ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ຄວາມຮັກແມ່ນຫຍັງ?

໖ ກະທູ້
໒໑໙ ໂພສ
ນັກການກະທູ້
ຄວາມຮັກມີຫຼາຍຮູບແບບແລະຫຼາຍມູມມອງ ບໍ່ວ່າ ຈະເປັນຮັກພໍ່ແມ່,ຮັກໝູ່ຮັກຄູ່,ຮັກແຟນ...ຂພຈ ສ້າງກະທູ້ນີ້ຂື້ນມາເພື່ອມາຖາມກ່ຽວກັບນິຍາມຂອງຄວາມຮັກ ແລ້ວນິຍາມຄວາມຮັກຂອງໝູ່ເພື່ອນພັນລາວແມ່ນຫຍັງ?ຊ່ວຍຄອມເມັນສະແດງຄຳຄິດຄຳເຫັນກັນແດ່ດີໝູູ່ເພື່ອນສະມາຊິກພັນລາວທີ່ຮັກແພງ

It's not enough to have a good mind,the main things is to use it well

໖ ກະທູ້
໒໑໙ ໂພສ
ນັກການກະທູ້
ຄວາມຮັກຄືການໃຫ້ ຄືໃຫ້ຄວາມສຸກແກ່ຄົນຮັກ,ໃຫ້ຄວາມໄວ້ເນື້ອໃຈ ແລະ ກໍ່ໃຫ້ສິ່ງທີ່ດີໃຫ້ແກ່ຄົນຮັກນັ້ນກໍ່ຄືຮັກ.

It's not enough to have a good mind,the main things is to use it well

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຮັກແມ່ນ.........ສິ່ງທີ່ຄົນໃນຢາກອອກ ຄົນນອກຢາກເຂົ້າ..

ເປັນຫຍັງວ່າຊັ້ນ..??
ເພາະວ່າ..
ຄວາມຮັກນັ້ນຄົນທີ່ບໍ່ມີກະຢາກມີ ແຕ່ຄົນທີ່ມີ(ບາງຄົນ)ກະບໍ່ຢາກມີ ບໍ່ຢາກສຳຜັດ..

ເພາະຫຍັງ..??
ເພາະເມື່ອມີຮັກ.. ມັນບໍ່ແມ່ນທິດສະດີຕາຍໂຕວ່າ ຖ້າມີຮັກແລ້ວຈະເຈິແຕ່ຄວາມສົມຫວັງ..
ເພາະຖ້າໂຊກດີກະສົມຫວັງ ແຕ່ຖ້າໂຊກຮ້າຍກະເຈັບຈຽນຕາຍເລີຍລ່ະ..

ຂໍ້ແນະນຳສຳຫຼັບຄົນຢາກມີ..ຄວາມຮັກ..??
ຖ້າຢາກມີຄວາມຮັກ..
ຕ້ອງເຜື່ອໃຈໄວ້ເຈັບ ເຜື່ອໃຈໄວ້ສຳຫຼັບຄວາມຜິດຫວັງ..
ບາງຄົນອາດຈະເວົ້າວ່າ.. ອົກຫັກດີກວ່າຮັກບໍ່ເປັນ
ແຕ່ສຳຫຼັບຄົນທີ່ເຈັບຈາກຮັກ.. ຂໍຮັກບໍ່ເປັນດີກວ່າອົກຫັກ..


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຮັກບໍ່ມີນິຍາມຕາຍຕົວ...
ເຮົາບໍ່ເຄີຍມີຄວາມຮັກໃນທາງບ່າວສາວ ກໍເລີຍບໍ່ຄ່ອຍຈະເຂົ້າໃຈໃນຄວາມສຳພັນແບບນີ້

ແຕ່ປະສົບການເທົ່າທີ່ໄດ້ອ່ານນິຍາຍ(ຮັກ)ມາຫຼາຍຕໍ່ຫຼາຍເຫຼັ້ມ
ຄິດວ່າ ຖ້າຄວາມຮັກຄືການໃຫ້ ໂດຍທີ່ບໍ່ຫວັງຜົນຕອບແທນ
ກໍປຽບຄວາມຮັກເປັນສິ່ງທີ່ສວຍງາມໄດ້

ແຕ່ຖ້າຍາມໃດທີ່ຄວາມຮັກມີຄວາມເຫັນແກ່ໂຕ ເຂົ້າມາພົວພັນນຳ
ຄວາມຮັກນັ້ນກໍຈະກາຍເປັນຢາພິດ ຂ້າຄົນໃຫ້ຕາຍໄດ້ທັງເປັນ

ຮູ້ບໍ່ ວ່າຄວາມຮັກທີ່ບໍລິສຸດແມ່ນຄວາມຮັກຫຍັງ?????

ຄວາມຮັກຂອງພໍ່ແມ່ທີ່ມີຕໍ່ລູກໆຫັ້ນເດ
ພໍ່ແມ່ຮັກລູກ ໂດຍທີ່ບໍ່ຫວັງຜົນຕອບແທນ
ຂໍພຽງລູກມີຄວາມສຸກ ປະສົບຜົນສຳເລັດໃນຊີວິດ ພໍ່ແມ່ກໍສຸກຫຼາຍກວ່າແລ້ວ...


໓ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
ຮັກ ເປັນຫຍັງທີ່ດີໆບໍ່ມີຄຳນິຍາມຕາຍໂຕ

Pookie Ordinary Girl

໖ ກະທູ້
໒໑໙ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ amay ຂຽນວ່າ...
ຄວາມຮັກບໍ່ມີນິຍາມຕາຍຕົວ...
ເຮົາບໍ່ເຄີຍມີຄວາມຮັກໃນທາງບ່າວສາວ ກໍເລີຍບໍ່ຄ່ອຍຈະເຂົ້າໃຈໃນຄວາມສຳພັນແບບນີ້

ແຕ່ປະສົບການເທົ່າທີ່ໄດ້ອ່ານນິຍາຍ(ຮັກ)ມາຫຼາຍຕໍ່ຫຼາຍເຫຼັ້ມ
ຄິດວ່າ ຖ້າຄວາມຮັກຄືການໃຫ້ ໂດຍທີ່ບໍ່ຫວັງຜົນຕອບແທນ
ກໍປຽບຄວາມຮັກເປັນສິ່ງທີ່ສວຍງາມໄດ້

ແຕ່ຖ້າຍາມໃດທີ່ຄວາມຮັກມີຄວາມເຫັນແກ່ໂຕ ເຂົ້າມາພົວພັນນຳ
ຄວາມຮັກນັ້ນກໍຈະກາຍເປັນຢາພິດ ຂ້າຄົນໃຫ້ຕາຍໄດ້ທັງເປັນ

ຮູ້ບໍ່ ວ່າຄວາມຮັກທີ່ບໍລິສຸດແມ່ນຄວາມຮັກຫຍັງ?????

ຄວາມຮັກຂອງພໍ່ແມ່ທີ່ມີຕໍ່ລູກໆຫັ້ນເດ
ພໍ່ແມ່ຮັກລູກ ໂດຍທີ່ບໍ່ຫວັງຜົນຕອບແທນ
ຂໍພຽງລູກມີຄວາມສຸກ ປະສົບຜົນສຳເລັດໃນຊີວິດ ພໍ່ແມ່ກໍສຸກຫຼາຍກວ່າແລ້ວ...

ໂດຍແມ່ນແລ້ວຖືກຕ້ອງທີ່ສຸດຄວາມຮັກທີ່ບໍລິສຸດແມ່ນຄວາມຮັກຂອງພໍ່ແມ່ ເພີ່ນເຮັດທຸກສິ່ງຢ່າງສະໜັບໜູນເຮົາກ່າວຕັກເຕືອນບອກສອນເວລາເຮົາ ພໍ່ແມ່ປະເສີດເລີດລ໊ຳກວ່າສິ່ງອື່ນໃດ.

It's not enough to have a good mind,the main things is to use it well

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວ... ຮັກພໍ່ແມ່ໃຫ້ຫຼາຍໆເດີ້ ໃຫ້ໄດ້ເຄິ່ງຫນຶ່ງຂອງເພິ່ນຮັກເຮົາກະດີຫຼາຍແລ້ວ


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືການແບ່ງປັນເບິ່ງແຍງ ຄວາມເອົາໃຈໃສ່ແກ່ເພື່ອນມະນຸດດ້ວຍກັນ


໖ ກະທູ້
໒໑໙ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ amay ຂຽນວ່າ...
ແມ່ນແລ້ວ... ຮັກພໍ່ແມ່ໃຫ້ຫຼາຍໆເດີ້ ໃຫ້ໄດ້ເຄິ່ງຫນຶ່ງຂອງເພິ່ນຮັກເຮົາກະດີຫຼາຍແລ້ວ

ໂດຍ

It's not enough to have a good mind,the main things is to use it well

໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວລາຂ້ອຍເຈິຄົນທີ່ຮັກແລ້ວ ຫົວໃຈມັນຈະເຕັ້ນແຮງຜິດປົກກະຕິ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຮັກກະຄືການທີ່ເຮົາຮັກໃຜຈັກຄົນ



໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ຮັກບໍ່ມີນິຍາມ
ຮັກມີຄວາມໝາຍໃນຕົວຂອງມັນເອງ
ເປັນໄປຕາມທຳມະຊາດ ແລະ ເປັນຄືແນວນັ້ນ ບໍ່ວ່າຍຸກສະໄໝໃດ