ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ເປີດສຶກ..!!ກະທູ້ໂຕ້ວາທີ..ລະຫວ່າງ ຕໍແຫຼ ກັບ ຫຼາຍໃຈ ... ອັນໃດຊົ່ວກ່ອນກັນ??!!??

໗ ກະທູ້
໔໐໐ ໂພສ
ຊຳນານການເວັບບອດ
ກະຄືທີກ່າວມາ ...

ມື້ນັ້ນຂ້ອຍໄດ້ຖຽງກັນກັບຄົນໆໜື່ງ..
ກ່ຽວກັບເລື່ອງນີ້..
ເຊິ່ງຄົນໜື່ງ ອົກຫັກ ຍ້ອນຄົນທີ່ຮັກ ຫຼາຍໃຈ
ສ່ວນອີກຄົນໜື່ງ ອົກຫັກ ຍ້ອນວ່າຄົນທີ່ຮັກ ບໍ່ຈິງໃຈ (( ຫຼືເອີ້ນວ່າຕໍແຫຼນັ້ນເອງ ))

ໃຜກະໃຫ້ເຫດຜົນແລະຢຶດຖື..ຕາມຄວາມຄິດຂອງໃຜມັນ ...

ຄົນໜື່ງບອກວ່າ ຄົນທີ່ຮັກຫຼາຍໃຈ ຊົ່ວກວ່າ ຄົນທີ່ຮັກບໍ່ຈິງໃຈ - ຍ້ອນວ່າ ຄົນທີ່ບໍ່ຈິງໃຈ ຕວະໄດ້ຕວະໄປ ຢ່າໃຫ້ເຮົາຮູ້ເປັນພໍ ຂໍແຕ່ໃຫ້ຮັກເຮົາຄົນດຽວຄືທີ່ເຮົາຮັກເຂົາກະພຽງພໍແລ້ວ ....

ແຕ່ອີກຄົນໜຶ່ງ ຟາດຖຽງຂື້ນມາວ່າ ຄົນທີ່ຮັກບໍ່ຈິງໃຈ ຊົ່ວກວ່າ ຄົນຮັກທີ່ຫຼາຍໃຈ - ດ້ວຍເຫດຜົນທີ່ວ່າ ຄົນທີ່ຫຼາຍໃຈ ເຖິງມັນຈະມີໃຜ ແຕ່ມັນກະບໍ່ໄດ້ຕວະເຮົາ ມັນບອກເຮົາໝົດເລີຍ ຢູ່ນຳແລ້ວສະບາຍໃຈກວ່າຄົນທີ່ຕວະເຮົາວ່າຢູ່ບ້ານ ແຕ່ວ່າໂຕຢູ່ໄອເຕັກ ...

ແລ້ວເຈົ້າເດ ຄິດຈັ່ງໃດ ...?? ຈະເລືອກອັນໃດ ?? ຂໍເຫດຜົນນຳເດີ້ ...


໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດສົດກະທູ້ນີ້

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ດີທັງ2ຫັ້ນແຫລະເນາະ
ແຕ່ຄົນທີ່ຮັກບໍ່ຈິງໃຈຮ້າຍກວ່າຕິເບາະ
ເພາະຄົນຫຼາຍໃຈຫນິກະຍັງຮູ້ຮັກຢູ່ໄດ໋ມັນກະຍັງຮັກເຮົາແຕ່ມັນຮັກອີກຫຼາຍຄົນຊື່ໆ
ແຕ່ຄົນຮັກບໍ່ຈິງໃຈຫນິຕິມັນບໍ່ຮັກເຮົາເລີຍມັນຕົວະເຮົາໄປມື້ໆຊື່ໆ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບຍລາວ ເບຍຂອງຄົນລາວ ຄົນຈິງໃຈ ຕ້ອງແນະນຳໄຫ້ເຂົາດື່ມເດີ້

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍຮູ້ ບໍໄດ້ແມ່ນເຮົາ ນະ

ຮັກແທ້ຄືແມ່

໑ ກະທູ້
໒໙໐໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊ່ຳກັນຫັ້ນແຫຼະ


໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ນ່າຈະເປັນ ຫຼາຍໃຈ ເພາະຄົນຫຼາຍໃຈຈະຄົບກັບຫຼາຍໆຄົນ ເຮັດໃຫ້ຄົນຫຼາຍຄົນເດຶອດຮ້ອນ


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມັກຄົນຊູຫົກ555+

21 3-15-13-16-12-5-20-5 13-5


໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນບໍ່ຈິງໃຈແມ່ນຄົນບໍ່ຈິງຈັງ

ຄົນຫລາຍໃຈແມ່ນຄົນຫລາຍຄວາມຄິດ

ຄົນທຸກຄົນທີ່ຄິດ...ຄືຂ້ອຍຢູ່ຫວາ (ງົງເອງຊຳ້)


໑໑ ກະທູ້
໕໓໗ ໂພສ
ຊຳນານການເວັບບອດ
ອັນນີ້...ຄິດວ່າຄົນບໍ່ຈິງໃດ໋...ຄົນຫລາຍໃຈແມ່ນຢູ່ວ່າລົມຫລາຍຄົນ ແຕ່ກະອາດຈະຈິງໃຈກະໄດ້
ແຕ່ຄົນບໍ່ຈິງໃຈຫັ້ນຕິ...ແມ່ນຢູ່ວ່າລົມຄົນດຽວ ແຕ່ຖ້າຕໍແຫລໃສ່ກັນ ກະບໍ່ມີປະໂຫຍດຫຍັງດອກ


໐ ກະທູ້
໗໘໓ ໂພສ
ຊຳນານການເວັບບອດ
ທໍ່ໆກັນຕິເບາະ

ເຊົາເມົາ,ເຊົາເຫຼົ້າເຂົ້າພັນສາ,ແຕ່ເຊົາໂສດຫັນຕິເຊົາແນວໃດກະບໍ່ໄດ້ຈັກເທື່ອ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕໍແຫຼເດີ້ ຕໍແຫຼນິເປັນຕາໜ່າຍສຸດ ຊັງສຸດຄົນຕໍແຫຼ


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຈິງໃຈ...
ຄົນທີ່ບໍ່ຈິງໃຈ ມັນກໍບໍ່ເຄີຍຈິງຈັງກັບໃຜຫັ້ນແຫຼະ
ຄົນຫຼາຍໃຈ ບາງທີມັນອາດຈະຈິງໃຈ ແຕ່ວ່າຈິງໃຈກັບຫຼາຍຄົນຊື່ໆ (ມັນຕ່າງກັນບໍ່ຫວະ???)


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມະຍຸມະຍະ

ຮັກນ້ອງຕອນເມົາ

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tahipVTE ຂຽນວ່າ...
ຄົນບໍ່ຈິງໃຈແມ່ນຄົນບໍ່ຈິງຈັງ

ຄົນຫລາຍໃຈແມ່ນຄົນຫລາຍຄວາມຄິດ

ຄົນທຸກຄົນທີ່ຄິດ...ຄືຂ້ອຍຢູ່ຫວາ (ງົງເອງຊຳ້)


ກະວ່າຫັ້ນລະ
ສຸດທ້າຍ ເຂົາກໍ່ເອົາແຕ່ຜົນປະໂຫຍດໂຕເອງ ເຂົາກະບໍໄດ້ມີເຮົາຄົນດຽວ
ຍ້ອນການບໍ່ຮູ້ຈັກພໍ...


໑ ກະທູ້
໒໗໖ ໂພສ
ນັກການກະທູ້
ຍົກໃຫ້ ຍົກໃຫ້ຄົນ ຕໍແຫຼ...ສຸດເລີຍ ຄົນປະເພດນີ້ນະ...


໔ ກະທູ້
໗໕໐ ໂພສ
ຊຳນານການເວັບບອດ
ຫລາຍໃຈ ດີກວ່າຕໍແຫຼ












໐ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ເຫັນແກ່ຕົວທັງສອງ


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພໍໆກັນເລີຍ ແຍກກັນບໍ່ອອກເພາະມັນບໍ່ດີທັງ2 ບາງຄົນຫຼາຍໃຈອາດມາພ້ອມການຕໍແຫຼ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ AmArtGiRL ຂຽນວ່າ...
ຕໍແຫຼເດີ້ ຕໍແຫຼນິເປັນຕາໜ່າຍສຸດ ຊັງສຸດຄົນຕໍແຫຼ


ຊັງໂຕເອງກະເປັນຫວ໋າ ນາງມານ


ລໍ້ເລ່ນເດີ່

ຮັກນ້ອງຕອນເມົາ

໐ ກະທູ້
໒໗໗ ໂພສ
ນັກການກະທູ້
dd por kun ja
,,,,,,,,,,,,,,,,,,,,

>>>I am not your toy<<<

໒ ກະທູ້
໑໐໘ ໂພສ
ນັກການກະທູ້
ແມ່ນຕໍແຫຼ ຊົ່ວກ່ອນ

[center][/center]

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມັກໝົດ ຫະຮາ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດສຶກ ແປວ່າຫຍັງ?


໐ ກະທູ້
໓໙ ໂພສ
ຂາປະຈຳເວັບບອດ
ຄິດວ່າ.. ບໍ່ຈິງໃຈ (ຕໍແຫຼ) >>>> ບໍ່ດີກ່ອນ ຫຼາບໃຈ ເພາະວ່າ ຕໍແຫຼມັນຈະແຫຼໄປທົ່ວ (ຄຳເວົ້າຄຳດຽວຂອງຄົນຕໍແຫຼ ສາມາດເຮັດໃຫ້ຜິດກັນໄດ້),,,, ສ່ວນຫຼາຍໃຈ ມັນກາເປັນນິໄສປະເພດໜຶ່ງເມື່ອເຖິງຈຸດອິ່ມໂຕມັນກາຈະເຊົາເອງ

nEvEr g!vE uP!!!

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ AmArtGiRL ຂຽນວ່າ...
ຕໍແຫຼເດີ້ ຕໍແຫຼນິເປັນຕາໜ່າຍສຸດ ຊັງສຸດຄົນຕໍແຫຼ


ຊັງໂຕເອງກະເປັນຫວ໋າ ນາງມານ


ລໍ້ເລ່ນເດີ່

ເວົ້າຈັ່ງຊິຫວາຈອມມານ ຢູ່ຂ້າງໃຜນິ


໗ ກະທູ້
໔໐໐ ໂພສ
ຊຳນານການເວັບບອດ
ສ່ວນຫລາຍຄິດວ່າ ຊົ່ວທັງສອງ ກັບ ຕໍແຫຼເນາະ
ລະມື້ນັ້ນຄົນນັ້ນກ້າຖຽງໄດ້ຈັ່ງໃດວະ ຫຸຫຸ