ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ທຳນາຍໂຊກຊະຕາຕາມຣາສີເກີດ

໑໐໗ ກະທູ້
໔໙໖ ໂພສ
ຊຳນານການເວັບບອດ
ຣາສີມັງກອນ
Capricon
(14 ມັງກອນ - 12 ກຸມພາ)

ການງານ :
ທ່ານຈະໄດ້ຮັບຄວາມກ່ຽວກັບຄວາມສຳເລັດໃນຫນ້າທີ່ການງານທີ່ທ່ານຖ້າຢູ່ ທ່ານຈະໄດ້ຮັບຄວາມຊ່ວຍເຫລືອທີ່ຈາກຜູ້ຍີງ ຫາກທ່ານເຮັດວຽກກ່ຽວຂ້ອງກັບຄວາມງາມ ຫລື ງານທີ່ຕ້ອງໄປກ່ຽວຂອງກັບເພດຍິງ ເດືອນນີ້ຈະໄດ້ຜົນງານທີ່ດີຢ່າງແນ່ນອນ
ຈະໄດ້ຮັບການແຕ່ງຕັ້ງໃຫ້ເປັນຕົວແທນເຮັດວຽກກັບຄົນຕ່າງປະເທດ ແລະຍັງຈະໄດ້ເດີນທາງໄປເຮັດວຽກຕ່າງແດນໄດ້ປະສົບການໃຫມ່

ການເງີນ
ທ່ານຈະມີລາຍຮັບທີ່ດີເຂົ້າມາ ຄົນທີ່ຖ້າຮັບຮອງການຢືມເງີນຈາກທະນາຄານກໍຈະໄດ້ໃນເດືອນນີ້

ຄວາມຮັກ
ຄົນທີ່ຍັງໂສດຈະໄດ້ພົບມິດຕ່າງເພດທີ່ດີ ມີຄວາມຄິດທີ່ເປັນຜູ້ໃຫຍ່ ອົບອຸ່ນເມື່ອຢູ່ໃກ້, ສຳລັບຄົນມີຄູ່ເດືອນນີ້ຄົນທີ່ມີຄົນຮູ້ໃຈແລ້ວຄວາມສຳພັນຂອງພວກທ່ານຈະດີຂື້ນ ຈະໄດ້ໄປຫລີ້ນນຳກັນຫລາຍຂື້ນ ຈາກປົກກະຕິທີ່ຕ້ອງເຮັດວຽກຫລືຮຽນຫນັງສື ແຕ່ໃນເດືອນນີ້ຄວາມຮັກຈະຫວານຄືດັ່ງເກົ່າ

ຄອບຄົວ
ອາດຈະມີການເດີນທາງເກີດຂື້ນ ສຳລັບຄອບຄົວທີ່ຖ້າຂ່າວດີໃນການກຳເນີດບຸດ ໃນເດືອນນີ້ກໍຈະມີສະຫລອງ

ສຸຂະພາບ
ເລື່ອງສຸຂະພາບຂອງຄົນໃນຄອບຄົວໃນເດືອນນີ້ ໃຫ້ລະວັງເລື່ອງຄວາມຄຽດ ສາຍຕາ ແລະ ການໃຊ້ຄວາມຄິດຫລາຍເກີນໄປ ຄວນຈະຫາເວລາພັກຜ່ອນແນ່

ຣາສີກຸມພາ
Aquarius
(13 ກຸມພາ - 13ມີນາ)

ການງານ
ຈະມີການວາງແຜນຮູບແບບ ການວາງແຜນການເຮັດວຽກມທີ່ດີ ແລະ ມີພຶ້ນຖານຄວາມສຳເລັດທີ່ແນ່ນອນແລະຖາວອນ ທີ່ເກີດຈາກຄອມຄົວຂອງທ່ານເອງ ຈະມີຜູ້ໃຫຍ່ໃຈດີທີ່ເປັນຜູ້ຊາຍ ອາຍຸແກ່ກວ່າມາຊ່ວຍເຫລືອທ່ານ ໃຫ້ໄດ້ຮັບຄວາມສຳເລັດ ໃຫ້ສະຖານະພາບການເຮັດວຽກ, ການເງີນດີຂື້ນ ຫລື ຈະມີການປ່ຽນແປງ ການດຳເນີນຊີວິດໃຫມ່ທີ່ດີກວ່າເກົ່າ ການງານຈະມີການກ່ຽວຂ້ອງກັບຄົນຕ່າງປະເທດ ຈະໄດ້ເດີນທາງໄປຕ່າງໄປຕ່າງປະເທດ

ການເງີນ
ເງີນຈະຂອງທ່ານນັ້ນດີຫລາຍໃນເດືອນນີ້ ຖານະການເງີນດີແລະຫມັ່ນຄົງ ມີທຸກສີ່ງທີ່ປາດຖະນາໃນເດືອນນີ້

ຄວາມຮັກ
ຄົນໂສດຈະມີໂອກາດໄດ້ພົບຮັກກັບຄົນທີ່ມີເຈົ້າຂອງ ຈະໄປກັນໄດ້ຫລືບໍ່ຂື້ນກັບໂຕທ່ານເອງ, ສຳລັບຄົນມີຄູ່ຕ້ອງລະມັດລະວັງລີກລ່ຽງການເກີດປາກສຽງກັບຄົນຮັກ ຂໍໃຫ້ໃຈເຢັນ ບໍ່ສະນັ້ນອາດເສັຍຄົນຮັກໄປ

ຄອບຄົວ
ໃນເດືອນນີ້ຈະມີເລື່ອງຂອງສຸຂະພາບຂອງຜູ້ສູງໄວໃນບ້ານ ໃຫ້ລະວັງເພາະອາດຈະເປັນຫຍັງທີ່ກະທັນຫັນ ຕ້ອງດູແລເພີ່ນໃຫ້ດີ

ຣາສີມີນາ
Pisces
(14 ມີນາ - 12 ເມສາ)

ການງານ
ມີຄວາມຫຍຸ້ງຍາກໃນການເຮັດວຽກ ລະວັງຄົນບໍ່ຫວັງດີມັດຂັດວຽກງານທີ່ທ່ານຫວັງປະສົບຜົນສຳເລັດ ຂໍໃຫ້ທ່ານເຂົ້າຫາຜູ້ໃຫຍ່ທີ່ມີອຳນາດເຫນືອກວ່າໄວ້ ຈະໄດ້ຮັບຜົນດີກວ່າການຕັດສິນໃຈດ້ວຍຕົວເອງ ຫາກທ່ານລົງທຸນເຮັດທຸລະກິດກັບຫມູ່ໃຫ້ລະວັງການຖືກຕົ້ມ ໂດນບໍ່ຄາດຄິດມາກ່ອນ

ການເງີນ
ບໍ່ຖືວ່າດີຫລືຮ້າຍ ເພາະດ້ວຍເງີນທີ່ໄດ້ມາແລະການຈ່າຍໄປຂອງທ່ານເອງ

ຄວາມຮັກ
ຄົນໂສດມີໂອກາດໄດ້ພົບກັບຄົນທີ່ມີປະສົບການໃນຊີວິດຫລາຍພໍຈະ ມາເປັນຄົນຮູ້ໃຈໃນອານາຄົດຂອງທ່ານໃນເດືອນນີ້, ສຳລັບຄົນມີຄູ່ເປັນເວລາທີ່ທ່ານຢາກຢູ່ຄົນດຽວເພື່ອໃຊ້ຄວາມຄິດ ແລະໄປຫາເພື່ອນຝູງ ເພື່ອຫາຄຳຕອບພາຍໃນໃຈຂອງຕົວທ່ານເອງ

ຄອບຄົວ
ຂໍໃຫ້ທ່ານໃຈເຢັນກັບຄອບຄົວເພາະເດືອນນີ້ໂອກາດມີການຖົກຖຽງກັນ ສູງ ຂໍໃຫ້ຮັກສາຄວາມປອງດອງໄວ້

ສຸຂະພາບ
ລະວັງເລື່ອງອາກາດທີ່ປ່ຽນແປງຕະຫລອດເວລາ ອາດບໍ່ສະບາຍໄດ້ ຄວນພັກຜ່ອນໃຫ້ຫລາຍໆ

ຣາສີເມສາ
Aries
(13 ເມສາ - 13 ພຶດສະພາ)

ການງານ
ທ່ານຈະມີ ໂຄງການຕ່າງໆຫລາຍໆ ໃຫ້ທ່ານເລືອກເອົາມາຈັກຢ່າງຫນື່ງແລ້ວລົງມືເຮັດ ລະກະຈະເປັນຊ່ວງທີ່ມີຄົນຢາກຊວນທ່ານຮ່ວມຫຸ້ນຫລືລົງທຸນເຮັດ ທຸລະກິດ ຂໍໃຫ້ທ່ານພິຈະລານາຢ່າງດີແລະຮອບຄອບ

ການເງີນ
ການເງີນນັ້ນຈະບໍ່ຕິດຂັດ ທ່ານຈະໄດ້ຮັບເງີນຈາກການເປັນນາຍຫນ້າ ຫລື ພໍ່ຄ້າຄົນກາງ

ຄວາມຮັກ
ຄົນໂສດຈະໄດ້ຮັບຄວາມເຂົ້າອົກເຂົ້າໃຈເປັນຢ່າງດີຈາກຄົນຮອບຂ້າງ ແຕ່ວ່າຄົນທີ່ຈະມາຮູ້ໃຈເຮົານັ້ນຂໍໃຫ້ໃຈເຢັນກ່ອນ ເຖີງເຂົາຈະເຂົ້າມາຫາໃນຕອນນີ້ກໍຍັງບໍ່ແມ່ນຄົນທີ່ທ່ານຈະຄົບການໄດ້ດົນ, ສຳລັບຄົນມີຄູ່ແລ້ວໃນເດືອນນີ້ຕ້ອງລະວັງເລື່ອງຂອງອາລົມເປັນຢ່າງດີ ແຕ່ເຖີງຢ່າງໃດກໍແລ້ວແຕ່ທ່ານຕ້ອງໄດ້ຫາທາງອອກທີ່ດີໄດ້ ຈາກການປັບຄວາມເຂົ້າໃຈ ແຕ່ທ່ານຕ້ອງໃຈເຢັນໆ ເພາະອາລົມຂອງທ່ານຈະຄ່ອນຂ້າງອ່ອນໄຫວໄດ້ງ່າຍ

ຄອບຄົວ
ມີໂຊກດີ ໄດ້ລາກຫມາກຜົນຢ່າງຫນ້າຍີນດີ

ສຸຂະພາບ
ທີ່ເຈັບປ່ວຍຢູ່ກໍຈະທຸເລົາລົງ ແຕ່ໂດຍທົ່ວໄປແລ້ວຈະແຂງແຮງດີ ອາດຈະມີເຈັບຕາມກ້າມຊີ້ນ ເພາະຄວາມປະມາດຂອງຕົວເອງ

ຣາສີພຶດສະພາ
Taurus
(14 ພຶດສະພາ - 13 ມິຖຸນາ)

ການງານ
ຈະຕ້ອງໃຈເຢັນກັບຄົນຮອບຂ້າງ ທາງດ້ານການຕັດສິນໃຈໃນການເຮັດວຽກທີ່ທ່ານຢູ່ ທ່ານອາດຈະມີປັນຫາດ້ານອາລົມ ເປັນຄົນເອົາແຕ່ໃຈ ຫາກບໍ່ລະງັບອາລົມດັ່ງກ່າວ ທ່ານອາດຈະມີໂອກາດກັບຄົນອ້ອມຂ້າງ ໄດ້ແນ່ນອນ ໃນເດືອນນີ້ທ່ານຈະໄດ້ໄປຮູ້ເລື່ອງຄວາມລັບ ຫລື ຂໍ້ມູນທີ່ມີຄວາມສຳຄັນຂອງຫນ່ວຍງານ ຫລື ອົງກອນ

ການເງີນ
ລາຍຮັບແລະລາຍຈ່າຍເດືອນນີ້ ນັ້ນເລີ່ມຈະບໍ່ດຸນດ່ຽງຫາກທ່ານຈັດລະບຽບ ລາຍຈ່າຍດີໆທຸກຢ່າງຈະລົງຕົວ

ຄວາມຮັກ
ຄົນໂສດຈະໄດ້ພົບມິດຕະພາບໃຫມ່ທີ່ລໍຖ້າມາດົນ ຂໍໃຫ້ທ່ານເຊື່ອລາງສັນຫອນຂອງທ່ານໃນເດືອນນີ້, ສຳລັບຄົນມີຄູ່ຂໍໃຫ້ ທ່ານພາຍາຍາມຫລີກລ່ຽງການໃຊ້ອາລົມເປັນໃຫຍ່ ຖ້າບໍ່ດັ່ງນັ້ນອາດເກິດເລື່ອງຫຍຸ້ງຍາກກັບຄົນຮັກຂອງທ່ານໄດ້ໂດນ ທີ່ເຂົານັ້ນບໍ່ຮູ້ເລື່ອງ ໃນເດືອນນີ້ທ່ານຈະຮູ້ສຶກສັບສົນກັບຕົວທ່ານເອງ ບໍ່ຮູ້ວ່າຕົວເອງຕ້ອງການຫຍັງ ເຮັດໃຫ້ຄົນຮັກເອົາໃຈເຮົາບໍ່ຖືກ

ຄອບຄົວ
ເປັນຊ່ວງເດືອນທີ່ຈະໄດ້ຮັບຄວາມຮັກ ຄວາມອົບອຸ່ນຫລາຍ ຈາກຄົນໃນຄອບຄົວ ທຸກຢ່າງຮຽບຮ້ອຍດີບໍ່ມີຫຍັງຕ້ອງກັງວົນໃຈ ອາດຈະໄດ້ເຄື່ອງໃຊ້ໃຫມ່ເຂົ້າບ້ານ ຫລື ຕໍ່ເຕີມບ້ານໃຫ້ດີກວ່າເກົ່າ

ສຸຂະພາບ
ສຸຂະພາບສົມບູນແຂງແຮງດີ ມີຄວາມສົມບູນຫລາຍໃນດ້ານຄວາມເປັນຢູ່ໃນເດືອນນີ້

ຣາສີມິຖຸນາ
Gemini
(14 ມິຖຸນາ - 14 ກໍລະກົດ)

ການງານ
ທ່ານຈະຕ້ອງຕັດສິນໃຈປ່ຽນແປງທຸກສິ່ງທຸກຢ່າງ ໂດຍໃຊ້ຄວາມຄິດທີ່ຮອບຄອບແກ້ບັນຫາຕ່າງໆ ທີ່ມີມາໃຫ້ຫມົດສິ້ນ ໃນເດືອນນີ້ ຫາກມີການຟ້ອງຮ້ອງທາງດ້ານກົດຫມາຍ ຈະໄດ້ຮັບໄຊຊະນະ, ຫ້າມຄ້ຳປະກັນຄົນໃນເລື່ອງການເງີນ ແລະ
ເອກະສານຕ່າງໆ ຈະມີບັນຫາໃນຕອນຫລັງໄດ້

ການເງີນ
ລາຍຈ່າຍມີຢູ່ອ້ອມຕົວ ກະເປົ໋າເງີນເລີ່ມຈະແປ ເພາະລາຍຈ່າຍມີຫລາຍກວ່າລາຍຮັບ ບໍ່ສົມດຸນ ແຕ່ວ່າຈະມີລາຍໄດ້ເຂົ້າມາໃຫ້ທັນຈ່າຍ ບໍ່ວິຕົກຈົນເກີນໄປ
ຄວາມຮັກ
ຄົນໂສດໃນເດືອນນີ້ຈະພົບເພື່ອນຕ່າງເພດ ແຕ່ທ່ານຍັງບໍ່ພ້ອມທີ່ຈະມີ ພັນທະຫລືກ່ຽວຂ້ອງຢ່າງເຕັມທີ່ກັບຄວາມສຳພັນໃຫມ່ ເພາະທ່ານອາດມີຄວາມກັງວົນ ຫລື ບໍ່ແນ່ໃຈ, ສຳລັບຄົນມີຄູ່ ທ່ານຈະມີຄວາມສຸກຢູ່ກັບຄົນຮັກ ການແຕ່ງງານອາດຈະມີຂື້ນໃນມໍ່ໆ ດີໃຈນຳ

ຄອບຄົວ
ຈະມີການເດີນທາງທ່ອງທ່ຽວກັນຢ່າງມ່ວນຊື່ນ ແຕ່ຈະມີເລື່ອງກຸ້ມໃຈກ່ຽວກັບເດັກນ້ອຍ ຫລື ບໍລິວານ ທີ່ຈະເຮັດໃຫ້ທຸກຄົນເປັນຫ່ວງ ຍ້ອນຄວາມປະມາດຂອງເຂົາເອງ ລະວັງແນ່ຫນ່ອຍຫນື່ງ

ຣາສີສິງ
Leo
(17 ສິງຫາ - 16 ກັນຍາ)

ການງານ
ການງານຈະດີຂື້ນຈາກແຕ່ກ່ອນແນ່ນອນ ຈະມີການເລີ້ມຕົ້ນໃນກິດຈະການງານໃຫມ່ ຫລື ໄດ້ວຽກໃຫມ່ເຮັດ ຈະໄດ້ຮັບຄວາມຊ່ວຍເຫລືອຈາກຜູ້ມີອຳນາດໂດຍກົງກັບວຽກເຮັດເຮົາ ຂໍໃຫ້ທ່ານມີຄວາມເຊື່ອຫມັ້ນໃນຕົວເອງໃຫ້ຫລາຍ ຫາກການງານຂອງທ່ານກ່ຽວກັບຄວາມສວຍ ຫລື ວຽກດ້ານຜູ້ຍີງຈະມີຄວາມສຳເລັດຫລາຍໃນເດືອນນີ້

ການເງີນ
ຂໍໃຫ້ທ່ານເລິກກັງວົນໃຈກ່ຽວກັບການເງີນຂອງທ່ານ ເພາະທ່ານຈະໄດ້ເງີນຈາກວຽກທີ່ເຮັດໃນໄລຍະຍາວ ເງີນທອງໄດ້ຕາມເປົ້າຫມາຍທຸກປະການ

ຄວາມຮັກ
ຕອນນີ້ເປັນຊ່ວງທີ່ມີຄວາມສຸກທີ່ສຸດຂອງຄົນໂສດ ຈະໄດ້ຄົນຮັກທີ່ຖືກໃຈ ຄວາມຈີງໃກ້ເຂົ້າມາໃນບໍ່ຊ້າ, ສຳລັບຄົນມີຄູ່ສ່ວນໃຫຍ່ຈະໄດ້ຮັບຂອງຂວັນທີ່ຖືກໃຈ ຫລື ມີຈະໄດ້ຮັບຄວາມອົບອຸ່ນຈາກຄົນຮັກເປັນຢ່າງດີ

ຄອບຄົວ
ຂໍໃຫ້ລະວັງການເຈັບປ່ວຍຂອງຄົນໃນຄອບຄົວ ອຸບັດຕິເຫດ ແລະ ອາດຈະຕ້ອງໄປຢາມຜູ້ປ່ວຍທີ່ໂຮງຫມໍ ຫລື ເສັຍຄ່າຮັກສາ

ຣາສີກັນຍາ
Virgo
(17 ກຸມພາ - 16 ຕຸລາ)

ການງານ
ມີເກນການປ່ຽນແປງຄັ້ງຍີ່ງໃຫຍ່ ຫລັງຈາກທີ່ທ່ານລໍຖ້າມາດົນ ການງານຈະດີຂື້ນຫລາຍກວ່າສີ່ງທີ່ເປັນຢູ່ໃນປັດຈຸບັນ ຈະມີຄວາມຄິດແປກໃຫມ່ ສ້າງສັນຢ່າງຫລາຍໃນງານທີ່ເຮັດຢູ່ ຫາກທ່ານຄິດຈະລົງທຸນຮ່ວມຫຸ້ນກັບຫມູ່ເພື່ອນຈະໄດ້ຮັບຄວາມ ກ້າວຫນ້າເປັນຢ່າງດີ ຈະມີງານພິເສດເຂົ້າມາໃຫ້ທ່ານເຮັດຈົນລົ້ນມື

ການເງີນ
ຖືວ່າລາຍຮັບເຂົ້າມາຫລາຍກວ່າຫນື່ງຫລືສອງທາງ ເປັນເດືອນທີ່ການເງີນດີຫລາຍ

ຄວາມຮັກ
ຄົນໂສດທີ່ລໍຖ້າຄົນຮູ້ໃຈຢູ່ ໃນເດືອນນີ້ ທ່ານຈະໄດ້ພົບຄົນດີ ມາຈາກທາງໄກ ຈະໄດ້ຮັບຄວາມສຸກ ສົດຊື່ນໃຈຢ່າງແນ່ນອນ, ສຳລັບຄົນມີຄູ່ຈະອາດຈະໄດ້ແຕ່ງງານກັນ ສົມຫວັງຢ່າງລົງຕົວທີ່ສຸດ

ຄອບຄົວ
ໃນເດືອນນີ້ຈະມີເລື່ອງທີ່ຫນ້າຍິນດີກ່ຽວກັບຄົນໃນຄອບຄົວໄດ້ເລື່ອນຂັ້ນ ເລື່ອນຕຳແຫນ່ງ ຫລື ໄດ້ເດີນທາງໄກ ໄປເຮັດວຽກໃນຕ່າງແຂວງ ຫລື ຕ່າງປະເທດ

ສຸຂະພາບ
ໃຫ່ລະວັງກ່ຽວກັບລະບົບຂັບຖ່າຍ ອາດມີການເຈັບຫົວ ຈາກການພັກຜ່ອນທີ່ບໍ່ພຽງພໍ

ຣາສີຕຸລາ
Libra
(17 ຕຸລາ - 15 ພະຈິກ )

ການງານ
ຈະຕ້ອງຮອບຄອບໃຫ້ຫລາຍໆ ໃນດ້ານຂໍເອກະສານ ຫາກທ່ານເຮັດວຽກທີ່ຕ້ອງຕິດຕໍ່ກັບລູກຄ້າຫລາຍຄົນ ໃນເດືອນນີ້ຈະຍີ່ງເຫນັດເຫນື່ອຍເປັນພິເສດ ແຕ່ຖືວ່າເປັນເກນທີ່ດີ ມີວຽກເຮັດລົ້ນມື ອາດຈະໄດ້ປ່ຽນວຽກເຮັດ ທີ່ຈະເຮັດໃຫ້ມີເລື່ອງຕ້ອງຮັບຜິດຊອບຫລາຍຂື້ນ ເປັນເດືອນທີ່ຈະຕ້ອງໃຊ້ຄວາມສາມາດທີ່ມີມາ ຫລື ປະສົບການທີ່ສະສົມມາ ໃນການເຮັດວຽກເພື່ອໃຫ້ໄດ້ຮັບຄວາມສຳເລັດທີ່ມຸ່ງຫວັງ ແລ້ວຈະໄດ້ຮັບຄວາມສຳເລັດໃນເລື່ອງງານຢ່າງແນ່ນອນ

ການເງີນ
ການເງີນຂອງທ່ານຈະເລີ່ມດີຂື້ນ ແຕ່ບໍ່ຖືວ່າດີປານໃດ ທີ່ເຄຍຕິດຂັດ ກໍຈະຄ່ອງຕົວຂຶ້ນກ່ອນທີ່ຜ່ານມາ

ຄວາມຮັກ
ຄົນໂສດຈະໄດ້ພົບມິດໃຫມ່ມາຈາກການເຮັດວຽກ ຫລື ການແນະນຳຂອງຜູ້ໃຫຍ່ ທ່ານຈະຮູ້ສຶກມີຄວາມສຸກທີ່ສຸດດ້ານຄວາມຮັກໃນເດືອນນີ້, ຄົນມີຄູ່ຈະໄດ້ຮັບຄວາມສຸກຢ່າງຫລາຍ ຈະມີຂ່າວດີທີ່ເປັນມົງຄົນ ຫລື ອາດຈະໄດ້ຮັບຂ່າວດີຂອງຫມູ່ ກ່ຽວກັບງານຫມັ້ນ ຫລື ແຕ່ງ

ຄອບຄົວ
ໃນຄອບຄົວມີຄວາມສຳພັນກັນເປັນຢ່າງດີ ອາດມີການເດີນທາງໄກໃນຫມູ່ຍາດພີ່ນ້ອງ ຫລື ອາດຈະໄດ້ເຄື່ອງໃຊ້ໃຫມ່ເຂົ້າບ້ານ

ສຸຂະພາບ
ສຸຂະພາບຂອງບຸດຫລານ ຫລື ບໍລິວານ ນັ້ນຂໍໃຫ້ລະວັງ ອາດເຈັບປ່ວຍ ເລັກໆ ນ້ອຍໆ

ຣາສີພະຈິກ
Scorpio
(16 ພະຈິກ - 15 ທັນວາ)

ການງານ
ທ່ານເປັນຄົນທີ່ມີຄວາມອົດທົນສູງຕໍ່ການເຮັດວຽກທີ່ເຮັດຢູ່ ຢາກຈະມີການປ່ຽນແປງໃດໆ ກໍຕ້ອງຖ້າກັນໄປກ່ອນ ຍັງບໍ່ມີເຄົ້າວ່າຈະເກີດຂຶ້ນໃນໄວໆນີ້ ຂໍໃຫ້ທ່ານໃຈເຢັນແຕ່ຢ່າງໃດກໍຕາມໃນເດືອນນີ້ຈະສຳເລັດຜົນທີ່ເກີດ ຈາກຄວາມອົດທົນຂອງເຮົາ ຜົນງານກໍຈະເພີ່ມຂື້ນ ຫລັງຈາກທີ່ໃຊ້ເວລາພະຍາຍາມຢ່າງຫນັກ ທ່ານຈະໄດ້ຮັບຄຳແນະນຳ ຫລື ໄດ້ປຶກສາຫາລືກັນກັບຜູ້ຮອບຮູ້ ຫລື ຜູ້ຊ່ຽວຊານສະເພາະດ້ານທີ່ທ່ານກຳລັງມີປັນຫາທີ່ແກ້ບໍ່ຕົກ

ການເງີນ
ການເງີນຂອງທ່ານດີຫລາຍ ທ່ານຈະໄດ້ຮັບເງີນກ້ອນຫນື່ງຈາກການເຮັດວຽກທີ່ດີ ແລະຫລາຍພໍທີ່ຈະຈັບຈ່າຍເພື່ອຊື້ຂອງທີ່ທ່ານມັກໃນເດືອນນີ້

ຄວາມຮັກ
ຄົນໂສດຈະມີຂ່າວດີກ່ຽວກັບເພື່ອນໃຫມ່ ທີ່ເປັນຜູ້ໃຫຍ່ ອາຍຸຫລາຍກວ່າ ແລະຄວາມຮັກຂອງທ່ານຈະກ້າວຫນ້າຢ່າງໄວໃນເດືອນນີ້, ສຳລັບຄົນມີຄູ່ດ້ານຄວາມຮັກຂອງທ່ານທີ່ມີເຈົ້າຂອງແລ້ວຈະມີຄວາມ ສຸກດີຂື້ນ

ຄອບຄົວ
ໃນເດືອນນີ້ອາດຈະມີການເດີນທາງໄກໄປຕ່າງແຂວງ ຫລື ຕ່າງປະເທດ ເຮັດໃຫ້ທ່ານຕ້ອງເຝົ້າບ້ານຄົນດຽວ

ສຸຂະພາບ
ອາດມີອຸບັດຕິເຫດມື່ນລົ້ມເລັກຫນ້ອຍ

ຣາສີທັນວາ
Sagittarius
(16 ທັນວາ - 13 ມັງກອນ)

ການງານ
ທຸກສີ່ງທີ່ທ່ານໄດ້ເຮັດໄປແລ້ວນັ້ນ ບໍ່ວ່າຈະເປັນວຽກເກົ່າ ຫລື ວຽກໃຫມ່ກໍແລ້ວແຕ່ຈະມີຄວາມສຳເລັດສົມບູນ ຫລື ໄດ້ຮັບລາງວັນ ຄຳຊົມເຊີຍ ໄດ້ຮັບໄຊຊະນະ ປະສົບຜົນສຳເລັດຢ່າງແນ່ນອນ ຫລື ທ່ານອາດຈະມີການປ່ຽນແປງຍ້າຍບ່ອນເຮັດວຽກ ຫລື ເດີນທາງໄກຕ່າງປະເທດ ໄດ້ມິດໃຫມ່ເປັນຄົນຕ່າງແດນ

ການເງີນ
ການເງີນຂອງທ່ານນັ້ນດີຫລາຍ ຈະໄດ້ເງີນຈາກຫລາຍໆທາງເຊັ່ນຄ່ານາຍຫນ້າຕິດຕໍ່

ຄວາມຮັກ
ຄົນໂສດຈະໄດ້ພົບຮັກຕ່າງມິດຕ່າງເພດຢ່າງຫນ້າຫລົງໄຫລ ຢ່າຟ້າວຮ້ອນໃຈ ເພາະເຂົາອາດບໍ່ໄດ້ມີແຕ່ທ່ານຄົນດຽວ, ສຳລັບຄົນມິຄູ່ຈະມີຄວາມສຸກຢ່າງຍີ່ງ ອາດມີການເດີນທາງໄກຢ່າງມ່ວນຊື່ນ ມີຄວາມເຂົ້າໃຈກັນເປັນຢ່າງດີ

ຄອບຄົວ
ໃນເດືອນນີ້ມີຄອບຄົວມີຄວາມອົບອຸ່ນຮັກແພງປອງດອງກັນເປັນຢ່າງດີ ອາດມີໂຊກລາບເລິກຫນ້ອຍ

ສຸຂະພາບ
ລະວັງສຸຂະພາບກ່ຽວກັບຄວາມຄຽດ ສາຍຕາ ແລະ ລະບົບຊ່ອງທ້ອງ ຖ້າມີອາການໃຫ້ຟ້າວປຶກສາແພດຈະດີທີ່ສຸດ

໑໐໗ ກະທູ້
໔໙໖ ໂພສ
ຊຳນານການເວັບບອດ

ອືມ ອືມ ແຈ່ມໆ ແຕ່ນີນເຮົາລະວ່າ ໃສ່ຢູ່ນອກເວບບອດດີບໍ້?

Diow

໑໐໗ ກະທູ້
໔໙໖ ໂພສ
ຊຳນານການເວັບບອດ

ໂອ້ ພໍດີເຮົາຢາກລອງລະບົບເວັບບອດກໍ່ເລີຍລົງໃນນີ້ຊ້ຳດ່ຽວ ທຳອິດວ່າໃຫ້ໂຕເປັນຄົນຂຽນ ແຕ່ວ່າບໍ່ເຫັນອອນຯ ຈັກເທື່ອ ເລີຍລອງກ່ອນ

໑໐໗ ກະທູ້
໔໙໖ ໂພສ
ຊຳນານການເວັບບອດ

theuk der hunt der

khoi man lasi kunya

theuk lei

hark tair va c bor dai marry ti?haehae

hark kjao kum lung ja kup ma^^

ngern ka dad fark ma hai

haha

theuk d

໑໐໗ ກະທູ້
໔໙໖ ໂພສ
ຊຳນານການເວັບບອດ

ຖືກແທ້ຫວາ ນາງໄກ່ ຄິດວ່າສິບໍ່ມີໃຜມາອ່ານລະຊັ້ນດອກ

ໄວ້ຈະຂຽນເດືອນ ຫົກຕໍ່

໑໐໗ ກະທູ້
໔໙໖ ໂພສ
ຊຳນານການເວັບບອດ

bo muk luang sok sa ta parn dai...

dyo berng la mun c pen jing..

erk erk yarn wai khorn wery!

໑໐໗ ກະທູ້
໔໙໖ ໂພສ
ຊຳນານການເວັບບອດ

hey. keu bor me Ra See Kor Ra Kod. koy kerd duern jet na. keu bor mee (T T)

໑໐໗ ກະທູ້
໔໙໖ ໂພສ
ຊຳນານການເວັບບອດ

hey. Ra see Cancer na keu bor me

໑໐໗ ກະທູ້
໔໙໖ ໂພສ
ຊຳນານການເວັບບອດ

ສົງໃສ ນິນ ລືມໂພສ ແຕ່ເກີ້ ເອີ້ຍ! ມັນກາຍມາບັກດົນໆແລ້ວ ເບິ່ງແມະ ສຳລັບເດືອນໃດຫັ້ນ

໑໐໗ ກະທູ້
໔໙໖ ໂພສ
ຊຳນານການເວັບບອດ

ທຳນາຍໂຊກຊະຕາຕາມຣາສີເກີດ ປະຈຳ ປີ 2008 ຫວາ ຫຼືວ່າ ປະຈຳເດືອນ 9 ????????????

໑໐໗ ກະທູ້
໔໙໖ ໂພສ
ຊຳນານການເວັບບອດ

khak nor,theua na sok neo ni ma hai arn ik der ,khoy u kai bor khoy dai arn leung ni,ik yang mun ka theuk tam khuam jing,,,,,,khak khak sok ma hai arn ik nae.....

໑໐໗ ກະທູ້
໔໙໖ ໂພສ
ຊຳນານການເວັບບອດ

ບໍ່ເຫັນຊິຖືກຊ້ຳ

໑໐໗ ກະທູ້
໔໙໖ ໂພສ
ຊຳນານການເວັບບອດ

ແມ່ນ ເນາະ

໑໐໗ ກະທູ້
໔໙໖ ໂພສ
ຊຳນານການເວັບບອດ

ແລ້ວວັນທີ15ເດືອນມິຖຸນາຫາ15ເດືອນກໍລະກົດເດຊັ້ນຄືບໍ່ເຫັນມີ

໑໐໗ ກະທູ້
໔໙໖ ໂພສ
ຊຳນານການເວັບບອດ

ເຄີຍອ່ານຢູ່ໃສມາກ່ອນ ​ແຕ່ຈື່ບໍ່ໄດ້

ແຕ່ກາຂອບໃຈທີ່ເອົາມາໃຫ້ອ່ານອີກ

໐ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ລາສິກັນ ມັນຫຍັງເລິ່ມແຕ່ເດືອນ2 ມາເລີຍຫວາ

໐ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ລາສີກັນ ຄວາມຮັກ.....ລົງຕົວ....ແຕ່ສຳຫລັບຂ້າພະເຈົ້າ ກຳລົງຕັວຂະຫນາດດດດດດດ

໐ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
rar sii MII THOO NAR :leuang karn ngern thuek torng leuyyy.......suong nii mii lai jai lai lai......

໐ ກະທູ້
໒໒໐ ໂພສ
ນັກການກະທູ້
ໂອ້ດີຂອບໃຈເດີ້

໓ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ອິອິ... ລາສີເຮົາດີໆ

sTUpId....!!!!

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ລາສີສິງ
ດີຢູ່ແຕ່ວ່າ ບໍ່ດີແຕ່ຕອນ ຄຄ ຈະເຈັບໄຂ້ໄດ້ປ່ວຍ

We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ລາສີກໍ...ຢູ່ໃສຫວະ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອື່ມ ຖືກເນາະ ເພາະມີແຕ່ແນວດີໆ ອິອິອິ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໓ ກະທູ້
໖໔໙ ໂພສ
ຊຳນານການເວັບບອດ
ທຳມະດາເປັນຄົນເກີດລາສີມັງກອນໄດ໋ ບາດມາເບີ່ງໂຕນີ້ລະທະນູ ສັບສົນເວີ້ຍ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ToooooN ຂຽນວ່າ...
ທຳມະດາເປັນຄົນເກີດລາສີມັງກອນໄດ໋ ບາດມາເບີ່ງໂຕນີ້ລະທະນູ ສັບສົນເວີ້ຍ

ແບ້ງພີ້ນ່າ ເກີດຣາສີມັງກອນນະ..! ອັກໆໆໆ

ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໓ ກະທູ້
໑໙໓ ໂພສ
ນັກການກະທູ້
d d
kop jai der

໑໑ ກະທູ້
໒໖໔ ໂພສ
ນັກການກະທູ້
ດີໆ................ສາ,,,,,,,,,,,,,,,,,,,ທຸ

ຄິດໃດທີ່ເພິ່ນວ່າ
ຜູ້ຊາຍບໍ່ຊົ່ວຜູ້ຍິງບໍ່ມັກ

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ToooooN ຂຽນວ່າ...
ທຳມະດາເປັນຄົນເກີດລາສີມັງກອນໄດ໋ ບາດມາເບີ່ງໂຕນີ້ລະທະນູ ສັບສົນເວີ້ຍ

ແບ້ງພີ້ນ່າ ເກີດຣາສີມັງກອນນະ..! ອັກໆໆໆ

ສົມພໍອ້າຍແບ້ງມີ ຫຍັງບຸລະງອກມາຈາກຫົວນະ
ອິອິອິອິ

We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ຂອບໃຈ

ຊີວິດລິຂິດເອງ noOK