ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຈະລາຈອນ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຈະລາຈອນ » ຈຳເເປັນບໍ່ ທີ່ກົດຫມາຍອອກຂໍ້ບັງຄັບ ໃຫ້ຍານພາຫະນະທຸກສະນິດ ເຮັດປະກັນໄພ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໗ ກະທູ້
໒໓໒ ໂພສ
ນັກການກະທູ້
ກ່ອນອຶ່ນຫມົດ ກໍ່ຂໍສະບາຍດີພໍ່ແມ່ພີ່ນ້ອງ ຊາວພັນລາວທຸກໆທ່ານ ...............ຂ້າພະເຈົ້າເອງຂຽນກະທູ້ນີ້ມາ ກໍ່ເພື່ອຍາກຂໍຄຳປຶກສາຫາລື ແລະ ແລກປ໋ຽນຄຳຄິດຄຳເຫັນ ກ່ຽວກັບບັນດາທ່ານ, ບັນດາສະຫາຍທັງຫລາຍ, ຫາກມີຈຸດໃດທີ່ບໍ່ເຫມາະສົມ ຫລື ເປັນການລົບຫລູ່ ຕໍ່ກົດຫມາຍບ້ານເມືອງ, ຂ້າພະເຈົ້າກໍ່ຕ້ອງຂໍໂທດຂໍອະໄພນຳຫລາຍໆເດີ້ພີ່ນ້ອງເອີ້ຍຍຍຍຍຍຍຍຍຍ.................
ເຂົ້າເຖິງບັນຫາກັນເລີຍຊະເນາະ...........ປະຈຸບັນນີ້ ຍວດຍານພາຫະນະໃນນະຄອນຫລວງວຽງຈັນຂອງພວກເຮົາ ກໍ່ນັບມື້ນັບຫລາຍຂື້ນ, ການໃຊ້ລົດໃຊ້ຖະຫນົນ ກໍ່ເກີດມີອຸປະຕິເຫດຫລາຍຂຶ້ນເຊັ່ນດຽວກັນ. ດັ່ງນັ້ນ ທາງພັກ-ລັດ ຂອງພວກເຮົາກໍ່ໄດ້ວາງກົດຫມາຍອອກ ປະມານວ່າ: ຍານພາຫະນະທຸກສະນິດ ທີ່ແລ່ນດ້ວຍເຄື່ອງຈັກ ຕ້ອງໄດ້ເຮັດປະກັນໄພ ຖ້າຫາກບຸກຄົນໃດ ຫາກບໍ່ປະຕິບັດຕາມ ຈະຖືກ ປັບໄຫມຕາມກົດລະບຽບ...ປະມານນັ້ນ.......................ຕາມທັດສະນະຄະຕິຂອງຂ້າພະເຈົ້າແລ້ວ ຂ້າພະເຈົ້າຄິດວ່າ ມັນຈຳເປັນ ຫລືບໍ່ ບໍ່ ? ທີ່ຈະຕ້ອງເຮັດປະກັນໄພລົດ ? ຕາມຂ້າພະເຈົ້າໄດ້ຟັງຈາກຫາງສຽງຂອງປະຊາຊົນອ້ອມຂ້າງ ພວກເຂົາເວົ້າວ່າ : ເຮັດປະກັນໄພ ສ່ຳກັບວ່າ ສະຫນັບສະຫນູນໃຫ້ຜູ້ຂັບຂີ່ເອງ ໂອນຄວາມຮັບຜິດຊອບໃຫ້ຄົນອື່ນ ໂດຍທີ່ວ່າໂຕເອງບໍ່ຮັບຜິດຊອບ ຕໍ່ການເກີດອຸປະຕິເຫດ. ຖ້າເຮັດປະກັນແລ້ວ ພວກເຂົາກໍ່ເຂົ້າໃຈວ່າ ຢາກຕຳໃຜກໍ່ໄດ້ຕິ ເປັນຫຍັງມາ ເຮົາກໍ່ບໍ່ໄດ້ໄກ່ເກ່ຍເອງ ........................... ແລະ ທີ່ສຳຄັນທີ່ສຸດກໍ່ແມ່ນ ກົດຫມາຍ ເພີ່ນບັງຄັບໃຫ້ປະຊາຊົນ ຜູ້ທີ່ໃຊ້ລົດໃຊ້ຖະຫນົນທຸກໆຄົນ ໃຫ້ໄປໃຊ້ບໍລິການຂອງບໍລິສັດປະກັນໄພ. ຂ້າພະເຈົ້າຄິດວ່າ ມັນສົມຄວນບໍ່ ທີ່ກົດຫມາຍອອກມາແບບນີ້. ບັງຄັບໃຫ້ປະຊາຊົນໄປໃຊ້ບໍລິການກັບບໍລິສັດ. ຄັນເປັນແນວນັ້ນ ຄືຊິບໍ່ມີບໍລິສັດອື່ນດອກ ນອກຈາກບໍລິສັດປະກັນໄພ.
ສະນັ້ນ ຈື່ງຢາກຂໍຄຳຄິດຄຳເຫັນ ຈາກບັນດາທ່ານບັນດາສະຫາຍແນ່ ວ່າສົມຄວນບໍ່ທີ່ຈະວາງກົດຫມາຍນີ້ອອກ..........................
ສຸດທ້າຍນີ້ ຈຶ່ງຂໍຂອບໃຈມາຍັງທຸກໆທ່ານ ທີ່ເສຍສະລະ ເວລາໃປແຊ໊ດກັບຜູ້ບ່າວຜູ້ສາວ, ມາອ່ານກະທູ໊ ຂອງຂ້າພະເຈົ້າ. ຂໍໃຫ້ສຸຂະພາບແຂງຮງ ອາຍຸວັນໂນ ສຸຂັງພາລັງ .............ສາທຸ......................

໐ ກະທູ້
໒໖໒ ໂພສ
ນັກການກະທູ້
ເຮັດປະກັນໄພໄປແລ້ວ, ເມື່ອເກີດອຸປະຕິເຫດ ບໍລິສັດປະກັນໄພມັກຫາທາງອອກເພື່ອປັດປ່າຽຄວາມຮັບຜິດຊອບ. ຫຼືບໍ່ກະຮ່ວມຫົວກັບຮ້ານສ້ອມແປງລົດຂຶ້ນລາຄາການສ້ອມແປງ. ຕົວຢ່າງລົດຕູ້ເກີດອຸປະຕິເຫດຕຳກັນກັບລົດເມ. ບໍລິສັດປະກັນໄພໄດ້ໃຫ້ຮ້ານສ້ອມແປງທີ່ເພິ່ນເຮັດສັນຍານຳ, ທາງຮ້ານກະຄິດໄລ່ອອກມາຖືກທັງໝົດ ຊາວລ້ານກີບ. ຂ້າພະເຈົ້າເລີຽໃຫ້ຮ້ານທີ່ເຄີຽໃຊ້ບໍລິການໄປເບິ່ງແລະຄິດໄລ່ ຖືກພຽງ ສິບລ້ານກີບ. ແຕ່ບາດປະກັນໄພບອກວ່າຮ້ານນັ້ນເຮົາບໍ່ມີສັນຍານຳກັນແລະຈະບໍ່ຈ່າຍໃຫ້. ນີ້ແມ່ນຕັ້ງບໍລິສັດປະກັນໄພມາໄວ້ໂກງກັນບໍຫຼືວ່າມາຮັບໃຊ້ດ້ວຍຄວາມເປັນທັມ.

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຄິດວ່າມັນບໍ່ຈຳເປັນ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຈຳເປັນດອກ ອອກົດໝາຍປາບຄໍລັບຊັນກັນດີກວ່າ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໐ ກະທູ້
໑໖໕ ໂພສ
ນັກການກະທູ້
ຂ້ອຍ ວ່າມັນຈຳເປັນ

໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈຳເປັນ

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຳລັບ ຂພຈ ເອງຂໍໃຫ້ຄວາມຄິດເຫັນນຳເດີ້!

ທີ່ມີກົດໝາຍບັງຄັບເພື່ອໃຫ້ຍານພາຫະນະທຸກຊະນິດມີປະກັນໄພນັ້ນແມ່ນມີຜົນດີ & ບໍ່ດີສຳລັບປະຊາຊົນເຮົາ!

1. ມີຜົນດີສຳລັບຄົນທີ່ເຂົ້າໃຈເລື່ອງກ່ຽວກັບປະກັນໄພລົດຢ່າງແທ້ຈິງ!
* ເຫດຜົນ: ເລີ່ມແຕ່ວິນາທີທີ່ທຸກຄົນຕິດຈັກລົດ ຈະລົດປະເພດໃດກໍ່ຕາມ ແລ້ວຂັບອອກບ້ານໄປຕາມທາງເພື່ອໄປບ່ອນໃດຫນຶ່ງນັ້ນກໍ່ຖືວ່າເຈົ້າມີຄວາມສ່ຽງຕໍ່ກັບອຸປະຕິເຫດແລ້ວ! ຄຳວ່າອຸປະຕິເຫດກໍ່ແມ່ນສິ່ງທີ່ເກີດຂຶ້ນເມື່ອໃດກໍ່ໄດ້ໂດຍບໍ່ຄາດຄິດມາກ່ອນ ແລະ ກໍ່ບໍ່ມີໃຜຢາກໃຫ້ມັນເກີດດອກ..ເພິ່ນຈຶ່ງເອີ້ນວ່າ: ອຸປະຕິເຫດ. ການທີ່ມີລົດຕຳກັນເກີດຂຶ້ນນັ້ນໄດ້ສ້າງຄວາມເສຍຫາຍທາງດ້ານສັບສິນ ແລະ ຊີວິດ ກໍ່ຍ້ອນເກີດຈາກຄວາມບໍ່ລະມັດລະວັງ ແລະ ຄວາມບໍ່ມີສະຕິກໍ່ຄືປະໝາດໃນການຂັບລົດບົນທ້ອງຖະຫນົນ. ສະນັ້ນ ເພື່ອຄວາມປອດໄພ ແລະ ຄວາມຫມັ້ນໃຈໃນການຂັບຂີ່ລົດ ເພາະກັງວົນຢ້ານເກີດອຸປະຕິເຫດຂຶ້ນ..ກໍ່ຕ້ອງມີປະກັນໄພລົດໄວ້!! ເພາະຖ້າຄຳວ່າ: ອຸປະຕິເຫດ ເກີດຂຶ້ນນຳເຈົ້າໂດຍຫຼີກຫ່ຽງບໍ່ໄດ້..ຈະເປັນອຸປະຕິເຫດເລັກນ້ອຍຫຼືຮ້າຍແຮງ ເຈົ້າກໍ່ບໍ່ໂດດດ່ຽວທີ່ຈະແກ້ບັນຫາດ້ວຍຕົວເຈົ້າເອງ! ເພາະຈະມີຜູ້ຕາງຫນ້າກໍ່ຄືພະນັກງານແກ້ໄຂຄະດີອຸປະຕິເຫດມາຊ່ອຍລົມຊ່ອຍວ່າຊ່ອຍໄກ່ເກ່ຍຄະດີໃຫ້.

2.​ ບໍ່ດີສຳລັບປະຊາຊົນບາງຈຳນວນ
* ເຫດຜົນ: ກໍ່ຄືປະຊາຊົນບາງຄົນທີ່ຄິດອັກຄະຕິກັບປະກັນໄພ..ຄິດວ່າປະກັນໄພເຮັດເອົາແຕ່ເງິນປະຊາຊົນລ້າໆ! ແລະ ບໍ່ສົນໃຈເລື່ອງປະກັນໄພ ກໍ່ມັກເວົ້າວ່າ: ເຮັດໄປເພື່ອຫຍັງເພາະວ່າຂ້ອຍຂັບລົດປອດໄພ ບໍ່ໄປຕຳໃຜ ແລະ ບໍ່ໃຫ້ໃຜຕຳຢູ່ແລ້ວ! ເຊິ່ງບໍ່ຄຳນຶງເຖິງຄຳວ່າ: ອຸປະຕິເຫດ. ແລະ ກໍ່ບໍ່ດີກັບຄົນທີ່ບໍ່ມີງົບປະມານພຽງພໍທີ່ຈະຊື້ປະກັນໄພໄດ້! ເຖິງຈະລາຄາຕ່ຳສຸດ ຄຸ້ມກັນໃຫ້ເປັນປີ ກໍ່ຍັງຖືວ່າຂ້ອນຂ້າງແພງບໍ່ສາມາດຊື້ໄດ້.

ເພິ່ມເຕີມ: ສຳລັບກົດຫມາຍເພິ່ນກໍ່ບັງຄັບໃຫ້ມີປະກັນໄພແທ້ ແລະ ເຮົາກໍ່ຕ້ອງໄດ້ປະຕິບັດຕາມ ເພາະ ຖ້າເຈົ້າຫນ້າທີ່ຕຳຫຼວດກວດກາລົດແລ້ວບໍ່ມີປະກັນໄພ ເພິ່ນກໍ່ຈະປັບໃໝຕາມກົດໝາຍ. ຖ້າໃຜຖືກປັບໃໝຫຼາຍໆເທື່ອກໍ່ເສຍເງິນຫຼາຍເທື່ອ..ດັ່ງນັ້ນຄວນໄປເຮັດປະກັນໄພໄວ້ກໍ່ດີກວ່າ..ຈຶ່ງບໍ່ເສຍເງິນລ້າໆ! ເພາະປະກັນໄພກໍ່ຄຸ້ມກັນໃຫ້ເປັນ 1 ປີພຸ້ນ. ຈະທຽວເອົາເງິນໃຫ້ຕຳຫຼວດພາຍໃນ 1 ປີກະຄົງຈະທຸກຍ້ອນ! (ສະເພາະຄົນທີ່ຂັບລົດໄປໆມາໆຕະຫຼອດ).

ຍັງມີຫຼາຍໆຢ່າງອີກ ແຕ່ຂໍເວົ້າເທົ່ານີ້ກ່ອນເດີ້! ຖືກຜິດກໍ່ຕິເຕືອນກັນເດີ້ຫມູ່ເພື່ອນພັນລາວ.

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍວ່າເຮັດໄດ້ກະດີ..

໔ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ສຳລັບເຮົາກະບໍ່ຊ່າງສິວ່າໃຈໜື່ງກະຢາກໃຫ້ມີ ອີກໃຈກະບໍ່ຢາກໃຫ້ມີ ເພາະວ່າເຮົາເຄີຍເກີດອຸບັດຕິເຫດ ລົດຈັກມາຕຳເອົາລົດໃຫ່ຍເຮົາ ບາດນັ້ນເພີ່ນກໍ່ບໍ່ມີເງີນ ສິແປງລົດໃຫ້ເຮົາ ແຕ່ເພີ່ນກະຊ່ວຍໄດ້ແຕ່ 9 ແສນກີບ ເຄີ່ງຫນື່ງກະຍັງບໍ່ໄດ້ ກາຍນັ້ນແມ່ນເຮົາແປງເອງຫມົດ ສົມຫມຸດລາວມີປະກັຍໄພ ເຮົາກະຄົງຈະບໍ່ເສຍເງີນແປງລົດ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ກ່າດີຄືກັນຖ້າອອກກົດໝາຍມາບັງຄັບໃຫ້ຍານພາຫະນະທຸກຊະນິດເຮັດປະກັນໄພນະ ແຕ່ວ່າເມື່ອລົດເຂົາເກີດບັນຫາຫຍັງມາລະ ຢ່າເສີຍເມີຍ, ຊັກຊ້າຖ້າແຕ່ໂກງ ... ອື່ນໆ ດັ່ງທີ່ເຄີຍມີຫາງສຽງແຜ່ລາມອອກມາດັ່ງທີ່ເຄີຍມີຜ່ານມາແລ້ວກັນ

໒ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ມາຈອບເບິ່ງ

..........................................................................

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດກາດີຄຶກັນດຽວນີ້ລົດນັບມື້ນັບຫຼາຍຂື້ນກົ່ວເກົ່າ ເກີດອຸປະຕິເຫດທຸກມື້

໑ ກະທູ້
໑໑໖ ໂພສ
ນັກການກະທູ້
ສຳລັບຜູ້ທີ່ ຄິດບໍ່ຈຳເປັນ ທ່ານ ພ້ອມແລ້ວບໍ່? ທີ່ຈະແບກຮັບຄວາມສ່ຽງໄວ້ເອງ?

ການມີປະກັນໄພ ຖືວ່າ ເປັນການ ແບ່ງເບົາພາລະຂອງທ່ານເອງ ໃນເມື່ອ ອຸບັດຕິເຫດເກີດຂຶ້ນ ທ່ານອາດຈະລະມັດລະວັງໂຕທ່ານເອງ ບໍ່ຕຳຄົນອຶ່ນ. ແຕ່ ຄົນອຶ່ນ ອາດມາຕຳທ່ານ.
ບາງຄັ້ງ ມູນຄ່າຄວາມເສຍຫາຍ ກໍມີຕົວເລກທີ່ສູງ ເຊິ່ງຄູ່ກໍລະນີ ມັນຈະບໍ່ຢາກຈ່າຍ ແລະ ຫຼື ຈ່າຍບໍ່ໄດ້ / ຈ່າຍຢາກ.
ສ່ວນທີ່ວ່າປະກັນໄພ ເອົາຍາກ... (ຍາກແນ່ນອນ ເມື່ອທ່ານພະຍາຍາມທີ່ຈະຮຽກຄວາມເສຍຫາຍ ເປັນເງິນ ແທນການສ້ອມແປງ ຕາມອູ່ທີ່ກຳນົດ)

ປລ ບໍ່ໄດ້ເຂົ້າຂ້າງໃຜ. ແຕ່ ເວົ້າຈາກປະສົບການຈິງ

ສັດໂລກ ຍ່ອມເປັນໄປຕາມກຳ

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lunglove ຂຽນວ່າ...
ສຳລັບເຮົາກະບໍ່ຊ່າງສິວ່າໃຈໜື່ງກະຢາກໃຫ້ມີ ອີກໃຈກະບໍ່ຢາກໃຫ້ມີ ເພາະວ່າເຮົາເຄີຍເກີດອຸບັດຕິເຫດ ລົດຈັກມາຕຳເອົາລົດໃຫ່ຍເຮົາ ບາດນັ້ນເພີ່ນກໍ່ບໍ່ມີເງີນ ສິແປງລົດໃຫ້ເຮົາ ແຕ່ເພີ່ນກະຊ່ວຍໄດ້ແຕ່ 9 ແສນກີບ ເຄີ່ງຫນື່ງກະຍັງບໍ່ໄດ້ ກາຍນັ້ນແມ່ນເຮົາແປງເອງຫມົດ ສົມຫມຸດລາວມີປະກັຍໄພ ເຮົາກະຄົງຈະບໍ່ເສຍເງີນແປງລົດ

ຂ້ອຍກໍ່ເຫັນໃຈສຳລັບຄົນທີ່ເຮັດປະກັນໄພບຸກຄົນທີ 3 ນີ້! ໃນກໍລະນີຂອງອຸປະຕິເຫດຂອງເຈົ້າແມ່ນເກີດຫຼາຍ!

ລົດຈັກມາຕຳເອົາລົດໃຫຍ່..ຊຶ່ງລົດຈັກຜິດ 100% ເຮັດໃຫ້ເສຍຫາຍທາງດ້ານວັດຖຸ ແຖມບາດເຈັບ ຫຼື ເສຍຊີວິດກໍ່ມີ!

ໃນຄວາມຄິດຂອງເຈົ້າຂອງລົດໃຫຍ່ບາງຄົນທີ່ຖືກແບບນີ້ກໍ່ຖືວ່າຄວາມຊວຍມາເຢືອນ!

ຂ້ອຍຈະຍົກອຸປະຕິເຫດກໍລະນີ 1 ທີ່ຄ້າຍຄືເຈົ້າໃຫ້ຟັງ:

* ມີລົດຈັກຄັນ 1 ເກົ່າໆແນ່ ແລະ ບໍ່ມີປະກັນໄພ ໄດ້ໄປຕຳເອົາລົດວີໂກ້ຈົນລົດເສຍຫາຍທັງສອງຝ່າຍ!

ທີ່ຫນັກໆກະຄືລົດໃຫຍ່ເພຫຼາຍເຕີບ!!

ຊຶ່ງລົດຈັກເປັນຝ່າຍຜິດ 100% ແລະ ຕ້ອງໄດ້ຮັບໃຊ້ຄ່າເສຍຫາຍໃຫ້ລົດໃຫຍ່ 100%

(ຫຼັງຈາກທີ່ເຈົ້າຫນ້າທີ່ແລະປະກັນໄພລົງມາເບິ່ງແລ້ວ)

ແຕ່ວ່າ (ອັນນີ້ນິລະ) ຄົນທີ່ຂັບລົດຈັກນັ້ນພັດເປັນຄົນທີ່ຖານະຍາກຈົນຫຼາຍ..

ເລີຍຂໍອ້ອນວອນໃຫ້ເຈົ້າຂອງລົດໃຫຍ່ໃຫ້ອະໄພ!

ແຕ່ເຈົ້າຂອງລົດໃຫຍ່ກໍ່ບໍ່ຍອມເລີຍມອບໃຫ້ປະກັນໄພຈັດການໃຫ້!

ກໍ່ຄືລົດທັງສອງຝ່າຍຕ້ອງໄດ້ໄປພັກຜ່ອນທີ່ນະຄອນບານ!

ແຕ່ເມື່ອສືບປະຫວັດຂອງຄົນຂັບລົດຈັກແລ້ວກໍ່ເປັນຄົນຢາກຈົນແທ້ໆ..ຢູ່ຄົນດຽວ ແລະ ເຂົ້າຫາຊິກິນກະຍັງບໍ່ມີ!

ລົດຈັກທີ່ເອົາມາຂີ່ກໍ່ເປັນລົດທີ່ເຄີຍເຮັດວຽກໄດ້ເງິນຊື້ມື4ມື5ພໍໄປຮັບຈ້າງຖາງຫຍ້າໄດ້ເງິນກິນແຕ່ລະມື້!

ຈະເອົາລົດຈັກໄປຂາຍມາແປງລົດໃຫ່ຍກະຍັງບໍ່ພໍແລ້ວ! ຈະເອົາຄົນຂັບລົດຈັກໄປຂັງຄຸກກໍ່ບໍ່ໄດ້ຫຍັງຂຶ້ນມາ!

ສຸດທ້າຍ..ເຈົ້າຂອງລົດໃຫຍ່ຈື່ງເກີດຄວາມອີ່ຕົນສົງສານ...ເລີຍບໍ່ເອົາຜິດນຳເຈົ້າຂອງລົດຈັກ!

ເລີຍໄດ້ໄປແປງລົດເອົາເອງ..ຈົນຂົນຫນ້າແຂ່ງອອກຫມົດທັງສອງຂາເລີຍ! ຖືວ່າຄວາມຊວຍມາຫາເຕັມໆ!

ສາເຫດຫຼັກໆຂອງອຸປະຕິເຫດນີ້ກໍ່ແມ່ນ:

* ຄົນຂັບລົດຈັກປະຫມາດໃນການຂັບຂີ່ລົດແລ້ວໄປເຮັດໃຫ້ຄົນອຶ່ນເດືອດຮ້ອນ ແລະ ບໍ່ມີປະກັນໄພ!

ເພາະຖ້າມີກໍ່ຈະຫຼຸດຜ່ອນຕົນເອງໃນການຮັບຜິດຊອບຈາກຫນັກເປັນເບົາ!

* ສຳລັບລົດໃຫຍ່ແມ່ນເຮັດແຕ່ປະກັນໄພບຸກຄົນທີ 3.. ຊື່ງຈະບໍ່ໄດ້ຄຸ້ມກັນໃນການສ້ອມແປງລົດຕົວເອງ!

ຈຶ່ງຕ້ອງໄດ້ຈຳໃຈຍອມຮັບຄວາມຊວຍນັ້ນໄປເຕັມໆ!

ໃນກໍລະນີດັ່ງກ່າວກໍ່ຖືວ່າຫນ້າເຫັນໃຈເຈົ້າຂອງລົດໃຫຍ່ຫຼາຍ...

ຄົນຂັບລົດຈັກແມານໂຊກດີທີ່ສຸດທີ່ບໍ່ຕິດຄຸກຍ້ອນເຈົ້າຂອງລົດໃຫຍ່ (ຈຳໃຈ) ໃຈດີ..ຖືສະວ່າຊວຍເອງ!!

ແຕ່..ນີ້ກໍ່ເປັນພຽງອຸປະຕິເຫດກໍລະນີ 1 ເທົ່ານັ້ນ! ຖືວ່າເປັນ ອຸທາຫອນ....

ສ່ວນຫຼາຍລົດຈັກກະທຳຜິດກໍ່ຕົວະວ່າບໍ່ມີເງິນໃຊ້ກໍ່ມີ...ສະນັ້ນຕ້ອງໃດ້ສືບປະຫວັດ!

ຖ້າຫຼາຍໆທ່ານໄດ້ອ່ານແລ້ວ..ກໍ່ຂໍໃຫ້ຄິດເບິ່ງວ່າ: ປະກັນໄພລົດສົມຄວນເຮັດບໍ່ (ສຳລັບລົດຈັກ)

ສ່ວນລັດໃຫຍ່...ກໍ່ຄົງບໍ່ຊວຍແບບນີ້ຫມົດທຸກຄົນດອກ!

ໃນກໍລະນີນີ້!! ແຕ່ຖ້າຢາກໃຫ້ປະກັນໄພຄຸ້ມກັນໃນການແປງລົດເຮົາພ້ອມ..

ກໍ່ເຮັດປະກັນໄພ ວາຍຟາຍ ( WYFI ) ຫຼື ວາຍຟາຍ ພລັດສ໌ ( WYFI+ ) ລາຄາບໍ່ແພງເທົ່າປະກັນຮອບດ້ານຊັ້ນ 1

ເຊິ່ງເປັນຜະລິດຕະພັນໃຫມ່ຂອງ ບໍລິສັດອາລິອັນສ໌ ປະກັນໄພລາວ AGL

ເຊິ່ງຈະຄຸ້ມກັນທັງບຸກຄົນທີ 3 ແລະ ຄຸ້ກັນໃນການແປງລົດເຮົາເອງນຳ! (ສະເພາະຄົນທີ່ມີງົບປະມານເຮັດເດີ້)

ຮູບປະກອບພ້ອມ:

ຊ່ວງນີ້ມີໂປຼໂມຊັ້ນພ້ອມ

ຂພຈ ເປັນຝ່າຍຂາຍ ແລະ ມີທີ່ປຶກສາປະສົບການກວ່າ 18 ປີເລື່ອງຄະດີອຸປະຕິເຫດພ້ອມ! ຖ້າສົນໃຈຕິດຕໍ່ຫຼັງໄມເດີ້!!

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີ ແຕ່ເສຍເງິນ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ IndoChina ຂຽນວ່າ...
ກ່າດີຄືກັນຖ້າອອກກົດໝາຍມາບັງຄັບໃຫ້ຍານພາຫະນະທຸກຊະນິດເຮັດປະກັນໄພນະ ແຕ່ວ່າເມື່ອລົດເຂົາເກີດບັນຫາຫຍັງມາລະ ຢ່າເສີຍເມີຍ, ຊັກຊ້າຖ້າແຕ່ໂກງ ... ອື່ນໆ ດັ່ງທີ່ເຄີຍມີຫາງສຽງແຜ່ລາມອອກມາດັ່ງທີ່ເຄີຍມີຜ່ານມາແລ້ວກັນ

ຄົນທີ່ມີຄວາມຄິດຄົດໂກງຕໍ່ບໍລິສັດກະຕິດບັນຊີດຳ ແລະ ກະຖືກໄລ່ອອກຫັ້ນແຫລທ່ານ!!

ເຮັດຊົ່ວໄວ້...ຈັ່ງໃດມັນກະຫນີບໍ່ພົ້ນ!!

໒ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ມາຈອບເບີ່ງ

..........................................................................
..........................................................................

໗ ກະທູ້
໒໓໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ບໍ່ຈຳເປັນດອກ ອອກົດໝາຍປາບຄໍລັບຊັນກັນດີກວ່າ

ເຫັນດີ..................

໓໐ ກະທູ້
໒໘໘ ໂພສ
ຊຳນານການເວັບບອດ
ໂອໂຫ! ເຖິງຂັ້ນອອກກົດຫມາຍເລີຍຕິ ຄິດວ່າຄົນລາວທຸກຄົນເສຍຫົວໃຫ້ນັກການເມືອງແລ້ວແຫລ່ະ
ເພາະການປະກັນໄພຢານພາຫະນະມັນເປ້ນເລື່ອງຂອງທຸກລະກິດປະກັນໄພ ແລະໃນເມື່ອມັນເປ້ນທຸກລະກິດ ມັນກະຍ່ອມບັງຄັບກັນບໍ່ໄດ້ຢູ່ແລ້ວ
ເພາະມັນຕ້ອງຂື້ນກັບຄວາມຕ້ອງການຂອງເຮົາວ່າຈະເຮັດຫລືບໍ່ເຮັດຈະຊື້ຫລືບໍ່ຊື້ ມັນບັງຄັນບໍ່ໄດ້ຢູ່ແລ້ວ
ປະກັນໄພມັນກໍມີຂໍ້ຈຳກັດໃນການຮັບປະກັນ ບໍ່ແມ່ນປະກັນໄປຫມົດທຸກເລື່ອງ ຢ່າງເຊັ່ນບາງບໍລິສັດລົດຖືກໂຈນລັກໄປ ບໍລິສັດຈະບໍ່ຮັບຜິດຊອບເພາະບໍ່ມີໃນຂໍ້ຕົກລົງ
ແລ້ວຖ້າບັງຄັບກັນຊື້ປະກັນໄພ ສົມມຸດວ່າ ປະກັນໄພມີລາຄາແພງຈ່າຍວັນລະ ພັນກີບ ປ່າເຂົ້າໄປເດືອນລະສາມສິບກວ່າພັນ
ແລະຄົນຈົນຄົນຮາກຫຍ້າຫາເງິນເດືອນລະຊາວພັນແລ້ວເກິບຍັງສິບໍ່ໄດ້ ຢ່າລືມວ່າປະເທດລາວເປ້ນປະເທດທີ່ຢາກຈົນອັນດັບຕົ້ນໆຂອງໂລກ
ໃນເດືອນຫນຶ່ງໃສຕ້ອງມາຈ່າຍຄ່າປະກັນໄພ ໃສຕ້ອງຈ່າຍຄ່າໄຟຟ້າຄ່າຢູ່ຄ່າກິນ ນ້ຳມັນລົດ ຯລຯ ໃຊ້ເງິນທັ້ງນັ້ນ
ຂພຈ ຄິດວ່າກົດຫມາຍນີ້ຍິ່ງສິເຮັດໃຫ້ປະຊາຊົນທຸກຍາກ ແຖມເຮັດໃຫ້ປະຊາຊົນເປ້ນຫນີ້ເພິມຂື້ນອີກ
ປະເທດອື່ນທີພັດທະນາແລ້ວເຂົາຍັງບໍ່ມີນະໂຍບາຍແບບນີ້
ຂພຈ ຄິດວ່າລັດຖະບານຫົວອ່ອນ ແລະຖືກນັກທຸລະກິດປັ່ນຫົວຫລືຮ່ວມຫົວກັບນັກທຸກລະກິດເພື່ອຫາຜົນປະໂຫຍດທາງການເງິນ
ຕົກລົງປະຊາຊົນໂງ່ ຫລື ລັດຖະບານໂງ່ກັນແນ້
ຢ່າລືມວ່າປະກັນໄພມັນເປ້ນທຸລະກິດຊະນິດຫນຶ່ງ
(ບໍ່ຢາກຈະຄຸຍ ຈົບກົດຫມາຍຈາກຣາມຄຳແຫງ)

ເຮົາໄປກັນບໍ່ໄດ້

໓໐ ກະທູ້
໒໘໘ ໂພສ
ຊຳນານການເວັບບອດ
ຍານພາຫະນະທຸກສະນິດ ທີ່ແລ່ນດ້ວຍເຄື່ອງຈັກ ຕ້ອງໄດ້ເຮັດປະກັນໄພ
ນັກການເມືອງດຽວນີ້ຫົວຄໍຣັບຊັ່ນອີຫລີເຮັດຄືວ່າປະຊາຊົນນີ້ແມ່ນຫມາ ບອກໃຫ້ເຮັດກະເຮັດບອກໃຫ້ໄປກະໄປ
ຖ້າປະຊົນເປ້ນຫມາ ລັດຖະບານຫລືນັກການເມືອງກະເປ້ນຫມາຄືກັນ ເພາະກິນເງິນພາສີຂອງປະຊາຊົນ

ເຮົາໄປກັນບໍ່ໄດ້

໓໐ ກະທູ້
໒໘໘ ໂພສ
ຊຳນານການເວັບບອດ
ປະຕິວັດເລີຍດີບໍນີ້

ເຮົາໄປກັນບໍ່ໄດ້

໗ ກະທູ້
໒໓໒ ໂພສ
ນັກການກະທູ້
555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555
...............................ສຸດໆ...............................

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີຄົນຈຶ່ງລະວັງຫຼາຍຂື້ນ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ CNN ຂຽນວ່າ...
ໂອໂຫ! ເຖິງຂັ້ນອອກກົດຫມາຍເລີຍຕິ ຄິດວ່າຄົນລາວທຸກຄົນເສຍຫົວໃຫ້ນັກການເມືອງແລ້ວແຫລ່ະ
ເພາະການປະກັນໄພຢານພາຫະນະມັນເປ້ນເລື່ອງຂອງທຸກລະກິດປະກັນໄພ ແລະໃນເມື່ອມັນເປ້ນທຸກລະກິດ ມັນກະຍ່ອມບັງຄັບກັນບໍ່ໄດ້ຢູ່ແລ້ວ
ເພາະມັນຕ້ອງຂື້ນກັບຄວາມຕ້ອງການຂອງເຮົາວ່າຈະເຮັດຫລືບໍ່ເຮັດຈະຊື້ຫລືບໍ່ຊື້ ມັນບັງຄັນບໍ່ໄດ້ຢູ່ແລ້ວ
ປະກັນໄພມັນກໍມີຂໍ້ຈຳກັດໃນການຮັບປະກັນ ບໍ່ແມ່ນປະກັນໄປຫມົດທຸກເລື່ອງ ຢ່າງເຊັ່ນບາງບໍລິສັດລົດຖືກໂຈນລັກໄປ ບໍລິສັດຈະບໍ່ຮັບຜິດຊອບເພາະບໍ່ມີໃນຂໍ້ຕົກລົງ
ແລ້ວຖ້າບັງຄັບກັນຊື້ປະກັນໄພ ສົມມຸດວ່າ ປະກັນໄພມີລາຄາແພງຈ່າຍວັນລະ ພັນກີບ ປ່າເຂົ້າໄປເດືອນລະສາມສິບກວ່າພັນ
ແລະຄົນຈົນຄົນຮາກຫຍ້າຫາເງິນເດືອນລະຊາວພັນແລ້ວເກິບຍັງສິບໍ່ໄດ້ ຢ່າລືມວ່າປະເທດລາວເປ້ນປະເທດທີ່ຢາກຈົນອັນດັບຕົ້ນໆຂອງໂລກ
ໃນເດືອນຫນຶ່ງໃສຕ້ອງມາຈ່າຍຄ່າປະກັນໄພ ໃສຕ້ອງຈ່າຍຄ່າໄຟຟ້າຄ່າຢູ່ຄ່າກິນ ນ້ຳມັນລົດ ຯລຯ ໃຊ້ເງິນທັ້ງນັ້ນ
ຂພຈ ຄິດວ່າກົດຫມາຍນີ້ຍິ່ງສິເຮັດໃຫ້ປະຊາຊົນທຸກຍາກ ແຖມເຮັດໃຫ້ປະຊາຊົນເປ້ນຫນີ້ເພິມຂື້ນອີກ
ປະເທດອື່ນທີພັດທະນາແລ້ວເຂົາຍັງບໍ່ມີນະໂຍບາຍແບບນີ້
ຂພຈ ຄິດວ່າລັດຖະບານຫົວອ່ອນ ແລະຖືກນັກທຸລະກິດປັ່ນຫົວຫລືຮ່ວມຫົວກັບນັກທຸກລະກິດເພື່ອຫາຜົນປະໂຫຍດທາງການເງິນ
ຕົກລົງປະຊາຊົນໂງ່ ຫລື ລັດຖະບານໂງ່ກັນແນ້
ຢ່າລືມວ່າປະກັນໄພມັນເປ້ນທຸລະກິດຊະນິດຫນຶ່ງ
([color=brown]ບໍ່ຢາກຈະຄຸຍ ຈົບກົດຫມາຍຈາກຣາມຄຳແຫງ)[/color]

ແມ່ນແລ້ວທ່ານ...ມັນເປັນທຸລະກິດ! ແຕ່ກໍ່ເປັນທຸລະກິດຫນຶ່ງທີ່ເຮັດເພື່ອສັງຄົມໄປໃນໂຕ!

ທີ່ກົດຫມາຍບັງຄັບໃຫ້ມີປະກັນໄພລົດ ກໍ່ເພື່ອຢາກໃຫ້ມີຄວາມສະຫງົບ ແລະ ເປັນລະບຽບແກ່ບ້ານເມືອງ!

ແຕ່ກໍ່ບໍ່ໄດ້ຫມາຍຄວາມວ່າ: ຈະໃຫ້ມີຫມົດທຸກຄົນແມ້ແຕ່ຄົນທີ່ບໍ່ມີອັນຈະກິນ ແລະ ບໍ່ມີເກີບໃສ່ດອກທ່ານ!

ຄົນລວຍໆບາງຄົນທີ່ມີເງິນຫຼາຍໆກະຍັງບໍ່ເຮັດປະກັນໄພກໍ່ມີ...ຍ້ອນເຂົາເຈົ້າເອົາເງິນມາແກ້ບັນຫາດ້ວຍຕົນເອງໄດ້!

ແຕ່ຖ້າມີບັນຫາດຸຫຼາຍກະຄົງຜະລິດເງິນມາແກ້ບັນຫາຂອງຕົນເອງນຳບໍ່ທັນແນ່ນອນ!

ທີ່ມີການປະກັນໄພກໍ່ຍ້ອນວ່າສັງຄົມເຂົາຮຽກຮ້ອງມາ ແລະ ສະເຫນີລັດຖະບານຈຶ່ງມີໄດ້!

ຕ່າງປະເທດທີ່ເຂົາມາຊ່ວຍເຫຼືອ ແລະ ມາລົງທຶນໃນປະເທດລາວເຮົາ..ໃຫ້ມີຄວາມກ້າວຫນ້າທາງດ້ານທຸລະກິດ!

ເຂົາກໍ່ຕ້ອງການຄວາມປອດໄພ ແລະ ຄວາມຫມັ້ນໃຈໄວ້ວາງໃຈ ໃນເລື່ອງການປະກັນໄພຕ່າງໆ ເຊິ່ງຂາດບໍ່ໄດ້!

ແລະ ຄົນລາວເຮົາເອງສ່ວນໃຫຍ່ກໍ່ເຫັນດີໃຫ້ມີ ຍ້ອນເບິ່ງທີ່ຈຸດດີຫຼາຍກວ່າຈຸດອ່ອນ!

ປະເທດອື່ນໆທີ່ຈະເລີນກວ່າ..ເຂົາກໍ່ມີການປະກັນໄພແລ້ວ...ປະເທດເຮົາກໍ່ມີນຳເຂົາກໍ່ຖືວ່າຈະເລີນຂຶ້ນຫຼາຍກໍ່ຖືວ່າເປັນກ້າວດີອັນ 1!

ຈຶ່ງບໍ່ຕ້ອງນຳຫຼັງໃຜຫຼາຍ ແລະ ບໍ່ໃຫ້ໃຜມາດູຖູກວ່າປະເທດລາວເປັນປະເທດຍາກຈົນຄືທີ່ທ່ານກຳລັງດູຖູກປະເທດຕົນເອງຢູ່!

ແລະ ປະກັນໄພລົດເຂົາກໍ່ຈ່າຍກັນເປັນປີເດີ້ທ່ານ! ບໍ່ແມ່ນຈ່າຍເປັນເດືອນຄືທີ່ທ່ານເວົ້າ!

ຕົວຢ່າງ: ລາຄາປະກັນໄພລົດຈັກລາຄາຕ່ຳສຸດທີ່ຕ້ອງຈ່າຍຕໍ່ປີແມ່ນ 126,000 ກີບ

ຖ້າ ເອົາ 126,000 ກີບ ຫານ 12 ເດືອນ (1 ປີ) ຈະເທົ່ກັບ ເດືອນລະ 10,500 ກີບ ແລ້ວມາຫານ 7 ມື້ ຈະເທົ່າມື້ລະ 1,500 ກີບ!

ສຳລັບລາຄາເທົ່ານີ້ ຄົນມີເງິນເຂົາຍັງວ່າເອົາໄປຊື້ເບຍກິນດີກວ່າປະກັນໄພເຮັດໄປເຮັດຫຍັງ! (ສຳລັບຄົນທີ່ບໍ່ສົນໃຈແລະບໍ່ເຂົ້າໃຈ)

ເຊິ່ງຄົນທີ່ຈຳເປັນໃຊ້ລົດເພື່ອໄປເຮັດວຽກຫຼືຮັບຈ້າງຕ່າງໆເພື່ອຫາເງິນ....ການຈ່າຍຄ່າປະກັນໄພກໍ່ຄົງບໍ່ຫນັກຫນາສາຫັດ!

ເພາະວ່າ ພາຍໃນປີ 1 ກໍ່ຄົງຫາເງິນໄດ້ຢູ່ແມ່ນບໍ່ ສຳລັບ 126,000 ກີບ! ຖ້າເຈົ້າບໍ່ນັ່ງຫາຍໃຈຖິ້ມລະລ້າໂດຍບໍ່ຫາເງິນ!

ຖ້າທ່ານຂັບລົດປອດໄພບໍ່ເກີດອຸປະຕິເຫດ ເຂົາກໍ່ມີສ່ວນຫຼຸດລາຄາໃຫ້ລູກຄ້າທຸກໆປີ ຈົນໄດ້ຈ່າຍແຕ່ 50% ພຸ້ນລະ!

ທ່ານວ່າທ່ານຈົບກົດຫມາຍຈາກຣາມຄຳແຫງ! ຂ້ອຍວ່າທ່ານແຮງຫນ້າຈະເຂົ້າໃຈດີ ແລະ ເຫັນດີໃດ໋ ກ່ຽວກັບເລື່ອງປະກັນໄພ!

(ຄົນທີ່ມັກການປະກັນໄພເຂົາເຈົ້າກໍ່ຊື້ປະກັນໄພ...ຄົນທີ່ບໍ່ມັກເຖິງຈະກົດໝາຍບັງຄັບເຂົາກະບໍ່ຊື້..ເປັນສິດໃຜມັນ)

໓໐ ກະທູ້
໒໘໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ tahipVTE ຂຽນວ່າ...

ການທີ່ມີປະກັນຟືນປະກັນໄພກໍຖືວ່າດີ ແຕ່ຈະມາບັນຫຍັດເຂົ້າຂໍ້ກົດຫມາຍແບບນີ້ມັນບໍ່ໄດ້ ເພາະກົດຫມາຍຄືຂໍ້ບັງຄັບທີ່ທຳຕາມ
ຖ້າບໍ່ທຳຕາມກໍຕ້ອງຜິດກົດຫມາຍສິ່ງທີ່ຕາມກໍຄືຕິດຄຸກຫລືປັບຫລືທັ້ງຕິດທັ້ງປັບ ແທນທີ່ປະຊາຊົນຈະໄດ້ປະໂຫຍດ ແຕ່ປະຊາຊົນກັບເດືອດຮ້ອນແລະມັນຍັງເອື້ອປະໂຫຍດໃຫ້ກັບບໍລິລັດເອກກະຊົນ
ການຈະແກ້ປັນຫາການຈະລາຈອນມັນຍັງມີອີກຫລາຍວິທີ
ທັ້ງນີ້ທັ້ງນັ້ນມັນກໍເລີມຈາກຕົວເຮົາເອງວ່າເຮົາສິມີມາລະຍາດປານໃດໃນການຂັບຂີ່ຍານພາຫະນະເທິງທ້ອງຖະຫນົນດ້ວຍ

ເຮົາໄປກັນບໍ່ໄດ້

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກຖືກຣົຖຕຳ
ຫຼືຍາມເມົາຂັບໄປຢຽບກະແຕນ້ອຍ(ແຟນ ຕາແບ້ງ ຫຼານຕູ້ສາ!!)
ແມ່ນໃຜຈະໃຊ້ຄ່າປົວສາວກະແຕ?
ຈະແມ່ນໃຜໃຫ້ຄ່າເສັຍຫາຍ,ຄ່າຮຽກຂວັນສາວກະແຕ?
ແມ່ນໃຜຈະລ້ຽງສາວກະແຕຫາກວ່າຜູ່ກ່ຽວບໍ່ສາມາດຈະທຳມາຫາກິນເອັງໄດ້ ເພາະກາຍເປັນກະແຕ ຂາເຄຫຼື ກະແຕ່ຍ່າງບໍ່ໄດ້ໄປບໍ່ເປັນ?
ນັ້ນຄືຜົນຂອງການມີຣົຖ ແລະຂັບຂີ່ຍາມມຶນເມົາ!
ຫຼືບໍ່ມືນເມົາ!
ຄວາມຮັບຜິດຊອບຂອງຄົນແລະຂອງສ່ວນຮວມຫຼືສ່ວນໂຕ!
ເສັຍປະກັນໄພພຽງເລັກນ້ອຍ ແທນທີ່ຈະໄປເສັຍຄ່າ ແປງຣົຖໃຫ້ ຜູ່ອື່ນແລະຂອງໂຕເອັງ!
ຄ່າປິ່ນປົວຍາມເກີດອຸປຕິເຫດ!
ປະກັນໄວ້ລະດີ!
ຊິໄປພາກັນຄິດວ່າໂຕຂັບເກັ່ງ ເປັນພະເອກຢູ່ເລີຍໆ ບາດໄປຖຶກຜູ່ອື່ນມາຕຳເດ ຂາຫັກເດ ຫົວແຕກເດ ການກະໄປບໍ່ໄດ້ ອີກບໍ່ດົນຖືກໄລ່ອອກຈາກວຽກແລ້ວຊິເຮັດຈັ່ງໃດ?
ມີແຕ່ຄິດເຫັນແກ້ວເບັຍ ມັນຊິເປັນ.
ການປະກັນໄພຄືຄວາມຮັບຜິດຊອບຢ່າງໝຶ່ງທີ່ທຸກຄົນໃນໂລກເຂົາຮັບຮູ້ແລະມີກົດເກນມາແຕ່ເຊັ່ນ!
ຊິມາພາກັນວ່າບໍ່ຢາກເສັຍ ເປັນໂຈນທາງຫຼວງຕລອດມັນຊິໄດ້!!
ເປັນກົດໜາຍທີ່ຈຳເປັນຫາກວ່າໃຜຍັງແຄງໃຈວ່າມີໄວ້ເຮັດຫຍັງ ມັນກະເປັນຄຳຖາມທີ່ຕັ້ງຂື້ນໄດ້ ແຕ່ ຖຽງກັນໄປຮອດໃສ ມັນກະຕ້ອງມີຂື້ນຢູ່ແລ້ວ ກະປານກັນວ່າເຮົາບໍ່ຢາກເຮັດຄືຜູ່ອື່ນທີ່ເຂົາມີກົດເກນແລະຣະບຽບຮຽບຮ້ອຍໃນຖນົນຫົນທາງ.
ໂລກທັງໂລກເຂົາມີເຮົາຊິບໍ່ມີມັນຊິເປັນ!
ຫຼືວ່າຍັງຢາກເປັນຊາວປ່າຊາວດອຍຢູ່ຈັ່ງຊັ້ນບໍ?
ຄັນຊັ້ນເຂົ້າໄປເຮັດຫຍັງ ກັບກຸ່ມ ອາຊຽນ?ແລະເປັນຫຍັງຢາກໃຫ້ອົງການນັ້ນນີ້ຮັບຮູ້?
ຢູ່ໃນປ່າຕລອດໄປບໍ່ຈຳເປັນຕ້ອງເຂົ້າຫາໃຜ!
ມັນເປັນກົດໜາຍທີ່ແມ່ນແຕ່ໃນໂລກສັງຄົມນິຍົມທີ່ແຈບມອດຍອດໄປແຕ່ເຊັ່ນແລ້ວກະຍັງມີມາແລ້ວໄທເຮົາຍັງຊິມາຖຽງກັນວ່າ ມີດີຫຼືບໍ່ດີຢູ່!
ອັນທີ່ຈະດ່າອາດຍາເຈົ້ານາຍທີ່ກິນບ້ານກິນເມືອງຫັ້ນຍຕ້ອງແຍກເຣື້ອງກັນ ເພາະນີ້ແມ່ນເພື່ອຄວາມປອດໄພຂອງເຈົ້າຂອງແຟນເຈົ້າ, ພໍ່ແມ່ອ້າຍເອື້ອຍນ້ອງເຈົ້າທີ່ໃຊຖນົນຫົນທາງ!
ຫາກວ່າຢາກຕາຍຢ່າງໜາຂ້າງຖນົນກະຕາມໃຈ!

ຖ້າບໍ່ທຳຕາມກໍຕ້ອງຜິດກົດຫມາຍສິ່ງທີ່ຕາມກໍຄືຕິດຄຸກຫລືປັບຫລືທັ້ງຕິດທັ້ງປັບ ແທນທີ່ປະຊາຊົນຈະໄດ້ປະໂຫຍດ ແຕ່ປະຊາຊົນກັບເດືອດຮ້ອນແລະມັນຍັງເອື້ອປະໂຫຍດໃຫ້ກັບບໍລິລັດເອກກະຊົນ ການຈະແກ້ປັນຫາການຈະລາຈອນມັນຍັງມີອີກຫລາຍວິທີ
ທັ້ງນີ້ທັ້ງນັ້ນມັນກໍເລີມຈາກຕົວເຮົາເອງວ່າເຮົາສິມີມາລະຍາດປານໃດໃນການຂັບຂີ່ຍານພາຫະນະເທິງທ້ອງຖະຫນົນດ້ວຍ

ເຮົາໄປກັນບໍ່ໄດ້

໑ ກະທູ້
໑໑໖ ໂພສ
ນັກການກະທູ້
ຈະວ່າໄປ ມັນກໍຄິດ ພາລະໜ້າທີ່ ແລະ ສິດຜົນປະໂຫຍດ ທີ່ຄວນຈະມີ
ແລະ ເປັນທີ່ຍອມຮັບໃນທົ່ວໂລກ.

ເວົ້າໄປເວົ້າມາ ກະວົນຢູ່ບ່ອນເກົ່າ....

ຂ້ອຍວ່າ ກ່ອນຈະອອກເປັນກົດໝາຍມາໄດ້ ກະຕ້ອງເປັນສຽງສ່ວນຫຼາຍເຫັນດີ... ນັ້ນຄື ປະຊາທິປະໄຕ

ສັດໂລກ ຍ່ອມເປັນໄປຕາມກຳ

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ຫາກຖືກຣົຖຕຳ
ຫຼືຍາມເມົາຂັບໄປຢຽບກະແຕນ້ອຍ(ແຟນ ຕາແບ້ງ ຫຼານຕູ້ສາ!!)
ແມ່ນໃຜຈະໃຊ້ຄ່າປົວສາວກະແຕ?
ຈະແມ່ນໃຜໃຫ້ຄ່າເສັຍຫາຍ,ຄ່າຮຽກຂວັນສາວກະແຕ?
ແມ່ນໃຜຈະລ້ຽງສາວກະແຕຫາກວ່າຜູ່ກ່ຽວບໍ່ສາມາດຈະທຳມາຫາກິນເອັງໄດ້ ເພາະກາຍເປັນກະແຕ ຂາເຄຫຼື ກະແຕ່ຍ່າງບໍ່ໄດ້ໄປບໍ່ເປັນ?
ນັ້ນຄືຜົນຂອງການມີຣົຖ ແລະຂັບຂີ່ຍາມມຶນເມົາ!
ຫຼືບໍ່ມືນເມົາ!
ຄວາມຮັບຜິດຊອບຂອງຄົນແລະຂອງສ່ວນຮວມຫຼືສ່ວນໂຕ!
ເສັຍປະກັນໄພພຽງເລັກນ້ອຍ ແທນທີ່ຈະໄປເສັຍຄ່າ ແປງຣົຖໃຫ້ ຜູ່ອື່ນແລະຂອງໂຕເອັງ!
ຄ່າປິ່ນປົວຍາມເກີດອຸປຕິເຫດ!
ປະກັນໄວ້ລະດີ!
ຊິໄປພາກັນຄິດວ່າໂຕຂັບເກັ່ງ ເປັນພະເອກຢູ່ເລີຍໆ ບາດໄປຖຶກຜູ່ອື່ນມາຕຳເດ ຂາຫັກເດ ຫົວແຕກເດ ການກະໄປບໍ່ໄດ້ ອີກບໍ່ດົນຖືກໄລ່ອອກຈາກວຽກແລ້ວຊິເຮັດຈັ່ງໃດ?
ມີແຕ່ຄິດເຫັນແກ້ວເບັຍ ມັນຊິເປັນ.
ການປະກັນໄພຄືຄວາມຮັບຜິດຊອບຢ່າງໝຶ່ງທີ່ທຸກຄົນໃນໂລກເຂົາຮັບຮູ້ແລະມີກົດເກນມາແຕ່ເຊັ່ນ!
ຊິມາພາກັນວ່າບໍ່ຢາກເສັຍ ເປັນໂຈນທາງຫຼວງຕລອດມັນຊິໄດ້!!
ເປັນກົດໜາຍທີ່ຈຳເປັນຫາກວ່າໃຜຍັງແຄງໃຈວ່າມີໄວ້ເຮັດຫຍັງ ມັນກະເປັນຄຳຖາມທີ່ຕັ້ງຂື້ນໄດ້ ແຕ່ ຖຽງກັນໄປຮອດໃສ ມັນກະຕ້ອງມີຂື້ນຢູ່ແລ້ວ ກະປານກັນວ່າເຮົາບໍ່ຢາກເຮັດຄືຜູ່ອື່ນທີ່ເຂົາມີກົດເກນແລະຣະບຽບຮຽບຮ້ອຍໃນຖນົນຫົນທາງ.
ໂລກທັງໂລກເຂົາມີເຮົາຊິບໍ່ມີມັນຊິເປັນ!
ຫຼືວ່າຍັງຢາກເປັນຊາວປ່າຊາວດອຍຢູ່ຈັ່ງຊັ້ນບໍ?
ຄັນຊັ້ນເຂົ້າໄປເຮັດຫຍັງ ກັບກຸ່ມ ອາຊຽນ?ແລະເປັນຫຍັງຢາກໃຫ້ອົງການນັ້ນນີ້ຮັບຮູ້?
ຢູ່ໃນປ່າຕລອດໄປບໍ່ຈຳເປັນຕ້ອງເຂົ້າຫາໃຜ!
ມັນເປັນກົດໜາຍທີ່ແມ່ນແຕ່ໃນໂລກສັງຄົມນິຍົມທີ່ແຈບມອດຍອດໄປແຕ່ເຊັ່ນແລ້ວກະຍັງມີມາແລ້ວໄທເຮົາຍັງຊິມາຖຽງກັນວ່າ ມີດີຫຼືບໍ່ດີຢູ່!
ອັນທີ່ຈະດ່າອາດຍາເຈົ້ານາຍທີ່ກິນບ້ານກິນເມືອງຫັ້ນຍຕ້ອງແຍກເຣື້ອງກັນ ເພາະນີ້ແມ່ນເພື່ອຄວາມປອດໄພຂອງເຈົ້າຂອງແຟນເຈົ້າ, ພໍ່ແມ່ອ້າຍເອື້ອຍນ້ອງເຈົ້າທີ່ໃຊຖນົນຫົນທາງ!
ຫາກວ່າຢາກຕາຍຢ່າງໜາຂ້າງຖນົນກະຕາມໃຈ!

ຖືກຕ້ອງທ່ານ!! ຂໍນັບຖື!!

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Mar3h ຂຽນວ່າ...
ຈະວ່າໄປ ມັນກໍຄິດ ພາລະໜ້າທີ່ ແລະ ສິດຜົນປະໂຫຍດ ທີ່ຄວນຈະມີ
ແລະ ເປັນທີ່ຍອມຮັບໃນທົ່ວໂລກ.

ເວົ້າໄປເວົ້າມາ ກະວົນຢູ່ບ່ອນເກົ່າ....

ຂ້ອຍວ່າ ກ່ອນຈະອອກເປັນກົດໝາຍມາໄດ້ ກະຕ້ອງເປັນສຽງສ່ວນຫຼາຍເຫັນດີ... ນັ້ນຄື ປະຊາທິປະໄຕ

ແມ່ນແລ້ວທ່ານເອ!

ທ່ານຕ້ອງໃດ້ມີປະກັນໄພລົດແຕ່ລະປີ ກໍ່ຄືກັບ ທ່ານຕ້ອງໄດ້ເສຍຄ່າທາງ ແລະ ເສຍຄ່າເຕັກນິກລົດແຕ່ລະປີຫັ້ນລະ!

ແຕ່ວ່າ ປະກັນໄພລົດນີ້ແມ່ນຈະໄດ້ຮັບຜົນປະໂຫຍດໄປເຕັມໆ! ບໍ່ເສຍດາຍເງິນທີ່ໄດ້ມີ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>