ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຈະລາຈອນ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຈະລາຈອນ » ເກີດເຫດ ລົດສິບລໍ້ ເກາະເສົາໄຟຟ້າ ລົ້ມ 8 ຕົ້ນ

໙ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
<a href="http://img.laoupload.com/"><img src="http://img.laoupload.com/images/11369655597818627287.jpg" border="0" alt="img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!!" /></a>
ເຫດ​ເກີດ​ຂຶ້ນ​ໃນ​ເວ­ລາ 9:21 ໂມງ(ເຊົ້າ)ຂອງ​ວັນ​ທີ 28 ມິ­ຖຸ­ນາ 2011 ເມື່ອ​ມີ​ລົດ​ບັນ­ທຸກ​ຫີນ-ຊາຍ ໄດ້​ເກາະ​ເອົາ​ສາຍ​ໄຟ​ບໍ­ລິ­ເວນ​ບ້ານ​ດົງ​ນາ​ໂຊກ​ເໜືອ ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ເວ­ລາ​ທີ່​ກຳ­ລັງ​ປະ­ຕິ­ບັດ​ງານ (ຖອກ​ດິນ) ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ ເຮັດ​ໃຫ້​ເສົາ​ໄຟ­ຟ້າ​ສູງ 16 ແມັດ ລົ້ມ​ເຖິງ 8 ຕົ້ນ ສ້າງ​ຄວາມ​ເສຍ​ຫາຍ​ຫຼາຍ​ຮ້ອຍ​ລ້ານ​ກີບ.



ອີງ​ຕາມ​ການ​ໃຫ້​ສຳ­ພາດ​ຂອງ​ທ່ານ ຄຳ​ສິງ ເຄນ​ກິ​ຕິ​ສັກ ຫົວ­ໜ້າ​ພະ​ແນກ​ປະ­ຊາ­ສຳ­ພັນ​ໄຟ­ຟ້າ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ກ່າວ​ວ່າ: ເຫດ​ເກີດ​ຂຶ້ນ​ຄັ້ງ​ນີ້ ແມ່ນ​ໄດ້​ສ້າງ​ຄວາມ​ເສຍ​ຫຼາຍ​ຢ່າງ​ຫຼວງ­ຫຼາຍ ສ້າງ​ຄວາມ​ຫຍຸ້ງ­ຍາກ​ໃຫ້​ແກ່​ການ​ຊົມ­ໃຊ້​ໄຟ­ຟ້າ​ຂອງ​ພໍ່​ແມ່​ປະ­ຊາ­ຊົນ ໂດຍ​ສະ­ເພາະ​ແມ່ນ​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ ໂຮງ​ຈັກ​ໂຮງ­ງານ ເພາະ​ຈຸດ​ທີ່​ເກີດ​ເຫດ​ແມ່ນ​ຢູ່​ລະ­ຫວ່າງ ສະ­ຖາ­ນີ​ໄຟ­ຟ້າ​ດົງ​ນາ​ໂຊກ ກັບ ສະ­ຖາ­ນີ​ໄຟ­ຟ້າ​ໂພນ​ຕ້ອງ ເຮັດ​ໃຫ້­ການ​ກະ­ຈາຍ​ໄຟ­ຟ້າ​ອາດ​ບໍ່​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ ແຕ່​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ກໍ​ຄື​ໄຟ­ຟ້າ​ນະ­ຄອນ­ຫຼວງ​ວຽງ​ຈັນ ເລັ່ງ​ສ້ອມ­ແປງ ເພື່ອ​ໃຫ້​ປະ­ຊາ­ຊົນ​ໄດ້​ຊົມ­ໃຊ້ ໂດຍ​ຈະ​ໃຫ້​ສຳ­ເລັດ ແລະ ສາ­ມາດ​ນຳ​ໃຊ້​ໄດ້​ຄື­ເກົ່າ​ໃນ​ເວ­ລາ 2-3 ມື້ ສຳ­ລັບ​ມູນ​ຄ່າ​ເສຍ​ຫາຍ​ແມ່ນ​ຍັງ​ບໍ່​ສາ­ມາດ​ຄາດ​ຄະ­ເນ​ໄດ້ ເພາະ​ນອກ­ຈາກ​ໄຟ­ຟ້າ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ແລ້ວ ເຫດ​ເກີດ​ຂຶ້ນ​ຄັ້ງ​ນີ້​ຍັງ​ໄດ້​ສົ່ງ​ຜົນ​ກະ­ທົບ​ຕໍ່​ບັນ­ດາ​ບໍ­ລິ­ສັດ​ໂທລະ​ຄົມ ແລະ ໂທລະ­ພາບ​ໃຊ້​ສາຍ ອີກ​ດ້ວຍ.



ເຫດ​ທີ່​ເກີດ​ຂຶ້ນ​ຄັ້ງ​ນີ້ ຝ່າຍ​ໃດ​ຝ່າຍ​ໜຶ່ງ​ຕ້ອງ​ໄດ້​ຮັບ­ຜິດ­ຊອບ​ຢ່າງ​ແນ່­ນອນ ແຕ່​ຂໍ​ໃຫ້​ເລື່ອງ​ນີ້​ເປັນ​ອຸ­ທາ­ຫອນ​ໃຫ້​ບັນ­ດາ​ຜູ້​ຂັບ​ຂີ່ ຕ້ອງ​ໄດ້​ເບິ່ງ​ຢ່າງ​ຖີ່​ຖ້ວນ ເພື່ອ​ບໍ່​ໃຫ້​ເກີດ​ມີ​ບັນ­ຫາ​ຄ້າຍ­ຄື​ດັ່ງ­ກ່າວ ເພາະ​ເປັນ​ເລື່ອງ​ທີ່​ຫຼາຍ​ຄົນ​ບໍ່​ຢາກ​ໃຫ້​ເກີດ​ຂຶ້ນ.

ຈາກ:ວຽງຈັນໃໝ່


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບຈັຍທີ່ເອົາເລື່ອງດີໆໆ ມາໂພດ....ອິອິ
ທີ່ຈື່ງແລ້ວໜ່ວຍງານທີ່ກ່ຽວຂ້ອງນ່າຈະໃຫ້ ຄວາມສຳຄັນກັບເລື່ອງວຽກງານຄວາມປອດໄພໃນທ້ອງຖະໜົນຫົນທາງ....ການເຮັດວຽກຢູ່ບົນເສັ້ນທາງຕ່າງໆ ເພາະບັນຫາອຸບັດເຫດແບບນີ້ຈະເກີດຂື້ນຕິກໆໆ ຖ້າບໍ່ມີພາກສ່ວນທີ່ກ໋ຽວຂ້ອງມາຮັບຜີດຊອບແບບຈື່ງໆໆຈັງໆໆ ການເສຍຊີວີດຂອງຄົນທີ່ບໍ່ຮູ້ອິໂນອິເນ ຫລືຜູ່ທີ່ກຳລັງເຮັດວຽກຢູ່ນັ້ນກໍ່ເປັນອັນວ່າ ຈະແກ້ໃຂບໍ່ຕົກ ເຫດການຄາຍໆແບບນີ້ໄດ້ເກີດແລ້ວໃນສອງສາມປີຫລັງ ຄືລົດໂມ້ຊີມັງ..ຂອງສາຍບໍລີສັດ ສາຍ ຂອງ ຄອນກີດ ໄດ້ເກາະ ສາຍໄຟ້າ ແລ້ວຖືກ ໄຟ້າດູດໃນຂະນະທີ່ກຳລັງໄປເທປຸນຢູ່.....ພະນັກງານຂັບລົດແລະຜູ່ຊ໋ອຍລົດໂມ້ ຕາຍ ຄ່າທີ່...ອັນນີ້ນ່າຈະຫາວີທີ່ປ້ອງກັນໃຫ້ໃຫ້ກຸ້ມຂື້ນຕື່ມ..........

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທີ່ເອົາເລື່ອງດີໆໆ ມາໂພດ


໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທີ່ໃຫ້ຂໍ້ມູນຂ່າວສານ


໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດໃຫ້ຂ້ອຍເດືອດຮ້ອນນຳເລີຍ...ເຂົ້າຮ່ອມນັ້ນບໍ່ໄດ້!!

ຢາກຮູ້ວ່າແປງແລ້ວຫຼືຍັງ??




໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນຫວາ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜຈະເປັນຄົນຮັບຜິດຊອບລະນິ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໙ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
ຕາຢ້ານເນາະ


໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແປງແລ້ວລະຕິປ້ານນີ້


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ນີ້ເຂົາເຈົ້າກຳລັງແປງ ປິດໄຟຟ້າເຂດນັ້ນໝົດມື້.

ຄິດດີ ເວົ້າດີ ເຮັດດີ

໗ ກະທູ້
໑໙໐ ໂພສ
ນັກການກະທູ້

THE GUNNER

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທີ່ແບ່ງປັນຂ່າວສາຣ..


໐ ກະທູ້
໑໒໙ ໂພສ
ນັກການກະທູ້
ແປງລະຕິປານນິ

ຂ້ອຍຮັກປະເທດລາວ

໙ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
ລະວັງຊ່ວຍກັນເດີ້ຄົນແຖວນັ້ນ


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນຂັບຂາດປະສົບການ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໒ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ຂອບໃຈທີ່ໃຫ້ຂໍ້ມູນ

..........................................................................
..........................................................................

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວລະບໍ່ແປງໄຟນາ