ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຈະລາຈອນ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຈະລາຈອນ » ໄຟເຫລືອງ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຂົ້າໃຈ ຄົນເຫັນໄຟເຫລືອງ(ກ່ອນຊິແດງ) ແທນທີ່ຊິລໍ( ເພິ່ນເລັ່ງ) ສາມແຍກ ລູກສອນຂຽວບໍ່ທັນຂື້ນໄປແລ້ວ ຫມູ່ໄປ ເຮົາຢູ່ ບໍ່ ເຊີຍ ຫວາ ເອີອອອອອອ
ຊ່ວຍກັນແກ້ໄຂ (ອອກຄຳເຫັນ) ຊິແກ້ແນວໃດ ພີນ້ອງ ຊາວພັນ ລາວ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນເປັນວັດທະນະທຳໄປແລ້ວ ນ້ຳຂຶ້ນໃຫ້ຮີບຕັກ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຖ້າເປັນໄຟເຫຼືອງກໍຍັງໃຄ ແຕ່ກໍຄວນຊະລໍກຽມຈອດ
ສ່ວນອັນໄຟແດງນິນາ ຖ້າວ່າຟ້າວຫຼາຍກໍຄືບໍ່ໄປຕັ້ງແຕ່ມື້ວານພຸ້ນນໍ້

ໄຟແດງແລ້ວຍັງໄປ ເປັນການສ້າງຄວາມສ່ຽງຫຼາຍ ແລະຕໍ່ໃຫ້ບໍ່ເກີດຫຍັງຂຶ້ນ ກໍເຮັດໃຫ້ອີກຝ່າຍທີ່ເປັນໄຟຂຽວຕ້ອງຖ້າໂຕເອງ ທັງທີ່ນັ້ນເປັນສິດເຂົາເຈົ້າໄປໄດ້ແທ້ໆ

ທາງເຈົ້າໜ້າທີ່ກໍບໍ່ຄຸມເຂັ້ມເລື່ອງນີ້ແດ່ ກາຍເປັນວ່າເຮັດຫຼາຍເທື່ອຕໍ່ຫຼາຍເທື່ອ ເລີຍລຶ້ງຊ້ຳເນາະຫຼາຍຄົນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ຖ້າເປັນໄຟເຫຼືອງກໍຍັງໃຄ ແຕ່ກໍຄວນຊະລໍກຽມຈອດ
ສ່ວນອັນໄຟແດງນິນາ ຖ້າວ່າຟ້າວຫຼາຍກໍຄືບໍ່ໄປຕັ້ງແຕ່ມື້ວານພຸ້ນນໍ້

ໄຟແດງແລ້ວຍັງໄປ ເປັນການສ້າງຄວາມສ່ຽງຫຼາຍ ແລະຕໍ່ໃຫ້ບໍ່ເກີດຫຍັງຂຶ້ນ ກໍເຮັດໃຫ້ອີກຝ່າຍທີ່ເປັນໄຟຂຽວຕ້ອງຖ້າໂຕເອງ ທັງທີ່ນັ້ນເປັນສິດເຂົາເຈົ້າໄປໄດ້ແທ້ໆ

ທາງເຈົ້າໜ້າທີ່ກໍບໍ່ຄຸມເຂັ້ມເລື່ອງນີ້ແດ່ ກາຍເປັນວ່າເຮັດຫຼາຍເທື່ອຕໍ່ຫຼາຍເທື່ອ ເລີຍລຶ້ງຊ້ຳເນາະຫຼາຍຄົນ


ແມ່ນຫັ້ນລະເນາະ


໐ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ຖ້າຈະເວົ້າແລ້ວຫັນນາ ໄຟເຫຼືອງເປັນໄຟອັນຕະລາຍທີ່ສຸດ ຖ້າບໍ່ແນ່ໃຈໃຫ້ອອກລົດໄປເລີຍ ຕົນເອງເຄີຍມີປະສົບການຫຼາຍຄັ້ງ ໂດຍການກຽມຕົວຢຸດລົດ ແຕ່ທຸກໆຄັ້ງທີ່ຢຸດ ມັກຈະມີລົດໃຫຍ່ທາງຫຼັງມາສວນເອົາກົ້ນລົດຂ້ອຍຕະຫຼອດ ສະນັ້ນຕ້ອງສັງເກດກ່ອນຈະຢຸດໄຟເຫຼືອງ ຖ້າມີລົດໃຫ່ຍຕາມຫຼັງມາ ແມ່ນບໍ່ຕ້ອງຢຸດ ເພື່ອຄວາມປອດໄພຂອງຕົນເອງ.


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KHM ຂຽນວ່າ...
ຖ້າຈະເວົ້າແລ້ວຫັນນາ ໄຟເຫຼືອງເປັນໄຟອັນຕະລາຍທີ່ສຸດ ຖ້າບໍ່ແນ່ໃຈໃຫ້ອອກລົດໄປເລີຍ ຕົນເອງເຄີຍມີປະສົບການຫຼາຍຄັ້ງ ໂດຍການກຽມຕົວຢຸດລົດ ແຕ່ທຸກໆຄັ້ງທີ່ຢຸດ ມັກຈະມີລົດໃຫຍ່ທາງຫຼັງມາສວນເອົາກົ້ນລົດຂ້ອຍຕະຫຼອດ ສະນັ້ນຕ້ອງສັງເກດກ່ອນຈະຢຸດໄຟເຫຼືອງ ຖ້າມີລົດໃຫ່ຍຕາມຫຼັງມາ ແມ່ນບໍ່ຕ້ອງຢຸດ ເພື່ອຄວາມປອດໄພຂອງຕົນເອງ.



ບໍ່ແມ່ນຕາທ້າຍຂາດຫວາ ທຳມະດາ ການແລ່ນລົດ ຕ້ອງຫ່າງກັນ ຢ່າງໜ້ອຍ 15 ມ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກັບໄຟແດງສາມແຍກນອງບຶກຕັດໃໝ່ (ມາແຕ່ດົງໂດກ ໄປທາງສາມແຍກ13ເຫນືອ)ບໍ່ເຂົ້າໃຈ ຊາຂພຈ ເຫັນ ໄຟແດງລົດເວລາລົງເທື່ອລະວິນາທີ ອັນນີ້ຫຍັງ ປະມາ 5 ວິນາທີເທືອນຶ່ງ ບໍ່ຮູ້ວ່າມັນຜິດປົກກະຕິຫລືວ່າຕັ້ງ ຕັ້ງເວລາແບບນັນຫວາ ງົງ ບໍ່ເຊື່ອໄປເບິ່ງເດີ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປກ່ອນໄດ້ປຽບ ອຶອຶ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ວ່າ ໄຟ ກ່ອນຊິແດງ ກໍ່ດົນເຕີບໃດເນາະ ໃຜທັນໄປກໍ່ໄປ ດີຄືກັນ


໙ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ໄຟເຫຼືອງ = speed light


໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄຟເຫລືອງກາຍເປັນໄຟຮີບເລັ່ງຄັນເລັ່ງໄປແລ້ວ

★★★★★★★★

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ XxxKounGxxX ຂຽນວ່າ...
ໄຟເຫລືອງກາຍເປັນໄຟຮີບເລັ່ງຄັນເລັ່ງໄປແລ້ວ

ຈັ່ງວ່າຫັ້ນແຫຼະ ແຕ່ເຫັນ ຕຳຫລວດກໍ່ບໍ່ວ່າຫຍັງໃດ ຫຼືວ່າເປັນປະເພນີແລ້ວຕີເບາະ


໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ XxxKounGxxX ຂຽນວ່າ...
ໄຟເຫລືອງກາຍເປັນໄຟຮີບເລັ່ງຄັນເລັ່ງໄປແລ້ວ

ຈັ່ງວ່າຫັ້ນແຫຼະ ແຕ່ເຫັນ ຕຳຫລວດກໍ່ບໍ່ວ່າຫຍັງໃດ ຫຼືວ່າເປັນປະເພນີແລ້ວຕີເບາະ


ເຂົາເຈົ້າຝ່າໄຟເຫລືອງ ບໍ່ໄດ້ຝ່າໄຟແດງຕຳຫລວດເລີຍບໍ່ເວົ້າຫຍັງໃຫ້

★★★★★★★★

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນໃດເນາະ


໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

★★★★★★★★