ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ມາເບິ່ງນັກຮ້ອງໃໝ່ທີ່ກຳລັງໂດ່ງດັງທົ່ວໂລກ

໕ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ


ບໍ່ຮູ້ວ່າໃຜໄດ້ຕິດຕາມຂ່າວນີ້ບໍ່.

ເປັນເລື້ອງຂອງປ້າຄົນໜຶ່ງທີ່ມີຊື່ວ່າ Susan Boyle. ອາຍຸ 47 ປີແລ້ວ. ເປັນຄົນປະເທດສະກັອດແລນ. ລາວໄດ້ເຂົ້າປະກວດຮ້ອງເພັງໃນລາຍການ "Britain′s Got Talent" ເຊິ່ງເປັນລາຍການທີ່ອອກອາກາດຢູ່ອັງກິດ.ເຊິ່ງທຳອິດທີ່ຜູ້ຊົມແລະຄະນະກຳມະການເຫັນຮູບຮ່າງໜ້າຕາລາວ ຕ່າງກໍ່ພາກັນຫົວຂວັນເຍາະເຍີ້ຍຢ່າງໃຫຍ່. ຍິ່ງລາວບອກວ່າລາວຢາກເປັນນັກຮ້ອງແບບ Ellen Page ເຊິ່ງຖືວ່າເປັນນັກຮ້ອງທີ່ມີສຽງດີຫຼາຍ. ຜູ້ຊົມແຮງພາກັນຫົວຂວັນປ້າ Susan ຢ່າງໃຫຍ່.

ພໍແຕ່ປ້າ Susan ເປັ່ງສຽງຮ້ອງເພັງ "I Dreamed A Dream" ເຊິ່ງເປັນເພັງປະກອບລະຄອນເພັງ "Les Miserables"ອອກມາເທົ່ານັ້ນລະ.... ອື້ງໝົດ hall ເລີຍ. ກຳມະການກະອ້າປາກຄ້າງ ຜູ້ຊົມກະຮ້ອງໂຮຖືກໃຈ. ສຸດທ້າຍປ້າ Susan ກະເລີຍໄດ້ຄະແນນແບບທ່ວມທົ້ນຈົນສາມາດຄອງລາງວັນຊະນະເລີດຂອງລາຍການນັ້ນໄດ້.

ນີ້ລະສອນໃຫ້ຮູ້ວ່າ "Don't Judge a book by its cover" ຢ່າຕັດສິນຄຸນຄ່າຄົນຈາກພາຍນອກ !!!

ເບິ່ງ VDO ຮ້ອງເພັງຂອງປ້າ Susan ທີ່ນີ້


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ຟັງແລ້ວມື້ວານນີ້!


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ກຣີ້ດດດດດ ຢ່າເອົາລີ້ງ Youtube ມາໃຫ້ເຫັນນນນນນ

ເຂົ້າບໍ່ໄດ້!

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໕ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ກຣີ້ດດດດດ ຢ່າເອົາລີ້ງ Youtube ມາໃຫ້ເຫັນນນນນນ
ເຂົ້າບໍ່ໄດ້!



ເອີ້ ດ່ຽວ.... ເປັນສັງຢູ່ຈີນມັນເຂົ້າ Youtube ກັບ Hi5 ບໍ່ໄດ້ເນາະ? ເອື້ອຍກະສົງໄສຢູ່. ຕອນເອື້ອຍໄປກະເຂົ້າບໍ່ໄດ້ຄືກັນ. ຈົນປັດຈຸບັນອ້າຍເມກຢູ່ຫັ້ນກະສົ່ງຂ່າວມາວ່າຍັງເຂົ້າບໍ່ໄດ້ ... ດ່ຽວລອງເຂົ້າທາງເວັບ proxy ກະບໍ່ໄດ້ຫວາ? ເອື້ອຍເຄີຍໃຊ້ແຕ່ເວັບນີ້ເຂົ້າ hi5 ແຕ່ຍັງບໍ່ເຄີຍເຂົ້າ Youtube


໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
oh my god

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໑໐ ກະທູ້
໒໕໑ ໂພສ
ນັກການກະທູ້
grrrrrrrrrrrrrrrr china banned youtube ເບິ່ງບໍ່ໄດ້ ເສຍດາຍເດ້ຢາກເບິ່ງນະ


໕ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ໄປຫາ search ເບິ່ງຈາກເວັບ google ກະໄດ້. ພິມຊື່ຂອງປ້າລົງໄປ ກະອອກມາເປັນພັນໆເວັບລະ. ກຳລັງດັງ (^O^)


໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບິ່ງແລ້ວ ສຽງໂຄດມ່ວນເລີຍຕູ້ນີ້

you will when you believe

໖ ກະທູ້
໒໘໐ ໂພສ
ນັກການກະທູ້
Les Miserables ອອກຊື່ຝຣັ່ງເວີ້ຍ


໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
oh oh !!!

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ໃຊ້ພຣ໊ອກຊີ່ ເຂົ້າກະຍັງຊ້າ, ມີວິທີດຽວແມ່ນ ໃຊ້ໂປຣແກຣມ ປ່ຽນ ໄອພີ ໄປເລີຍ

ແຕ່!

ເນັດຢູ່ໂຮງຮຽນດ່ຽວ ເວລາຈະຕໍ່ເນັດຕ້ອງໃຊ້ໂປຣແກຣມ ລະມັນ ປ່ຽນ ໄອພີບໍ່ໄດ້ ຄັນປ່ຽນ ເນັດຈະຕໍ່ບໍ່ໄດ້

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ອັບເດດ ສຳລັບ ນັກຮຽນລາວຢູ່ຈີນ

http://v.youku.com/v_show/id_XODUzMTE3Mjg=.html



Youku ກະມີໂວ້ຍ!

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໐ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ເກັ່ງຫຼາຍປ້າ ສຽງໂຄດດີເລີຍ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນີ້ລະສະເໜຂອງຄົນມັນບໍ່ໄດ້ຢູ່ທີ່ໜ້າຕາ ປ້າSusan ເກັ່ງຫລາຍ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ວາວ


໑ ກະທູ້
໑໗໓ ໂພສ
ນັກການກະທູ້
ອູ້.. ຊື້ງ ເຮັດໃຫ້ເຮົາຮູ້ວ່າ ຢ່າເບິ່ງຄົນທີ່ພາຍນອກ ເພາະທຸກຄົນຍ່ອມມີຄວາມສາມາດແຕກຕ່າງກັນໄປ


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຸດຍອດເລີຍໃດຫັນ


໑ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ໄອດອລ ເລີຍ


໓ ກະທູ້
໖໔໙ ໂພສ
ຊຳນານການເວັບບອດ
ໄດ້ເບີ່ງຄືກັນ ຈົນຂົນໜາວແຕກ ແຕ່ສະໃຈສຸດຕອນເຫັນໜ້າSimonເຮັດເມື່ອຕອນໄດ້ຍິນສຽງຕູ້Susanນິນະ ໂຄດສະໃຈ ມັກຕິກະເຈົ້າເປັນຫຼາຍ ສົມແນ່



໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄລິບຂອງປ້າດຽວນີ້ມີຄົນເຂົ້າໄປເບິ່ງຕັ້ງວ່າ 50ລ້ານຄົນ ຈາກທົ່ວໂລກ

you will when you believe

໑໑ ກະທູ້
໒໖໔ ໂພສ
ນັກການກະທູ້
ຢາກຝັງເດດດດດດ

ຄິດໃດທີ່ເພິ່ນວ່າ
ຜູ້ຊາຍບໍ່ຊົ່ວຜູ້ຍິງບໍ່ມັກ

໕ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ຄົນໜ້າຕາດີ ແຕ່ເຮັດໂຕບໍ່ມີຄຸນຄ່າກະຖົມເຖ. ຄົນໜ້າຕາບໍ່ມີບໍ່ໄດ້ໝາຍຄວາມວ່າຈະໄຮ້ຄ່າ ໄຮ້ຄວາມສາມາດ. ຄຸນຄ່າຂອງຄົນຕັດສິນຈາກການກະທຳຫຼາຍກວ່າຮູບຮ່າງພາຍນອກ....



ອີກເທື່ອໜຶ່ງ.... ຢ່າຕັດສິນຄົນຈາກພາຍນອກ !!!


໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ດີ........


໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ປ້າ ເພີ່ນມີພອນສະຫວັນນໍ້

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີແຕ່ປ້າຢູ່ອັງກິດນໍ ຈັ່ງວ່າດັງໄດ້

ອິອິ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປ່າເພີ່ນເກ່ງ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ເບິ່ງແລ້ວຕາລຶງເລີຍສຽງມ່ວນອີ່ຫລີ

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆