ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ກັບໄປຫາບັນຍາກາດ ຂອງປີ ຫົກສີບດ້ວຍເພັງນີ້!!

ໜ້າທີ່ 2 ຈາກທັງໝົດ 5 ໜ້າ <<<12345>>>


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໜ້າເສຍດາຍ..
ທີ່ກິ່ນອາຍຂອງຍຸກ 60s..
ຫາຍາກເຫຼືອເກີນໃນຍຸກສະໄໝນີ້..



ຫາກວ່າ ເປັນດັ່ງໃນໂລກອື່ນ ຄິດວ່າໃນ archives ຂອງສະຖານີວິທຍຸແຫ່ງຊາດຄົງມີເກັບໄວ້!!
ແຕ່ຈະຫາຫຍັງແນ່ນອນໄດ້..
ໂລກຍັງຫມູນປ່ຽນແປ...
ຫາກວ່ານ້ອງສົນໃຈຈະສົ່ງໃຫ້ອີກເພັງຫນຶ່ງໃນສໄຫມດຽວກັນ.


ອັນນີ້ເຮົາກະບໍ່ໄດ້ສຳຜັດຕົວຈິງ..
ເພາະເກີດບໍ່ທັນ..(ຫຼື ຊາດກ່ອນອາດຍັງບໍ່ທັນສິ້ນລົມ)
ແຕ່ເຮົາຮູ້ສຶກວ່າຍຸກນັ້ນມັນໜ້າຄະນຶງຫາຫຼາຍ..
ຖ້າມີໄທມ໌ແມຊຊີນ ເຮົາຄົງຈະຂໍຍ້ອນກັບໄປສຳຜັດຈັກໜ້ອຍໜຶ່ງກະດີໃຈ..



ສະບາຍດີນ້ອງເບລລ,
ແຕ່ລະສໄຫມມັນກະມີແນວດີຂອງມັນຫັ້ນລະນ້ອງເອີຍ
ຫາກວ່າທຸກຢ່າງມັນຫາກເປັນໄປຕາມກົດເກັນຂອງທັມມະຊາດຂອງມັນໄດ້..
ຫາກວ່າມັນທັນສຫມປານນີ້ ຄຳຖາມທີ່ນອງຖາມໄປ ຫັ້ນມັນກະມີທ່າວ່າ ເປັນໄປໄດ້ແລະເຊື່ອແນ່ວ່າຄົງເປັນກັນແບບກົງກັນຂ້າມກັບປັດຈຸບັນ..
ແຕ່ວາສນາໄທເຮົາມັນຫາກສ້ວຍ..
ເອົາອີກເພັງຫນຶ່ງມາໃສ່ ຄິດວ່ານ້ອງຄົງຖືກໃຈແນ່ນອນ..ສາວເຖົ້າ!!


ເລື່ອງສາວເຖົ້າ(ກວ່າ)ເຮົາກະມັກຢູ່..
ແຕ່ຂໍບໍ່ເກີນ 28 ກະແລ້ວກັນເນາະ..
ຮ່າຯຯຯຯ

ກະຄິດຊະວ່າບໍ່ມີບຸນກະແລ້ວກັນ..
ທີ່ທຸກມື້ນີ້ເປັນແບບນີ້..
ແຕ່ເຮົາກະຍັງມີວິທີສຳຜັດບັນຍາກາດພາບເກົ່າຯຂອງຍຸກນັ້ນຢູ່ໄດ໋..
ຖ້າເລາະໄປຕາມຖະໜົນເສດຖາທິລາດ..
ທີ່ຜ່ານຕັ້ງແຕ່ສີ່ແຍກສີຫອມ(ຂາເຂົ້າ)..
ຜ່ານບັນດາວັດສຳຄັນເຊັ່ນ ວັດອົງຕື້...
ອາຄານບໍລິເວນນັ້ນຍັງຄົມຮັກສາຮູບຊົງເກົ່າຯໄວ້ດີຫຼາຍ..
ເວລາຜ່ານໄປຍັງສາມາດຮັບຮູ້ເຖິງຍຸກນັ້ນໄດ້ຢ່າງດີ..


ຖ້າວ່າ 28 ລະແມ່ນສາວເຖົ້າ ບ້ານເຮົາຢາຍທົ່ວ ເຮີເຮີ
ແຕ່ສາວ..ພັດບໍ່ຄືສະໄໝກ່ອນເນາະ


ກະບໍ່ແມ່ນຈັງຊັ້ນ..
ກະພຽງແຕ່ບອກລິມິທໄວ້ຊື່ຯ..
ຄວາມຈິງບາງເທື່ອຫຼັກ 3 ຖ້າງາມກະເອົານ່ະ..


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນບໍ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ godhood ຂຽນວ່າ...
ເພັງສາວເຖົ້າ ກັບ ຫຼົງຮັກເມັຍເຂົາ ອັບລົງໃຫ້ໃໝ່ໄດ້ບໍ່ ຢາກມີສະຫງວນໄວ້



ບໍ່ມີບັນຫາຫຍັງ.ຫາກວ່າຢາກໃຫ້ສົ່ງເຂົ້າຕູ້ເມວຂອງເຈົ້າກະໄດ້ແຕ່ຕ້ອງສົ່ງໄປໃຫ້ກ່ອນ.[url=<object width="480" height="385"><param name="movie" value="http://www.youtube.com/v/C3uJijnWzD8&hl=pl_PL&fs=1&"></param><param name="allowFullScreen" value="true"></param><param name="allowscriptaccess" value="always"></param><embed src="http://www.youtube.com/v/C3uJijnWzD8&hl=pl_PL&fs=1&" type="application/x-shockwave-flash" allowscriptaccess="always" allowfullscreen="true" width="480" height="385"></embed></object>]Linkຫຼົງຮັກເມັຍເຂົາ ສໃແສງສີຣິວັນ[/url]


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາເພັງນີ້ມາໃຫ້ອີກ ເພື່ອກັນລືມ ແດ່ໃຜທີ່ຍັງມີຮັກເປັນສິ່ງປະໂລມໃຈ....
ເປັນເພັງຂອງນັກແຕ່ງຫນ້າໃຫມ່ໃນປາງນັ້ນ ແລະກະຄິດວ່າ ເຣີ້ມຕົ້ນໄດ້ດີເປັນພິເສດ ແລະຖຶກໃຈແຟນເພັງຫນຸ່ມໆເພາະມັນໄດ້ມາມ້າງການ ເປັນເອກ ທາງການແຕ່ງຂອງນັກແຕ່ງຢ່າງທ່ານ ສ. ແສງສີຣິສັນ, ຂອງທ່ານ ຄຳຫຼ້າ ຫນໍ່ແກ້ວ. ຫື ຂອງທ່ານ ປ. ຕຣີຈັນ, ຂອງທ່ານ ອຸຕມະ...ທ່ານ ບຸນທະມາລີ ບຸນຊ່ວຍ..
ຄິດວ່າໃນຍຸກໃດສໄຫມໃດ ກະສົມຄວນໃຫ້ມີການເກິດຂອງບັນດານັກສິລປິນນີ້ ຢ່າງທັມມະຊາດເພາະຄິດວ່າຍຸກການໃດມັນກະມີເອກລັກສະນະຂອງມັນແບບແຝງຢູ່..
ຫາກຍາມໃດ ໄດ້ມີການແບ່ງແຍກຫຼືກີດກັ້ນ ການຂຍາຍໂຕຂອງມັນແລ້ວຜົນທີ່ເຫັນຕາມມາກະຄືຄວາມຫຼ້າຫຼັງແລະເປັນການຖອຍຫຼັງໄປ ດັ່ງທົສການທີ່ຜ່ານມາ ທີ່ໃຜໆກໍໄດ້ເຫັນແລະວົງການບັນເທິງລາວກະໄດ້ຮັບຄວາມບອບຊ້ຳຜ່ານມາຢ່າງວ່າແທບຍົກຫວບໍ່ຂື້ນ!!
ທັງເຈັບແລະທັງ ມີຄວາມເຊື່ອມເສັຍຢ່າງມະຫາສານ. ເວລາດຽວກັນ ການເຊື່ອມຊືມເຂົ້າມາຂອງວົງການບັນເທີງຂອງເພື່ອນບ້ານກະມາມີບົດບາກຢ່າງໃຫຍ່ຫຼວງຕໍ່ຊາວຫນຸ່ມລາວໃນປາງນັ້ນ ແລະກະມາຮອດປາງນີ້ ທັງໃນຖັນແຖວຂອງຫນຸ່ມລາວໃນປະເທດ ແລະຫນຸ່ມລາວທີ່ເກີດໄດ້ໃຫຍ່ມາຢູ່ຕ່າງປະເທດ!!
ຫາກໃຜແນມບໍ່ເຫັນຄວາງເສັຍຫານນັ້ນໆແລ້ວ ກະຢາກໃຫ້ພາກັນທົບທວນເບິ່ງຕາມເນື້ອເພັງໃຫມ່ໆທີ່ຖືກແຕ່ງຂື້ນມາໃນຍຸກຫຼັງໆນີ້ເບິ່ງ..
ທັງສຳນຽງ ທັງຄຳເວົ້າມັນມີຫຍັງທີ່ເປນເອກລັກຂອງລາວຮ້ອຍເປິເຊັນແຝງຢູ່?
ຄີດວ່າຄົງຫາຍາກ ເພາະສິ່ງທີ່ຕ່າງຊາດເຂົ້າມາມີບົດບາດນັ້ນມັນຝັງເລີກທີ່ສຸດ ຍາກແກ່ການທີ່ຈະແກ້ໄຂໄດ້ພາຍໃນເວລາອັນສັ້ນໆໄດ້.
ທຸກຄຳເວົ້າທີ່ຂຽນລົງນີ້ ຜຂ ຍອມຮັບວ່າຂຽນຂື້ນມາເພາະຄວາມຣັນທົດໃນຫົວໃຈທີ່ບັນດາຫນຸ່ມນ້ອຍລາວໄດ້ຮັບຜົນຈາກການຕັດສິນໃຈຂອງຜູ່ມີອຳນາດໃນຍາມນັ້ນ...

[url=<object width="480" height="385"><param></param><param></param><param></param><embed src="http://www.youtube.com/v/c1Ja-jnREsg&hl=pl_PL&fs=1&" width="480" height="385"></embed></object>]Linkເພື່ອກັນລືມ[/url]


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ godhood ຂຽນວ່າ...
ເພັງສາວເຖົ້າ ກັບ ຫຼົງຮັກເມັຍເຂົາ ອັບລົງໃຫ້ໃໝ່ໄດ້ບໍ່ ຢາກມີສະຫງວນໄວ້




ເອົາມາໃຫ້ຕາມຕ້ອງການ.
[url=<object width="480" height="385"><param name="movie" value="http://www.youtube.com/v/Um4v5wRg1Og&hl=pl_PL&fs=1&"></param><param name="allowFullScreen" value="true"></param><param name="allowscriptaccess" value="always"></param><embed src="http://www.youtube.com/v/Um4v5wRg1Og&hl=pl_PL&fs=1&" type="application/x-shockwave-flash" allowscriptaccess="always" allowfullscreen="true" width="480" height="385"></embed></object>]Linkສາວເຖົ້າ[/url]


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວເພັງນີ້ ເຄີຍຟັງມາແຕ່ນົມນານ ຫຼາຍຄົນພາຍຫຼັງມາພາກັນຂຽນວ່າແມ່ນ ກ.ວິເສັດເປັນຄົນແຕ່ງແລະຮຽບຮຽງສຽງ!!
ຍາມບໍ່ຮູ້ກະວ່າໄປຂຽນໄປຕາມພໍຮູ້ ແຕ່ທີ່ຈິງແທ້ ຄົນທີ່ຂຽນເພັງນີ້ ມີນາມປາກກາວ່າ :``ໜີດຳ``

ຈົ່ງພາກັນຟັງຫຼີ້ນ ແລະຫັນຫຼັງໄປຫາເວລານຳນ້ນ ຕອນທີ່ແຕ່ງເພັງນີ້ ແມ່ນສີບຫ້າປີທີ່ເຜົ່າໄຕດຳໄດ້ພາກັນຫນີຈາກ ດຽນບຽນຟູ.

ດຽນບຽນຟູ ໃຜໆກະຮູ້ວ່າຢູ່ໃສ!
ແຕ່ກ່ອນຊົນເຜົ່າໄທດຳແມ່ນໄດ້ອາສັຍຢູ່ກິນຢູ່ແຫ່ງນັ້ນ.
ພາຍຫຼັງທີ່ສົງຄາມໄດ້ນຳພາໃຫ້ເຂົາເຈົ້າຕ້ອງໄດ້ອົພຍົບຫຼົບຫນີຕາຍມາ ມັນເປັນການເສົ້າທີ່ຈະເວົ້າເຖິງປະຫວັດສາດຂອງຊາດໃດຊາດຫນຶ່ງທີ່ຕ້ອງສູນເສັຍດິນດອນຕອນຫຍ້າ ແລະພູມລຳເນົາທີ່ເຄີຍເຊົາຢູ່..
ສົງຄາມດຽນບຽນຟູທີ່ກອງທັບຂອງນາຍພົນ ໂຫງວັນຢ໋ຽບ ໄລ່ພວກທະຫານຝຣັ່ງໃຫ້ແຕກຜ່າຍໄປຈາກດິນດອນຕອນນັ້ນ ມັນກະຍັງເສົ້າສຳຫຼັບຊົນເຜົ່າໄທດຳ..
ຫຼາຍໆຄົນກະຕ້ອງແຕກຜ່າຍຫນີໄປນຳ...
ມີຫມູ່ຄູ່ທີ່ເປັນຄົນຊົນເຜົ່ານີ້ ທີ່ມາຮຽນນຳກັນ.ແຕ່ກະບໍ່ຄ່ອຍເວົ້າຫຍັງໃຫ້ຟັງແລະກະບໍ່ຢາກລ່ວງເກີນອະທິປະໄຕກັນ.
[url=<object width="480" height="385"><param></param><param></param><param></param><embed src="http://www.youtube.com/v/WjLi_Zx5Wlg&hl=pl_PL&fs=1&" width="480" height="385"></embed></object>]Linkໄທດຳລຳພັນ[/url]


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກັບໄປທາງຫນ້າ ອີກ ຫ້າສີບປີ..Linkນັກກິຕາສາວມືຫ້ຽມ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກັບຄືນຫາ ປີ ຫົກສີບອີກ ດ້ວຍ ຊານຕານາ.LinkBlack magic Woman


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພັງນີ້ ຟັງໄດ້ທຸກຍາມ ແລະຄິດວ່າຄົງຖືກໃຈທຸກຄົນນຳກັນ ສຳຫຼັບຜູ່ທີ່ຮັກສຽງດົນຕຣີ ແລະສຽງເພັງຈາກອະດີດ!Linksamba pa ti


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນີ້ຄືການສແດງຕອນທຳອິດທີ່ຕິດໃຈມາແຕ່ຍາມນັ້ນ ຊຳບາພາຕີLinkSamba Pa Ti-Santana


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງົງຊ້ຳ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ງົງຊ້ຳ




ງົງຊ້ຳ ?
ເພາະເຫດໃດຈຶ່ງຕ້ອງງົງ?


໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕັ້ງບໍ່ມັກຈາຮີດເພງຍຸກ 60


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ spngieng ຂຽນວ່າ...
ຕັ້ງບໍ່ມັກຈາຮີດເພງຍຸກ 60




ກະສຸດແລ້ວແຕ່ໃຈ!!
ບໍ່ໄດ້ຄິດຈະບັງຄັບກັນ...
ຂື້ນກັບຄວາມພໍໃຈຂອງໃຜມັນນໍ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜມີຫຍັງມາປັນກັນແນ່ບໍ່ມື້ນີ້?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ກ່ອນ ເພັງ ຂາດນາງ ນີ້ ແມ່ນວົງເດຶອນ ເປັນຄົນຮ້ອງ..
ຄິດວ່າ ຄັກກວ່ານີ້ ຫຼາຍເທົ່າ ແມ່ນວ່າເຄື່ອງດົນຕຣີຈະບໍ່ທັນສໄຫມປານນີ້.
ແຕ່ກະດີທີ່ຍັງມີມາໃຫ້ໄດ້ຟັງນຳກັນ ທີ່ຈິງແລ້ວຢາກຟັງແບບຕົ້ນສບັບເລິຍແຕ່ຫາໃສບໍ່ໄດ້ກະມາຟັງແບບໃຫມ່ນີ້ກະຄືຊິບໍ່ເປັນຫຍັງດອກ ພຽງເພື່ອເປັນການໃຫ້ຮູ້ວ່າໃນອະດີດຜ່ານມາເພັງນີ້ເຄີຍມີຄວາມຫມາຍ!!

Linkຂາດນາງ


໑ ກະທູ້
໑໑໖ ໂພສ
ນັກການກະທູ້
ຢາກໄດ້ຟັງເພງຂອງ ໃຜບໍ່ຮູ້... :D ຊື່ຄິດເຖິງເມືອງຊຳ ເບາະ... ລະກະເພງ... ຄິດຮອດເມືອງລາວ... ຕິ ບໍ່ຮູ້ຊື່.. ຮູ້ແຕ່ໄດ້ຟັງລະຄືສີມ່ວນໆໆ

ສັດໂລກ ຍ່ອມເປັນໄປຕາມກຳ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Mar3h ຂຽນວ່າ...
ຢາກໄດ້ຟັງເພງຂອງ ໃຜບໍ່ຮູ້... :D ຊື່ຄິດເຖິງເມືອງຊຳ ເບາະ... ລະກະເພງ... ຄິດຮອດເມືອງລາວ... ຕິ ບໍ່ຮູ້ຊື່.. ຮູ້ແຕ່ໄດ້ຟັງລະຄືສີມ່ວນໆໆ


ຄົງແມ່ນເມືອງຊຳລຳຣຶກ ຕິເບາະ!! ແຕ່ກ່ອນແມ່ນທ່ານ ຄຳເຕີມ ຊານຸບານຮ້ອງ ສ່ວນຜູ່ແຕ່ງນັ້ນແມ່ນທ່ານ ຄຳຫຼ້າ ຫນໍ່ແກ້ວ.ຈະເອົາມາໃຫ້ຟັງ.

Linkເມືອງຊຳລຳຣຶກ

ມີຫມູ່ຄົນຫນຶ່ງ ເປັນນ້ອງເມັຍຂອງທ່ານ ຄຳຫຼ້າຫນໍ່ແກ້ວ, ໄດ້ນັ່ງຕັ່ງດຽວກັນຄາວຮຽນຢູ່ໃນວິທຍາລັຍປາກເຊ ໃຫ້ຄຳເຫັນວ່າ ຍາມໃດ ທີ່ມີເພັງທີ່ຂື້ນຊື່ວ່າ ເມຶອງນັ້ນນີ້ ລຳລຶກ ແລ້ວ ເປັນວ່າ ກາຍເປັນຄວາມຫຼັງໄປ ຈະເປັນເມຶອງຊຳລຳລຶກ, ສາຣະວັນລຳລຶກ ກະແມ່ນວ່າເມຶອງເລົ່ານີ້ ຕົກໄປຢູ່ໃນການຄູ້ມຄອງຂອງອີກຝ່າຍ! ຍາມນັ້ນແມ່ນຍາມເສີກ!!
ດີແຕ່ຍັງບໍ່ມີ ວຽງຈັນລຳລຶກ ໃນປາງນັ້ນ!!
ແຕ່ກະສຳຫຼັບຫຼາຍໆຄົນ ວຽງຈັນກະກາຍເປັນລຳລຶກໄປກະບໍ່ຈັກອຶດ ແຕ່ຈະເຮັດຈັ່ງໃດໄດ້ແນວ ຄົນລາວເຮົາມັນຫາກ .ກບາງຄົນກະມີແນວຄິດຕ່າງ..ກະຈຳເປັນໄດ້ແຕກຫນີຜ່າຍໄປຕາມຍະຖາກຳ!!
ໂທດໃຜບໍ່ໄດ້ ຄາວເພິ່ນຄາວໂຕ!!


໑ ກະທູ້
໑໑໖ ໂພສ
ນັກການກະທູ້
ໂອ້ ມັກຫຼາຍ.. ຕອນນັ້ນໄດ້ຟັງຫັ້ນ ແມ່ນຜູ້ຊາຍຮ້ອງ.. ສຽງມີພະລັງດີ.

ສັດໂລກ ຍ່ອມເປັນໄປຕາມກຳ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາເພັງນີ້ມາຝາກໃຫ້ Mar3h ແບບພິເສດ ເດິ
ຫາກວ່າມີຫຍັງ ຕ້ອງການອີກກະບອກມາ ຈະພະຍາຍາມຫາມາໃຫ້ຟັງນຳກັນ.
ຫາກມີເວລາມັກອ່ານ ບົດກອນທີ່ມີ nostalgie ກະເຂົ້າໄປອ່ານໃນກຸ່ມ ກະວີ ທີ່ຂ້ອງສ້າງຂື້ນມາເດິ.ມີຫຍັງທີ່ຂ້ອຍກະຂາດເມືອງລາວປະໄວ້..
ຫາກຈື່ບໍ່ຜິດເພັງນີ້ແມ່ນຖຶກແຕ່ງຂື້ນໃນພາວະພິເສດ ຕອນທີ່ນັກຮ້ອງສາວ ຂັນທະວານ-ທີ່ຕໍ່ມາ, ພາຍຫຼັງທີ່ໄດ້ໄປສແດງກັບມາຈາກໄທ ກະໄດ້ປ່<ຍນຊື່ຈາກ ຂັນທະວານມາເປັນ ທາວຕາວັນ!! ເພາະ ຕາມຂ່າວບອກວ່າ ຂັນທະວານຕາມຄວາມເຂົ້າໃຈຂອງຊາວໄທ ແປວ່າ ອັດກົ້ນ ແຕ່ຄວາມລາວເຮົາແທ້ແມ່ນ ຂັນທີ່ເອົາໄປຖວາຍພະ...ແຕ່ ກະມັກໃຫ້ຄົນອື່ນມາຕິຣາຄາໃຫ້ ແລ້ວກະປ່ຽນໄປຕາມເຂົາ..ແທນທີ່ຈະເປັນໂຕຂອງໂຕເອັງ!
ຈັ່ງຊີ້ລະ..
ຜູ່ແຕ່ງໆຂື້ນພິເສດກະເພາະວ່ານັກຮ້ອງນາງສາວທານຕາວັນຫັ້ນໄດ້ແຕ່ງດອງກັນນັກສຶກສາລາວທີ່ຮຽນຢູ່ຝຣັ່ງແລ້ວກະຊິພາພັລເມັຍໄປຢູ່ຝຣັ່ງນຳ!!ເພື່ອເປັນການສ່ງລາກັນແລະຄວາມເປັນຫ່ວງເປັນໄຍນຳວຽງຈັນບ່ອນພັກພາອາສັຍ..ກະຈຶ່ງມີເພັງນີ້ຂື້ນມາ... ມັນກະມ່ວນສົມໃຈແລະອັມມະຕະຕລອດມາ ແລະຄິດວ່າຄົງສຶບໄປບໍ່ມີວັນຈາງຫາຍຈາກຫົວໃຈຂອງຄົນລາວທີ່ຫນີໄປຈາກວຽງຈັນ..ຍາມນັ້ນ ແລະຍາມນີ້!!

Linkບໍ່ລືມວຽງຈັນ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Mar3h ຂຽນວ່າ...
ໂອ້ ມັກຫຼາຍ.. ຕອນນັ້ນໄດ້ຟັງຫັ້ນ ແມ່ນຜູ້ຊາຍຮ້ອງ.. ສຽງມີພະລັງດີ.



ແມ່ນລະ ແຕ່ກີ້ ແມ່ນ ທ່ານຄຳເຕີມ ຊານຸບານຮ້ອງ ແຕ່ໃນ ວິດີໂອນີ້ ເຂົາປ່ຽນບາງຄຳອອກໄປ ແຕ່ມັນກະຍັງມີມົນຂັງໃຫ້ຊາຍຊື້ງໃຈຢູ່ບໍ່ຫນ້ອຍນໍ!


໑ ກະທູ້
໑໑໖ ໂພສ
ນັກການກະທູ້
ຫາກະຮູ້ ວ່າເພງນີ້ ແມ່ນ ຕ້ອມເຣນໂບ ນັກຮ້ອງໄທເປັນຄົນຮ້ອງ :D
ຮັກເພື່ອຫຍັງ
<object width="640" height="385"><param name="movie" value="http://www.youtube.com/v/cVyWqOr_JEo&hl=en_US&fs=1&"></param><param name="allowFullScreen" value="true"></param><param name="allowscriptaccess" value="always"></param><embed src="http://www.youtube.com/v/cVyWqOr_JEo&hl=en_US&fs=1&" type="application/x-shockwave-flash" allowscriptaccess="always" allowfullscreen="true" width="640" height="385"></embed></object>

ສັດໂລກ ຍ່ອມເປັນໄປຕາມກຳ

໑ ກະທູ້
໑໑໖ ໂພສ
ນັກການກະທູ້
ເພງນີ້ອີກ.... ພາບແຫ່ງຄວາມຫຼັງ

<object width="640" height="385"><param name="movie" value="http://www.youtube.com/v/OSk9LVDlHuo&hl=en_US&fs=1&"></param><param name="allowFullScreen" value="true"></param><param name="allowscriptaccess" value="always"></param><embed src="http://www.youtube.com/v/OSk9LVDlHuo&hl=en_US&fs=1&" type="application/x-shockwave-flash" allowscriptaccess="always" allowfullscreen="true" width="640" height="385"></embed></object>

ສັດໂລກ ຍ່ອມເປັນໄປຕາມກຳ

໑ ກະທູ້
໑໑໖ ໂພສ
ນັກການກະທູ້
ເອົ້າ.... ເພງນີ້ອີກ... ຕົກລົງ ເພງທີ່ເຄີຍໄດ້ຍິນສອງສາມຄັ້ງ.. ແມ່ນເພງຂອງຕ້ອມ ໝົດຫວານິ
<object width="480" height="385"><param name="movie" value="http://www.youtube.com/v/_sJibwGNEfk&hl=en_US&fs=1&"></param><param name="allowFullScreen" value="true"></param><param name="allowscriptaccess" value="always"></param><embed src="http://www.youtube.com/v/_sJibwGNEfk&hl=en_US&fs=1&" type="application/x-shockwave-flash" allowscriptaccess="always" allowfullscreen="true" width="480" height="385"></embed></object>

ສັດໂລກ ຍ່ອມເປັນໄປຕາມກຳ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Mar3h ຂຽນວ່າ...
ຫາກະຮູ້ ວ່າເພງນີ້ ແມ່ນ ຕ້ອມເຣນໂບ ນັກຮ້ອງໄທເປັນຄົນຮ້ອງ :D
ຮັກເພື່ອຫຍັງ
<object width="640" height="385"><param></param><param></param><param></param><embed src="http://www.youtube.com/v/cVyWqOr_JEo&hl=en_US&fs=1&" width="640" height="385"></embed></object>



ຕາມທີ່ຮູ້ມາ ວ່ານັກຮ້ອງຄົນນີ້ ເປັນຄົນໄທ ທີ່ເອົາເມັຍຄົນລາວ ກະພະຍາຍາມຮ້ອງເພັງລາວ ກະດີ ຄືກັນ ເພາະ ເປັນການເຜິຍແຜ່ເພັງລາວໃຫ້ແຟນເພັງຄົນໄທເຂົາຮູ້ວ່າ ນັກແຕ່ງນັກຂຽນລາວກະບໍ່ນ້ອຍຫນ້າໃຜ ປາງກ່ອນ..
ແຕ່ກະມີຂໍ້ບົກຜ່ອງຢູ່ ເຊັນ ແທ່ນທີ່ຈະອອກສຽງ ຍາມ ອອກເປັນສຽງ ຢາມ..ຢ່າໄປ ຊອກຫາແນວບົກຜ່ອງສານໍ.
ກະພໍຟັງ..


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Mar3h ຂຽນວ່າ...
ເອົ້າ.... ເພງນີ້ອີກ... ຕົກລົງ ເພງທີ່ເຄີຍໄດ້ຍິນສອງສາມຄັ້ງ.. ແມ່ນເພງຂອງຕ້ອມ ໝົດຫວານິ
<object width="480" height="385"><param></param><param></param><param></param><embed src="http://www.youtube.com/v/_sJibwGNEfk&hl=en_US&fs=1&" width="480" height="385"></embed></object>



ຫາກໍໄດ້ຟັງເປັນເທື່ອທຳອິດເດິນີ້ກະດາຍ.


໑ ກະທູ້
໑໑໖ ໂພສ
ນັກການກະທູ້
ອະ ເພງທີ່ຕ້ອມເອົາມາຮ້ອງ ແມ່ນ ເພງອຳມະຕະ ຂອງ ດາຣາເພັດ ຕັວະນິ XD

ສັດໂລກ ຍ່ອມເປັນໄປຕາມກຳ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Mar3h ຂຽນວ່າ...
ອະ ເພງທີ່ຕ້ອມເອົາມາຮ້ອງ ແມ່ນ ເພງອຳມະຕະ ຂອງ ດາຣາເພັດ ຕັວະນິ XD




ເປັນເພັງຕອນຫຼັງໆ ປີ ຫົກສີບແລ້ວ ດາຣາເພັດນີ້..ມີທຫງເພັງເກົ່າທີ່ເອົາມາຮ້ອງຄືນແຕ່ກະມີເພັງທີ່ແຕ່ງຂື້ນໃຫມ່ທີ່ຂ້ອຍບໍ່ເຄີຍໄດ້ຟັງ..

ເອົາເພັງອີກເພັງຫນຶ່ງທີ່ ວໍຣະເດດຫຼື ວິນລຽມ ດິທວົງ ກ່ອນພາກັນໝີຈາກເມືອງລາວ.Linkສົ່ງສຽງເພັງເຖິງເມືອງລາວ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາອີກເພັງຫນຶ່ງທີ່ເກົ່າແກ່ ຄາວຍັງນຸ່ມນ້ອຍ..
ກ່ອນຈາກໄກ..Linkຫ່ວງວຽງຈັນ-ວໍຣະເດດ ດິມວົງ


໑ ກະທູ້
໑໗໓ ໂພສ
ນັກການກະທູ້
ຟັງ linkin park ເອົາ :D


ໜ້າທີ່ 2 ຈາກທັງໝົດ 5 ໜ້າ <<<12345>>>