ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ກັບໄປຫາບັນຍາກາດ ຂອງປີ ຫົກສີບດ້ວຍເພັງນີ້!!

ໜ້າທີ່ 1 ຈາກທັງໝົດ 5 ໜ້າ <<<12345>>>


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
[size=12pt]ຫາກເປັນການ come back ທີ່ ມີຄວາມຫມາຍ ທ່ານ ສ. ແສງສີຣິວັນ ຜູ່ແຕ່ງ ຄົງພາກພູມໃຈ..

ໃຫ້ຊື່ເພັງນີ້ວ່າ``ຫຼົງຮັກເມັຍເຂົາ``

ແຕ່ເກືອບເຄິ່ງສັຕວັດຜ່ານມາ ເຄີຍມີບົດບາດສຳຫຼັບຊາວຫນຸ່ມໃນສໄຫມນັ້ນ, ບໍ່ຮູ້ຫນຸ່ມລາວໃນສໄຫມນີ້ ເຫັນວ່າ ຈັ່ງໃດ

ລອງເຂົ້ານັ່ງແວ່ຟັງຈັກຫນ່ອຍດູ!!

[url=<object width="480" height="385"><param></param><param></param><param></param><embed src="http://www.youtube.com/v/C3uJijnWzD8&hl=pl_PL&fs=1&" width="480" height="385"></embed></object>]Linkຫຼົງຮັກເມັຍເຂົາ[/url]

ເພັງນີ້ຂ້ອຍຟັງຄາວນັ້ນກະແມ່ນຕອນທີ່ເຂົ້າຮຽນ ຮຮ ປະຖົມທີ່ ຮຮ ເອກຊົນແຫ່ງຫນຶ່ງ. ມີຫມູ່ທີ່ຮຽນນຳກັນພາໄປເຮຶອນຂອງເຂົາ ທີ່ມີຕູ້ເພັງ- ເຄຶ່ອງຫຼີ້ນແຜ່ນສຽງ ຫມູ່ກະເອົາເພັງຕ່າງໆມາໃຫ້ຟັງນຳ ..ເປັນຄັ້ງທຳອິດທີ່ເພັງລາວໄດ້ອັດໃສ່ແຜ່ນສຽງ ເພາະແຕ່ກ່ອນສ່ວນຫຼາຍກະອັດໃສ່ແຕ່ໃນເທບ...
ກະໄດ້ຟັງແລະຈື່ຈຳມາ..
ເພັງຫຼົງຮັກເມັຍເຂົານີ້ ກະເປັນແບບຕະຫຼົກແບບທຳອິດໃນເວທີແຫ່ງການບັນເທິງລາວ ລຸດມາຈາກເພັງ ``ຜົວເບີເມັຍໄພ້``ທີ່ທ່ານ ສ. ແສງສີຣິວັນແຕ່ງຂື້ນ..
ມັນກະມ່ວນໄປແບບຫນຶ່ງ ແລະມີລັກສະນະແບບລາວໆເຮົາ.


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລິ້ງບໍ່ທຳງານບໍ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kydett ຂຽນວ່າ...
ລິ້ງບໍ່ທຳງານບໍ



ຫາກໍຮຽນເຮັດນຳເພິ່ນກະໄດ້ສ່ຳນີ້ແຫຼະ..
ຕ້ອງບອກກັນແນ່ວ່າຕ້ອງເຮັດແບບໃດ!


໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົງໄສວ່າຕ້ອງຂໍລາກ່ອນລະ
ຟັງເພງສະຕິງບ້ານເຮົາດີກວ່າ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ spngieng ຂຽນວ່າ...
ສົງໄສວ່າຕ້ອງຂໍລາກ່ອນລະ
ຟັງເພງສະຕິງບ້ານເຮົາດີກວ່າ



ກະສຸດແລ້ວແຕ່ໃຈມັກ,ຫາກວ່າມ່ວນໆກະເອົາມາສູ່ຟັງແນ່ເດ!


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້າເສຍດາຍ..
ທີ່ກິ່ນອາຍຂອງຍຸກ 60s..
ຫາຍາກເຫຼືອເກີນໃນຍຸກສະໄໝນີ້..


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໜ້າເສຍດາຍ..
ທີ່ກິ່ນອາຍຂອງຍຸກ 60s..
ຫາຍາກເຫຼືອເກີນໃນຍຸກສະໄໝນີ້..



ຫາກວ່າ ເປັນດັ່ງໃນໂລກອື່ນ ຄິດວ່າໃນ archives ຂອງສະຖານີວິທຍຸແຫ່ງຊາດຄົງມີເກັບໄວ້!!
ແຕ່ຈະຫາຫຍັງແນ່ນອນໄດ້..
ໂລກຍັງຫມູນປ່ຽນແປ...
ຫາກວ່ານ້ອງສົນໃຈຈະສົ່ງໃຫ້ອີກເພັງຫນຶ່ງໃນສໄຫມດຽວກັນ.


໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ດົນຫຼາຍລະໃດເນາະເພັງນິນະ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ OleTer ຂຽນວ່າ...
ດົນຫຼາຍລະໃດເນາະເພັງນິນະ




ເປັນເພັງທີ່ດັງໃນປີຫົກສີບພຸ້ນເດ!
ນີ້ກະອີກເພັງຫນຶ່ງແຕ່າວນັ້ນ.

[url=<object width="480" height="385"><param></param><param></param><param></param><embed src="http://www.youtube.com/v/waURJEtmfGQ&hl=pl_PL&fs=1&" width="480" height="385"></embed></object>]Linkແມສໂປເຕໂຕ[/url]

ເພັງແມສໂປເຕໂຕ້ນີ້ກະແມ່ນວ່າຄາວນັ້ນມັນກ້ອງດັງໃນໃຈຫນຸ່ມທີ່ສຸດ ເພາະເປັນແບບທີ່ເຮົານຳກົ້ນເຂົາທັນວ່າຊັ້ນເທາະ!
ແຕ່ຫາກຊິໄປປຽບທຽບໃສ່ຜູ່ອື່ນມັນກະບໍ່ນ້ອຍຫນ້າປານໃດໃນຍາມນັ້ນ.
ເຮົາກະພໍໄປນຳເຂົາໄດ້ແບບວ່າບໍ່ເຂີນຫັ້ນຫນາ.
ເພາະຍາມນັ້ນ ຈັງຫວະ ແບບນີ້ ມັນມາແຮງ(ແບບຄຳເວົ້າໃຫມ່ທີ່ຢືມມາຈາກ ຖັນແຖວບັນເທິງ ເປັນສັບໃຫມ່ສຳຫຼັບ ຜຂ).ແຕ່ຄິດວ່າຫນຸ່ມລາວໃນສົກນັ້ນພາກັນມ່ວນຊື່ນກັນ.
ຫາກໃຜຄິດວ່າມັນເປັນໄດໂນເສົາໄປແລ້ວກະຖຶກ ແຕ່ມັນເປັນໄປຕາມກົດເກັນຂອງຍຸກສໄຫມຂອງເວທີແຫ່ງການບັນເທິງບໍ່ແມ່ນບໍ?
ດີກວ່າທີ່ຈະບໍ່ມີຫຍັງນຳເລີຍ ດັ່ງ ຄາວຍຸກ "amnesty"ແກ່ເວທີການບັນເທິງລາວ ຈາກປີ ເຈັດຫ້າ ຫາທ້າຍສັຕວັດ...
ແມ່ນບໍ່ຫູືເຈົ້າຄິດໄປທາງອື່ນເພື່ອບໍ່ໃຫ້ມັນຕຳຝາ!!!


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໜ້າເສຍດາຍ..
ທີ່ກິ່ນອາຍຂອງຍຸກ 60s..
ຫາຍາກເຫຼືອເກີນໃນຍຸກສະໄໝນີ້..



ຫາກວ່າ ເປັນດັ່ງໃນໂລກອື່ນ ຄິດວ່າໃນ archives ຂອງສະຖານີວິທຍຸແຫ່ງຊາດຄົງມີເກັບໄວ້!!
ແຕ່ຈະຫາຫຍັງແນ່ນອນໄດ້..
ໂລກຍັງຫມູນປ່ຽນແປ...
ຫາກວ່ານ້ອງສົນໃຈຈະສົ່ງໃຫ້ອີກເພັງຫນຶ່ງໃນສໄຫມດຽວກັນ.


ອັນນີ້ເຮົາກະບໍ່ໄດ້ສຳຜັດຕົວຈິງ..
ເພາະເກີດບໍ່ທັນ..(ຫຼື ຊາດກ່ອນອາດຍັງບໍ່ທັນສິ້ນລົມ)
ແຕ່ເຮົາຮູ້ສຶກວ່າຍຸກນັ້ນມັນໜ້າຄະນຶງຫາຫຼາຍ..
ຖ້າມີໄທມ໌ແມຊຊີນ ເຮົາຄົງຈະຂໍຍ້ອນກັບໄປສຳຜັດຈັກໜ້ອຍໜຶ່ງກະດີໃຈ..


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດິດສະໂກ້.....

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລູງເທົາລອງສົ່ງມາໃຫ້ຟັງເບິ່ງດູ ບໍເຄີຍໄດ້ຍິນຈັກເທື່ອນະ
kydett@hotmail.com.au


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພງສະໄໝພະເຈົ້າເຫົາພຸ້ນນະເນາະ

ແຕ່ກ່າມ່ວນດີ

ຮັກນ້ອງຕອນເມົາ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າວ່າຊັ້ນຊີ້ເດີ ເອົາເພັງນີ້ ທີ່ແຕ່ງໂດຍ ທ່ານ ຄຳຫຼ້າ ຫນໍ່ແກ້ວ ແລະ ຂັບຮ້ອງໂດຍ ຈັນທະລາ ອຸເທນສັກດາ.
[url=<object width="480" height="385"><param></param><param></param><param></param><embed src="http://www.youtube.com/v/Um4v5wRg1Og&hl=pl_PL&fs=1&" width="480" height="385"></embed></object>]Linkສາວເຖົ້າ[/url]

ເມືອ່ອີ່ຫຍັງໆມັນກະພິລຶກຄຶກໂຄມ ການຂີດຂຽນທັງການຊອກຫາຄວາມຫັນສາ ແລະບັນຍາກາດໃຫ້ແຍກອອກໄປຈາກຄວາມສັບສົນໃນສັງຄົມທີ່ນັບມື້ນັບຫຍູ້ງຍາກຂື້ນ ຍ້ອນເສີກເສຶອເຫນຶອໃຕ້..
ຍ້ອນຄວາມຝຶດເຄຶອງທາງການທຳມາຫາລ້ຽງຊີບ..
ທາງອອກແບບຫນຶ່ງກະນຳສັງຄົມເຂົ້າຫາຄວາມຫັນສາ ໃຫ້ພີ່ນ້ອງໄດ້ຫົວຍິມເພື່ອໃຫ້ຫຼົງລືມຄວາມລຳບາກແຫ່ງຊີວີດ..
ເພັງສາວເຖົ້ານີ້ ມີສຽງສະທ້ອນໃນຍາມນັ້ນບໍ່ນ້ອຍເພາະ ບໍ່ວ່າຍຸກໃດສໄຫມໃດສາວມນກະມີທັງສາວຫນຸ່ມແລ້ວສາວເຖົ້າເປັນຂອງທຳມະດາ ແຕ່ ຜູ່ແຕ່ງກະກ້າພໍທີ່ຈະຂີດຂຽນມາເປັນເພັງແລ້ວເອົາມາຮ້ອງທັງອອກສຽງກະຈ່າຍສຽງໃນວິທຍຸ..ມັນກະສແດງວ່າ ເຮົາຍັງມີຄວາມກ້າທີ່ຈະເວົ້າເຖິງບັນທາທີ່ບໍ່ເຫມາະສົມແບບຕະຫຼົກໆ ນຳກັນໄດ້!
ແລະທັງຜູ່ແຕ່ງແລະຜູ່ຮ້ອງປາງນັ້ນກະໂດນ-ຖຶກຕິຊົມຢ່າງຫນັກຈາກບັນດາຍານາງສາວຜູ່````ຕາມພາສາດຽວນີ້!
ແຕ່ ທ່ານຄຳຫຼ້າ ຫນໍ່ແກ້ວ-ຜູ່ຂຽນແລະທ່ານ ຈັນທະລາ ອຸເທນສັກດາ -ຜູ່ຮ້ອງ ກະ ກ້າສ່ຽງທີ່ສຸດ..
ຜົນຂອງມັນກະມ່ວນແລະຕະຫຼົກດີ. ທີ່ເຮົາກ້າຫົວຂວັນຄວາມບົກຜ່ອງຂອງເຮົາໄດ້ ກະເປັນວ່າ ເຮົາກະມີ":humor" ດີຊາດຫນຶ່ງໃນໂລກ.
ກະລອງຟັງເບິ່ງອີກດູ!!
ຫາກວ່າຂ້ອຍເວົ້າເກິນໄປໂພດກະດາຍ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໜ້າເສຍດາຍ..
ທີ່ກິ່ນອາຍຂອງຍຸກ 60s..
ຫາຍາກເຫຼືອເກີນໃນຍຸກສະໄໝນີ້..



ຫາກວ່າ ເປັນດັ່ງໃນໂລກອື່ນ ຄິດວ່າໃນ archives ຂອງສະຖານີວິທຍຸແຫ່ງຊາດຄົງມີເກັບໄວ້!!
ແຕ່ຈະຫາຫຍັງແນ່ນອນໄດ້..
ໂລກຍັງຫມູນປ່ຽນແປ...
ຫາກວ່ານ້ອງສົນໃຈຈະສົ່ງໃຫ້ອີກເພັງຫນຶ່ງໃນສໄຫມດຽວກັນ.


ອັນນີ້ເຮົາກະບໍ່ໄດ້ສຳຜັດຕົວຈິງ..
ເພາະເກີດບໍ່ທັນ..(ຫຼື ຊາດກ່ອນອາດຍັງບໍ່ທັນສິ້ນລົມ)
ແຕ່ເຮົາຮູ້ສຶກວ່າຍຸກນັ້ນມັນໜ້າຄະນຶງຫາຫຼາຍ..
ຖ້າມີໄທມ໌ແມຊຊີນ ເຮົາຄົງຈະຂໍຍ້ອນກັບໄປສຳຜັດຈັກໜ້ອຍໜຶ່ງກະດີໃຈ..



ສະບາຍດີນ້ອງເບລລ,
ແຕ່ລະສໄຫມມັນກະມີແນວດີຂອງມັນຫັ້ນລະນ້ອງເອີຍ
ຫາກວ່າທຸກຢ່າງມັນຫາກເປັນໄປຕາມກົດເກັນຂອງທັມມະຊາດຂອງມັນໄດ້..
ຫາກວ່າມັນທັນສຫມປານນີ້ ຄຳຖາມທີ່ນອງຖາມໄປ ຫັ້ນມັນກະມີທ່າວ່າ ເປັນໄປໄດ້ແລະເຊື່ອແນ່ວ່າຄົງເປັນກັນແບບກົງກັນຂ້າມກັບປັດຈຸບັນ..
ແຕ່ວາສນາໄທເຮົາມັນຫາກສ້ວຍ..
ເອົາອີກເພັງຫນຶ່ງມາໃສ່ ຄິດວ່ານ້ອງຄົງຖືກໃຈແນ່ນອນ..ສາວເຖົ້າ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ດິດສະໂກ້.....



ແມ່ນລະປາງນັ້ນ ແມ່ນພາກັນນຸ່ງສົ້ງຂາລີບໆ ປານ ເລກິນສ ຂອງສາວໆດຽວນີ້!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kydett ຂຽນວ່າ...
ລູງເທົາລອງສົ່ງມາໃຫ້ຟັງເບິ່ງດູ ບໍເຄີຍໄດ້ຍິນຈັກເທື່ອນະ
kydett@hotmail.com.au




ສົ່ງໄປໃຫ້ບາງເພັງ ບໍ່ຮູ້ເປິດໄດ້ຫຼືບໍ່ນໍ!
ແລະກະຄ່ອຍຕິດຕາມໄປໃນນີ້ ຈະເກັບມາໃຫ້ຟັງນຳກັນ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ...
ເພງສະໄໝພະເຈົ້າເຫົາພຸ້ນນະເນາະ

ແຕ່ກ່າມ່ວນດີ



ແມ່ນໃນຍຸກ ທີ່ກຳລັງເສີກເສຶອເຫນຶໃຕ້ຟົດສະຫນັ່ນຢູ່!!
ໃນປະມານ ປີ ຫົກສີບ..


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພື່ອບໍ່ໃຫ້ມີປາກສຽງ ບໍ່ພໍໃຈ ທາງຝ່າຍຍິງ ກະຈະເອົາເພັງສາວເຖົ້າແຄ້ນມາໃສ່ເດິ ສາວໆທັງຫຼາຍຢ່າຄຽດໃຫ້ກັນກະພໍ ບໍ່ແມ່ນເຈຕນາເອົາມາເພື່ອແກ້ງ ແຕ່ເພື່ອກັບໄປຫາຍຸກສໄຫມຫນຶ່ງທີ່ເຫດການແບບນີ້ມີມາໃນບ້ານເຮົາໃຫ້ແນມເຫັນຄວາມຫັນສາ ຫຼາຍກວ່າວ່າຢາກມາຕໍແຫຼ!!

[url=<object width="480" height="385"><param></param><param></param><param></param><embed src="http://www.youtube.com/v/RQHw5e48Rqg&hl=pl_PL&fs=1&" width="480" height="385"></embed></object>]Linkສາວເຖົ້າແຄ້ນ[/url]

ເພັງນີ້ຖຶກແຕ່ງຂື້ນມາກະເພາະສຽງຄັດຄ້ານຢ່າງແຮງຂອງສາວໆ..ທີ່ໂປງເປັງຕໍ່ເພັງສາວເຖົ້າ !!
ມັນກະຕ້ອງມີການແກ້ ແລະຜ່ອນຜັນຄວາມຮຸນແຮງລົງດ້ວຍເພັງນີ້!
ແຕ່ມັນກະສົມຄວນແລະຖຶກຕ້ອງຕາມກົດເກັນຂອງສໄຫມ..
ກະພາໃຫ້ທັງສອງຝ່າຍໄດ້ໂຕ້ຕອບກັນແບບມັນໆ ແລະເປັນຕາຫົວໄດ້..
ນີ້ແຫຼະຄືຄວາມສວຍງາມແບບຫນຶ່ງທີ່ເຮົາມີມາ ແລະຢາກໃຫ້ມັນສຶບໄປຕາມແບບສບັບຂອງຄົນລາວເຮົາ.


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kydett ຂຽນວ່າ...
ລູງເທົາລອງສົ່ງມາໃຫ້ຟັງເບິ່ງດູ ບໍເຄີຍໄດ້ຍິນຈັກເທື່ອນະ
kydett@hotmail.com.au




ສົ່ງໄປໃຫ້ບາງເພັງ ບໍ່ຮູ້ເປິດໄດ້ຫຼືບໍ່ນໍ!
ແລະກະຄ່ອຍຕິດຕາມໄປໃນນີ້ ຈະເກັບມາໃຫ້ຟັງນຳກັນ!



ຂອບໃຈລູງເທົາ


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kydett ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kydett ຂຽນວ່າ...
ລູງເທົາລອງສົ່ງມາໃຫ້ຟັງເບິ່ງດູ ບໍເຄີຍໄດ້ຍິນຈັກເທື່ອນະ
kydett@hotmail.com.au




ສົ່ງໄປໃຫ້ບາງເພັງ ບໍ່ຮູ້ເປິດໄດ້ຫຼືບໍ່ນໍ!
ແລະກະຄ່ອຍຕິດຕາມໄປໃນນີ້ ຈະເກັບມາໃຫ້ຟັງນຳກັນ!



ຂອບໃຈລູງເທົາ

ສົ່ງຕໍ່ແນ່ເດີ ອິອິອິ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kydett ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kydett ຂຽນວ່າ...
ລູງເທົາລອງສົ່ງມາໃຫ້ຟັງເບິ່ງດູ ບໍເຄີຍໄດ້ຍິນຈັກເທື່ອນະ
kydett@hotmail.com.au




ສົ່ງໄປໃຫ້ບາງເພັງ ບໍ່ຮູ້ເປິດໄດ້ຫຼືບໍ່ນໍ!
ແລະກະຄ່ອຍຕິດຕາມໄປໃນນີ້ ຈະເກັບມາໃຫ້ຟັງນຳກັນ!



ຂອບໃຈລູງເທົາ

ສົ່ງຕໍ່ແນ່ເດີ ອິອິອິ



ຈະພະຍາຍາມສົ່ງໃຫ້ເດິ..ຕ້ອງເອົາຕູ້ເມວໃຫ້ກ່ອນ..


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາ ເພັງນີ້ມາ ບໍ່ແມ່ນແຕ່ເພື່ອຢາກໃຫ້ຮູ້ຈັກກັບໃຜຜູ່ຫນຶ່ງທີ່ເຄີຍມີຜົນງານອັນສູງສົ່ງແກ່ວົງການບັນເທິງລາວ. ເປັນທັງຜູ່ແຕ່ງແລະຜູ່ຮ້ອງເພັງນຳອີກ ມີຫຼາຍໆເພັງທີ່ທ່ານແຕ່ງຂື້ນຫາໃຜຮ້ອງໄດ້ເຫມຶອນບໍ່ມີ. ບໍ່ເວົ້າເຖິງເພັງປະເພດ ທີ່ກ່ຽວກັບຄວາມຮັກ ຫຼືທຳມະຊາດ..ແຕ່ຫາກຈະໃຫ້ເອົາເພັງປະເພດສຽດສີສັງຄົມມາອອກແລ້ວ ຫາໃຜທີ່ຈະຮ້ອງໄດ້ດີສ່ຳເພິ່ນແມ່ນຍາກຫນັກຫນາເຊັ່ນເພັງ ຜູ່ແທນ,ທີ່ມີເນື້ອຄວາມສຽດສີນັກການເມຶອງ ໂດຍສະເພາະທ່ານບັນດາຜູ່ແທນທັງຫຼາຍໃນສະພາ..``ຢ່າເປັນຜູ່ແທນນັ່ງຄັນຫູ ຍົກມືນຳຫມູ່ບໍຮູ້ຫຍັງ ຫາຄວາມມັ່ງຄັ່ງນັ່ງເສີຍອອນຊອນກກຢ່າຫຼົງວ່າເງິນແສນໄຖ່ດີກວ່າບ່າວໄພ່ຣາສດອນ....``
ແລະຫຼາຍໆເພັງທີ່ມັນແສນວ່າແສບແກ່ບັນດາທ່ານຜູ່ກຳຊາຕາບ້ານເມືອງຄາວກີ້!!ແລະຫາກນຳມາອອກອາກາດຍາມນີ້ ຄາວນີ້ ກະບໍ່ມີຫຍັງປ່ຽນແປງໃນບົດແລະເນື້ອເພັງນັ້ນໆຂອງທ່ານ..ໃນທັສນະຂອງ ຜ ຂແຕ່ຜູ່ອື່ນກະແນມຫນ້າໄປທາງອື່ນໄດ້ແບບເຂີນໆແນ່ນອນ.
ແຕ່ ຮັກບໍ່ລືມນີ້ ຖືວ່າເປັນເພັງອັມມະຕະສຳຫຼັບ ຜຂ ເຊັ່ນກັນ ເພາະໃນເພັງນີ້ມັນມີຫຍັງທີ່ເປັນລັກສະນະຂອງລາວເຮົາທີ່ສຸດ ແບບວ່າ ແປນປານຫົວໂລົ້ນ ຂອງ ``ຢູນ ບຣີນເນີ້`` ໃນປາງນັ້ນ!!
ຈົ່ງຟັງໄປແລະໃສ່ໃຈຄັກໆເບິ່ງວ່າ ຂ້ອຍເວົ້າເກີນໂພດອີກຊັ້ນບໍ!?

[url=<object width="480" height="385"><param></param><param></param><param></param><embed src="http://www.youtube.com/v/VJmvgUlFofY&hl=pl_PL&fs=1&" width="480" height="385"></embed></object>]Linkຮັກບໍ່ລືມ[/url]

ຄິດວ່າເປັນເພັງທີ່ ຜຂ ມັກ ບໍ່ຕ່ຳກວ່າ ຈຳປາເມືອງລາວ.
ຜູ່ຮ້ອງແລະຜູ່ຫຼີ້ນແຊກໂຊໂຟນຫັ້ນແມ່ນ ຜູ່ແຕ່ງເພັງນີ້ ທ່ານ ຄຳ ຫຼ້າ ຫນໍ່ແກ້ວ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນີ້ບໍ່ແມ່ນເພັງລາວທີ່ຢາກເອົາມາໃຫ້ຮູ້ນຳກັນ.
ມັນອາຈສ້າງຄວາມສລົດໃຈແກ່ທຸກຄົນໄດ້ຫາກວ່າຍັງພໍມີໃຈ ແລະນ້ຳຕາ!!
ຝາກໃຫ້ຄົນລາວທຸກຄົນທີ່ຍັງເປັນລາວ!!
....ຢູ່ເຫນຶອຫຼືວ່າຢູ່ໃຕ້ບໍ່ແມ່ນອື່ນໄກ ລ້ວນແຕ່ໄທລາວ!!!

Linkລາວພັດຖິ່ນທີ່ຫນ້າສົນໃຈ


໒໑ ກະທູ້
໒໕໙ ໂພສ
ນັກການກະທູ້
ອະແຮມ ອະແຮມ

Quad core QX9770@3.2Ghz OC 4.5Ghz l Rampage Fomular X48 l 8G HyperX DDR2 1066mhz Native FBS 1333l ATI HD4850 DDR3 512mb OC 1100 mhz / be quiet! BQT E6-600W COOLER: Corsair H70

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໜ້າເສຍດາຍ..
ທີ່ກິ່ນອາຍຂອງຍຸກ 60s..
ຫາຍາກເຫຼືອເກີນໃນຍຸກສະໄໝນີ້..



ຫາກວ່າ ເປັນດັ່ງໃນໂລກອື່ນ ຄິດວ່າໃນ archives ຂອງສະຖານີວິທຍຸແຫ່ງຊາດຄົງມີເກັບໄວ້!!
ແຕ່ຈະຫາຫຍັງແນ່ນອນໄດ້..
ໂລກຍັງຫມູນປ່ຽນແປ...
ຫາກວ່ານ້ອງສົນໃຈຈະສົ່ງໃຫ້ອີກເພັງຫນຶ່ງໃນສໄຫມດຽວກັນ.


ອັນນີ້ເຮົາກະບໍ່ໄດ້ສຳຜັດຕົວຈິງ..
ເພາະເກີດບໍ່ທັນ..(ຫຼື ຊາດກ່ອນອາດຍັງບໍ່ທັນສິ້ນລົມ)
ແຕ່ເຮົາຮູ້ສຶກວ່າຍຸກນັ້ນມັນໜ້າຄະນຶງຫາຫຼາຍ..
ຖ້າມີໄທມ໌ແມຊຊີນ ເຮົາຄົງຈະຂໍຍ້ອນກັບໄປສຳຜັດຈັກໜ້ອຍໜຶ່ງກະດີໃຈ..



ສະບາຍດີນ້ອງເບລລ,
ແຕ່ລະສໄຫມມັນກະມີແນວດີຂອງມັນຫັ້ນລະນ້ອງເອີຍ
ຫາກວ່າທຸກຢ່າງມັນຫາກເປັນໄປຕາມກົດເກັນຂອງທັມມະຊາດຂອງມັນໄດ້..
ຫາກວ່າມັນທັນສຫມປານນີ້ ຄຳຖາມທີ່ນອງຖາມໄປ ຫັ້ນມັນກະມີທ່າວ່າ ເປັນໄປໄດ້ແລະເຊື່ອແນ່ວ່າຄົງເປັນກັນແບບກົງກັນຂ້າມກັບປັດຈຸບັນ..
ແຕ່ວາສນາໄທເຮົາມັນຫາກສ້ວຍ..
ເອົາອີກເພັງຫນຶ່ງມາໃສ່ ຄິດວ່ານ້ອງຄົງຖືກໃຈແນ່ນອນ..ສາວເຖົ້າ!!


ເລື່ອງສາວເຖົ້າ(ກວ່າ)ເຮົາກະມັກຢູ່..
ແຕ່ຂໍບໍ່ເກີນ 28 ກະແລ້ວກັນເນາະ..
ຮ່າຯຯຯຯ

ກະຄິດຊະວ່າບໍ່ມີບຸນກະແລ້ວກັນ..
ທີ່ທຸກມື້ນີ້ເປັນແບບນີ້..
ແຕ່ເຮົາກະຍັງມີວິທີສຳຜັດບັນຍາກາດພາບເກົ່າຯຂອງຍຸກນັ້ນຢູ່ໄດ໋..
ຖ້າເລາະໄປຕາມຖະໜົນເສດຖາທິລາດ..
ທີ່ຜ່ານຕັ້ງແຕ່ສີ່ແຍກສີຫອມ(ຂາເຂົ້າ)..
ຜ່ານບັນດາວັດສຳຄັນເຊັ່ນ ວັດອົງຕື້...
ອາຄານບໍລິເວນນັ້ນຍັງຄົມຮັກສາຮູບຊົງເກົ່າຯໄວ້ດີຫຼາຍ..
ເວລາຜ່ານໄປຍັງສາມາດຮັບຮູ້ເຖິງຍຸກນັ້ນໄດ້ຢ່າງດີ..


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ຢ່າວ່າຊັ້ນຊີ້ເດີ ເອົາເພັງນີ້ ທີ່ແຕ່ງໂດຍ ທ່ານ ຄຳຫຼ້າ ຫນໍ່ແກ້ວ ແລະ ຂັບຮ້ອງໂດຍ ຈັນທະລາ ອຸເທນສັກດາ.[url=<object width="480" height="385"><param></param><param></param><param></param><embed src="http://www.youtube.com/v/Um4v5wRg1Og&hl=pl_PL&fs=1&" width="480" height="385"></embed></object>]Linkສາວເຖົ້າ[/url]


ມ່ວນໄປອີກແບບ


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໜ້າເສຍດາຍ..
ທີ່ກິ່ນອາຍຂອງຍຸກ 60s..
ຫາຍາກເຫຼືອເກີນໃນຍຸກສະໄໝນີ້..



ຫາກວ່າ ເປັນດັ່ງໃນໂລກອື່ນ ຄິດວ່າໃນ archives ຂອງສະຖານີວິທຍຸແຫ່ງຊາດຄົງມີເກັບໄວ້!!
ແຕ່ຈະຫາຫຍັງແນ່ນອນໄດ້..
ໂລກຍັງຫມູນປ່ຽນແປ...
ຫາກວ່ານ້ອງສົນໃຈຈະສົ່ງໃຫ້ອີກເພັງຫນຶ່ງໃນສໄຫມດຽວກັນ.


ອັນນີ້ເຮົາກະບໍ່ໄດ້ສຳຜັດຕົວຈິງ..
ເພາະເກີດບໍ່ທັນ..(ຫຼື ຊາດກ່ອນອາດຍັງບໍ່ທັນສິ້ນລົມ)
ແຕ່ເຮົາຮູ້ສຶກວ່າຍຸກນັ້ນມັນໜ້າຄະນຶງຫາຫຼາຍ..
ຖ້າມີໄທມ໌ແມຊຊີນ ເຮົາຄົງຈະຂໍຍ້ອນກັບໄປສຳຜັດຈັກໜ້ອຍໜຶ່ງກະດີໃຈ..



ສະບາຍດີນ້ອງເບລລ,
ແຕ່ລະສໄຫມມັນກະມີແນວດີຂອງມັນຫັ້ນລະນ້ອງເອີຍ
ຫາກວ່າທຸກຢ່າງມັນຫາກເປັນໄປຕາມກົດເກັນຂອງທັມມະຊາດຂອງມັນໄດ້..
ຫາກວ່າມັນທັນສຫມປານນີ້ ຄຳຖາມທີ່ນອງຖາມໄປ ຫັ້ນມັນກະມີທ່າວ່າ ເປັນໄປໄດ້ແລະເຊື່ອແນ່ວ່າຄົງເປັນກັນແບບກົງກັນຂ້າມກັບປັດຈຸບັນ..
ແຕ່ວາສນາໄທເຮົາມັນຫາກສ້ວຍ..
ເອົາອີກເພັງຫນຶ່ງມາໃສ່ ຄິດວ່ານ້ອງຄົງຖືກໃຈແນ່ນອນ..ສາວເຖົ້າ!!


ເລື່ອງສາວເຖົ້າ(ກວ່າ)ເຮົາກະມັກຢູ່..
ແຕ່ຂໍບໍ່ເກີນ 28 ກະແລ້ວກັນເນາະ..
ຮ່າຯຯຯຯ

ກະຄິດຊະວ່າບໍ່ມີບຸນກະແລ້ວກັນ..
ທີ່ທຸກມື້ນີ້ເປັນແບບນີ້..
ແຕ່ເຮົາກະຍັງມີວິທີສຳຜັດບັນຍາກາດພາບເກົ່າຯຂອງຍຸກນັ້ນຢູ່ໄດ໋..
ຖ້າເລາະໄປຕາມຖະໜົນເສດຖາທິລາດ..
ທີ່ຜ່ານຕັ້ງແຕ່ສີ່ແຍກສີຫອມ(ຂາເຂົ້າ)..
ຜ່ານບັນດາວັດສຳຄັນເຊັ່ນ ວັດອົງຕື້...
ອາຄານບໍລິເວນນັ້ນຍັງຄົມຮັກສາຮູບຊົງເກົ່າຯໄວ້ດີຫຼາຍ..
ເວລາຜ່ານໄປຍັງສາມາດຮັບຮູ້ເຖິງຍຸກນັ້ນໄດ້ຢ່າງດີ..


ຖ້າວ່າ 28 ລະແມ່ນສາວເຖົ້າ ບ້ານເຮົາຢາຍທົ່ວ ເຮີເຮີ
ແຕ່ສາວ..ພັດບໍ່ຄືສະໄໝກ່ອນເນາະ


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າມານີ້ ແລ້ວກັບໄປຟັງເພັງຍຸກນັ້ນ ແລ້ວຮູ້ສຶກຂົນໜາວແຕກຈັງໃດແຫຼະ


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພັງສາວເຖົ້າ ກັບ ຫຼົງຮັກເມັຍເຂົາ ອັບລົງໃຫ້ໃໝ່ໄດ້ບໍ່ ຢາກມີສະຫງວນໄວ້

~Vਕਆpïrєی™~

ໜ້າທີ່ 1 ຈາກທັງໝົດ 5 ໜ້າ <<<12345>>>