ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຈະລາຈອນ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຈະລາຈອນ » ຮ້ານປະດັບ(ລົດ)ຍົນ

໕ ກະທູ້
໒໖ ໂພສ
ຂາປະຈຳເວັບບອດ
ບັນດາທ່ານຮູ້ບໍ່ວ່າຮ້ານປະດັບຍົນຢູ່ນະຄອນຫຼວງເຮົານີ້ມີຢູ່ໃສແດ່ ແລະ ພວກທ່ານມັກໄປເຮັດຢູ່ຮ້ານໃດ? ລາຄາແພງບໍ່? ເປັນຕົ້ນກະຕິດຟິມລົດ, ຫຸ້ມເບາະ, ໃສ່ເຄື່ອງສຽງ ປະມານນີ້ ຫຼື ອື່ນໆ ມາຮ່ວມກັນແບ່ງປັນຂໍ້ມູນແດ່ເດີ້ ສ່ວນໂຕຂ້າພະເຈົ້າແມ່ນບໍ່ເຄີຍໄປ ໄດ້ຍິນແຕ່ຊື່ ເຊັ່ນວ່າ ດາວວີ ໄຊນຸດ

Always Keep The Faith

໕ ກະທູ້
໒໖ ໂພສ
ຂາປະຈຳເວັບບອດ
ຂໍອະໄພ ກົດຕັ້ງກະທູ້ມັນຄືຂື້ນຊ້ຳກັນ ໃຜຮູ້ວິທີລຶບບອກແດ່ເດີ້

Always Keep The Faith

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ເວົ້າເປັນຕາຢ້ານເນາະ ບອກວ່າຮ້ານປະດັບຍົນ...ທີ່ແທ້ເປັນຮ້ານຕົບແຕ່ງລົດນີ້ເອງ...ຍົນບິນຢູ່ທ້ອງຟ້າ...ລົດແລ່ນຕາມຖະໜົນ...ປົນກັນໄດ້ຢູ່ຫວາ...ເດັກງົງຫວາ...

໕ ກະທູ້
໒໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ...
ເວົ້າເປັນຕາຢ້ານເນາະ ບອກວ່າຮ້ານປະດັບຍົນ...ທີ່ແທ້ເປັນຮ້ານຕົບແຕ່ງລົດນີ້ເອງ...ຍົນບິນຢູ່ທ້ອງຟ້າ...ລົດແລ່ນຕາມຖະໜົນ...ປົນກັນໄດ້ຢູ່ຫວາ...ເດັກງົງຫວາ...

ກະຂຽນຕາມຊື່ຮ້ານເພິ່ນຫັນແຫຼະ ເພິ່ນຂຽນວ່າ ໄຊນຸດ ປະດັບຍົນ ຊິເດ້ ກະຢາກຖາມເພິ່ນຄືກັນວ່າຄືມີແຕ່ລົດໄປແຕ່ງ ຮິຮິ

Always Keep The Faith

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າຍາກນະລາຄາກະສູສີກັນລື່ນກັນ 500-1000 ນີ້ລະ
ສ່ວນຄຸນນະພາບກະພໍກັນໆ ເພາະເຂົາຈະມີໃຫ້ເລືອກວ່າ ຍີ່ຫໍ້ນັ້ນຍີ່ຫໍນີ້ດີ
ລາຄາເທົ່ານັ້ນເທົ່ານີ້ ແລ້ວແຕ່ງົບເຮົາ ແຕ່ຖ້າໃຫ້ຂ້ອຍເລືອກແທ້ໆ:
1.ຕ້ອງມີຜູ້ຂາຍເປັນຜູ້ຍິງລົມກັນຈັ່ງມ່ວນແນ່
2.ມີຫ້ອງຮັບລູກຄ້າທີ່ຕິດແອ ເວລາໄປນັ່ງຖ້າຈັ່ງບໍ່ຮ້ອນ.
3.ໃນຮ້ານມີລົດລູກຄ້າຄັນອື່ນກຳລັງຖືກບໍລິການ 2-3 ຄັນ ເພາະວ່າຄັນລູກຄ້າຫລາຍອາດຈະ
ໄດ້ລໍຄິວຖ້າດົນ ຄັນບໍ່ມີລູກຄ້າເລີຍກະສະແດງວ່າຮ້ານບໍ່ມີຊື່ສຽງຄົນເຮັດກະຊິບໍ່ຊຳນານ.

໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...

ເຫັນດີນຳ