ນຜົມລົ່ນງາຍ
ສ່ວນຄົນທີ່ໜັງຫົວແຫ້ງ ຄວນສະຜົມໃຫ້ນ້ອຍລົງປະມານ 2-3 ມື້/ອາທິດ.
ຢາສະຫົວທີ່ມີຂາຍໃນຕາມຕະຫຼາດ ມັກໂຄສະນາວ່າ ມີສ່ວນປະສົມສານບຳລຸງແບບນັ້ນ ແບບນີ້
ຄວາມຈິງສານເລົ່ານັ້ນໃຫ້ປະໂຫຍດກັບເສັ້ນຜົມນ້ອຍຫຼາຍ ເພາະມັນຢູ່ເທິງຫົວເຮົາພຽງບໍ່ນາທີເທົ່ານັ້ນ ຍັງ
ບໍ່ທັນອອກລິດກໍຖືກລ້າງອອກໝົດແລ້ວ ຈຶ່ງບໍ່ຈຳເປັນຕ້ອງສົນໃຈຫຼາຍ.
ທີ່ໜ້າສົນໃຈກໍຄື ສ່ວນປະກອບໃນຢາສະຫົວທີ່ຜູ້ຜະລິດມັກບໍ່ອ້າງເຖິງແມ່ນ ສານຊະລ້າງ ເຊິ່ງເຮັດ
ໃຫ້ເກີດຟອງ ສານເລົ່ານີ້ມັກຈະລະຄາຍເຄືອງຕໍ່ຜິວຂອງຄົນທີ່ບັນຫາໜັງຫົວ ແມ້ແຕ່ຢາສະຫົວເດັກນ້ອຍ ຫຼື ຢາສະຫົວສະໝຸນໄພກໍມີສານປະເພດນີ້ເຊັ່ນກັນ ຄົນທີ່ໜັງຫົວອ່ອນບາງຈຶ່ງມັກເກີດອາການແພ້ຄັນ ຫຼື ເປັນລັງແຄຈົນຕ້ອງເຊົາໃຊ້ໄປ ທາງທີ່ດີຄືຄວນປ່ຽນມາໃຊ້ຢາສະຫົວທີ່ບໍ່ມີສານຊະລ້າງ ຊຶ່ງລາຄາແພງກວ່າໃນທ້ອງຕະຫຼາດ ແລະ ມີຂາຍສະເພາະຕາມຄີຣນິກ ຫຼື ສູນທີ່ເບິ່ງແຍ່ງກ່ຽວກັບເສັ້ນຜົມໂດຍສະເພາະ.
ຄຳແນະນຳສຳລັບການສະຜົມທີ່ຖືກວິທີຄື:
- ກ່ອນສະຜົມດ້ວຍຢາສະຫົວໃຫ້ລ້າງຜົມດ້ວຍນ້ຳລ້າໆທີ່ສະອາດ ເພື່ອຊະສິ່ງເປິເປື້ອນເທິງເສັ້ນຜົມອອກ.
- ທາຢາສະຫົວໃຫ້ທົ່ວຫົວ ຢ່າເທຢາສະຫົວເທິງໜັງຫົວໂດຍກົງ.
- ນວດຫົວຢ່າງນຸ້ມນວນ ຫຼີກລ້ຽງການເກົາດ້ວຍເລັບ ຫຼື ເກົາແຮງໆ.
- ລ້າງຢາສະຫົວອອກໃຫ້ສະອາດໝົດ.
- ເຊັດຜົມໃຫ້ແຫ້ງ ຢ່າດຶງ ຫຼື ຖົກຜົມຢ່າງແຮງ ຫາກຈະໃຊ້ເຄື່ອງເປົາຜົມ ຄວນຖືໃຫ້ຫ່າງຈາກເສັ້ນ
ຜົມມະມານ 1 ນິ້ວ.
- ບໍ່ຄວນເຂົ້ານອນເວລາທີ່ຜົມຍັງປຽກ ອາດເຮັດໃຫ້ເກີດເຊື້ອລາ ຫຼື ເຮັດໃຫ້ເຈັບຫົວໄດ້.
- ຫຼີກລ້ຽງການສະຜົມຕາມຮ້ານເສີມສວຍ ຊຶ່ງມັກຈະສະຢ່າງແຮງ ເທື່ອລະ3-4 ຄັ້ງບໍ່ດີຕໍ່ສຸຂະພາບ
ໜັງຫົວແທ້ໆເດີ.

ຫຼໍ່ລ່ຳ ປ້ຳງ່າຍ

໖ ກະທູ້
໑໔໒ ໂພສ
ນັກການກະທູ້
ຂອບໃຈຫຼາຍໆເດີ້

ໃຜມີແຟນແລ້ວຢ່ານອກໃຈມາລົມສາວພັນລາວ

໖ ກະທູ້
໑໐໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະຕະຫຼອດ


໑໑ ກະທູ້
໒໖໔ ໂພສ
ນັກການກະທູ້
ໃຈຫລາຍໆ

ຄິດໃດທີ່ເພິ່ນວ່າ
ຜູ້ຊາຍບໍ່ຊົ່ວຜູ້ຍິງບໍ່ມັກ

໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍສະບາມື້ນິດີບໍ່ຫຼືບໍ່ດີ???ໃຜຮູ້ຊ່ວຍບອກແດ່

21 3-15-13-16-12-5-20-5 13-5