ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຈະລາຈອນ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຈະລາຈອນ » ເສັ້ນທາງດີພາໄປສູ່ຄວາມຈະເລີນ :)

໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
ມາລົມກັນເລື່ອງເສັ້ນທາງ

ຊິເວົ້າຕາມທີ່ຕົນເອງໄດ້ສັງເກດເຫັນ, ສ່ວນທ່ານໃດມີຄວາມຄິດເຫັນແນວໃດນັ້ນ ມາປະກອບສ່ວນນຳກັນຕື່ມ

ຕົວຢ່າງເສັ້ນທາງໃນນະຄອນຫຼວງວຽງຈັນ: ເສັ້ນທາງແຖວ ດອນແດງ - ໜອງທາ - ຫ້ວຍຫົງ - ດົງໂດກ - ໂພນຕ້ອງ...

ແຕ່ກີ້່ແຕ່ກ່ອນແມ່ນເປັນເສັ້ນທາງດິນແດງ, ປູຢາງຢູ່ແຕ່ວ່າດົນບໍ່ພໍທໍ່ໃດກໍ່ແຕກຫັກເປັນຫຼຸມນ້ອຍ ຫຼຸມໃຫຍ່ ເປັນບວກ ເປັນຕົມ

ຍາມຝົນຍິ່ງໜັກທັງເປື້ອນທັງອັນຕະລາຍ ທັງຢາກຮ້າຍເວລາຂີ່ລົດກາຍ, ຖ້າຍ່າງແຫ່ງບໍ່ເວົ້າ....

ເວົ້າເລື່ອງການພັດທະນາເສດຖະກິດຂອງແຖບແຖວໃດທີ່ເສັ້ນທາງບໍ່ດີ ບໍ່ສະດວກ ກໍ່ເຫັນວ່າ ບໍ່ຂະຫຍາຍປານໃດ ເຊັ່ນວ່າ:

ຫ້າງຮ້ານ, ເຮືອນຊານ, ຕຶກອາຄານ, ການລົງທຶນເຮັດທຸລະກິດອື່ນໆ ກໍ່ບໍ່ຂະຫຍາຍຕົວປານໃດ ຫຼື ບາງບ່ອນກໍ່ປ່ອຍປະລະເລີຍໄປ...

ບັດນີ້ມາເວົ້າຫຼັງຈາກທາງສ້າງສຳເລັດແລ້ວ ປູຄອນກຣີດຊີມັງຢ່າງໜາດີ ທາງມີຄຸນນະພາບແລ້ວ

ປັດຈຸບັນສັງເກດເຫັນໄດ້ວ່າບັນດາ ຫ້າງຮ້ານ, ເຮືອນຊານ, ຕຶກອາຄານ, ການລົງທຶນເຮັດທຸລະກິດອື່ນໆ ໄດ້ມີການລົງມືກໍ່ສ້າງຢ່າງຄຶກຄື້ນ

ຕາມຖະໜົນຫົນທາງທີ່ສຳເລັດແລ້ວນີ້, ຄິດວ່າລາຄາດິນດອນຕອນຫຍ້າກໍ່ອາດຈະແພງຂຶ້ນຫຼາຍເຕີບ, ອີກບໍ່ດົນ ແຖວແຄມທາງນີ້ກໍ່ຈະກາຍ

ເຂດການພັດທະນາເສດຖະກິດໄປແລ້ວ... ແບບວ່າຖ້າບ່ອນໃດມີທາງດີໆເກີດຂຶ້ນ ອີກແປັບໜຶ່ງກັບມາເບິ່ງກໍ່ເກືອບບໍ່ຈື່ລະ

ເພາະວ່າພັດທະນາໄປໄວກວ່າ...


_______________________________________________

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍເລີ່ມບໍ່ມັກນະຄອນຫລວງກະຍ້ອນມີ ຄອນກີດ ຫລືຕຶກໃຫຍ່ໆຫລາຍຂຶ້ນນີ້ລະ
ມັນຮ້ອນ ອາກາດກະບໍ່ບໍລິສຸດ ມີແຕ່ ຂີ້ຝຸ່ນ, ສຽງລົດ, ຄວັນລົດ ......


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຂ້ອຍກາບໍ່ມັກ
ບັນຍາກາດບໍ່ດີຄືແຖວບ້ານນາ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຂ້ອຍເລີ່ມບໍ່ມັກນະຄອນຫລວງກະຍ້ອນມີ ຄອນກີດ ຫລືຕຶກໃຫຍ່ໆຫລາຍຂຶ້ນນີ້ລະ
ມັນຮ້ອນ ອາກາດກະບໍ່ບໍລິສຸດ ມີແຕ່ ຂີ້ຝຸ່ນ, ສຽງລົດ, ຄວັນລົດ ......


ອ້າງເຖິງຂໍ້ຄວາມຈາກ Hibari ຂຽນວ່າ...
ຂ້ອຍກາບໍ່ມັກ
ບັນຍາກາດບໍ່ດີຄືແຖວບ້ານນາ


ຄືບໍ່ໄປຢູ່ບ້ານນາຊັ້ນນະ?
ຕົວເມືອງກໍ່ປູກຕົ້ນໄມ້ໄດ້ ແລະ ມີວິທີການຮັກສາສິ່ງແວດລ້ອມ ຖ້າເຮັດໄດ້, ເປັນຫຍັງເຂົາຄືບໍ່ພາກັນໃຊ້ລົດໄຟຟ້ານະ?


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາງົບໄປກິນຫມົດ ທາງກະສ້າງບໍ່ດີ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ຂ້ານ້ອຍວ່າ ການມີທາງດີໆ ແລະຖາວອນນັ້ນ ມັນໄດ້ສ້າງຄວາມໜັ້ນໃຈໃຫ້ຜູ້ລົງທືນກ້າລົງທືນ ອັນເປັນເຫດໃຫ້ມີການພັດທະນາໄວດັງເຈົ້າຂອງກະທູ້ວ່າມາ.

ຂອບໃຈ!


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ຢາກໄດ້ທາງດີ ຕອ້ງໄຫ້ມີຮອ່ງລະບາຍນ້ຳ ເພາະນ້ຳຫຳໄຫ້ທາງເພ ແຕ່ລົດຫນັກກໍເປັນສາເຫດ
ແຕ່ລາຄາກໍ່ສ້າງຕອ້ງພໍດີ ພໍງາມ ໄຫ້ມີການປະມູນຈົບດີ