ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ກັບໄປຫາບັນຍາກາດ ຂອງປີ ຫົກສີບດ້ວຍເພັງນີ້!!

ໜ້າທີ່ 3 ຈາກທັງໝົດ 5 ໜ້າ <<<12345>>>


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Mar3h ຂຽນວ່າ...
ຢາກໄດ້ຟັງເພງຂອງ ໃຜບໍ່ຮູ້... :D ຊື່ຄິດເຖິງເມືອງຊຳ ເບາະ... ລະກະເພງ... ຄິດຮອດເມືອງລາວ... ຕິ ບໍ່ຮູ້ຊື່.. ຮູ້ແຕ່ໄດ້ຟັງລະຄືສີມ່ວນໆໆ


ຄົງແມ່ນເມືອງຊຳລຳຣຶກ ຕິເບາະ!! ແຕ່ກ່ອນແມ່ນທ່ານ ຄຳເຕີມ ຊານຸບານຮ້ອງ ສ່ວນຜູ່ແຕ່ງນັ້ນແມ່ນທ່ານ ສ. ແສງສີຣິວັນ.
ຈະເອົາມາໃຫ້ຟັງ.Linkເມືອງຊຳລຳຣຶກ


ຂໍອະນຸຍາດເພງນີ້ຜູ້ແຕ່ງແມ່ນ ທ່ານ ຄຳຫຼ້າ ໜໍ່ແກ້ວ ນັກຮ້ອງແມ່ນ ຄຳເຕີມ ຊານຸບານ ເດີອາວເທົາ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ແລ້ວເພັງນີ້ ເຄີຍຟັງມາແຕ່ນົມນານ ຫຼາຍຄົນພາຍຫຼັງມາພາກັນຂຽນວ່າແມ່ນ ກ.ວິເສັດເປັນຄົນແຕ່ງແລະຮຽບຮຽງສຽງ!!
ຍາມບໍ່ຮູ້ກະວ່າໄປຂຽນໄປຕາມພໍຮູ້ ແຕ່ທີ່ຈິງແທ້ ຄົນທີ່ຂຽນເພັງນີ້ ມີນາມປາກກາວ່າ :``ໜີດຳ``

ຈົ່ງພາກັນຟັງຫຼີ້ນ ແລະຫັນຫຼັງໄປຫາເວລານັນ້ນ ຕອນທີ່ແຕ່ງເພັງນີ້ ແມ່ນສີບຫ້າປີທີ່ເຜົ່າໄຕດຳໄດ້ພາກັນຫນີຈາກ ດຽນບຽນຟູ.[url=<object width="480" height="385"><param></param><param></param><param></param><embed src="http://www.youtube.com/v/WjLi_Zx5Wlg&hl=pl_PL&fs=1&" width="480" height="385"></embed></object>]Linkໄທດຳລຳພັນ[/url]


ໄຕດຳລຳພັນ ແມ່ນ ສໍ ອຸ່ນວົງ ເປັນຄົນແຕ່ງ , ສ່ວນນັກຮ້ອງແມ່ນ ກໍ ວິເສດ ເດີອາວ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໒໑ ກະທູ້
໔໖໑ ໂພສ
ຊຳນານການເວັບບອດ
ແມ່ນແລ້ວມວ່ນຫຼາຍຈະ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ແລ້ວເພັງນີ້ ເຄີຍຟັງມາແຕ່ນົມນານ ຫຼາຍຄົນພາຍຫຼັງມາພາກັນຂຽນວ່າແມ່ນ ກ.ວິເສັດເປັນຄົນແຕ່ງແລະຮຽບຮຽງສຽງ!!
ຍາມບໍ່ຮູ້ກະວ່າໄປຂຽນໄປຕາມພໍຮູ້ ແຕ່ທີ່ຈິງແທ້ ຄົນທີ່ຂຽນເພັງນີ້ ມີນາມປາກກາວ່າ :``ໜີດຳ``

ຈົ່ງພາກັນຟັງຫຼີ້ນ ແລະຫັນຫຼັງໄປຫາເວລານັນ້ນ ຕອນທີ່ແຕ່ງເພັງນີ້ ແມ່ນສີບຫ້າປີທີ່ເຜົ່າໄຕດຳໄດ້ພາກັນຫນີຈາກ ດຽນບຽນຟູ.

[url=<object width="480" height="385"><param></param><param></param><param></param><embed src="http://www.youtube.com/v/WjLi_Zx5Wlg&hl=pl_PL&fs=1&" width="480" height="385"></embed></object>]Linkໄທດຳລຳພັນ[/url]


ໄຕດຳລຳພັນ ແມ່ນ ສໍ ອຸ່ນວົງ ເປັນຄົນແຕ່ງ , ສ່ວນນັກຮ້ອງແມ່ນ ກໍ ວິເສດ ເດີອາວ



ຂອບໃຈທີ່ມາບອກ.
ແຕ່ໃນ ບົດຂື້ນຕົ້ນນັ້ນ ຂຽນບອກແມ່ນເປັນພາສາໄທ ບອກວ່າໜີດຳແຕ່ງແລະໃຫ້ທຳນອງ.
ໃນປື້ມເພັງລາວທີ່ຂຽນຂື້ນໂດຍນາງ ຈັນທອນ ທັມມະເທໂວ (ຮິບໂຮມເພັງລາວ ອອກເມື່ອປີ ໒໐໐໕) ຫັ້ນ ທຸກເພັງທີ່ ໜີດຳ ເປັນຜູ່ແຕ່ງ ແມ່ນໃສ່ຊື່ ສ. ອຸ່ນວົງ ຫຼື ສຫນອງ ອຸ່ນວົງ ( ອາວຄິດວ່າ ສອງນາມປາກການີ້ ແມ່ນຄົນໆດຽວກັນ ແຕ່ ກະບໍ່ເຖິງວ່າຊິ ຍອມໃຫ້ຕັດຫົວດອກ!!).


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Mar3h ຂຽນວ່າ...
ຢາກໄດ້ຟັງເພງຂອງ ໃຜບໍ່ຮູ້... :D ຊື່ຄິດເຖິງເມືອງຊຳ ເບາະ... ລະກະເພງ... ຄິດຮອດເມືອງລາວ... ຕິ ບໍ່ຮູ້ຊື່.. ຮູ້ແຕ່ໄດ້ຟັງລະຄືສີມ່ວນໆໆ


ຄົງແມ່ນເມືອງຊຳລຳຣຶກ ຕິເບາະ!! ແຕ່ກ່ອນແມ່ນທ່ານ ຄຳເຕີມ ຊານຸບານຮ້ອງ ສ່ວນຜູ່ແຕ່ງນັ້ນແມ່ນທ່ານ ສ. ແສງສີຣິວັນ.
ຈະເອົາມາໃຫ້ຟັງ.Linkເມືອງຊຳລຳຣຶກ


ຂໍອະນຸຍາດເພງນີ້ຜູ້ແຕ່ງແມ່ນ ທ່ານ ຄຳຫຼ້າ ໜໍ່ແກ້ວ ນັກຮ້ອງແມ່ນ ຄຳເຕີມ ຊານຸບານ ເດີອາວເທົາ



ຂອບໃຈເດິ ຫຼານ xyz ທີ່ມາຊ່ອຍແປງ ຄວາມຈຳທີ່ຄ່ອຍເສື່ອມທຸກວັນທຸກວັນ...!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ born2berich ຂຽນວ່າ...
ແມ່ນແລ້ວມວ່ນຫຼາຍຈະ



ອັນໃດຖືກໃຈທີ່ສຸດ?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນເຮົາຫາກບໍ່ແນມຄືນຫຼັງກະມີແຕ່ຈະໄປຫນ້າບໍ່ຢຸດເຊົາ ຫຼື ຢູ່ບ່ອນເກົ່າ ຮູ້ຄວາມຫຼັງໄວ້ແນ່ກະດີ!!
ພໍໄດ້ຮູ້ວ່າປາງນັ້ນຄົນເກົ່າຄົນແກ່ເຂົາມີເງື່ອນໄຂກັນແບບໃດ, ຢູ່ກິນກັນຈັ່ງໃດ, ມີແນວນິຍົມກັນຈັ່ງໃດ ຈະຄິດວ່າປັດຈຸບັນຢ່າງດຽວມັນກະເປັນແບບເຄິ່ງໆກາງໆ.. ເຊັ່ນຊາວ ອະເມຣິກາທີ່ ຫາເຫງົ້າກໍໂຕເອັງບໍ່ເຫັນທັງມີປົມດ້ອຍທີ່ວ່າຕົນບໍ່ມີເຫງົ້າ ວັທນະທຳແລະຄວາມເປັນມາດັ່ງຊາວຢູໂຣບທັງມວນ!!
ດັ່ງນີ້ເພື່ອເປັນສ້ຽນຈີ້ມຕາຈີ້ມໃຈຂອງໃຜທີ່ບໍ່ຢາກຫວນຫາຄວາມຫຼັງອີກແບບຫນຶ່ງເອົາເພັງນີ້ມາໃຫ້ລຳຄານ!!

[url=<object width="480" height="385"><param></param><param></param><param></param><embed src="http://www.youtube.com/v/w80K-cw-P5U&hl=pl_PL&fs=1&" width="480" height="385"></embed></object>]Linkເມັຍຫມູ່-la femme de mon ami[/url]

ເພັງນີ້ ຄາວຍັງຫນຸ່ມ ບອກວ່າເຖິງໃຈ ເພາະມັນເປັນເພັງທີ່ບັນດານັກຮຽນ ວິທຍາລັຍທີ່ຮຽນພາສາ ຝຣັ່ງ ກະມັກສຸດ ບໍ່ແມ່ນຍ້ອນວ່າຫຼົງຮັກເມັຍຫມູ່ຫຍັງດອກ ດັ່ງຊື່ເພັງຫັ້ນແຕ່ຢ່າງໃດ.
ເມັຍຂອງຫມູ່ນີ້ ມັນໂດ່ງດັງໃນທຸກໆປະເທດທີ່ປາກເວົ້າພາສາຝຣັ່ງ ແລະປາງນັ້ນຄົນລາວເຮົາກະຮູ້ພາສາຝຣັ່ງແນ່ ເພາະຕ້ອງໄດ້ຮຽນໃນ ຮຮ ຕັ້ງແຕ່ ປະຖົມ, ມັທຍົມ ແລະວິທຍາລັຍ- ເປັນການກະກຽມເພື່ອທີ່ຈະໄດ້ໄປຮ່ຳຮຽນຢູ່ປະເທດຝຣັ່ງ ຫາກໃຜມີວາສນາດີ ວ່າຊັ້ນເທາະນໍ!
ໂຕເອັງກະເກຶອບໄດ້ໄປ ນຳເພິ່ນ ຫາກວ່າຕອນນັ້ນ ຫົວຄິດປັນຍາ ໃສຄືດຽວນີ້ ທີ່ມີປັນຍາປືກຕອນນັ້ນກະມີຢູ່ວ່າ..
ອາຈານຄົນຝຣັ່ງຖາມວ່າ ບໍ່ຢາກໄປຮຽນຕໍ່ຢູ່ຝຣັ່ງບໍ? ແນວ ການຟົດຟື້ນຂອງຂບວນການ ໃນປະເທດກຳລັງຟົດສະຫນັ່ນຢູ່ ໂຕກະຕອບໄປວ່າ ບໍ່ດອກ!!
ອາຈານຜູ່ນັ້ນກະເຊົາຖາມຕໍ່ ..ທີ່ຈິງເພິ່ນຢາກຊວນໄປ ແລະເພິ່ນກໍຢາກຊ່ອຍ ແຕ່ເຮົາຫົວກ້າວຫນ້າປາງງນັ້ນກະວ່າປະຕິເສດການຊ່ອຍເຫຼືອທີ່ບໍ່ມີເງຶ່ອນໄຂນັ້ນ..
ຕົກມາບາດນີ້ ກະຖົ່ມນ້ຳລາຍໃສ່ຄາງໂຕເອັງ!!(ເປັນແນວຄິດຢືມມາໃຊ້-ແປວ່າ ໂທດໂຕເອັງທີ່ກາຍເປັນຄົນໂງ່!)
ຫາກວ່າມີເວລາກະຊິພະຍາຍາມມາແປສູ່ຟັງຫາກວ່າໃຜຍັງສົນໃຈເໃນເນື້ອຮ້ອງຂອງເພັງນີ້!

ລັກກອດເມັຍຫມູ່ນີ້ມັນກະເປັນສຸຂໃຈໄດ້ຄືກັນຕິເບາະ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລະເພັງນີ້ທີ່ຂ້ອຍຫາກໍໄດ້ມາຟັງເປັນເທື່ອທຳອິດເດີນີ້ແມ່ນວ່າຈະໄດ້ຮູ້ໄດ້ງິນເຖິງຄວາມສຳຄັນແລະສົມຍາຍາມຂອງມັນມາແຕ່ຄາວໄດ້ຟັງເພັງອື່ນໆຂອງ ມູສຕາກີມາ ຄິດວ່າ ຊື່ເພັງນັ້ນໃຜໆກໍຄົງເດົາຫຼຶແປເອັງກະໄດ້ແມ່ນວ່າບໍ່ຮູ້ພາສາຝຣັ່ງບໍ?
ມັນກະມີຄວາມຫມາຍຄືໃນຄຳຂວັນຂອງປະເທດລາວຂໍ້ຫນຶ່ງຫັ້ນລະ!ເວັ້ນເສັຍແຕ່ວ່າ ມັນມີຄວາມຫມາຍຕ່າງກັນແນ່ຫນ໋ອຍຫນຶ່ງໃນຄວາມເປັນຈິງ!!

ma liberte-ຄວາມມີເສຣີ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວເພັງນີ້ ບໍ່ສ້າງຫຍັງໃນໃຈແກ່ເຈົ້າຫຼືຈັ່ງໃດ?

ne me quitte pas-ຈົ່ງຢ່າຈາກຂ້ອຍໄປເລີຍ!

ຄິດວ່າເປັນເພັງທີ່ປັນຍາຊົນທຸກຄົນຄວນຮູ້ ຫາກວ່າມີຫຍັງທີ່ກ່ຽວພັນກັບຄວາມຮັກ ກັບຄວາມຜິດຫວັງໃນຮັກ ທີ່ມີໃຜເດິນຫ່າງຫນີຈາກໄປ, ທີ່ຖິ້ມເຮົາໄວ້ດຽວດາຍ..ຄວາມເຈັບຊ້ຳ..
ຢ່າປ່ອຍຂ້ອຍໄປເລີຍ!!
ຢ່າຈາກຂ້ອຍໄປ!!
ແປຈັ່ງໃດກະໄດ້!!
ຫາກຂ້ອຍມີພອນສວັນພິເສດຈະນຳແປໃຫ້ເປັນຄວາມລາວທີ່ສອດຄ່ອງກັນທີ່ສຸດ ຫາກວ່າມັນບໍ່ຄັກແນ່ໃນໃຈແລ້ວຈະບໍ່ເອົາມາລົງໃຫ້ອາຍໂຕເອັງດອກ!!
ເພາະການແປ ແບບເປັນກາບກອນນີ້ມັນຍາກ ທັງຕ້ອງຫາສຽງໃຫ້ສອດຄ່ອງບໍ່ດັ່ງນັ້ນມັນກະບໍ່ມີຄວາມຫມາຍ!!
ຊິເຮັດແບບແປໄດ້ແປເອົາມັນກະພໍໄດ້ແຕ່ຄວາມພາກພູມໃຈຄົງບໍ່ມີ ໃຫ້ແກ່ຜູ່ອ່ານ ແລະກະຜູ່ແປຄືກັນ!!


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ້ໂຫ.. ເພງສາກົນທັງນັ້ນເລີຍ..
ພາສາອອກແນວຝຣັ່ງເສດແມ່ນບໍ່..??


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໂອ້ໂຫ.. ເພງສາກົນທັງນັ້ນເລີຍ..
ພາສາອອກແນວຝຣັ່ງເສດແມ່ນບໍ່..??


ສະບາຍດີນ້ອງເບລລ
ທັງສາມເພັງແມ່ນຂອງຝຣັ່ງເສດ ເປັນເພັງທີ່ມີຄວາມນິຍົມສູງເທົ່າປານນີ້ ແມ່ນວ່າຜູ່ແຕ່ງຜູ່ຮ້ອງພາກັນ ອົດຫາຍໃຈໄປແຕ່ນານແລ້ວ ກະດາຍ..
ເພັງເມັຍເພື່ອນຫັ້ນ ທຳນອງມັນ ນັກແຕ່ງລາວ-ທ່ານ ພົມມະ ພິມມະສອນຍັງເອົາມາຮ້ອງຄ້າຍໆກັນ- ຢ່າຫ່ວງ.;
ສ່ວນເພັງ ຢ່າຈາກຂ້ອຍໄປ ຫຼືຢ່າປະຂ້ອຍໄປ-ne me quitte pas, ນີ້ຫຼາຍໆຄົນໃນຫຼາຍທປະເທດ ເອົາໄປຮ້ອງເປັນພາສາເຂົາເຈົ້າ,
ເປັນອັນວ່າ ບັນຍາກາດສໄຫມນັ້ນຍັງສົດໃສແວວວາວ ແລະຊື້ງ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນີ້ແມ່ນເອົາມາໃຫ້ ທິດຝອຍເພື່ອເປັນການເພິ່ມເຕິມຄວາມຂາດຕົກບົກຜ່ອງໃນຄຳບອກເລົ່າເຖິງຜູ່ແຕ່ງເພັງທີ່ໃຊ້ນາມປາກກາ ໜີດຳ ແລະ ສ. ອຸ່ນວົງ.

Linkຊຽງຂວາງແດນງາມ

ໃຫ້ເບິ່ງຊື່ຜູ່ແຕ່ງກ່ອນຟັງ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນີ້ແມ່ນເປັນຄຳຮ້ອງຂອງຄຳເຕີມ ຊານຸບານ ທີ່ຄິດວ່າສົມບູນທີ່ສຸດ ບໍ່ມີການປ່ຽນແປງຖ້ອຍຄຳໃຫ້ເພັງນີ້ຕ້ອງເປັນໄປແບບບໍ່ມີຂື່ມີແປ!!

ເມືອງຊຳລຳລຶກ-ຄຳເຕີມ ຊານຸບານ

ຈົ່ງພາກັນຟັງແລະສັງເກດວ່າບ່ອນທີ່ເຂົາພາກັນປ່ຽນແມ່ນ ວັກທີ່ຫນຶ່ງ ແຖວສອງ...ທົ່ງສວຍງາມຍິ່ງ ມາເປັນກວ້າງຂວາງ...
ແລະກະອີກ ບ່ອນທີ່ຂິນໃຈບໍ່ແລ້ວກະວັກສຸດທ້າຍທີ່ປ່ຽນ ເອົາຄຳທີ່ວ່າ ``ຄາວຈຳຈາກ..`` ອອກ ແລ້ວເອົາຄຳວ່າ ``ຄວາມຈຳຈາກ..``ທີ່ ຜຂ ວ່າ ມັນຂາດ ໂລຊິກ ທີ່ສຸດສຳຫຼັບເພັງນີ້ ແລະກະເປັນການປ່ຽນເຫມຶອກັນກັບຢາກຂ້າ ເພັງແລະພາສາແມ່ໂຕເອັງ ຫຼືວ່າ ປ່ຽນແປງແບບບໍ່ຮູ້ຈັກ, ແບບບໍ່ເຄົາຣົບແນວຄວາມຄິດຂອງຜູ່ແຕ່ງຈັກດີ້.
ຄາວ ກັບ ຄວາມ ມັນຄົນລະເຣື້ອງກັນ.ແຕ່ທ່ານຜູ່ເກັ່ງທາງກາບກອນ ແລະພາສາຄົງເຫັນຕ່າງ ຫຼືວ່າບໍ່ມີຄວາມຮູ້ຫຍັງເລີຍກ່ຽວກັບພາສາລາວ.
ມັນກະເປັນທີ່ຫນ້າເວທນານຳທີ່ສຸດ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ ອັນນີ້ ບໍ່ແມ່ນສຽງເພັງແລະກະບໍ່ແມ່ນຄວາມສວຍງາມຈາກອະດີດ, ແຕ່ເປັນໂສກນາຕກຳຂອງແຜ່ນດິນລາວທີ່ມີເພື່ອນບ້ານທີ່ບໍ່ຢາກຈະຮັບຮູ້ເຫັດຜົນທີ່ວ່າເປັນຫຍັງແຜ່ນດິນແຜ່ນນີ້ຈຶ່ງເຫມຶອນຖຶກສາບ!
ເປັນຄວາມຈິງທີ່ຄວນຮັບຮູ້ວ່າ ເຮົາ ຄົນລາວ ເຈັບຊ້ຳພຽງໃດ..
ແຕ່ຄວາມເຈັບຊ້ຳ ນັ້ນບໍ່ແສບທໍ່ຄາວນີ້ທີ່ເພື່ອນຮ່ວມຣົບມາພາກັນກິນຫົວຄົນລາວນີ້ຕິມັນເຈັບແລະແສບແສນແສບ!!Linkສົງຄາມລັບໃນລາວ.


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລູກລະເບີດທີ່ເຂົາເຈົ້າຖິ້ມລົງ..
ຍັງສົ່ງຜົນກະທົບຕໍ່ຄົນລາວຮອດທຸກມື້ນີ້..


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ລູກລະເບີດທີ່ເຂົາເຈົ້າຖິ້ມລົງ..
ຍັງສົ່ງຜົນກະທົບຕໍ່ຄົນລາວຮອດທຸກມື້ນີ້..



ກະຮູ້ດີກ່ຽວກັບບັນຫານີ້!
ໄດ້ຂຽນ ບົດກອນອັນຫນຶ່ງໄວ້ໃນ ໄດອະຣິ ຫັ້ນ!!
ແຕ່ທີ່ສຳຄັນກະແມ່ນໄດ້ເບິ່ງ ຫນັງແບບ ໂດກຸແມນຕາຣີ ທີ່ຊາວ ອອສເຕຣເລັຍສ້າງຂື້ນໃຫ້ຊື່ວ່າ``Bomb harvest"
ເສັຍດາຍແຕ່ບໍ່ແມ່ນຄົນອະເມຣິກາມາເກັບກູ້ຣະເບິດທີ່ເຂົາຖີ້ມລົງມາໃສ່ດິນດອນຕອນຫຍ້ງຂອງບ້ານເຮົາ ແລະ ຜູ່ກໍ່ເຫດກະບໍ່ມາສົນໃຈ ຄື ການສວຍໃຊ້ ເປັນທາງລຳລຽງຜ່ານດິນລາວ ຄາວສົງຄາມ..
ທີ່ ອ້າຍຄິດວ່າມັນແມ່ນຕົ້ນເຫດຂອງການຖີ້ມຣະເບິດໃສ່ລາວ!!
ກະຄື ການໃຫ້ໂອກາດສ້າງສາຍທາງ``ໂຮ້ຈິມິນ``ໃນດີນລາວຫັ້ນ!
ບໍ່ຮູ້ວ່ານ້ອງເຂົ້າໃຈວ່າອ້າຍຢາກເວົ້າຫຍັງຫຼືບໍ່?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ nokKk ຂຽນວ່າ...
ຟັງ linkin park ເອົາ :D




ບໍ່ຮູ້ວ່າແມ່ນຫຍັງເດິນີ້!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບ່າວເຖົ້າທົບທວນຄວາມຫຼັງທີ່ຜ່ານມາແສນນານ ແຕ່ຄິດວ່າທັງຫມົດຍັງສາມາດເສບໄດ້ດີແທບວ່າປານສໄຫມເກົ່າແທ້ໆ!Linkສາວລີເຊ
ມາຟັງນຳກັນ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍຟາກໃຫ້ໃຜທີ່ກຳລັງມີຮັກ!

Linkຟ້າເທົ່ານັ້ນ

ແຕ່ກ່ອນແມ່ນທ່ານ ບຸນທົງວົງສາລີ ຮ້ອງ ຄາວນັ້ນ ເປັນວ່າ ສາວໆ ເປັນລົມໄປເລີຍ!! ແຕ່ງໂດຍທ່ານຄຳຫຼ້າ ຫນໍ່ແກ້ວ.
ມາຟັງນຳກັນເທາະ!

ເສັຍດາຍແຕ່ວ່າບໍ່ມີສຽງຮ້ອງຂອງ ທ່ານ ບຸນທົງ ວົງສາລີມາໃຫ້ຟັງ.ດຽວນີ້ເພິ່ນກະເປັນທູດລາວປະຈຳ ເຢິຣະມັນວ່າຊັ້ນ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜ່ານມາມີແຕ່ເອົາເພັງໃນລັກສນະຂອງຜູ່ຊາຍມາອອກ ບາດນີ້ ເອົາໃຫ້ເປັນກຽດແກ່ຜູ່ຍິງທຸກຖ້ວນຫນ້າ!

ຢ່າບັງຄັບໃຈ
.Linkຢ່າບັງຄັບໃຈ ດາຣາເພັດ.

ແມ່ນວ່າມາສເດຶອກຮູ້ຄວາມຜິດແລະຄວາມບໍ່ມີມາຣະຍາດໃຫ້ກຽດເພດຍິງມານານ!!
ແຕ່ທັງຫມົດທີ່ຜ່ານມາກະແມ່ນເພັງທີ່ກ່ຽວກັບຄວາມຣັກທີ່ມີໃຫ້ເພື່ອນຍິງທັງນັ້ນ
ຄົງບໍ່ເສັຍມາຣະຍາດໂພດໄປດອກນໍ ! (ໃນສາຍຕາໂຕເອັງ!)


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນີ້ແມ່ນເພັງຂອງທ່ານ ພົມມະ ພິມມະສອນ!

Linkຂອບໃຈ.

ຟັງອີກ!


ເອົາອີກເພັງຫນຶ່ງກະໄດ້! ແຕ່ເພັງນີ້ ບໍ່ແນ່ໃຈວ່າໃຜແຕ່ງ, ແຕ່ຄິດວ່າແມ່ນ ສີລາວົງ.
ເຮົາບໍ່ຄວນພົບກັນ ເປັນແບບຊາວຫນຸ່ມແທ້ໆແລະກະຮິດໃນປາງແຕ່ກີ້!!

???


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້

Thanks:
ເພງກະມ່ວນ ນາງແບບກະງາມ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wantiya ຂຽນວ່າ...

Thanks:
ເພງກະມ່ວນ ນາງແບບກະງາມ



ກະໄດ້ຟັງນຳຫຼາຍເພັງຢູ່ບໍ?
ເຫຍັ້ນໄປທາງພຸ້ນແນ່ເດ ເຫຼົ້າຂາວຫັ້ນກະດາຍ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕໍ່ໄປຄິດວ່າຈະພະຍາຍາມຂຽນຂໍ້ຄວາມກ່ຽວກັບເພັງແຕ່ລະເພັງທີ່ນຳມາອອກໃນເວບບອດນີ້ເລັກໆນ້ອຍໆໃຫ້ເປັນທີ່ຮູ້ຈັກນຳກັນເຖິງຄວາມເປັນມາ ຫຼືກ່ຽວຂ້ອງກັບບົດເພັງນັ້ນໆແກ່ຜູ່ຂ້າຢ່າງໃດ.



ໄດ້ເສີມຄຳໄວ້ໃນແຕ່ລະເພັງເຂົ້າແລ້ວ ແຕ່ບໍ່ໄດ້ຂຽນຫຍັງບອກກ່ຽວກັບເພັງຂອງຊານຕານາ ແລະບໍ່ໄດ້ແປເພັງຝຣັ່ງແຕ່ກະຄົງມີວັນໄດ້ມາແກ້ໂຕອີກ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນເພັງທີ່ມັກສຸດໃຈ ເວົ້າແທ້ກະແມ່ນວ່າທຸກໆເພັງຂອງຄະນະ "BREAD".
ມາຟັງນຳກັນ ເບິ່ງ ເປັນແບບ ສະຕິງ ສໄຫມເກົ່າ.

IF- ຂອງແທ້.Linkif


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ຂໍຟາກໃຫ້ໃຜທີ່ກຳລັງມີຮັກ!

Linkຟ້າເທົ່ານັ້ນ

ແຕ່ກ່ອນແມ່ນທ່ານ ບຸນທົງວົງສາລີ ຮ້ອງ ຄາວນັ້ນ ເປັນວ່າ ສາວໆ ເປັນລົມໄປເລີຍ!! ແຕ່ງໂດຍທ່ານຄຳຫຼ້າ ຫນໍ່ແກ້ວ.
ມາຟັງນຳກັນເທາະ!

ເສັຍດາຍແຕ່ວ່າບໍ່ມີສຽງຮ້ອງຂອງ ທ່ານ ບຸນທົງ ວົງສາລີມາໃຫ້ຟັງ.ດຽວນີ້ເພິ່ນກະເປັນທູດລາວປະຈຳ ເຢິຣະມັນວ່າຊັ້ນ!



ຈາກໄປນານ ແຕ່ວ່າມີຂ່າວດີໆມາເລົ່າສູ່ກັນຟັງ.

ແຕ່ກ່ອນກະຄືວ່າໄວ້ຂ້າງເທິງນີ້ ວ່າເພັງນີ້ແມ່ນທ່ານ ບຸນທົງ ວົງສາລີ ເປັນຜູ່ຮ້ອງ,
ແຕປາງນັ້ນ ຍັງຫນຸ່ມ ເຈົ້າຊູ້ ແລະກະສຽງດີເປັນພິເສດ.
ມື້ວານນີ້ ມີຫມູ່ ໂທມາຢາມຖາມຂ່າວ ເປັນຫມູ່ຈາກອະດີດທີ່ມານຳທ່ານ ເອກອັກຄະຣາຊທູດລາວຜູ່ມີອຳນາດເຕັມ
ທີ່ ມາຢາມແຕ່ເຢິຣະມັນ ແມ່ນ ທ່ານ ດຣ. ບຸນທົງ ວົງສາລີ ກະໄດ້ໄປຕ້ອນຮັບເພິ່ນເປັນທາງການແລະ ເປັນທາງສ່ວນໂຕນຳແນ່ເພາະບໍ່ໄດ້ເຫັນຫນ້າເພິ່ນມາແຕ່ປີ ໗໕ ພຸ້ນ, ດຽວນີ້ເພິ່ນກະຜົມຂາວຈຸ່ນພຸ່ນ!!
ແຕ່ກະຍັງຈົດຈຳຄວາມຫຼັງໄດ້ດີ..ກະແນວຄາວທີ່ຊີວີດກຳລັງສົດໄສແລະເປັນບຸກຄົນທີ່ມີຊື່ສຽງທາງວົງການສັງຄົມ..
ທີ່ພິເສດໄປກວ່ານັ້ນກະຄືວ່າ ທ່ານເອກອັກຄະຣາຊທູດ ເພິ່ນອົດສາຖ້າ ເພາະເຮົາໄປຊ້າ ຍ້ອນວ່າຝົນຕົກຫນັກ
ຖ້ວມຖນົນຫົນທາງໄປຫມົດຣົຖລາງກະບໍ່ແລ່ນ, ແທ໊ກຊີກະຕິດຂັດ ແຕ່ເພິ່ນກະເຫັນໃຈຖ້າຈົນວ່າເຮົາໄປຮອດ...
ເພິ່ນວ່າຊາບຊື້ງໃນນ້ຳໃຈທີ່ອົດສາບືນມາຫາຕັ້ງ ຮ້ອຍກວ່າຫຼັກ!!
ໄດ້ໂອ້ລົມກັບເພິ່ນ ຢ່າງພາກພູມໃຈ ແລະຄິດວ່າໄດ້ມີຫຍັງໃຫມ່ເກີດຂື້ນໃນການພົບປະນັ້ນ.
ເຫັນວ່າ ຄວາມຫຼັງທີ່ສຳຄັນນັ້ນກັບມາຢ່າງເຫັນໄດ້ແຈ້ງ..
ມັນບໍ່ມີຄ່າສຳຫຼັບໃຜອື່ນທີ່ເກີດໄດ້ໃຫຍ່ລຸນແຕ່ ການພົບປະແບບນີ້ ພາໃຫ້ເຮົາເຫັນຄ່າຂອງຊີວີດອີກແບບຫນຶ່ງ..ເຫັນຄ່າທີ່ວ່າເພິ່ນຜູ່ອາວຸໂສກະຍັງມີນ້ຳໃຈແລະເຫັນຄວາມສຳຄັນ
ໃນການຝັກໄຝ່ຂອງເຮົາທີ່ຫວັງເກັບກຳຊັບສົມບັດທາງສິລປະ, ວັນນະຄະດີລາວຍຸກຫນຶ່ງ ໄວ້ໃຫ້ເປັນຢູ່ໄດ້ຕາມຍະທາສັຍຂອງເຮົາ.ເພິ່ນຍັງຮັບປາກວ່າຈະພະຍາຍາມຝາກເພັງຂອງເພິ່ນ
ທີ່ເຮົາຄົ້ນຫາໃນຄວາມຈຳໄດ້ບໍ່ຄວັ່ຍຫັ້ນ ຄືເພັງທີ່ຕົກເສັຍໃນ ຄວາມຈື່ຈຳພຽງບາງວັກບາງຕອນ ເປັນເພັງທີ່ມີຊື່ວ່າ :``ນິມິດພິສວາດ``
ຫາກຍາມໃດຈະໄດ້ມີໂອກາດພົບກັບເພິ່ນອີກ ຄີດວ່າຄົງໄດ້ໂອ້ລົມກັນກ່ຽວກັບສິລປະລາວຄາວກ່ອນທັງນັກສິລປິນຄາວນັ້ນໃຫ້ເປັນຮູບເປັນຮອຍທີ່ເຮົາຫວັງ..
ຫວັງວ່າວັນຫນຶ່ງອາຈທ້ອນໂຮມພວກເພິ່ນໃຫ້ມາມີຄອນເສີດຮ່ວມກັນ ຄົງຈະຄັກແລະຊື້ງໃຈ.
ເພິ່ນໄດ້ບອກເລົ່າເຖິງບັນດານັກຮ້ອງເກົ່າຣຸ້ນລາວຄາວດຽວກັບເພິ່ນສູ່ຟັງວ່າໃຜຢູ່ໃສ: ເວົ້າເຖິງທ່ານ ນິດ ວິຈິຕວົງ, ທ່ານ ພົມມະ ພິມມະສອນ, ທ່ານ ສ,ແສງສີຣິວັນ..ແລະຜູ່ອື່ນໆ ທັງທ່ານຄຳຫຼ້າ ຫນໍ່ແກ້ວ..ຂາດບໍ່ໄດ້ລະ, ຍັງໄດ້ທົບທວນເອັງອີກ ຫາ ທ່ານ ສຸມຸນທາ ສີຣິມະໂນທຳ, ວໍຣະເດດ ທັງວິນລຽມ ດິທວົງ ແລະ ສີລາວົງ....
ເພາະ ສັງຂານຂອງຄົນເຮົາມັນເປັນໄປຕາມກົງກວຽນ ເພິ່ນກໍຂໍໂຕໄປພັກຜ່ອນເພາະມື້ນີ້ ກະຊິໄດ້ພາກັນກັບໄປເບິລິນແຕ່ເຊົ້າ..
ໂຕເຮົາກະມີແຕ່ປື້ມປິຕິດີໃຈສຸດຈະກ່າວ.
ໃນຊີວີດໄດ້ພົບ ແລະໄດ້ໂອ້ລົມກັບບັນດານັກສິລປິນທີ່ເຮົາເຄົາຣົບນັບຖືມາແຕ່ໃດມັນກະປານວ່າບາງຄົນໃນສາສນາພຸທທີ່ໄດ້ໄປ ອາບນ້ຳ ຄົງຄາ, ດັ່ງຊາວມຸສລິມທີ່ໄດ້ໄປນະມັສການທີ່ເມຶອ ເມກກະ ທີ່ຊາອຸດິອາຣະເບັຍ....
ເຮົາໄດ້ພົບປະສັງສັນກັບ ``ໄອດອລ``ຂອງເຮົາ ແມ່ນທ່ານ ດຣ. ບຸນທົງ ວົງສາລີ ອະດີດນັກຮ້ອງສຽງ ອັມມະຕະ
ແລະກ່ອນຈາກວຽງຈັນມາ ໃນ ປີ ໗໕ ກະໄດ້ນັ່ງກິນເຂົ້າຮ່ວມພານຳ ທ່ານ ອາຈານ ຄຳຫຼ້າ ຫນໍ່ແກ້ວ ອະດີດນັກແຕ່ງເພັງລາວສໄຫມ່ກ່ອນ..
ຍັງອີກ ໃນໃຈທີ່ຫວັງຢາກຈະໄດ້ພົບກັບທ່ານ ສ.ແສງສີຣິວັນໃນວັນຫນຶ່ງ ຫາກວ່າວາສນາຍັງບໍ່ຫ້ຽນເກິນໄປ..

ເວົ້າສູ່ຟັງ ແຕ່ທີ່ແທ້ ແມ່ນບັນທຶກໄວ້ໃຫ້ແກ່ໂຕເອັງຫຼາຍກວ່າ ຫຼືວ່າ ໃຜກະສົນໃຈກ່ຽວກັບການບັນທຶກແບບນີ້ ກະອ່ານໄປດ້ວຍໃຈ...


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍຝາກເພັງນີ້ແກ່ທຸກຄົນ ມັນເກົ່າແຕ່ຍັງຄົງມີຄວາມໜາຍດີ!

Link


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລະ
ຂໍຝາກເພັງນີ້ ທີ່ຄົນຍຸກໃຫມ່ຄົງບໍ່ມີເວລາໄດ້ຟັງ ..
ເກັບມາໃຫ້ ກັນລືມ..
Linkyesterday]Link[/url]


໑໐ ກະທູ້
໕໓໐ ໂພສ
ຊຳນານການເວັບບອດ
ມີແຕ່ເພງມ່ວນໆ



໐ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ເພງລາວສະໃຫມເກົ່າເປັນບດເພງທີ່ສວຍງາມຫລາຍຟັງທໍ່ໃດກະບໍ່ເຕຍເບື່ອ ໂດຍສະເພາະເພງທີ່ຂ້ອຍມັກ ເພງດອກຈຳປາເມືອງລາວ ເພລງແມງພູ່ ເມື່ອງລາວບ້ານເຮົາ ຖຶງແມ້ນວ່າຊິເກິດບໍ່ທັນລຸ້ນປູ່ຍ່າ ແຕ່ລູກຫລາຍຍຸກນີ້ຍັງມັກໃນມົນເພງທີ່ມີອາຍກີ່ນແຫ່ງເປັນບ້ານ ເປັນປະເພນີັດທະທັມ ເມື່ອຟັງເທື່ອໃດນ້ຳຕາຊິໄຫລຄຶດຮອດບ້ານແທ້ດາຍ


ໜ້າທີ່ 3 ຈາກທັງໝົດ 5 ໜ້າ <<<12345>>>