ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຈະລາຈອນ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຈະລາຈອນ » ຢາກຮູ້ວ່າພີ່ນ້ອງຊາວພັນລາວຄິດແນວໃດກັບການເກັບຄ່າຝາກລົດຢູ່ຕາມສະຖານທີ່ຕ່າງໆ

໒໓ ກະທູ້
໒໖໓ ໂພສ
ນັກການກະທູ້
ຢາກຮູ້ວ່າພີ່ນ້ອງຊາວພັນລາວຄິດແນວໃດກັບຄ່າຝາກລົດຢູ່ຕາມສະຖານທີ່ຕ່າງໆເຊັ່ນວ່າ: ຕະຫຼາດ, ຮ້ານອາຫານ, ງານບຸນຕ່າງໆ

ຕົວຢ່າງ : ການເກັບຄ່າບໍລິການ - ລົດຈັກ 3000 ກີບ/ຄັນ
- ລົດໃຫຍ່ 5000 ກິບ/ຄັນ

໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ລົດຈັກ 3.000ກີບ, ແພ໊ງໆ. 1.000ກີບ ພໍດີງາມ

"no one is perfect"

໑໖ ກະທູ້
໙໒໗ ໂພສ
ຊຳນານການເວັບບອດ
ເສຍ 3000 ກີບ ກັບ 5000 ກີບ ດີກວ່າເສຍເປັນ ໝື່ນໆບາດ

ຫ້ຽນນ້ອຍ.....ແລ້ວກໍ່ກາຍມາເປັນຫ້ຽນໃຫຍ່

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kongmeeLPB ຂຽນວ່າ...
ຢາກຮູ້ວ່າພີ່ນ້ອງຊາວພັນລາວຄິດແນວໃດກັບຄ່າຝາກລົດຢູ່ຕາມສະຖານທີ່ຕ່າງໆເຊັ່ນວ່າ: ຕະຫຼາດ, ຮ້ານອາຫານ, ງານບຸນຕ່າງໆ

ຕົວຢ່າງ : ການເກັບຄ່າບໍລິການ - ລົດຈັກ 3000 ກີບ/ຄັນ
- ລົດໃຫຍ່ 5000 ກິບ/ຄັນ

ເກັບເອົາໄປເຂົ້າຖົງໂຕເອງຕິເບາະ.......ວ່າພັດທະນາສ້າງສາຫຍັງກະບໍ່ມີ ບາງບ່ອນບໍ່ມີຮອດຫລັງຄາບ່ອນຝາກລົດຫັ້ນກະຍັງມາເກັບເອົາເງິນອີກ,,,,ບໍ່ໝາຍຄວາມວ່າບໍ່ໃຫ້ເກັບ ເກັບໄດ້ແຕ່ກະຍ່າໄປເກີນເຫດຫລາຍ....ພັນສອງພັນກະພໍແລ້ວ;;;;;

໒໓ ກະທູ້
໒໖໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...

ແມ່ນແລະ ບາງທີໄປຝາກລົດເສຍເງິນແລ້ວ ເບີ່ງລົດກະຍັງຕາກແດດ-ຕາກຝົນຢູ່ ບໍ່ມີຮອດບ່ອນຮົ່ມຊິຈອດລົດ

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ hyuneieng ຂຽນວ່າ...
ເສຍ 3000 ກີບ ກັບ 5000 ກີບ ດີກວ່າເສຍເປັນ ໝື່ນໆບາດ

ແມ່ນແລ້ວເຈົ້າເວົ້າຖືກເລີຍແຫລະ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໒໓ ກະທູ້
໒໖໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Nidnilan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ hyuneieng ຂຽນວ່າ...
ເສຍ 3000 ກີບ ກັບ 5000 ກີບ ດີກວ່າເສຍເປັນ ໝື່ນໆບາດ

ແມ່ນແລ້ວເຈົ້າເວົ້າຖືກເລີຍແຫລະ

ບາງມື້ໄປຕະຫຼາດ ຫຼື ໄປສະຖານທີ່ອື່ນໆຫຼາຍບ່ອນ ລວມເງິນຄ່າຝາກລົດກະເກືອບ 10 000 - 20 000 ແລ້ວ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍເຫັນແປກ ມັນກະເປັນເລຶ່ອງທຳມະດາ ຖ້າເຮົາບໍຝາກມັນກໍບໍປອດໄພ ຖ້າເຮົາຝາກເຮົາກໍໝັ້ນໃຈ ຢ່າງໜ້ອຍຖ້າລົດເສຍໄປ ເຮົາກະໄດ້ ລົດຄັນໃໝ່ນຳເຂົາເຈົ້າ ກັງຍັງໄຄກ່ອນຊິເສຍໄປແບບເປົ່າໆໂດຍບໍໄດ້ຫຍັງຄືນມາ.
ເງິນ 3000-5000 ກີບ ກະຍັງໄຄກ່ອນເສຍເງິນເປັນ 1.000.000 .
ເຮົາຄິດວ່າ ເສຍໄປສາ3000-5000ກີບ ເພື່ອຄວາມໝັ້ນໃຈແລະປອດໄພຂອງລົດເຮົາ.

໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kongmeeLPB ຂຽນວ່າ...
ຢາກຮູ້ວ່າພີ່ນ້ອງຊາວພັນລາວຄິດແນວໃດກັບຄ່າຝາກລົດຢູ່ຕາມສະຖານທີ່ຕ່າງໆເຊັ່ນວ່າ: ຕະຫຼາດ, ຮ້ານອາຫານ, ງານບຸນຕ່າງໆ

ຕົວຢ່າງ : ການເກັບຄ່າບໍລິການ - ລົດຈັກ 3000 ກີບ/ຄັນ
- ລົດໃຫຍ່ 5000 ກິບ/ຄັນ

ຄິດວ່າ:ຖ້າຕ້ອງການໃຫ້ລາຄາການຝາກລົດເປັນເອກະພາບກັນ ເບື້ອງຕົ້ນຄວນມີສະຖານທີ່ຈອດລົດດຍສະເພາະ ແລະສິ່ງທີ່ສຳຄັນສັດຄວນເຂົ້າມາກ່ຽວຂ້ອງ(ແຕ່ບໍ່ຮູ້ວ່າ ຂພຈ ຄິດຜິດຫຼືືບໍ່)

ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ແຕ່ເພື່ອຄວາມປວດໄພ 4-5 ສິບພັນກະເສຍໄປເລີຍ

ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແພງໜ້ອຍໜຶ່ງ ຖືກລົງອີກກະຄືຊິດີ, ຄືຢູ່ຕະຫຼາດຫັ້ນລະ ຄັກແລ້ວ ສອງພັນກີບ

ຄິດດີ ເວົ້າດີ ເຮັດດີ

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແພງໂຄດດດ

ຮັກນ້ອງຕອນເມົາ

໑໐ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
ຂໍ້ດີ ເຮັດໃຫ້ເຮົາບໍ່ກັງວົນວ່າລົດຊິເສຍ
ຂໍ້ບໍ່ດີ ເຮັດໃຫ້ເຮົາກັງວົນນຳລົດ ຢ້ານລົດເສຍ (ບາງເທື່ອກະເສຍແທ້)

ຂ້ອຍແມ່ນ ”ລາວ“

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແພງຂຶ້ນກະບໍ່ວ່າກັນ ຖ້າຮັບປະກັນຄວາມປອດໄພ ແລະ ເງິນເດືອນຂຶ້ນຕາມສິນຄ້າ ......

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະດີ.. ຢ່າງໜ້ອຍກະຮູ້ສຶກອຸ່ນໃຈ..
ແຕ່ເລື່ອງລາສາກະຢາກໃຫ້ເໝາະສົມຂຶ້ນຕື່ມ..

໑ ກະທູ້
໒໙໐໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີບາງບ່ອນ ເກັບແພງລະປີ້ຂຽນໄວ້ອີກໃດ໋ວ່າບໍ່ຮັບຜິດຊອບຖ້າມີການເສຍຫາຍຫຼືເກີດອຸບັດຕິເຫດກັບລົດທ່ານ
ລະມັນຈະເກັບຫາສະຫວັນຫຍັງບຸ
ຖ້າບໍ່ຮັບຜິດຊອບ ເຮົາບໍ່ໄປຝາກນຳມັນດອກ ຈອດຢູ່ແຄມທາງກໍ່ມີຄ່າເທົ່າກັນ

໐ ກະທູ້
໒໖໒ ໂພສ
ນັກການກະທູ້
ເສັຽອາລົມ... ທ່ານຮູ້ບໍວ່າການຈ່າຍເງິນແນວນີ້ມັນເຂົ້າຖົງໃຜ? ແມ່ນໃຜໄດ້ປໂຍດ? ການສ້າງຖນົນຫົນທາງກໍ່ແມ່ນເງິນພາສີປະຊາຊົນ. ຕົວຢ່າງຄົນເຈັບໄປເຂົ້າໂຮງພະຍາບານ ຈອດລົຖປຸບຊິເອົາຄົນເຈັບລົງຈາກລົຖແລ້ວມີຄົນມາຖາມເອົາເງິນຄ່າຈອດ ໓໐໐໐ ກີບ, ຄັນບໍ່ຢ້ານກົດໝາຽລົງໂທດນີ້ມັນຕ້ອງຖືກກຳປັ້ນຍັດປາກແນ່ນອນ. ...ເວົ້າຈາກໃຈຈິງໃດນີ້!!!! ມັນເສັຽອາລົມ ທຸກຢ່າງເປັນເງິນໄປຈົນໝົດ................

໒໓ ກະທູ້
໒໖໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Amthone ຂຽນວ່າ...
ເສັຽອາລົມ... ທ່ານຮູ້ບໍວ່າການຈ່າຍເງິນແນວນີ້ມັນເຂົ້າຖົງໃຜ? ແມ່ນໃຜໄດ້ປໂຍດ? ການສ້າງຖນົນຫົນທາງກໍ່ແມ່ນເງິນພາສີປະຊາຊົນ. ຕົວຢ່າງຄົນເຈັບໄປເຂົ້າໂຮງພະຍາບານ ຈອດລົຖປຸບຊິເອົາຄົນເຈັບລົງຈາກລົຖແລ້ວມີຄົນມາຖາມເອົາເງິນຄ່າຈອດ ໓໐໐໐ ກີບ, ຄັນບໍ່ຢ້ານກົດໝາຽລົງໂທດນີ້ມັນຕ້ອງຖືກກຳປັ້ນຍັດປາກແນ່ນອນ. ...ເວົ້າຈາກໃຈຈິງໃດນີ້!!!! ມັນເສັຽອາລົມ ທຸກຢ່າງເປັນເງິນໄປຈົນໝົດ................

ແມ່ນແລະອາລົມເສຍ ບາງທີເຂົ້າໄປພົວພັນວຽກຢູ່ຕາມຫ້ອງການລັດຕ່າງໆກະເສຍຄ່າຝາກລົດກ່ອນເຂົ້າໄປ ບໍ່ເຂົ້າໃຈເລີຍ ພະນັກງານລັດເຮັດວຽກໃຫ້ລັດຄືກັນ

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າມາອ່ານ ແຮ່ໆໆໆໆ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ