ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ຮູ້ຈັກກະຕູນພວກນີ້ບໍ່? (2)

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໘ ກະທູ້
໑໕໘ ໂພສ
ນັກການກະທູ້
ກະທູ້ເກົ່າມັນຍາວແລ້ວ ຂໍຕັ້ງກະທູ້ໃຫມ່ເລຍຊະ

( ກະທູ້ເກົ່າ ຮູ້ຈັກກະຕູນພວກນີ້ບໍ່? )

ກະຕິກາກະຄືເກົ່າ ໃຫ້ບອກຊື່ຂອງກະຕູນຈາກຮູບພາບທີ່ໃຫ້ ໂດຍຫ້າມເບິ່ງຄຳຕອບຂອງຄົນອື່ນ

...

ເທື່ອນີ້ເປັນກະຕູນຜູ້ຍິ້ງຜູ້ຍິງ~

ເຫັນບອກວ່າຢາກໃຫ້ເອົາກະຕູນຜູ້ຍິງມາແນ່ ມີ່ກະຈັດໃຫ້ ເຫິໆ ມີຕັ້ງແຕ່ກະຕູນເກົ່າ-ໃຫມ່ ເລີຍແຫລະ


1


2


3


4


5


6


7


8


9


10


11


12 ບໍ່ຄິດວ່າຈະມີຄົນຮູ້ຈັກເລື່ອງນີ້ ແຕ່ລອງເອົາມາເບິ່ງ ອິອິ



(ສ່ວຍໃຫຍ່ຍັງເປັນແນວແຟນຕາຊີ ເນື່ອງຈາກຄວາມມັກສ່ວນຕົວ ຮາໆ)


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ວ່າກາຕູນ ຢີ່ປຸ່ນ ຍັງມຶນ, ກາຕູນຜູ້ຍິງ ຕຶບ ເຂົ້າໄປອີກ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໘ ກະທູ້
໑໕໘ ໂພສ
ນັກການກະທູ້
ອັນນີ້ແມ່ນກະຕູນທີ່ 4ne ເອົາມາໃຫ້ທວາຍ (ຢູ່ໃນກະທູ້ເກົ່າ ຂໍຍ້າຍມາກະທູ້ນີ້ນຳຊະ)... ຮູ້ສຶກວ່າຈະ 20+ ທັງນັ້ນເລຍແຮະ = = ຂະຫນາດມີ່ຍັງຮູ້ແຕ່ບໍ່ເທົ່າໃດເລື່ອງ



1





2





3





4





5





6





7





8





9





10





11





12





13





14





15

























ອັນນີ້ແມ່ນຄຳຕອບຂອງມີ່



1 ເອີ່... ບໍ່ຮູ້ຈັກ ແຕ່ລາຍເສັ້ນຄຸ້ນໆ

2 ບໍ່ຮູ້ຈັກ

3 ບໍ່ຮູ້

4 ເຄີຍເຫັນຜ່ານໆ ແຕ່ກະບໍ່ຮູ້

5 ເຄີຍເບິ່ງຫນ້ອຍຫນຶ່ງ ແຕ່ບໍ່ຮູ້ຊື່

6 ບໍ່ຮູ້ຈັກ

7 ຈອມໂຈນລູແປງ (ແມ່ນບໍ່ຫວະ)

8 ວາຕາຣຸ -ເລື່ອງນີ້ຈື່ໄດ້ ເພາະວ່າເຄີຍເບິ່ງ ມັກນຳ ^w^

9 ນາເດຍ -ເຫັນຊ້ອງລາວເອົາມາສາຍຕະຫລອດ ແຕ່ບໍ່ຄ່ອຍຮູ້ເລື່ອງປານໃດ ເພາະໄດ້ເບິ່ງຫນ້ອຍດຽວ

10 3ຫມຽວຍອດນິນຈາ ຫລື samurai pizza cats(ແມ່ນບໍ່) -ເລື່ອງນີ້ບໍ່ໄດ້ເບິ່ງ ໄດ້ຫລິ້ນແຕ່ເກມມັນ

11 ບໍ່ຮູ້

12 ຄຸ້ນໆ ແຕ່ກະບໍ່ຮູ້

13 ຫມັດເທບພະເຈົ້າດາວເຫນືອ...ຫວາ ບໍ່ແນ່ໃຈ

14 Jojo

15 Happy Three Friend



ໂອຍ... ເກີດບໍ່ທັນ = ="



໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ເຄີຍເບິ່ງເກືອບຫມົດທຸກເລື່ອງ

ໂດຍສະເພາະເລື່ອງທີ 11 ຫັ້ນ ມັກຫລາຍໆໆໆ ຕອນເປັນສາວຫັ້ນເບິ່ງ ທຸກມື້ບໍ່ມີຂາດ ອິອິອິ

ແຕ່ບໍ່ຈື່ຊື່ແລ້ວວ່າຊື່ຫຍັງກັບຊື່ຫຍັງ


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ບໍ່ຮູ້ເລີຍເຮົາ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
2. Captain Planet

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໘ ກະທູ້
໑໕໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
2. Captain Planet


ໂອ້ອອອອອອອອອ ແມ່ນລະ ຫາກໍ່ຄິດອອກ ເລື່ອງນີ້ຖ້າຈື່ບໍ່ຜິດ ແຕ່ກີ້ເຄີຍສາຍຊ້ອງກະຕູນເນັດເວີກ
ທີ່ມັນຈະຊູມືຂຶ້ນແລະປະກາດຄຳເວົ້າປະຈຳຕົວ ມີຫຍັງແນ່ເກາະ ດິນ ນ້ຳ ລົມ ໄຟ ໂລກ ຫວາ... ບໍ່ຈື່... ດົນແລ້ວໄດ໋ເລື່ອງນີ້ ຈົນລືມໄປແລ້ວ ຮາໆ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
3. ອັນນີ້ເຄີຍເບິ່ງ ເປັນກາຕູນກ່ຽວກັບນັກສັດແມ່ນຫຍັງຈັກຢ່າງແມ່ນບໍ່ ໄດ້ເບິ່ງຍ້ອນຊື້ magazine ແລ້ວແຖມແຜ່ນຕອນທຳອິດມາໃຫ້ ກັກ ໆ ໆ

11. Magic Knight ... ບາງຢ່າງໃນຈ້ຳເມັດ



ຜ່ານຕາແຕ່ສອງອັນນີ້ລະ 555


໓ ກະທູ້
໙໑ ໂພສ
ຂາປະຈຳເວັບບອດ
1.1 Vampire Knight

1.3 Fruits basket ເຄີຍເບິ່ງນຳນິນແຕ່ແຜ່ນດຽວ... ແຕ່ເຄີຍເຫັນອອກອາກາດທາງຊ່ອງ iTV

1.5 Mermaid Melody

1.9 Saint Tail ອອກອາກາດທາງຊ່ອງ 9 ອສມທ

1.11 Wedding Peace ອອກອາກາດທາງຊ່ອງ 3 ອສມທ ວັນຈັນ~ພຸດ ຕອນ 6:30 (ຖ້າຈື່ບໍ່ຜິດ)



2.3 ເລື່ອງນີ້ລືມຊື່ແລ້ວ ແຕ່ເຄີຍເຫັນອອກຊ່ອງ 3 ທຊລ

2.4 Ninja Kabuto ອອກອາກາດທາງຊ່ອງ 3 ທຊລ

2.5 Ramune ອອກອາກາດທາງຊ່ອງ 3 ອສມທ ຕອນເຊົ້າໆ

2.7 Lupin ເຄີຍຫຼິ້ນແຕ່ເກມ

2.8 Wataru ອອກອາກາດທາງຊ່ອງ 3 ອສມທ ວັນເສົາ~ອາທິດ ປະມານ 8:30

2.10 Samurai Pizza Cats ເຄີຍຫຼິ້ນແຕ່ເກມ

2.12 Zenki ອອກອາກາດທາງຊ່ອງ 9 ອສມທ ວັນເສົາ~ອາທິດ ປະມານ 9:30 (ມັກOpeningເລື່ອງນີ້, ຍ້ອນ

Kageyama Hironobu ເປັນຄົນຮ້ອງ)

2.13 Hokuto no Ken ເຄີຍເຫັນອອກອາກາດທາງຊ່ອງ 9 ອສມທ ແຕ່ມັກຫຼິ້ນເກມຫຼາຍກວ່າ

2.14 Jo Jo ເຄີຍຫຼິ້ນແຕ່ເກມ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຂອງ 4ne ..

ຂໍ້ 10 ເຄີຍຫຼິ້ນເກມໃນ NES ເມື່ອສິບກວ່າປີກ່ອນ

14. Jo Jo ເບິ່ງແຜ່ນຂ້າມ ໆ ເບິ່ງຮອດ The World ແຕ້ມຄັກໂຄດດດ

15. ຄ້າຍ ໆ ເປັນໜັງກະຕ່າຍກວນ ໆ ບໍ່ຈື່ຊື່


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ເລື່ອງນີ້ ຈື່ວ່າ ພະເອກ ແປງຮ່າງເປັນ ອິຫຍັງໄດ້ບຸ ຄຸ້ນໆ ຈື່ວ່າຢູ່ ສອກມີ ຄ້າຍໆ ຫນາມ


ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໕ ກະທູ້
໙໙ ໂພສ
ນັກການກະທູ້
ກະທູ້ check ອາຍຸ 55555555+

Your life would suck without me. LaoMac.net
Macbook Pro 15.4/CTO redesign late 2008
2.8GHz Intel Core 2 Duo processor with 6MB shared L2 cache 1066MHz frontside bus
4GB (two 2GB SO-DIMMs) of 1066MHz DDR3 SDRAM
320GB Serial ATA @ 5400
NVIDIA GeForce 9600M GT 512MB of GDDR3/GeForce 9400M 256MB of DDR3 SDRAM

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຄຶດອອກອີກເລື່ອງນຶ່ງ







ເບິ່ງແຕ່ຕົ້ນຈົນຮອດຕອນນາງເອກຖືກຈັບໂຕໄປ ຕ້ອງໄປຊ່ວຍ ພະເອກອາການສາຫັດ ລຸກມາຈາກຕຽງໃນມື້ທີ່ຝົນຕົກ ແລ້ວກໍ ຈົບ ບໍ່ໄດ້ເບິ່ງຕໍ່ອີກ ກະແຊັດມັນບໍ່ມາອີກເລີຍຫຼັງຈາກນັ້ນ -*-


໐ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
ບໍ່ຮູ້ຈັກເລື່ອງເລີຍ ຮຮຮ


໓ ກະທູ້
໖໔໙ ໂພສ
ຊຳນານການເວັບບອດ
ຮ່າຮ່າໆ...ຄືບໍ່ເອົາ ເຊລ້າມູນມາແນ່ເກາະ ເຄີຍເບີ່ງຢູ່ໂຕທີສິບເອັດຫັ້ນ ແຕ່ກາຍນັ້ນກະຄຸ້ນໆຊື່ໆ



໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
1. Vampire Knight
2. ????
3. Fruits basket
4. ????
5. Mermaid Melody
6. Host Club
7. ????
8. Nodame Cantabile
9. Saint Tail
10. Sugar Sugar Rune
11. Wedding Peach
12. Shugo Chara!

ຢ່າແປກໃຈ ທີ່ຕອບໄດ້. ດ່ຽວໃຊ້ຈຸດບອດຂອງ ມີ່ ບາງຢ່າງ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໘ ກະທູ້
໑໕໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
1. Vampire Knight
2. ????
3. Fruits basket
4. ????
5. Mermaid Melody
6. Host Club
7. ????
8. Nodame Cantabile
9. Saint Tail
10. Sugar Sugar Rune
11. Wedding Peach
12. Shugo Chara!

ຢ່າແປກໃຈ ທີ່ຕອບໄດ້. ດ່ຽວໃຊ້ຈຸດບອດຂອງ ມີ່ ບາງຢ່າງ



ອື່ ຮູ້ຢູ່ແລ້ວແຫລະ ແຕ່ມີ່ຕັ້ງບໍ່ໄດ້ປ່ຽນ ເອົາໄວ້ເຜື່ອຄົນທີ່ຢາກຮູ້ອີຫລີນ່ະ

ແຕ່ດ່ຽວ ໂກງແບບນີ້ບໍ່ດີເດີ້ ຮຸຮຸ


໘ ກະທູ້
໑໕໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ToooooN ຂຽນວ່າ...
ຮ່າຮ່າໆ...ຄືບໍ່ເອົາ ເຊລ້າມູນມາແນ່ເກາະ ເຄີຍເບີ່ງຢູ່ໂຕທີສິບເອັດຫັ້ນ ແຕ່ກາຍນັ້ນກະຄຸ້ນໆຊື່ໆ



ເຊລ້າມູນມັນງ່າຍລະ ໃຜກະຮູ້ຈັກ ເລີຍບໍ່ເອົາ ອິອິ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ເຫັນ ກະທູ້ ງຽບໆ ບໍ່ເຫນັງກະເລີຍເຮັດ ຮ່າໆໆໆ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ຕອບພາກ mimirin

2. Mask of Glass

9. Saint Tail ເລື່ອງນີ້ນ່າຮັກດີ ^-^

10. Sugar Sugar Rune

11. Wedding Peach

ເຫຼືອນັ້ນກະບໍ່ຮູ້


໐ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
ໃຜຮູ້ຈັກກາຕູນ Mirumo ແນ່


໘ ກະທູ້
໑໕໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ LazyGirl ຂຽນວ່າ...
ໃຜຮູ້ຈັກກາຕູນ Mirumo ແນ່



ຮູ້ແນ່ນອນຢູ່ແລ້ວ ອິອິ

MIRUMO DE PON


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ເຈົ້າຂອງຮູບບໍ່ມາສະເຫລີຍຄຳຕອບຫວາ?

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໘ ກະທູ້
໑໕໘ ໂພສ
ນັກການກະທູ້
ສະເຫລີຍລະເດີ້

ແຕ່ສ່ວນໃຫຍ່ໆດ່ຽວກະຕອບໄປຫມົດລະ ເຫິໆ

1. Vampire Knight
ເລື່ອງແນວແວມພາຍຕາມຊື່. ນາງເອກເລື່ອງນີ້ຊື່ຢູກິ ເຄີຍຖືກແວນພາຍຫນຸ່ມຊ່ວຍເຫລືອເມື່ອ 10 ປີ ກ່ອນ ແລ້ວນຳມາຝາກກັບຜູ້ອຳນວຍການໂຮງຮຽນແຫ່ງຫນຶ່ງ ຈາກນັ້ນ 5 ປີ ຢູກິໄດ້ພົບກັບຊາຍຫນຸ່ມຕະກຸນນັກລ້າແວມພາຍທີ່ຊັງແວມພາຍເປັນທີ່ສຸດ. (ສະຫລຸບ ພະເອກເລື່ອງນີ້ມີສອງຄົນ...) ຕໍ່ໄປເປັນແນວໃດກະບໍ່ຮູ້ລະ ເພາະມີ່ກະຫາກໍ່ເບິ່ງຫນ້ອຍດຽວ

2. glass mask ຫລື Mask of Glass ຫລື ຫນ້າກາກແກ້ວ
ນາງເອກຊື່ ມາຢະ ເປັນເດັກທຳມະດາໆ ທີ່ມັກເລື່ອງທີ່ກ່ຽວກັບການສະແດງສຸດໆ ບໍ່ວ່າຈະເປັນ ລະຄອນເວທີ ລະຄອນ... ເຊິ່ງຖ້າໄປເບິ່ງລະຄອນແລ້ວຈະລືມທຸກຢ່າງອ້ອມໆຕົວໄປຫມົດ ຄອບຄົວຂອງມາຢະຂ້ອນຂ້າງຍາກຈົນ ມື້ຫນຶ່ງມາຢະໄດ້ພົບກັບຍິງປະຫລາດ ທີ່ເຮັດໃຫ້ຊີວິດຂອງມາຢະ ຜັນໄປສູ່ວົງການນັກສະແດງ

ເລື່ອງນີ້ທີ່ຈິງເປັນເລື່ອງທີ່ເກົ່າແລ້ວ ມີມັງກະອອກມາຫລາຍເຫລັ້ມ (ປະມານ 50 ກວ່າເຫລັ້ມ ແລະຮູ້ສຶກວ່າຈະຍັງບໍ່ຈົບ)
ຮູບທີ່ເອົາມາລົງນັ້ນ ເປັນອະນິເມະເວີຊັ້ນ 2005 ເຊິ່ງອະນິເມະທີ່ເຮັດອອກມາທຳອິດແມ່ນປີ 1984 (ມີ່ຍັງບໍ່ເກີດຊ້ຳ =[]=)
ເວີຊັ້ນ 2005 ມີ 51 ຕອນ

3. Fruits basket
ເລື່ອງນີ້ຄົນຂຽນຈັບເອົາເລື່ອງນັກສັດປີຕ່າງໆມາສ້າງເປັນກະຕູນ
ນາງເອກເປັນເດັກສາວຊື່ ໂທຣຸ ຕ້ອງອອກມາຕັ້ງເຕັ້ນກາງປ່າອາໃສຢູ່ຜູ້ດຽວເນື່ອງຈາກປູ່ຂອງໂທຣຸມີເຫດຕ້ອງຕໍ່ເຕີມບ້ານໃຫມ່ ແຕ່ພື້ນທີ່ທີ່ໂທຣຸໄປຕັ້ງເຕັ້ນຢູ່ນັ້ນ ກັບກາຍເປັນພື້ນທີບ້ານຕະກຸນໂຊມະ ໂທຣຸຈຶ່ງໄດ້ເຈິກັບຢູກິ ແລະຊິງຸເຣະ ແລະໄດ້ໄປອາໃສຢູ່ໃນບ້ານຫລັງນັ້ນ ເຮັດໃຫ້ຄວາມລັບຂອງຕະກຸນໂຊມະຖືກເປີດເຜີຍ

4. Akazukin Chacha
ເລື່ອງນີ້ມີ່ໄດ້ເບິ່ງແຕ່ສະໄຫມຍັງນ້ອຍ ເປັນອີກເລື່ອງທີ່ມັກສຸດໆໃນສະໄຫມນັ້ນ ອື່ມ ຕອນນີ້ກະຈື່ເນື້ອເລື່ອງບໍ່ຄ່ອຍໄດ້... ຈື່ໄດ້ວ່ານາງເອກຊື່ ຊາຊ້າ ຕອນແປງຮ່າງຈະຫນ້າຕາແບບນິ


ຕົວລະຄອນຫລັກໆຈະມີສາມຄົນ ຄື ຊາຊ້າ ເປັນແມ່ມົດລູກສິດຂອງພໍ່ມົດຊື່ດັງ ຊື່ເຊຣາວີ້ ແຕ່ວ່າຊາຊ້າຝີມືບໍ່ໄດ້ເລື່ອງ. ຣີຢ້າ ຫມູ່ສະຫນິດຂອງຊາຊ້າ ເຊິ່ງສາມາດແປງຮ່າງເປັນຫມາປ່າ(ຫນ້າຮັກ)ໄດ້ ແລະ ຊີເນ້ ພໍ່ມົດລູກສິດຂອງຂອງໂດໂຣທີ ເຊິ່ງເປັນຄູ່ແຂ່ງກັບເຊຣາວີ້

ເນື້ອເລື່ອງມັນອອກແນວຕະຫລົກໆ ມົ້ວໆຫນ້ອຍຫນຶ່ງ ສາກທີ່ມີ່ຈື່ໄດ້ຄັກໆກະຄືສາກນີ້

ມັນຕະປະກາດວ່າ "ຄວາມຮັກ ຄວາມກ້າ ແລະຄວາມຫວັງ" ເປັນສາກກ່ອນແປງຮ່າງ ມີເກືອບທຸກຕອນ ຈົນຈື່ຂຶ້ນໃຈ ຮາ...


5. Mermaid Melody
ກະຕູນແນວສາວນ້ອຍແປງຮ່າງ ໂດຍເນື້ອເລື່ອງອີງຕາມເທບນິຍາຍດັງຄື little mermaid (ເຈົ້າຍິງເງືອກນ້ອຍ)
ນາງເອກເລື່ອງນີ້ ນານາມິ ລູເຊຍ ເປັນເຈົ້າຍິງເງືອກຂອງປະເທດ ປາຊີຟິກເຫນືອ (ຫນຶ່ງມນເຈັດປະເທດຂອງຊາວເງືອກ) ລູເຊຍໄດ້ຂຶ້ນມາທີໂລກມະນຸດເພື່ອຈະນຳເອົາໄຂ່ມຸກຂອງຕົນຄືນ ເຊິ່ງໄຂ່ມຸກນັ້ນໄດ້ຝາກໄວ້ກັບໄຄໂຕະ ຄົນທີ່ລູເຊຍເຄີຍຊ່ວຍໄວ້ເມື່ອ 7 ປີກ່ອນ.

ບໍ່ຈື່ເນື້ອເລື່ອງປານໃດລະ ເລື່ອງນີ້ ເພາະອ່ານດົນແລ້ວ ແລະອະນິເມະກະຫາກໍ່ເບິ່ງຫນ້ອຍດຽວ


6. Ouran Host Club
ເລື່ອງນີ້ອອກແນວຮາໆ... ນາງເອກເປັນເດັກສາວຄົນທຳມະດ້າທຳມະດາ ທີ່ບັງເອີນຮຽນເກ່ງ ແລະບັງເອີນເສັງໄດ້ທຶນເຂົ້າຮຽນໂຮງຮຽນພວກໄຮໂຊ ລວຍ ແລະອະລັງການງານສ້າງ... ທຳອິດ ຮາຣຸຮິ ນາງເອກຕາມຫາບ່ອນທີ່ສະຫງົບໆໃນການອ່ານຫນັງສື ແລ້ວບັງເອີນໄປເຈິຫ້ອງດົນຕີທີ3 ທີ່ບໍ່ໃຊ້ແລ້ວ ເມື່ອເປີດປະຕູເຂົ້າໄປກໍ່ໄດ້ພົບກັບຊົມຣົມປະຫລາດໆຊື່ວ່າ Host club... ແລະດ້ວຍຄວາມຕົກໃຈ ຮາຣຸຮິຈຶ່ງເຮັດໃຫ້ໂຖດອກໄມ້ລາຄາ 8 ລ້ານເຢນແຕກ ຮາຣຸຮິຈຶ່ງຕ້ອງປອມຕົວເປັນຜູ້ຊາຍ ເຮັດວຽກໃນ host club ເພື່ອໃຊ້ຫນີ້...


7. D.N.Angle
ໄດ້ອ່ານເລື່ອງນີ້ຍ້ອນວ່າມັນເປັນແນວຈອມໂຈນ... ກ່ອນຫນ້ານີ້ມີ່ຊ່ວງຫນຶ່ງມີ່ບ້ານອ່ານກະຕູນແນວຈອມໂຈນ (ຍ້ອນໄດ້ອິດທິພົນມາຈາກກະຕູນຂອງ clamp ເລື່ອງຫນຶ່ງ)

ເລື່ອງນີ້ຕົວເອກຊື່ ໄດສຸເກະ ເກີດໃນຕະກຸນຈອມໂຈນຊື່ດັງຄື dark ໄດສຸເກະຈຶ່ງຖືກຊຸບລ້ຽງມາໂດຍໃຫ້ເປັນຈອມໂຈນໂດຍສະເພາະ (ບໍ່ວ່າຈະເປັນກັບດັກພາຍໃນບ້ານ ຫລຸມພາງ ລວມທັງຖືກຝຶກໃຫ້ໄຂກຸນແຈດ້ວຍລວດ ແລະອື່ນໆ ສາລະພັດ) ມື້ຫນຶ່ງໄດ້ເກີດຄວາມປ່ຽນແປງຢ່າງໃຫຍ່ຫລວງ ເມື່ອໄດສຶເກະຄິດເຖິງຄົນທີ່ຮັກ ກໍ່ຈະສາມາດແປງຮ່າງເປັນ dark ຈອມໂຈນໃນຕຳນານໄດ້ ເລື່ອງລາວວຸ້ນວາຍຂອງ dark ແລະໄດສຶເກະຈຶ່ງເລີ່ມຕົ້ນຂຶ້ນ


8. Nodame Cantabile
ເລື່ອງນີ້ດັງຈົນເຖິງຂັ້ນຖືກນຳມາເຮັດເປັນລະຄອນ ອື່ມ ຊື່ຫຍັງນໍ້ ມີ່ກະບໍ່ຈື່ ສະດຸດຮັກນັກດົນຕີເບາະ ທີ່ສາຍຢູ່ຊ້ອງ7 ວັນເສົາ-ທິດ ນ່ະ (ມັນຕຳກັນກັບກະຕູນ ມີ່ເລີຍບໍ່ໄດ້ເບິ່ງ ຮາ) ນາງເອກເລື່ອງນີ້ຕິ່ງຕ໊ອງບ້ອງແບ້ວ ຊື່ວ່າໂນດາເມະ ພະເອກເປັນນັກດົນຕີຜູ້ມີຄວາມສາມາດ ຊື່ຈິອາກິ ແຕ່ຄວາມຈິງແລ້ວ ຈິອາກິມີຄວາມຝັນຢາກເປັນຄອນດັກເຕີ້ (ແປວ່າແນວໃດດີ… ຫມາຍຄົນທີຢືນຢູ່ຫນ້າວົງດົນຕີແລ້ວຖືໄມ້ເປັນສັນຍານນຳດົນຕີນະ ເຂົາເອີ້ນຫຍັງ ນາຍວົງດົນຕີຫວາ) ແຕ່ວ່າເປັນເລື່ອງເສົ້າທີ່ຈິອາກິນັ້ນ ຢ້ານເຄື່ອງບິນ ລວມໄປເຖິງຢ້ານເຮືອ ເຮັດໃຫ້ອອກໄປຈາກປະເທດຍີ່ປຸ່ນເພື່ອໂກອິນເຕີບໍ່ໄດ້… ຍິ່ງໄປກວ່ານັ້ນ ພວກໃນໂຮງຮຽນທີ່ຈິອາກິຢູ່ກັບມີແຕ່ພວກທີ່ບໍ່ໄດ້ເລື້ອງ ຈົນຈິອາກິໄດ້ມາພົບກັບໂນດາເມະ ທີ່ສາມາດຫລິ້ນເປຍໂນໄດ້ດີ (ເຖິງຈະມົ້ວໄປຫນ້ອຍຫນຶ່ງກະຕາມ) ເຮັດໃຫ້ຊີວິດໃນປະເທດຍີ່ປຸ່ນຂອງຈິອາກິບໍ່ຫນາເບື່ອເຫມືອນທີ່ຜ່ານມາ

9. Saint Tail
ເລື່ອງນີ້ເກືອບຈະລືມໄປແລ້ວວວ ແຕ່ເປັນອີກເລື່ອງຫນຶ່ງທີ່ມ່ວນດີ ນາງເອກເລື່ອງນີ້ ຮາເນໂອກະ ເມອິມິ ເປັນຈອມໂຈນສາວ ທີ່ຈະເອົາຂອງທີ່ຖືກຂະໂມຍກັບໄປສົ່ງເຈົ້າຂອງຄືນ. ແຕ່ວຽກຂອງຈອມໂຈນເຊັ້ນເທລກັບມີອຸປະສັກຄື ອາສຶກະ ຈູເນຍ ເຊິ່ງເປັນລູກຊາຍຕຳຫລວດ ລວມເຖິງ ເປັນເພື່ອນຮ່ວມຊັ້ນຂອງເມອິມິ ອີກດ້ວຍ

10. Sugar Sugar Rune
ກະຕູນແນວແມ່ມົດກຸ໊ກກິ໊ກຫວານແຫວວ ດ້ວຍສຶກຊິງບັນລັງແມ່ມົດ ຊອກໂກລ້າ ແລະວານິລາ ຈຶ່ງໄດ້ເດີນທາງມາທີ່ໂລກມະນຸດ ເພື່ອຈະລວບລວມຫົວໃຈຮັກຂອງມະນຸດ (ໂດຍທີ່ຫ້າມບໍ່ໃຫ້ໃຜຮູ້ວ່າພວກເຂົາແມ່ນແມ່ມົດ) ຊອກໂກລ້າ ແລະ ວານິລາ ເປັນຫມູ່ທີ່ສະຫນິດກັນ ແຕ່ການທີ່ພວກເຂົາເດີນທາງມາທີ່ໂລກມະນຸດ ເຮັດໃຫ້ພູມຫລັງເປີດເຜີຍ ແລະມິດຕະພາບເລີ່ມແຕກກະຈາຍ. ຍັງມີພວກໂອກຸລ ທີ່ເປັນປໍລະປັກກັບພວກຊອກໂກລ້າ ທີ່ຈ້ອງຈະຊິງຫົວໃຈທີ່ກຽດແຄ້ນຂອງມະນຸດເຂົ້າມາພົວພັນອີກ

11. Wedding Peach
ເລື່ອງນີ້ສາລະພາບວ່າຈື່ເນື້ອເລື່ອງບໍ່ໄດ້ເລີຍ… (ຈື່ໄດ້ແຕ່ວ່າເຄີຍເບິ່ງ ຮາາ)
ເລື່ອງນີ້ເປັນແນວໆຄ້າຍໆກັບເຊລ້າມູນແຫລະ ຮູ້ສຶກວ່າ ສາມສາວນັ້ນ ຈະຖືກມອບຫມາຍໃຫ້ຕາມຫາຫຍັງຈັກຢ່າງເພື່ອມາປົກປ້ອງໂລກຈາກປີສາດ

12. Shugo Chara!
ເລື່ອງນີ້ເປັນເລື່ອງທີ່ມີ່ກຳລັງຕິດຕາມຢູ່ ປັດຈຸບັນອອກມາໄດ້ 80 ຕອນແລ້ວ (ຍັງບໍ່ຈົບ)

ນາງເອກເລື່ອງນີ້ຊື່ ຮິນາໂມຣິ ອາມຸ ມີຄາແລັກເຕີພາຍນອກເປັນເດັກສຸດເທ້ ແຖມຍັງມີຂ່າວລືແປກໆອອກໄປຕາມໂຮງຮຽນຕ່າງໆ… ແຕ່ເຖິງຈະເປັນແນວນັ້ນ ທີ່ຈິງແລ້ວອາມຸເປັນຄົນຂີ້ອາຍ ກະວົນກະວາຍກັບສາຍຕາຜູ້ຄົນແບບສຸດໆ… ແຕ່ດ້ວຍນິໃສພາຍນອກນັ້ນ ເຮັດໃຫ້ອາມຸແທບຈະບໍ່ມີ່ຫມູ່ເລີຍ… ອາມຸຈຶ່ງຂໍພອນກັບເທບຜູ້ພິທັກ ໃຫ້ຕົນເອງສາມາດເປັນໃນສິ່ງທີ່ຢາກເປັນໄດ້… ແລະ ຫລັງຈາກມື້ນັ້ນ ກໍ່ມີໄຂ່ສາມຟອງປະກົດຂຶ້ນຕໍ່ຫນ້າອາມຸ ເຊິ່ງໄຂ່ທັງສາມໄດ້ເຮັດໃຫ້ຊີວິດຂອງອາມຸປ່ຽນໄປ.

ເລື່ອງນີ້ເປັນກະຕູນແນວສາວນ້ອຍແປງຮ່າງ ທີ່ມີຕົວລະຄອນຫນ້າຮັກໆໂຜ່ອອກມາພຽບ… ຮາ

----------------

ໂອຍ ເມື່ອຍ... ນັ່ງຫາຂໍ້ມູນກະຕູນບາງເລື່ອງທີ່ລືມເນື້ອເລື່ອງໄປລະ ແຮະໆ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ໂອ໋ ມັນເປັນຈັ່ງຊີ້ ນີ້ເອງ, ວ່າແຕ່ ອີກຄົນເດ່ ໄປໃສລະ?

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
<div><img src="http://img1.cdn.crunchyroll.com/i/spire3/02012008/c/6/3/d/c63dbe558bcb50_full.jpg"></div><br>



ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
:)

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຮູ້ແທ້ໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

ກາຕູນຈີ່ປຸນຕົ່ວຫັ່ນ



໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ບໍ່ຮູ້ຫຍັງເລີຍ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>